ໃຜຍັງບໍ່ທັນຈ່າຍ ໃຫ້ຟ້າວໄປ ຖ້າກາຍກໍານົດຖືກປັບໃໝ

ເທື່ອນີ້ແມ່ນເອົາແທ້ ເພາະໄດ້ໂຍະຍານມາຫຼາຍເດືອນແລ້ວ ໃຜຍັງບໍ່ໄປເສຍຕາມກໍານົດເວລາ ຈະໄດ້ຖືກປັບໃໝ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ລັດຖະມົນຕີ ກະຊວງການເງິນ ໄດ້ອອກແຈ້ງການເຕືອນ ເລກທີ 3600/ກງ ລົງວັນທີ   7 ພະຈິກ 2018 ເລື່ອງ: ການປັບໃໝຕໍ່ກັບຜູ້ເສຍຄ່າທໍານຽມທາງບໍ່ຖືກຕ້ອງຕາມເວລາທີ່ ກໍານົດໄວ້.

  1. ຜູ້ທີ່ບໍ່ຊໍາລະຄ່າທໍານຽມທາງປະຈໍາປີ 2017 ຕ້ອງໄດ້ເສຍຄ່າທໍານຽມທາງຄືນໃຫ້ຄົບຖ້ວນ ພ້ອມຄ່າປັບໃໝ ດັ່ງນີ້:

-ນັບແຕ່ວັນທີ 1 ເມສາ 2018 ຫາ ວັນທີ 31 ທັນວາ 2018 ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງປະຈໍາປີ.

-ນັບແຕ່ວັນທີ 1 ມັງກອນ 2019 ຫາວັນທີ 31 ທັນວາ 2019 ຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງປະຈໍາປີ.

  1. ຜູ້ທີ່ບໍ່ຊໍາລະຄ່າທໍານຽມທາງປະຈໍາປີ 2018 ຕ້ອງໄດ້ເສຍຄ່າທໍານຽມທາງຄືນໃຫ້

ຄົບຖ້ວນ ພ້ອມຄ່າປັບໃໝ ດັ່ງນີ້:

-ນັບແຕ່ວັນທີ 1 ກໍລະກົດ 2018 ຫາວັນທີ 31 ທັນວາ 2018 ຖືກປັບໃໝ

      0,1% ຕໍ່ມື້ ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງປະຈໍາປີ.

-ນັບແຕ່ວັນທີ 1 ມັງກອນ 2019 ຫາວັນທີ 31 ທັນວາ 2019 ຖືກປັບໃໝ  40%

      ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງປະຈໍາປີ.

ຂອບໃຈແຫຼ່ງຂໍ້ມູນ.

 

Comments