Big Data ແມ່ນຫຍັງ? ເຄີຍໄດ້ຍິນ ແລະ ສົງໃສໃນຄຳນີ້ບໍ່?

ຫຼາຍໆຄົນອາດຈະເຄີຍໄດ້ຍິນ ແລະ ຄຸ້ນໆຫູກັນດີ ກັບຄຳວ່າ Big Data  ແມ່ນບໍ່? ໄປທາງໃດໃຜກໍມັກເວົ້າ ວ່າ Big Data ແລ້ວອັນວ່າ Big Data ນີ້ມັນແມ່ນຫຍັງກັນແທ້ ຫຼາຍຄົນກໍອາດຫຍັງບໍ່ເຂົ້າໃຈເລິກ ເຂົ້າໃຈແທ້ ແລ້ວເພິ່ນວ່າ Big Data ນີ້ຈະມາຊ່ວຍໃນເລື່ອງ ທຸລະກິດເຮົາໄດ້ອີກໃນຍຸກນີ້ ແລະ ຄິດວ່າ ອີກບໍ່ດົນໃນອະນາຄົດບ້ານເຮົາກໍຈະນຳໃຊ້ລະບົບຂອງ Big Data ນີ້ມາຊ່ວຍໃນທາງທຸລະກິດແນ່ນອນ.  ເພື່ອໃຫ້ທຸກຄົນຫາຍສົງໃສ ແລະ ຂ້ອງໃຈ ເຮົາມາຮູ້ຈັກ ຄຳວ່າ Big Data ກັນເລີຍ…..

Big Data ຄື ຂໍ້ມູນທີ່ມີຂະໜາດໃຫຍ່ ຈົນ ຊ໋ອບເວ ຫຼື ຮາດເວ ທຳມະດາ ບໍ່ສາມາດຈັດເກັບ ຫຼື ວິເຄາະໄດ້ຢ່າງມີປະສິດທິພາບ Big Data ຄື ການຮວບຮວມ ຂໍ້ມູນທີ່ເປັນ Structurd ຂໍ້ມູນທີ່ເກັບໄວ້ໃນໂຄງສ້າງຕາຕະລາງ ແລະ Unstructured ຂໍ້ມູນທີ່ເປັນ Text ຍາວໆ ຮູບພາບ ແລະ ວີດີໂອຕ່າງໆ) ທີ່ຈະມາປະມວນວິເຄາະຂໍ້ມູນ ແລະ ນຳໄປໃຊ້ປະໂຫຍດໄດ້ເຊັ່ນ: ຂໍ້ມູນການບໍລິການທາງເວັບ, ຂໍ້ມູນຈາກອຸປະກອນກວດຂອງຈາລະຈອນ, ຂໍ້ມູນພາບຖ່າຍຈາກດາວທຽມ, ຂໍ້ມູນດ້ານການຕະຫຼາດການເງິນ ແລະ ຂໍ້ມູນອື່ນໆ ອີກຮ້ອຍພັນແປດປະການ ທີ່ລະບົບຖານຂໍ້ມູນທຳມະດາບໍລິຫານຈັດການບໍ່ໄຫວ ແຕ່ຂໍ້ມູນເຫຼົ່ານີ້ ສາມາດໃຊ້ປະໂຫຍດໄດ້ຖ້າຫາກນຳໄປສຶກສາ ແລະ ວິເຄາະໃຫ້ເປັນລະບົບ

Big Data  ຄື ແນວໂນ້ມ ທີ່ທຸກອົງກອນຕ້ອງເວົ້າເຖິງໃນຍຸກນີ້ ແຕ່ເປັນສິ່ງທີ່ມີຄົນເຂົ້າໃຈໜ້ອຍທີ່ສຸດວ່າ ຕົກລົງ Big Data   ຄືແມ່ນຫຍັງກັນແທ້.

Big Data ຄື ການພະຍາຍາມສ້າງຂໍ້ມູນຈາກການນຳເອົາຂໍ້ມູນຈຳນວນຫຼາຍທັງພາຍໃນ ແລະ ພາຍນອກອົງກອນ ມາວິເຄາະປະມວນຜົນ ບໍ່ແມ່ນການທີ່ເກັບຂໍ້ມູນມາໄວ້ລ້າໆ.

Big Data  ຄື ການສ້າງທັກສະ ແລະ ຄວາມຮູ້ໃຫ້ກັບທີມງານເພື່ອໃຫ້ສາມາດຈັດການຂໍ້ມູນ ປະລິມານຂະໜາດໃຫຍ່ໄດ້ ແລະ ເຂົ້າໃຈເລິກເຖິງຂໍ້ມູນຂະໜາດໃຫຍ່.

Big Data   ຄື ວຽກງານຂອງທຸກຄົນ ບໍ່ແມ່ນແຕ່ວຽກຂອງ ໄອທີ ຫຼື ທີມວິເຄາະຂໍ້ມູນ ວຽກນັ້ນເລີ່ມຕັ້ງແຕ່ຕັດສິນໃຈວ່າຈະເກັບຂໍ້ມູນອັນໃດ ຫຼື ບໍ່ເກັບອັນໃດ ຈະເກັບໄວ້ດົນເທົ່າໃດ ຈະເກັບໄວ້ບ່ອນໃດ ແລະ ຈະເອົາໄປໃຊ້ໃນວຽກງານໃດ ເປັນຕົ້ນ.

Big Data   ຄື ການລົງທຶນໄລຍະຍາວ ບໍ່ແມ່ນການຕັ້ງງົບປະມານໂຄງການ ແລ້ວເອີ້ນວ່າ ຜູ້ຂາຍມາສາທິດ ລະບົບໃຫ້ເບິ່ງ ແລ້ວຈ່າຍເງິນເພື່ອໃຫ້ມີລະບົບນັ້ນຂຶ້ນມາເທົ່ານັ້ນ.

ອົງປະກອບຫຼັກໆຂອງ Big Data ມີ 4 ຢ່າງເຫຼົ່ານີ້:

  1. ປະລິມານ (Volume) ໝາຍເຖິງ ຂໍ້ມູນນັ້ນ ຕ້ອງມີຂະໜາດໃຫຍ່ຫຼາຍ ມີປະລິມານທີ່ຫຼາຍ ເຊິ່ງມີຂໍ້ມູນທັງເປັນແບບ offline ຫຼື online
  2. ຂໍ້ມູນທີ່ມີຄວາມໄວ (Velocity) ໝາຍເຖິງຂໍ້ມູນຕ້ອງມີອັດຕາການເພີ່ມຂຶ້ນຢ່າງວ່ອງໄວ ແລະ ມີການປ່ຽນແປງຕະຫຼອດເວລາ ມີການສົ່ງຜ່ານຂໍ້ມູນຢ່າງຕໍ່ເນື່ອງໃນລັກສະນະ Streaming ເຊັ່ນ: ຂໍ້ມູນຈາກການຖ່າຍຮູບຈາກໂທລະສັບທີ່ຖືກອັບໂຫລດຂຶ້ນ, ຂໍ້ມູນການສົນທະນາ, ຂໍ້ມູນວີດີໂອ ລວມເຖິງຂໍ້ມູນໃນການສັ່ງຊື້ສິນຄ້າ ເວົ້າງ່າຍໆວ່າຄື ຂໍ້ມູນທີ່ີການເພີ່ມຂຶ້ນຕະຫຼອດເວລາແບບບໍ່ມີມື້ຢຸດ;
  3. ຄວາມຫຼາກຫຼາຍ (Variety) ໝາຍເຖິງຮູບແບບຂໍ້ມູນຕ້ອງມີຄວາມຫຼາກຫຼາຍອາດຈະເປັນຂໍ້ມູນທີ່ມີໂຄງສ້າງ ຫຼື ບໍ່ມີໂຄງສ້າງ ຫຼື ມີໂຄງສ້າງແດ່ບໍ່ມີແດ່ Big Data ແມ່ນມີຂໍ້ມູນທຸກຢ່າງໄດ້ແບບບໍ່ຈຳກັດ ບໍ່ແມ່ນມີພຽງແຕ່ຂໍ້ມູນ ຂໍ້ຄວາມ, ອີເມວ, ຮູບພາບ ເທົ່ານັ້ນ.
  4. Veracity ຂໍ້ມູນຍັງບໍ່ມີຄວາມຊັດເຈນ (Untrusted, uncleaned) ແລະ ຍັງບໍ່ສົມບູນແບບທີ່ຈະສາມາດນຳມາໃຊ້ໃນການປະກອບການພິຈາລະນາໄດ້ເລີຍ.

 ໂດຍຮູບແບບຂອງຂໍ້ມູນຂອງ Big Data ກໍສາມາດເປັນໄປໄດ້ຫຼາກຫຼາຍຕັ້ງແຕ່

– Behavioral data ຂໍ້ມູນພຶດຕິກຳການໃຊ້ງານຕ່າງໆເຊັ່ນ: Server Log, ພຶດຕິກຳການຄຼິກເຂົ້າຂໍ້ມູນ, ຂໍ້ມູນການໃຊ້ ATM ຂໍ້ມູນແບບນີ້ເປັນຕົ້ນ.

– Image & Sounds: ຮູບຖ່າຍ,​ ວີດີໂອ, ຮູບຈາກ Google Street view, ພາບຖ່າຍທາງການແພດ,​ ລາຍມື,​ຂໍ້ມູນສຽງທີ່ຖືກບັນທຶກໄວ້ເປັນຕົ້ນ.

– Languages: Text Messager,  ຂໍ້ຄວາມທີ່ຖືກ Tweet ເນື້ອຫາຕ່າງໆໃນເວັບໄຊເປັນຕົ້ນ.

– Records ຂໍ້ມູນທາງການແພດ, ຂໍ້ມູນຜົນສຳຫຼວດທີ່ມີຂະໜາດໃຫຍ່, ຂໍ້ມູນທາງພາສີ ເປັນຕົ້ນ.

– Sensors:  ຂໍ້ມູນອຸນຫະພູມ, accelerometer, ຂໍ້ມູນທາງພູມສາດ ເປັນຕົ້ນ.

ສະຫຼຸບງ່າຍໆ ຄື Big Data   ແມ່ນ ສິ່ງທີ່ເຮົາເລີ່ມໃຫ້ຄວາມສົນໃຈ ກັບປະໂຫຍດໃນການໃຊ້ຂໍ້ມູນຢ່າງແທ້ຈິງ ຈົນເຮັດໃຫ້ເກີດຄວາມເຂົ້າໃຈວ່າ ເຮົາຄວນຕ້ອງມີລະບົບໃນການບໍລິຫານຈັດການຂໍ້ມູນທີ່ດີ ແລະ ສາມາດຮອງຮັບການຂະຫຍາຍຕົວຂໍ້ມູນທີ່ຈະໄປເຖິງປະລິມານໃຫຍ່ໆ ຈົນສາມາດຈັດການຂໍ້ມູນໄດ້ເຖິງລະດັບ Real-Time ແລະ ຫຼຸດການໃຊ້ແຮງງານໃນການປະມວນຜົນຂໍ້ມູນ ສ້າງລາຍງານ ຫຼື ວິເຄາະຂໍ້ມູນ.

 

Comments