ເຟສບຸກ Stories ໃຊ້ໃຫ້ເປັນ ສາມາດຊ່ວຍທຸລະກິດທ່ານໄດ້!!!

ຮູ້ບໍ່ວ່າ Facebook Stories ບໍ່ພຽງແຕ່ເປັນຊ່ອງທາງການແຊຣ໌ເລື່ອງລາວຕ່າງໆ ໃຫ້ເຮົາໄດ້ມ່ວນຊື່ນເທົ່ານັ້ນ ແຕ່ Facebook Stories ຍັງເປັນຊ່ອງທາງການສື່ສານທີ່ນ່າສົນໃຈລະຫວ່າງແບຣນກັບລູກຄ້າອີກດ້ວຍ.

ນອກຈາກຈະເປັນອີກໜຶ່ງຊ່ອງທາງໃຫ້ເຮົາສາມາດສື່ສານເລື່ອງລາວຂອງຕົວເອງໄດ້ໂດຍຜ່ານ ເຟສບຸກ ແລ້ວ. ທ່ານຮູ້ບໍ່ວ່າ Facebook Stories ຍັງເປັນອີກໜຶ່ງຊ່ອງທາງການລົງໂຄສະນາ ທີ່ກຳລັງມາແຮງ ແລະ ນ່າສົນໃຈ ເພາະຈະເຮັດໃຫ້ທ່ານສາມາດລົງຮູບ ແລະ ວີດີໂອ ທຸລະກິດຂອງທ່ານໄດ້ແບບເຕັມໜ້າຈໍໂທລະສັບມືຖື ທີ່ສຳຄັນມີລາຍງານຈາກເຟສບຸກ ຕື່ມວ່າ ຜູ້ຫຼິ້ນທົ່ວໂລກ ກຳລັງຫັນມາໃຫ້ຄວາມສົນໃຈແຊຣ໌ເລື່ອງລາວຂອງຕົວເອງຜ່ານ Stories  ເພີ່ມຂຶ້ນເລື້ອຍໆ. ໃນຂະນະທີ່ໜ້າ ຟິດປົກກະກັບຫຼຸດລົງເລື້ອຍໆ.

Stories ມີຄຸນສົມບັດພິເສດຄື ຈະຢູ່ໄດ້ພຽງ  24 ຊົ່ວໂມງ ເລື່ອງລາວຕ່າງໆ ເຫຼົ່ານັ້ນກໍຈະຫາຍໄປ ເຊິ່ງເໝາະສຳລັບຜູ້ທີ່ຕ້ອງການແຊຣ໌ໂມເມັ້ນ ຫຼື ເຫດການສັ້ນໆ ທີ່ເກີດຂຶ້ນໃນແຕ່ລະມື້ ໂດຍບໍ່ຕ້ອງການໃຫ້ຄ້າງຢູ່ໜ້າເຟສບຸກ ເຊິ່ງຈະແຊຣ໌ຈັກເທື່ອກໍໄດ້ ຈະເປັນເລື່ອງບໍ່ມີປະໂຫຍດກໍໄດ້, ເພາະພຽງບໍ່ດົນເລື່ອງລາວເຫຼົ່ານັ້ນກໍຈະຖືກລົບໄປເອງ

ດ້ວຍເຫດຜົນນີ້ ຈຶ່ງເຮັດໃຫ້ Facebook Stories   ໄດ້ຮັບຄວາມນິຍົມເພີ່ມຂຶ້ນເລື້ອຍໆຈົນເຮັດໃຫ້ຜູ້ໃຊ້ເຟສບຸກຫຼາຍຄົນຫັນມາແຊຣ໌ເລື່ອງລາວຂອງຕົນໃນ  Stories ຫຼາຍກວ່າຈະແຊຣ໌ຜ່ານໜ້າຟີດເຟສບຸກແບບເກົ່າໆ ແລະ ນີ້ເອງເປັນເຫດຜົນວ່າ ເປັນຫຍັງແບຣນຈຶ່ງຄວນຫັນມາລົງໂຄສະນາໃນ Stories ຫຼາຍຂຶ້ນ ໃນເມື່ອລູກຄ້າຂອງເຮົາຕ່າງກໍຫັນມາຢູ່ໃນ Stories ຫຼາຍຂຶ້ນ.

ມາເບິ່ງວ່າ ແບຣນ ສາມາດນຳເອົາສຕໍລີ ໄປໃຊ້ວຽກແບບໃດ?

  1. ສ້າງຄວາມສຳພັນກັບລູກຄ້າ

ໃນເມື່ອ Stories ເປັນພື້ນທີ່ອິດສະຫຼະທີ່ທ່ານສາມາດລົງເລື່ອງລາວອັນໃດກໍໄດ້ ບໍ່ຕ້ອງຈິງຈັງ ກໍສາມາດລົງໄດ້ ອາດເປັນພຽງປະໂຫຍກທັກທາຍໃນແຕ່ລະມື້ ດັ່ງນັ້ນ, ຈຶ່ງເປັນອີກຊ່ອງທາງໜຶ່ງທີ່ຈະຊ່ວຍໃຫ້ແບຣນສາມາດເຂົ້າເຖິງລູກຄ້າໄດ້ ໃນລັກສະນະທີ່ເປັນມິດ ແລະ ເປັນກັນເອງຫຼາຍຂຶ້ນ ເພາະຜູ້ບໍລິໂພກ ຍຸກໃໝ່ຈະມັກຮັກໃນແບຣນທີ່ຈັບຕ້ອງໄດ້ງ່າຍ, ມີຕົວຕົນ ຄືກັບເປັນໝູ່ເພື່ອນກັນຫຼາຍກວ່າ.

2. ສ້າງຄວາມນ່າສົນໃຈໃຫ້ກັບໂຄສະນາ. 

Stories ມີຄຸນສົມບັດທີ່ພິເສດຂະໜາດ 9×6 ໂດຍເປັນຊ່ອງທາງດຽວ ທີ່ຈະເຮັດໃຫ້ທ່ານສາມາດໂຄສະນາໄດ້ເຕັມຈໍໂທລະສັບມືຖື ດັ່ງນັ້ນ, ການລົງໂຄສະນາໃນ Stories ຈຶ່ງຊ່ວຍໃຫ້ລູກຄ້າສາມາດເບິ່ງເຫັນລາຍລະອຽດຂອງທ່ານໄດ້ຊັດເຈນຫຼາຍຂຶ້ນ.

3. ສ້າງການສື່ສານສັ້ນໆ ແບບເອີ້ນນໍ້າຍ່ອຍ.

ດ້ວຍອາຍຸການໃຊ້ງານທີ່ສັ້ນໆຂອງ Stories ດັ່ງນັ້ນ, ເໝາະທີ່ຈະຊ່ວຍໃຫ້ທ່ານລົງຂ່າວສານສັ້ນໆ ຫຼື ຂ່າວສ້າງກະແສ ເພື່ອປູທາງເອີ້ນນໍ້າຍ່ອຍໄປກ່ອນ ໃຫ້ຄົນຢ່າກຮູ້ໄດ້ ໂດຍຈະສາມາດລົງຈັກເທື່ອຕໍ່ມື້ກໍໄດ້ ເພາະລົງໄດ້ບໍ່ດົນພຽງ 24 ຊົ່ວໂມງ ເລື່ອງລາວເຫຼົ່ານັ້ນ ກໍຈະຫາຍໄປແລ້ວ ເຮັດໃຫ້ບໍ່ຕ້ອງຮົກຄ້າງຢູ່ໜ້າຟິດຂ່າວ ສ້າງຄວາມລຳຄານໃຫ້ກັບລູກຄ້າໄດ້.

Trick ບໍ່ລັບ

ໂດຍປົກກະຕິແລ້ວ ຖ້າເປັນການໂຊຮູບພາບ ໃນ Stories ຈະສາມາດຢູ່ໄດ້ປະມານ 5 ວິນາທີ ແຕ່ຖ້າເປັນ ວີດີໂອ ຈະເພີ່ມຂຶ້ນເປັນ 15 ວິນາທີ ເພາະສະນັ້ນ,  ຖ້າຢາກໄດ້ເວລາເພີ່ມຫຼາຍຂຶ້ນ ເຖິງຈະເປັນພາບນິ່ງ ແຕ່ລອງເອົາມານຳສະເໝີໃນຮູບແບບວີດີໂອ ກໍຈະໄດ້ເວລາເພີ່ມຂຶ້ນ.

www.smethailandclub.com

Comments