ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ຈາກບົດຄວາມທີ່ແລ້ວ”ຄູເຊັ່ງ”ໄດ້ແບ່ງປັນຄວາມຮູ້ກ່ຽວກັບຜູ້ປະກອບການທີ່ດີຄວນມີຈິດວິນຍານແຫ່ງຄວາມເປັນມະນຸດສູງ.

ຈິດວິນຍານຂອງຄວາມເປັນມະນຸດກໍໝາຍເຖິງ ໃນຖານະເຮົາທີ່ກໍາເນີດເກີດມາເປັນມະນຸດຄົນໜຶ່ງເຮົາຄວນເຮັດສິ່ງທີ່ຖືກຕ້ອງ ແລະ ເປັນທໍາແກ່ຕົນເອງ, ແກ່ຄອບຄົວ, ແກ່ພະນັກງານໃນອົງກອນ, ສັງຄົມ, ສິ່ງແວດລ້ອມ ແລະ ປະເທດຊາດ. ຍົກຕົວຢ່າງຖ້າຫາກວ່າເຮົາທໍາລາຍສິ່ງແວດລ້ອມດ້ວຍການຕັດຕົ້ນໄມ້ 100 ຕົ້ນ ເພື່ອຂະຫຍາຍຫົນທາງ. ເຮົາກໍຄວນປູກທົດແທນຄືນໃຫ້ຫຼາຍກວ່າ 100 ຕົ້ນ ນີ້ແມ່ນສິ່ງທີ່ຖືກຕ້ອງ ແລະສົມຄວນເຮັດໃນຖານະທີ່ເປັນມະນຸດ ເພາະຖ້າຫາກບໍ່ແມ່ນກໍລະນີຈໍາເປັນທີ່ສຸດ ແລ້ວການຕັດຕົ້ນໄມ້ 100 ຕົ້ນນັ້ນ ຖືເປັນສິ່ງທີ່ຜິດຕໍ່ທຳມະຊາດຢ່າງມະຫັນ. ຖ້າເຮົາເປັນພະນັກງານລັດ ຫຼື ພະນັກງານເອກະຊົນ ທີ່ເຮັດວຽກມື້ລະ 8 ຊົ່ວໂມງ. ເຮົາກໍຄວນເຮັດວຽກໃຫ້ຄົບຖ້ວນ 8 ຊົ່ວໂມງ ຫຼື ຫຼາຍກ່ວານັ້ນ ຈຶ່ງເປັນສິ່ງຖືກຕ້ອງ ແລະ ເປັນທໍາໃນຖານະທີ່ເປັນມະນຸດ, ຖ້າຫາກເຮົາລັກລອບເວລາ, ລັກອອກໄປເຮັດວຽກສ່ວນຕົວ ຫຼື ກັບບ້ານກ່ອນໂມງ ນີ້ແມ່ນການທໍາລາຍຈິດວິນຍານຂອງຄວາມເປັນມະນຸດຂອງຕົວທ່ານເອງ ເປັນການບໍ່ໃຫ້ກຽດ ແລະ ບໍ່ນັບຖືຕົນເອງ ຈຶ່ງເຮັດໃຫ້ແສງສະຫວ່າງແຫ່ງຈິດວິນຍານຂອງຄົນຜູ້ນັ້ນເສື່ອມໂຊມລົງໄປ. 

ມື້ນີ້”ຄູເຊັ່ງ”ຂໍເລົ່າຊີວະປະຫວັດ ແລະ ເວົ້າເຖິງຈຸດພິເສດໃນການບໍລິຫານທຸລະກິດ ຂອງບັນດາຜູ້ນໍາອົງກອນທີ່ໃຊ້ຈິດວິນຍານແຫ່ງຄວາມເປັນມະນຸດສູງ ເພື່ອໃຫ້ພວກເຮົາໄດ້ນໍາເອົາບົດຮຽນທີ່ສາມາດໃຊ້ໄດ້ຈິງ ໄປໝູນໃຊ້ເຂົ້າໃນການດໍາລົງຊີວິດ ແລະ ວຽກງານທຸລະກິດຂອງພວກທ່ານ.

 ບຸກຄົນທີ່ໜຶ່ງກໍຄື ທ່ານ ໂຄໂນະຊຶເກະ ມັດຊຶຊິຕະ (Konosuke MATSUSHITA) ຜູ້ສ້າງຄວາມມະຫັດສະຈັນທາງເສດຖະກິດຂອງຍີ່ປຸ່ນ, ຊ່ວຍກອບກູ້ເສດຖະກິດຂອງປະເທດຊາດຈາກສົງຄາມໂລກຄັ້ງທີ 2, ແລ້ວສ້າງເສດຖະກິດຂອງຍີ່ປຸ່ນໃຫ້ຂະຫຍາຍຕົວ, ຈະເລີນກ້າວໜ້າຈົນກາຍເປັນຍັກໃຫຍ່ດ້ານເສດຖະກິດເບີສອງຂອງໂລກໃນໄລຍະປີ 1970-1990. ເພິ່ນຖືກຂະໜານນາມວ່າເປັນເທບພະເຈົ້າແຫ່ງການບໍລິຫານເບີໜຶ່ງຂອງປະເທດຍີ່ປຸ່ນ, ເພິ່ນເປັນຜູ້ສ້າງຕັ້ງກຸ່ມບໍລິສັດພານາໂຊນິກ (PANASONIC) ທີ່ມີຍອດຂາຍສະຖິຕິໃນປີ 2019 ຫຼາຍກວ່າ 800.000 ລ້ານ ໂດລາໃນທົ່ວໂລກ, ມີກໍາໄລສຸດທິຫຼາຍກວ່າ 100.000 ລ້ານໂດລາ. ມີພະນັກງານທົ່ວໂລກ 270.000 ຄົນໃນ 100 ກວ່າປະເທດ.

ທ່ານ ໂຄໂນະຊຶເກະ ມັດຊຶຊິຕະ ເກີດເມື່ອວັນທີ 27/11/1894 ຢູ່ແຂວງວາກາຢາມ້າ (Wakayama Prefecture) ພາກກາງຂອງປະເທດຍີ່ປຸ່ນ. ເປັນລູກຜູ້ທີ 9 ຂອງພໍ່ທີ່ປະກອບອາຊີບເປັນເຈົ້າຂອງທີ່ດິນ ແລະ ເຈົ້າຂອງຟາມຂະໜາດນ້ອຍຢູ່ໝູ່ບ້ານວາຊາມຸຣະ ແຂວງວາກາຢາມ້າ. ແຕ່ທຸກຢ່າງກັບກັບພັງທະລາຍຍ້ອນເສດຖະກິດບໍ່ດີ ຈຶ່ງເຮັດໃຫ້ພໍ່ຂອງເພິ່ນລົ້ມລະລາຍ, ຕ້ອງຂາຍຊັບສິນທຸກຢ່າງອອກ. ເພິ່ນຈຶ່ງຕ້ອງອອກຈາກໂຮງຮຽນມາເຮັດວຽກຊ່ວຍພໍ່ ແລະ ສະໝັກເຮັດວຽກຮ້ານປັ້ນດິນເຜົາຕອນເພິ່ນອາຍຸ 9 ປີ. ປະສົບການເຮັດວຽກຂອງເພິ່ນເລີ່ມຕົ້ນຕອນອາຍຸ 9 ປີ ເມື່ອເພິ່ນອາຍຸ 16 ປີ ກໍໄດ້ເຂົ້າເຮັດວຽກຢູ່ບໍລິສັດໄຟຟ້າໂອຊາກາ ເດນໂຕະ (OOSAKA DENTOO) ເປັນເວລາ 7 ປີ ເຊິ່ງເພິ່ນເອງກໍມີຄວາມສົນໃຈເລື່ອງໄຟຟ້າຫຼາຍ. ປີ 1935 ເພິ່ນໄດ້ສ້າງຕັ້ງບໍລິສັດ PANASONIC ຂຶ້ນມາ ສະໄໝນັ້ນເອີ້ນວ່າບໍລິສັດມິດຊູຊິຕະ ເດນກິ (MATSUSHITA DENKI) ໃນຂະນະທີ່ເພິ່ນອາຍຸໄດ້ພຽງ 23 ປີ ໂດຍເລີ່ມຕົ້ນຈາກການປະດິດດອກໄຟປ້ອມທີ່ມີແສງຫວ່າງສີແດງ ແລະ ເລີ່ມຕົ້ນສົ່ງຂາຍໃນຂົງເຂດແຂວງໂອຊ່າກ້າ. ປີ 1946 ເພິ່ນໄດ້ສ້າງຕັ້ງບໍລິສັດເຝິກອົບຮົມພະນັກງານໃຫ້ເຮັດວຽກມີປະສິດທິພາບສູງມີຊື່ວ່າ ສະຖາບັນ PHP ທີ່ມີຫຼັກສູດເຝິກອົບຮົມລະດັບຜູ້ບໍລິຫານຈົນມາເຖິງລະດັບພະນັກງານເຂົ້າໃໝ່ຢ່າງຫຼາກຫຼາຍ.

ປັດຊະຍາພື້ນຖານໃນການບໍລິຫານຂອງເພິ່ນທີ່ຢຶດໝັ້ນມາໂດຍຕະຫຼອດຄື: “ບໍລິສັດເປັນສ່ວນໜຶ່ງຂອງສັງຄົມ, ເປັນສະຖາບັນຂອງສາທາລະນະຊົນ, ຊັບສິນທັງໝົດໃນການດໍາເນີນທຸລະກິດຂອງເຮົາເຊິ່ງປະກອບດ້ວຍຊັບສິນທາງວັດຖຸ, ຊັບສິນທາງປັນຍາ, ຊັບພະຍາກອນມະນຸດ ແລະ ຜະລິດຕະພັນລ້ວນແລ້ວແຕ່ມາຈາກສັງຄົມ, ເພາະສະນັ້ນ ເຮົາເຮັດທຸລະກິດກໍຕ້ອງແມ່ນປະໂຫຍດຂອງສັງຄົມມາກ່ອນ”.

ຄວາມຄິດເລື່ອງການເຮັດທຸລະກິດເພື່ອສັງຄົມຂອງທ່ານ ມັດຊຶຊິຕະຕັ້ງແຕ່ປີ 1932, ເມື່ອເພື່ອນສະນິດຄົນໜຶ່ງເຊີນເພິ່ນໄປຢ້ຽມຢາມວັດແຫ່ງໜຶ່ງຢູ່ແຂວງໂອຊ່າກ້າ, ເພິ່ນປະທັບໃຈໃນສະຖານທີ່ສັກສິດແຫ່ງນັ້ນທີ່ສວຍງາມເປັ່ງປະກາຍ, ເພິ່ນປະທັບໃຈຫຼາຍຂຶ້ນຕື່ມເມື່ອເພິ່ນຮູ້ວ່າ ຕຶກອາຄານວັດ, ຫໍພະພູມ, ຫ້ອງໄຫວ້ພະ, ຫ້ອງສະມຸດ ແລະ ໂຮງຮຽນໃນສະຖານທີ່ແຫ່ງນັ້ນ, ທີ່ຈິງແລ້ວສ້າງຂຶ້ນດ້ວຍກຸ່ມຜູ້ສັດທາໃຈບຸນນັ້ນເອງ, ທີ່ທຸກຄົນອອກເງິນກັນສ້າງ ແລະ ທຸກຄົນພ້ອມພຽງຮຽງໜ້າກັນເຮັດວຽກຢ່າງຈູບຈ້າວຫ້າວຫັນ, ດຸໝັ່ນຂະຫຍັນພຽນ ແລະ ເຕັມປ່ຽມໄປດ້ວຍພະລັງ.

ທ່ານ ມັດຊຶຊິຕະ ນັ່ງຄິດເຖິງຄວາມແຕກຕ່າງລະຫວ່າງທຸລະກິດ ແລະ ສາສະໜາ ແລ້ວເຫັນວ່າທຸລະກິດມີຂຶ້ນໆລົງໆ, ບາງເທື່ອກໍພົບກັບວິກິດ, ປະສົບພາວະຖອຍຫຼັງ ຫຼື ລົ້ມລະລາຍ. ແຕ່ສາສະໜາບໍ່ວ່າຈະເປັນຍຸກໃດໆກໍຈະເລີນຮຸ່ງເຮືອງຢ່າງຕໍ່ເນື່ອງ. ນັ້ນເພາະກິດຈະກໍາທາງສາສະໜາມຸ່ງເນັ້ນສ້າງຄວາມສຸກເພື່ອສັງຄົມ, ເຊິ່ງເປັນຄວາມສຸກທາງດ້ານຈິດວິນຍານ. ຂະນະທີ່ນັກທຸລະກິດສ່ວນໃຫຍ່ສົນໃຈແຕ່ເລື່ອງເງິນຄໍາ, ຄວາມຮັ່ງມີຄວາມລໍ້າລວຍ. ດັ່ງນັ້ນຕັ້ງແຕ່ເລີ່ມດໍາເນີນທຸລະກິດຈົນມາຮອດຜູ້ບໍລິຫານຍຸກປັດຈຸບັນ ຕ່າງພາກັນນັບຖືປັດຊະຍາຄວາມຄິດຂອງທ່ານມັດຊຶຊິຕະ ຄື ການເຮັດທຸລະກິດເພື່ອຮັບໃຊ້ສັງຄົມນັ້ນເອງ.

ປັດຊະຍາໃນການບໍລິຫານທຸລະກິດຂອງເພິ່ນກໍຄື: “ຈົ່ງປະຕິບັດຕໍ່ລູກຄ້າ ແລະ ຄູ່ຄ້າຂອງຕົນຄືດັ່ງອ້າຍນ້ອງຄີງໆທີ່ຮ່ວມຫຼັງຄາບ້ານຫຼັງດຽວກັນ” ເຮັດໃຫ້ໄດ້ຮັບຄໍາຍົກຍ້ອງຊື່ນຊົມຈາກປະທານາທິບໍດີສາຫະລັດອາເມລິກາ ທ່ານຈອສ ບູສ (George Bush) ໃນສະໄໝນັ້ນ, ວ່າທ່ານມາຊຶຊິຕະ ເປັນຜູ້ຈຸດປະກາຍຄວາມຫວັງໃຫ້ແກ່ຄົນທັງໂລກຜ່ານທາງໂທລະເລກສະແດງຄວາມເສຍໃຈຂອງຄອບຄົວໃນງານສົບເພິ່ນໃນປີ 1989.

ປັດຊະຍາໃນການສ້າງອົງກອນຂອງທ່ານມັດຊຶຊິຕະມີຢູ່ 5 ຢ່າງຄື:

1.)    ຂໍຄໍາປຶກສາລູກນ້ອງ.

ຫົວໜ້າບໍລິສັດ ຫຼື ຜູ້ນໍາອົງກອນບາງຄົນໃຊ້ສະຕິປັນຍາທີ່ລໍ້າເລີດໃນການສັ່ງງານກັບລູກນ້ອງຕົນເອງ. ແຕ່ສໍາລັບທ່ານມັດຊຶຊິຕະເພິ່ນບອກວ່າ: ເພິ່ນຮຽນຈົບພຽງແຕ່ ປ 4, ເພິ່ນບໍ່ໄດ້ຮຽນໜັງສືສູງ, ລວມທັງຄວາມສະຫຼາດກໍຍັງບໍ່ເທົ່າກັບຄົນອື່ນ, ດັ່ງນັ້ນເພິ່ນເລືອກທີ່ຈະຂໍຄໍາປຶກສາກັບລູກນ້ອງ, ເພາະເພິ່ນຖືວ່າລູກນ້ອງມີຄວາມສາມາດຫຼາຍກວ່າ. ເພິ່ນມັກເວົ້າກັບລູກນ້ອງເວລາທີ່ຕ້ອງການຈະເອີ້ນໃຊ້ວຽກວ່າ: “ຂ້ອຍບໍ່ສາມາດເຮັດວຽກນີ້ໄດ້, ແຕ່ຂ້ອຍເຊື່ອໝັ້ນວ່າເຈົ້າສາມາດເຮັດມັນໄດ້ດີ”, ລູກນ້ອງທຸກໆຄົນທີ່ຖືກມອບໝາຍງານຈະເຮັດຈົນສຸດຄວາມສາມາດໃຫ້ສໍາເລັດຢ່າງສະຫງ່າງາມ.

2.)    ຍ້ອງຍໍຊື່ນຊົມຫຼາຍກວ່າຕໍານິ.

ທ່ານມັດຊຶຊິຕະ ໄດ້ຄົ້ນພົບວ່າບໍລິສັດໃດທີ່ຍ້ອງຍໍຊື່ນຊົມລູກນ້ອງຢ່າງສະໝໍ່າສະເໝີ, ຈະສາມາດຂະຫຍາຍກິດຈະການ ແລະ ປະສົບຜົນສໍາເລັດໄດ້ຫຼາຍກວ່າ, ໃນທາງກົງກັນຂ້າມເມື່ອຫົວໜ້າຕໍານິຕໍ່ວ່າລູກນ້ອງເລື້ອຍໆ, ຈະມີແນວໂນ້ມເຮັດໃຫ້ບັນຍາກາດບໍລິສັດເຄັ່ງຕຶງ, ຂາດພະລັງ, ຜົນປະກອບການບໍ່ດີ ແລະ ບໍ່ຈະເລີນກ້າວໜ້າ.

3.)    ເບິ່ງຂໍ້ດີຫຼາຍກວ່າຂໍ້ເສຍ.

ທ່ານມັດຊຶຊິຕະບອກວ່າ: “ວິທີສອນ ແລະ ພັດທະນາພະນັກງານທີ່ດີທີ່ສຸດກໍຄືການເບິ່ງຂໍ້ດີ ແລະ ຈຸດແຂງຂອງພະນັກງານຫຼາຍກວ່າການຈັບຜິດ ແລະ ເບິ່ງຈຸດອ່ອນ”. ເພາະຖ້າເຮົາໃຊ້ເວລາໄປຊອກຫາແຕ່ຂໍ້ເສຍ ແລະ ຈຸດອ່ອນຂອງລູກນ້ອງ, ເຮົາຈະບໍ່ສາມາດມອບໝາຍວຽກງານໃຫ້ແກ່ລູກນ້ອງໄດ້ເລີຍ. ທີ່ຮ້າຍແຮງໄປກ່ວານັ້ນ, ການຂາດຄວາມເຊື່ອໃຈ ແລະ ບໍ່ໝັ້ນໃຈໃນຕົວພະນັກງານຈະເຮັດໃຫ້ພະນັກງານບໍ່ກ້າລົງມືຕັດສິນໃຈເຮັດວຽກໃຫຍ່ໄດ້ເລີຍ.

4.)    ໄວ້ໃຈແຕ່ບໍ່ແມ່ນປະປ່ອຍ.

ທ່ານມັດຊຶຊິຕະບອກວ່າ: ການມອບໝາຍວຽກງານໃຫ້ລູກນ້ອງນັ້ນ ຄວນຢູ່ເທິງພື້ນຖານຂອງຄວາມໄວ້ໃຈ, ຄືໃຫ້ລູກນ້ອງຮັບຜິດຊອບ, ເຮັດດ້ວຍຕົນເອງ ແລະ ຄວນສ້າງໂອກາດໃຫ້ລູກນ້ອງໄດ້ລອງຜິດລອງຖືກ. ນີິິ້ບໍ່ແມ່ນການປະຖິ້ມປະປ່ອຍແຕ່ແມ່ນການສ້າງລູກນ້ອງໃຫ້ເຕີບໃຫຍ່ທາງດ້ານຄວາມສາມາດ, ຄວາມຄິດ ແລະ ການກະທໍາ. ຫົວໜ້າຄວນສອບຖາມວຽກງານເປັນແຕ່ລະໄລຍະ, ບໍ່ຄວນເຂົ້າໄປຫຍຸ້ງກ່ຽວໂດຍກົງ.

5.)    ເປີດໂອກາດໃຫ້ພະນັກງານໄດ້ສະແດງຄວາມສາມາດ.

ທ່ານມັດຊຶຊິຕະ ເວົ້າກັບລູກນ້ອງສະເໝີວ່າ: “ຢ່າຄິດວ່າຂ້ອຍສ້າງບໍລິສັດນີ້ໄດ້ດ້ວຍຕົວຄົນດຽວ, ທຸກໆຄົນລ້ວນແລ້ວແຕ່ເປັນສ່ວນໜຶ່ງໃນການບໍລິຫານບໍລິສັດ, ພວກເຮົາຕ້ອງການຄວາມຄິດ, ທັກສະ ແລະ ຄວາມຮູ້ຂອງທຸກໆຄົນ”. ເພື່ອຈະລວມກັນເປັນພະລັງອັນມະຫາສານເກີດປັນຍາທີ່ຍິ່ງໃຫຍ່ໃນການສ້າງປະສິດທິພາບໃນການເຮັດວຽກ ແລະ ສ້າງຄວາມສໍາເລັດໃຫ້ບໍລິສັດ.

ບຸກຄົນທີສອງກໍຄື ທ່ານ ຄາຊຶໂອ ອິນາໂມຣິ (Kazuo INAMORI) ເກີດເມື່ອວັນທີ 30/01/1932 ຈົບການສຶກສາຈາກມະຫາວິທະຍາໄລ ຄາກໂກຊິມ້າ (Kagoshima University) ໃນສາຂາວິຊາເຄມີປະຍຸກ ໃນປີ 1955, ເພິ່ນເປັນຜູ້ສ້າງຕັ້ງບໍລິສັດກຽວເຊ່ຣ້າ (KYOCERA CORPORATION) ຜູ້ນໍາລະດັບໂລກໃນການຜະລິດເຕັກໂນໂລຊີເຊຣາມິກ (CERAMIC) ທີ່ເປັນຊິ້ນສ່ວນສໍາຄັນໃນເຄື່ອງໃຊ້ເອເລັກໂຕຣນິກນ້ອຍໃຫຍ່, ຜະລິດອຸປະກອນຊິ້ນສ່ວນທີ່ໃຊ້ຢູ່ຄອມພິວເຕີ, ມືຖື, ເຄື່ອງໃຊ້ໄຟຟ້າຫຼາຍໆຊະນິດ, ຜະລິດເຊມິຄອນດັກເຕີ້ (Semiconductor), ຜະລິດຈັກພິມເອກະສານ (Printer), ຜະລິດແຜງໄຟຟ້າໂຊລ້າເຊວ (Solar Cell) ແລະ ສິນຄ້ານະວັດຕະກໍາອື່ນໆອີກຫຼາກຫຼາຍ. ເພິ່ນສ້າງຕັ້ງບໍລິສັດກຽວເຊ່ຣ້າໃນວັນທີ 1 ເດືອນ 4 ປີ 1959, ຢູ່ແຂວງກຽວໂຕຈາກບໍລິສັດນ້ອຍໆທີ່ເລີ່ມຕົ້ນພຽງແຕ່ 7 ຄົນ. ປັດຈຸບັນບໍລິສັດກຽວເຊ່ຣ້າໄດ້ເຂົ້າຕະຫຼາດຫຼັກຊັບໂຕກຽວ ກາຍເປັນບໍລິສັດຍັກໃຫຍ່ລະດັບໂລກທີ່ມີຍອດຂາຍຫຼາຍກວ່າ 100.000 ລ້ານໂດລາ. ມີກໍາໄລສຸດທິຫຼາຍກວ່າ 1.000 ລ້ານໂດລາ. ມີພະນັກງານຫຼາຍກວ່າ 75.000 ຄົນ ໃນຫຼາຍໆປະເທດທົ່ວໂລກ.

     ເພິ່ນຍັງເປັນຜູ້ສ້າງຕັ້ງບໍລິສັດເຄດີດີໄອ (KDDI Corporation) ບໍລິສັດໂທລະຄົມມະນາຄົມຍັກໃຫຍ່ຂອງຍີ່ປຸ່ນ ໃນປີ 2001. ປັດຈຸບັນບໍລິສັດ KDDI ມີຍອດຂາຍຫຼາຍກວ່າ 500.000 ລ້ານໂດລາ. ມີກໍາໄລສຸດທິຫຼາຍກວ່າ 6.000 ລ້ານໂດລາ. ມີພະນັກງານຫຼາຍກວ່າ 41.000 ຄົນ.

ທ່ານຄາຊຶໂອ ອິນາໂມຣິ  (Kazuo INAMORI) ເພິ່ນມີຊື່ສຽງໂດ່ງດັງໃນການສ້າງຕໍານານ ເຂົ້າໄປກອບກູ້ບໍລິສັດສາຍການບິນລັດຖະບານຍີ່ປຸ່ນ (JAPAN AIRLINE) ທີ່ຕິດໜີ້ຕິດສິນປະມານ 25.000 ລ້ານໂດລາ, ໄດ້ຖອນຕົວອອກຈາກຕະຫຼາດຫຼັກຊັບ ແລະ ກຽມຕົວຈະລົ້ມລະລາຍ ໃຫ້ກັບຄືນມາມີຜົນປະກອບການທີ່ຕິດບວກໄດ້ໂດຍໃຊ້ເວລາບໍລິຫານພຽງແຕ່ 3 ປີເທົ່ານັ້ນ.

ຫຼັກການບໍລິຫານຂອງທ່ານ ຄາຊຶໂອ ອິນາໂມຣິ ເຊິ່ງເປັນບຸກຄົນຕົ້ນແບບຂອງ”ຄູເຊັ່ງ”ໃນການເອົາເພິ່ນເປັນແບບຢ່າງໃນຫຼັກການບໍລິຫານທຸລະກິດຂອງເພິ່ນ ມີຢູ່ 6 ຫຼັກການໃຫຍ່ຄື:

1.    ເຮັດວຽກ ແລະ ຮຽນຮູ້ໃຫ້ໜັກກ່ວາຜູ້ອື່ນດ້ວຍຈິດໃຈທີ່ແຮງກ້າ.

ບໍ່ຕ້ອງຈົ່ມ, ບໍ່ຕ້ອງຕໍານິສິ່ງທີ່ເປັນອຸປະສັກ ແລະ ຄວາມທຸກໆຕ່າງໆ, ເພາະວ່າຖ້າເຮົາມີເວລາຈົ່ມເວົ້າຕໍານິສິ່ງນັ້ນ, ສະແດງວ່າເຮົາຍັງມີເວລາມາພັດທະນາຕົນເອງໄດ້ຕື່ມອີກເຊັ່ນກັນ. ຈົ່ງຊອກຫາຈຸດແຂງ, ພອນສະຫວັນ ແລະ ພອນສະແຫວງຂອງຕົນເອງ, ແລ້ວທຸ່ມເທເວລາໃນການເຝິກຝົນກັບມັນຢ່າງເຕັມທີ່. ເຮົາສາມາດເຮັດໃຫ້ຄວາມປາດຖະໜາໃນຊີວິດທຸກປະການເປັນຄວາມຈິງໄດ້ ໂດຍຜ່ານທາງຄວາມຄິດ, ຫາກເຮົາຈົດຈໍ່ກັບສິ່ງທີ່ຕ້ອງການ, ມີພາບໃນຫົວຢ່າງຊັດເຈນ ແລະ ມີຄວາມຕ້ອງການຢ່າງແຮງກ້າຈົນຝັງເຂົ້າໄປໃນຈິດໃຕ້ສໍານຶກ, ພ້ອມກັບລົງມືປະຕິບັດຕົວຈິງໃຫ້ໄປໃນທິດທາງດຽວກັນ, ສິ່ງນັ້ນຈະກາຍເປັນຈິງແນ່ນອນ, ທ່ານຈະໄດ້ສິ່ງທີ່ທ່ານຂໍ, ນັ້ນຄືກົດເກນແຫ່ງຊີວິດ.

2.    ຍິ່ງສູງເທົ່າໃດຍິ່ງຕ້ອງຖ່ອມຕົວ.

ການນອບນ້ອມຖ່ອມຕົວກໍເໝືອນດັ່ງຮວງເຂົ້າທີ່ສາມາດໂອນເອ່ນໄປມາຕາມການພັດຂອງພະຍຸລົມແຮງ, ກົງກັນຂ້າມກັບຕົ້ນໄມ້ທີ່ແຂງ ແລະໃຫຍ່ ທີ່ຕ້ານກັບສາຍລົມແຮງ ຄິດວ່າຕົນເອງເກັ່ງທີ່ສຸດ, ແຕ່ຄວາມເກັ່ງນັ້ນປຽບເໝືອນດັ່ງຄວາມອວດອົ່ງທະນົງຕົວ ທີ່ພະຍຸສາມາດກືນກິນຕົ້ນໄມ້ໃຫຍ່ໃຫ້ລົ້ມລົງມາໄດ້ໃນທີ່ສຸດ. ຍິ່ງນອບນ້ອມຖ່ອມຕົວຫຼາຍເທົ່າໃດ, ມະຫາຊົນ ແລະ ຄົນອ້ອມຂ້າງຍິ່ງໃຫ້ຄວາມຮັກ, ຄວາມອຸ້ມຊູ ແລະ ການສະໜັບສະໜູນຫຼາຍເທົ່ານັ້ນ.

3.    ທົບທວນສິ່ງທີ່ຖືກຕ້ອງ ແລະ ເປັນທໍາ.

ປະເມີນຄວາມຄິດ, ການກະທໍາ ແລະ ຜົນໄດ້ຮັບຂອງຕົນເອງຢູ່ສະເໝີວ່າ ສິ່ງທີ່ຕົນເອງຄິດ ແລະ ຕົນເອງປະຕິບັດຢູ່ນີ້ມັນມີຄວາມຖືກຕ້ອງ ແລະ ເປັນທໍາຕໍ່ທຸກໆຝ່າຍແລ້ວຫຼືບໍ່? ມັນເຮັດໃຫ້ທຸກໆຝ່າຍ, ທຸກໆຄົນມີຄວາມສຸກ ແລະ ຄວາມເພິ່ງພໍໃຈບໍ່? ຖ້າຄໍາຕອບເປັນບໍ່, ເຮົາຍິ່ງຕ້ອງປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນກວ່າມື້ວານ.

4.    ພູມໃຈທີ່ຍັງມີລົມຫາຍໃຈຢູ່.

ຈົ່ງເຊື່ອໝັ້ນຢ່າງແຮງກ້າວ່າເຮົາເປັນຄົນທີ່ໂຊກດີທີ່ສຸດທີ່ຍັງມີລົມຫາຍໃຈຢູ່ ແລະ ເຝິກຝົນຕົນເອງໃຫ້ຮູ້ຈັກພູມໃຈ ແລະ ຮູ້ບຸນຄຸນກະຕັນຍູ ຕໍ່ສິ່ງນ້ອຍໆທີ່ຢູ່ອ້ອມຂ້າງເຮົາ. ການປະເຊີນກັບໂຊກຊະຕາບໍ່ວ່າຈະດີ ຫຼື ຮ້າຍ, ກໍລ້ວນແຕ່ເປັນການເຝິກຝົນຈິດວິນຍານແຫ່ງຄວາມເປັນມະນຸດ.

5.    ເຕີມເຕັມທຸກໆມື້ດ້ວຍການເຮັດຄວາມດີ ແລະ ຊ່ວຍເຫຼືອຜູ້ອື່ນ.

ການມີນໍ້າໃຈເສຍສະຫຼະ ແລະ ບໍ່ຢືດຕິກັບຊັບສົມບັດນອກກາຍ. ບໍ່ເຫັນແກ່ຕົວ, ບໍ່ໂລບ, ບໍ່ເອົາຕົນເອງເປັນທີ່ຕັ້ງ, ແລ້ວປ່ຽນແປງຄວາມຄິດ ແລະ ການກະທໍາດ້ວຍການເຮັດຄວາມດີ ຊ່ວຍເຫຼືອຜູ້ອື່ນຢ່າງໜ້ອຍມື້ລະໜຶ່ງຢ່າງຂຶ້ນໄປ ຍິ່ງທ່ານຊ່ວຍໃຫ້ຜູ້ອື່ນປະສົບຜົນສໍາເລັດຫຼາຍເທົ່າໃດ, ຕົນເອງກໍຍິ່ງປະສົບຜົນສໍາເລັດຫຼາຍເທົ່ານັ້ນ. “ຄູເຊັ່ງ”ເຊື່ອໝັ້ນໃນຄໍາເວົ້າທີ່ວ່າ: “ຍິ່ງໃຫ້ຍິ່ງໄດ້, ຍິ່ງໃຫ້ຍິ່ງປະສົບຜົນສໍາເລັດ, ຍິ່ງໃຫ້ຍິ່ງໄດ້, ຍິ່ງໃຫ້ຍິ່ງມີຄວາມສຸກ, ຍິ່ງໃຫ້ຍິ່ງໄດ້, ຍິ່ງໃຫ້ຍິ່ງມັ່ງຄັ່ງຮັ່ງມີ, ຍິ່ງໃຫ້ຍິ່ງໄດ້, ຍິ່ງໃຫ້ຍິ່ງຊີວິດຈະເລີນກ້າວໜ້າ, ຍິ່ງໃຫ້ຍິ່ງໄດ້, ຍິ່ງໃຫ້ຍິ່ງມະຫາສານ”.

6.    ສ້າງຈິດໃຈໃຫ້ສະຫງົບສຸກ.

ຈິດໃຈທີ່ສະຫງົບສຸກຄືຈິດໃຈທີ່ຂາວສະອາດ, ໃສບໍລິສຸດ, ບໍ່ມີຄວາມຄິດຢ້ານລື່ນ, ອິດສາ ບຽດບຽນ ຫຼື ອາຄາດຜູ້ອື່ນ, ເປັນຈິດໃຈຊື່ສັດ, ເປັນຈິດໃຈແຫ່ງຄວາມດີງາມ, ບໍ່ຕໍານິ, ບໍ່ເວົ້ານິນທານຫຼັບຫຼັງ, ບໍ່ຄິດລົບ, ບໍ່ຕໍ່ຕ້ານ, ເປັນຈິດໃຈແຫ່ງຄວາມເປັນມິດ ແລະ ໃຫ້ກໍາລັງໃຈ, ຈຸດປະກາຍຄວາມຫວັງໃຫ້ຄົນທີ່ຢູ່ອ້ອມຂ້າງ.

ນີິີ້ຄືຕົວຢ່າງຂອງບຸກຄົນທີ່ມີຈິດວິນຍານແຫ່ງຄວາມເປັນມະນຸດສູງ ທີ່ພວກເຮົາຄວນເອົາເປັນແບບຢ່າງ ເພື່ອເຝິກຝົນຈິດວິນຍານຂອງຕົນເອງໃຫ້ກາຍເປັນຜູ້ປະກອບການ, ນັກທຸລະກິດ ແລະ ເປັນຜູ້ນໍາທີ່ມີຄວາມຖືກຕ້ອງ, ມີຄວາມເປັນທໍາ, ເຮັດເພື່ອຄວາມສຸກຂອງພະນັກງານໃນອົງກອນ ແລະ ເຮັດເພື່ອການພັດທະນາສັງຄົມຢ່າງແທ້ຈິງ.

Japanese secrets

for building businesses for more than 100 years

In the previous article, “Teacher Zeng” shared knowledge regarding good entrepreneurs with a supreme human spirit.

What does human spirit mean? As a human being, we must always engage in the right activities that are legitimate to ourselves, our family, employees, society, environment and country. For example, if we damage the environment by cutting down 100 trees just to build road, we must replace the trees we removed. This is the right thing that should be done for a human being. Without the most justified reason, cutting down 100 trees is a severe crime. If we are public or private employees responsible for working 8 hours a day, the right thing to do as a human being here is to work 8 hours fully or beyond. If we cheat our own working hours by making use of the time for personal matters or going home early, this action is considered the destruction of our own human spirit by not honoring and respecting ourselves. Eventually, our bright human spirit will only fade away.

Today, “Teacher Zeng” would like to share backgrounds and characteristics of business leaders who possess a supreme human spirit. We can then learn from them by improvising their experience into our life and business improvement.

Firstly, let us talk about Mr. MATSUSHITA Konosuke, a person who has been creating so many economic wonders for Japan. He is also the one who helped recovering the Japanese economy from the World War 2 as well as building Japan as the second largest economy in the world during 1970-1990. The god of Japan’s business administration was bestowed upon this person, who founded PANASONIC which made more than 800,000 million US dollar of sales volume, over 100,000 million US dollar of net profit, worldwide in 2019. The company is hiring 270,000 employees in over 100 countries.

Mr. MATSUSHITA Konosuke was born on November 27, 1984 in Wakayama Prefecture, the central part of Japan. He is the 9th child of a father who was a landlord and run a small farm in Wakamura Village, Wakayama Prefecture. After that things turned upside down due to the economic depression forcing his father to go bankrupt and sell all assets. He had to leave school in order to help his father by working in a pottery shop when he was only 9 years old. His professional experience started from that age. When he reached 16, he moved to OOSAKA DENTOO, an electricity company. He had been there for 7 years where he developed his interest more in electricity. In 1935, he decided to establish MATSUSHITA DENKI, a precursor of today’s PANASONIC, when he was only 23 years of age. He began from inventing incandescent light bulbs with red glow and sold them in OSAKA Prefecture. In 1946, he founded the PHP Institute to help improving effectiveness for staff with a variety of programs ranging from training new comers all the way to executives to effectively manage their business.

The basic business philosophy that he has always been adhering to is “company is part of society as a public institute. While business serves as our own administrative assets which comprise material and intellectual property, human resources, and products, they were made possible due to social support. Therefore, business must focus on social benefits before its own gains.”

Why Mr. MATSUSHITA wanted to do business? It all started in 1932 when he visited his friend in a temple in OSAKA. He was impressed by the sacred place as it was beautifully built. He was further impressed to learn that all buildings of the temple were built out of donations from kind-hearted community who had been working actively, diligently and energetically.

Mr. MATSUSHITA then tried hard to differentiate business and religion. He found that business would always encounter ups and downs in terms of crisis, depression or bankruptcy. On the contrary, religion will continue to prosper no matter when. The reason is that religion concentrates primarily on making people in society happy psychologically. In the meantime, business focuses mainly on money and wealth. As a result, Mr. MATSUSHITA has been doing business based purely on his philosophy with an aim of serving society since the establishment of his firm.

His business philosophy tells him to “treat customers and trading partners as his own siblings.” In his funeral back in 1989, President George Bush at that time sent a message of condolences praising him highly for sparking hopes for the global community.

Mr. MATSUSHITA’s philosophy is divided into 5 elements as following:

  1. Consult with your subordinates.

Some head of company or organization uses their intelligence in ordering their subordinates. Mr. MATSUSHITA said that he finished only the primary grade 4. He did not receive higher education and was not smarter than others. Thus, he decided to consult with his subordinates who were more knowledgeable and skillful. He always said to his employees that “I could not do this work better than you.” With this, his subordinates would work hard and eventually succeed.

  • Compliment more than criticize.

Mr. MATSUSHITA figured out that a company that consistently compliments their employees tend to growth and succeed more than others. On the opposite, if there is always criticism, the company will be full of tension and lack energy in driving revenue growth and overall advancement.

  • Focus more on strengths than weaknesses.

Mr. MATSUSHITA said that “the best way to teach and develop his staff members is to concentrate more on strengths than weaknesses.” If we spend most of our time try to spot weaknesses, we will be unable to assign tasks to our subordinates. In the worst case scenario, we will lose trust in our staff members, while making them lose confidence in making crucial decisions.

  • Trust, but not ignore.

Mr. MATSUSHITA explained that work assignment should be done on the basis of trust. Subordinates must be given chances to try on their own in order to learn more about responsibility and self-dependence. This should not be interpreted as ignorance, but more as an opportunity for employees to progress with skills, ideas and actions. Bosses can check on work progress periodically, but not to interfere directly.

  • Give chances for employees to demonstrate their worth.

Mr. MATSUSHITA often said to his staff that “do not think that this company was built by me alone, everyone is involved. We need ideas, skills and knowledge from everybody.” We need everything from everyone unifying as the great power and wisdom in driving work effectiveness and business success.

The second person is Mr. INAMORI Kazuo born on January 30, 1932 and graduated from the Kagoshima University with a degree in modern chemistry in 1995. He founded KYOCERA CORPORATION, the leading company in ceramic technology producing ceramic materials for electronic devices, computers, mobile phones and electric appliances. The firm also manufactures semiconductors, printers, solar cells and a number of innovative products. He established KYOCERA on April 1, 1959 in Kyoto. It started from a small firm with only 7 employees. Currently, KYOCERA is now listed in the stock market of Kyoto as one of the biggest business with more than 100,000 million US dollar of revenue, over 1,000 million US dollar of net profit and more than 75,000 staff members worldwide.

He also founded KDDI Corporation, one of major telecommunication businesses in Japan, in 2001. Nowadays, KDDI is enjoying more than 500,000 million US dollar of sales volume, over 6,000 million US dollar of net profit and more than 41,000 employees.

Mr. INAMORI Kazuo is famous for his legendary decision of helping the Japanese Government in addressing the 25,000-million-dollar debt of JAPAN AIRLINES, who was, at that time, withdrawing themselves from a security exchange and going bankrupt. He managed to recover the company’s positive turnover within 3 years.

“Teacher Zeng” regard Mr. INAMORI Kazuo as a role model who is well-known for his 6 major administrative principles, namely:

  1. Work and learn harder with strong dedication.

Do not complain and blame all obstacles and miseries in life. If we have time to complain, it means that we have time to develop ourselves. Try to seek for our strengths and talents, while working hard to improve ourselves fully. We will be able to turn all desires into reality only if we concentrate on it, picture it clearly in our head and be dedicated enough to begin practicing it. Such thing will finally be realized and this is the nature of life.

  • The higher you are, the more humble you should be.

Being humble is like being a rice ear which sways according to wind directions. On the contrary, if we act like a big tree standing strong thinking that we are good enough to withstand a wind blow, we will eventually be blown away with our arrogance. The more humble we are, the more love, encouragement and support we will get from people around us.

  • Evaluate the righteousness of one’s own action.

We should always evaluate our own thoughts, actions and outcomes in order to find out if what we are doing is right and fair for other people or not. Does it make everyone happy and satisfied? If the answer is no, we have to make it better than yesterday.

  • Appreciate our breath.

Please appreciate the fact that we are still breathing, including every small thing that happened around us. To face with good or bad destiny is a test of how strong our human spirit can be.

  • Fill our everyday with good deeds done for other people.

The more we help other people succeed without a focus on wealth, selfishness, greed and self-centered attitude, the more successful we will be. “Teacher Zeng” believe that “the more we give, the more we will get. The more we give, the more successful we will be. The more we give, the happier we will be. The more we give, the wealthier we will be. The more we give, the prosperous we will be.”

  • Build a peace of mind.

Peace of mind refers to a clean and pure mind without the feeling of jealousy, exploitation or malice upon others. Peace of mind is full of honesty and goodness without skepticism and negative thought. Such mind shares friendliness, encouragement and inspiration for people around.

These are some examples of individuals with a supreme human spirit. We should look up to them in order to become a business leader with righteousness and ethics who can truly make staff members happy and society prosperous.

Comments