ຜົນສຳຫຼວດຕະຫຼາດ ແອັບເຮັດວຽກເປັນທີມ ມີ 4 ລາຍທີ່ແຂ່ງຂັນກັນລະດັບໂລກ

ເປີດເຜີຍຜົນສຳຫຼວດ ສ່ວນແບ່ງຕະຫຼາດມີ 4 ແອັບການສື່ສານທີມງານຄື: Microsoft Team, Google Hangout, Slack, ແລະ  Workplace by Facebook ຕາມລຳດັບ

ແຕ່ອັນໜຶ່ງຂອງໂລກກໍຍັງເປັນຂອງ Skype for Business ທີ່ບໍ່ມີແອັບສື່ສານໃດໆສາມາດມາເປັນຄູ່ແຂ່ງຂັນ.

      

ຊ໋ອບແວ ຫຼື ແອັບທີ່ໃຊ້ຕິດຕໍ່ພົວພັນວຽກງານກັນພາຍໃນທີມ ຫຼື ອົງກອນ ຂະຫຍາຍຕົວຕໍ່ເນື່ອງທົ່ວໂລກ… ໂດຍມີ 4 ຄູ່ແຂ່ງຫຼັກຄື: Microsoft Team, Google Hangout, Slack, และ Workplace by Facebook ຕາມລຳດັບ.

ຜົນສຳຫຼວດ ລ່າສຸດບໍລິສັດອົງກອນໃນອາເມລິກາ ແລະ ເອີຣົບ ເກືອບພັນບໍລິສັດ ພົບວ່າ Skype for Business ໄດ້ຮັບຄວາມນິຍົມ ຫຼື ສ່ວນແບ່ງຂອງຕະຫຼາດສູງສຸດຄື 44%. ຮອງມາແມ່ນເປັນຂອງ Microsoft Teams ເຕີບໂຕແຮງເພີ່ມຂຶ້ນຈາກ 3% ມາເປັນ 21% ພາຍໃນສອງປີ. ສ່ວນ Google Hangouts ອັນດັບສາມນັ້ນ ສ່ວນແບ່ງຫຼົດລົງຈາກ 16% ເຫຼືອ 11%…, ອັນດັບ ສີ່ ຄື  Slack ທີ່ມີສ່ວນແບ່ງ 15% ມາບໍ່ດົນນີ້.  ເຊິ່ງສ່ວນແບ່ງຂອງ  Slack  ນີ້ເຕີບໂຕຊ້າກວ່າຄູ່ແຂ່ງເປັນທີ່ສຸດ ເພາະເພີ່ມເລັກໜ້ອຍຈາກ 13% ເປັນ 15% ໃນໄລຍະເວລາດຽວກັນ. ແລະ ສຸດທ້າຍຄື Workplace by Facebook ທີ່ມີຜູ້ໃຊ້ງານພຽງ 1% ເທົ່ານັ້ນ. 

ທັງນີ້,  Skype for Business, Microsoft Teams, Google Hangouts ໄດ້ຮັບຄວາມນິຍົມຈາກບໍລິສັດອົງກອນໃຫຍ່ໆ. ແຕ່ Slack  ຈະມັກຖືກນຳໃຊ້ໃນບໍລິສັດຂະໜາດນ້ອຍເປັນສ່ວນຫຼາຍ.

ຂ່າວຈາກ:  thenextweb.com/apps/2018/12/10/microsoft-teams-is-growing-ridiculously-fast

Comments