
ທ່ານ ເຄນ ເທບວົງສາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ມະຫາຊົນ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຄງການຕິດຕັ້ງໝໍ້ນັບໄຟທັນສະໄໝໃຫ້ປະຊາຊົນ ນວ ໂດຍສະເພາະ 4 ເມືອງໃນ ຕາມຕົວເລກທີ່ຈະຕິດຕັ້ງປ່ຽນແທນ 50.000 ໜ່ວຍທີ່ເປັນໝໍ້ນັບໄຟດິຈີຕອນ ເພື່ອປ່ຽນແທນໝໍ້ນັບໄຟອານາລອກ 130.000 ກວ່າໜ່ວຍ ກວມເອົາ 40% ໂຄງການນີ້ໄດ້ຈັດຕັ້ງປະຕິບັດຢູ່ເມືອງຈັນທະບູລີ ກ່ອນໝູ່ໂດຍກຳນົດເອົາບ້ານໜອງສ້າງທໍ່ ແລະ ບ້ານອານຸ ເລີ່ມເດືອນທັນວາ 2018 ແລະ ສຳເລັດເດືອນກຸມພາ 2019 ປະຕິບັດໄດ້ 1.000 ກວ່າໜ່ວຍ ຈາກນັ້ນ ເດືອນມີນາ 2019 ກໍສືບຕໍ່ຂະຫຍາຍໄປຍັງບ້ານອື່ນໆໃນ 4 ເມືອງໃນເພື່ອໃຫ້ສຳເລັດໃນທ້າຍປີ 2019 ຫຼື ຕົ້ນປີ 2020 ໂດຍໄຟຟ້າລາວໄດ້ກຳນົດເອົາ ນວ ເປັນຕົວແບບ ຈາກນັ້ນ ຈະໄດ້ຂະຫຍາຍໄປຍັງເຂດແຂວງອື່ນໆ ສຳລັບໝໍ້ນັບໄຟດີຈີຕອນແມ່ນມີຄວາມທັນສະໄໝຄື: ຈະບໍ່ມີຄົນຈົດ ບໍ່ສາມາດໄປສ້ອມແປງ ຫຼື ງັດແງະ ຖ້າໄປແຕະຕ້ອງມັນ ມັນກໍຈະຟ້ອງຂຶ້ນທັນທີຢູ່ສູນກາງ ເພາະມັນໃຊ້ລະບົບສາຍໄຍແກ້ວຄວບຄຸມ ແລະ ກໍລະນີຜູ້ໃຊ້ໄຟຫາກໃຊ້ເກີນ ມັນຈະຕັດແບບອັດຕະໂນມັດ ຍ້ອນລະບົບນີ້ໄດ້ປ້ອນຂໍ້ມູນຕົວເລກເຂົ້າການຊົມໃຊ້ຢູ່ໃນຂະໜາດ 5/60 ອຳແປ ແລະ ການຕັດຄັ້ງທຳອິດເປັນການເຕືອນປະມານ 20-25 ນາທີກັບມາໃຊ້ໄດ້ປົກກະຕິ ເພື່ອໃຫ້ຜູ້ໃຊ້ໄຟຫຼຸດການຊົມໃຊ້ໄຟລົງ ແຕ່ຖ້າຍັງບໍ່ປະຕິບັດຕາມການເຕືອນຂອງມັນແລ້ວມັນກໍຈະຕັດຄັ້ງທີສອງ ແລະ ຄັ້ງນີ້ແມ່ນຈະຕັດເລີຍ ຖືວ່າໝໍ້ນັບໄຟແບບທັນສະໄໝນີ້ ຈະເຮັດໃຫ້ລູກຄ້າ ກໍຄືຜູ້ຊົມໃຊ້ບໍ່ສາມາດຕົວະໄດ້ວ່າ ຕົນເອງໃຊ້ໄຟໜ້ອຍ ນອກນີ້ແລ້ວຍັງມີອັນດີຕື່ມອີກລູກຄ້າສາມາດກວດກາການຊົມໃຊ້ໄດ້ທຸກຊົ່ວໂມງ ໂດຍເບິ່ງຜ່ານອິນເຕີເນັດທາງໂທລະສັບມືຖືໄດ້ ແລະ ສາມາດຮູ້ໄດ້ການໃຊ້ໄຟຟ້າແຕ່ລະວັນ ໂດຍສະເພາະໃນເວລາທີ່ຕົນເອງບໍ່ຢູ່ ກໍສາມາດເບິ່ງໄດ້ວ່າຜູ້ທີ່ຢູ່ເຮືອນໃຊ້ໄຟແບບໃດ ໂດຍລວມແລ້ວ ລະບົບທັນສະໄໝນີ້ແມ່ນມີຄວາມຍຸຕິທຳລະຫວ່າງສອງຝ່າຍຄືໄຟຟ້ານະຄອນຫຼວງ ແລະ ຜູ້ຊົມໃຊ້ທີ່ບໍ່ມີໃຜເອົາລັດເອົາປຽບກັນ ໃຊ້ໄຟຫຼາຍເສຍເງິນຫຼາຍໃຊ້ໄຟໜ້ອຍເສຍເງິນໜ້ອຍ.
ປັດຈຸບັນ ໂຄງການນີ້ ກຳລັງຈັດຕັ້ງປະຕິບັດຈະໄດ້ປ່ຽນໝໍ້ນັບໄຟອານາລອກໂຕເກົ່າ ທີ່ຫຼາຍຄົນໃຊ້ໃນປັດຈຸບັນ ດັ່ງນັ້ນ ຖ້າຫາກຜູ້ຊົມໃຊ້ໄຟຕ້ອງການປ່ຽນໝໍ້ນັບໄຟແບບເກົ່າ ເປັນແບບທັນສະໄໝກໍສະເໜີມາຍັງໄຟຟ້ານະຄອນຫຼວງ ເພື່ອຈະໄດ້ລົງໄປກວດກາ ແລະ ປ່ຽນແທນໃຫ້ໂດຍບໍ່ເສຍເງິນ ເຊິ່ງການປ່ຽນຈະມີສອງຮູບແບບຄື: ປ່ຽນແທນໜ່ວຍຕໍ່ໜ່ວຍ ແລະ ໜ່ວຍດຽວຕໍ່ຫຼາຍໜ່ວຍເປັນຄອບຄົວດຽວ ແຕ່ໃຊ້ໝໍ້ນັບໄຟຫຼາຍໜ່ວຍໃນຜ່ານມາ ຈະໄດ້ໂຮມເຂົ້າເປັນໜ່ວຍດຽວປະຕິບັດຕາມແຈ້ງການໄຟຟ້າໃນຜ່ານມາຄື ຄອບຄົວໜຶ່ງມີໝໍ້ນັບໄຟໂຕເກົ່າ 3 ໜ່ວຍ ຖ້າປ່ຽນເປັນໝໍ້ນັບໄຟໂຕທັນສະໄໝໜຶ່ງ ໜຶ່ງຈະແລກປ່ຽນກັນ ສ່ວນອີກ 2 ໜ່ວຍທາງໄຟຟ້າຈະມີການຄິດໄລ່ລາຄາແລ້ວ ໃຊ້ແທນເງິນຄືນໃຫ້ຕາມລາຄາທີ່ຜູ້ຊົມໃຊ້ເຂົ້າເຮືອນ ແລະ ກໍຮຽກຮ້ອງມາຍັງຜູ້ຊົມໃຊ້ໄຟ ຈົ່ງໃຫ້ການຮ່ວມມືໃນເວລາພະນັກງານລົງໄປຕິດຕັ້ງປ່ຽນໃຫ້ ເພື່ອເຮັດໃຫ້ໂຄງການນີ້ສຳເລັດໂດຍໄວ້.
ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ