ພິທີມອບ-ຮັບອາຄານໂຮງຮຽນມັດທະຍົມຕອນຕົ້ນບ້ານ ເມືອງນ້ອຍ

ພິ­ທີ​ມອບ-ຮັບ​ອາ­ຄານ​ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ຕົ້ນ​ບ້ານ ເມືອງ​ນ້ອຍ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດຂຶ້ນໃນວັນທີ 21 ກຸມພາ 2019 ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ສົມ​ພັນ ແພງ​ຄຳ​ມີ ກຳ­ມະ­ການ​ສູນ​ກາງ​ພັກ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ປະ­ທານ​ຄະ­ນະ​ສັນ­ຕິ­ພາບ ແລະ ສາ­ມັກ­ຄີ​ຂອງ​ລາວ ທ່ານ ກາວ ຢູນ​ຫຼົງ ຮອງ​ປະ­ທານ​ສະ­ພາ​ທີ່​ປຶກ­ສາ​ການ­ເມືອງ​ແຫ່ງ​ປະ­ເທດ​ຈີນ ປະ­ທານ​ມູນ​ນິ­ທິ​ຈີນ​ເພື່ອ​ສັນ­ຕິ­ພາບ ແລະ ການ​ພັດ­ທະ­ນາ.

ອາຄານຮຽນດັ່ງກ່າວເປັນ​ໂຮງ­ຮຽນ​ຫຼັງ​ທີ 7 ທີ່​ສ້າງ​ຂຶ້ນ​ໂດຍ​ການ​ຮ່ວມ​ມື​ລະ­ຫວ່າງ​ຄະ­ນະ​ສັນ­ຕິ­ພາບ ແລະ ສາ­ມັກ­ຄີ​ຂອງ​ລາວ ແລະ ມູນ​ນິ­ທິ​ຈີນ​ເພື່ອ​ສັນ­ຕິ­ພາບ ແລະ ການ​ພັດ­ທະ­ນາ ເຊິ່ງ​ໄດ້​ເລີ່ມ​ກໍ່­ສ້າງ​ວັນ​ທີ 1 ເມ­ສາ 2018 ແລະ ສໍາເລັດ​ວັນ​ທີ 1 ກຸມ­ພາ 2019 ມູນ​ຄ່າ 450.000 ໂດ​ລາ​ສະ­ຫະ­ລັດ  ເປັນ​ອາ­ຄານ​ຮຽນ 2 ຊັ້ນ ມີ 14 ຫ້ອງ​ຮຽນ 2 ຫ້ອງ­ການ 6 ຫ້ອງ​ນ້ຳ 4 ຫ້ອງ​ພັກ​ຄູ 1 ຫ້ອງ​ສະ­ໝຸດ ແລະ ມີ​ອຸ­ປະ­ກອນ​ການ​ຮຽນ​ຄົບ​ຊຸດ.

 

 

Comments