ມາເລເຊຍ – ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນຮ່ວມກັນ 53 ປີ.

ຂຶ້ນປົກເດືອນຕຸລາ ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂມດ ໄອນີ ອາຕັນ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຕະຫຼອດໄລຍະ 53 ປີທີ່ຜ່ານມາພ້ອມທັງວິໄສທັດໃນການຮ່ວມມືໃນອະນາຄົດ ແລະ ຄາດໝາຍເພື່ອດຶງດູດນັກທ່ອງທ່ຽວຈາກ ສປປ ລາວ ໃນປີ 2020.

  • ສາຍພົວພັນທາງການທູດ ລະຫວ່າງລັດຖະບານລາວ ແລະ ລັດຖະບານມາເລເຊຍ ໄດ້ຮັບການປັບປຸງຄືແນວໃດ? ທີ່ຜ່ານມາ, ມີຈັກໂຄງການທີ່ ມາເລເຊຍ ໃຫ້ການສະໜັບສະໜຸນຢູ່ໃນ ລາວ?

ມາເລເຊຍ ແລະ ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນຮ່ວມກັນນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 1 ກໍລະກົດ 1966. ຍ້ອນວ່າທັງສອງເປັນປະເທດສະມາຊິກອາຊຽນຄືກັນ, ສາຍພົວພັນສອງຝ່າຍຂອງພວກເຮົາ ຈຶ່ງສືບຕໍ່ໄດ້ຮັບການຍົກລະດັບ ໂດຍຜ່ານການແລກປ່ຽນຢ້ຽມຢາມ ແລະ ພົບປະກັນລະຫວ່າງການນຳຂັ້ນສູງ, ລວມທັງການຮ່ວມມືກັນໃນຫຼາຍຂົງເຂດ, ເຊັ່ນວ່າດ້ານການຄ້າ, ການລົງທຶນ, ພະລັງງານ, ການທ່ອງທ່ຽວ,ການສຶກສາ ແລະ ການສ້າງຂີດຄວາມສາມາດ.

ດ້ານການແລກປ່ຽນຢ້ຽມຢາມລະຫວ່າງການນຳຂັ້ນສູງ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ກໍໄດ້ໄປຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການໃນວັນທີ 9-10 ພຶດສະພາ 2017. ໜຶ່ງໃນວຽກງານທີ່ພົ້ນເດັ່ນຂອງການຢ້ຽມຢາມນີ້ແມ່ນການເຂົ້າຮ່ວມກອງປະຊຸມທຸລະກິດ ມາເລເຊຍ-ສປປ ລາວ ທີ່ຖືຶກຈັດຂຶ້ນໃນວັນທີ 9 ພຶດສະພາ 2017 ແລະ ການລົງນາມໃນບົດບັນທຶກ
ຄວາມເຂົ້າໃຈໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີໃນວັນທີ 9 ພຶດສະພາ 2017.

ມາເລເຊຍ ຍັງໄດ້ມີໂອກາດຕ້ອນຮັບພະນະທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໄດ້ໄປເຄື່ອນໄຫວວຽກຢູ່ ມາເລເຊຍໃນເດືອນມີນາ 2019. ໃນລະຫວ່າງການຢ້ຽມຢາມ, ໄດ້ມີການລົງນາມໃນຂໍ້ຕົກລົງຄວາມຮ່ວມມືດ້ານວຽກງານປ້ອງກັນປະເທດລະຫວ່າງ ມາເລຍເຊຍ ແລະ ລາວ. ພາຍໃຕ້ຂໍ້ຕົກລົງສະບັບນີ້, ມາເລເຊຍ ແລະ ລາວ ຈະສາມາດແລກປ່ຽນຄວາມຮູ້ ແລະ ການເຝິກອົບຮົມດ້ານການທະຫານລະຫວ່າງສອງປະເທດ.

ໃນວັນທີ 17 ກໍລະກົດ 2017 ແລະ ວັນທີ 9 ເມສາ2018, Invest Selangor Berhad, ໜ່ວຍງານດ້ານການລົງທຶນຂອງລັດຖະບານລັດ Selangor ຂອງ ມາເລເຊຍ, ແລະ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ (LNCCI) ໄດ້ຮ່ວມກັນຈັດຕັ້ງກອງປະຊຸມປຶກສາຫາລືສະເພາະເພື່ອສົ່ງເສີມກອງປະຊຸມສຸດຍອດທຸລະກິດສາກົນ Selangor 2017 ແລະ 2018. ບັນດາກອງປະຊຸມປຶກສາຫາລືສະເພາະທີ່ຖືກຈັດຂຶ້ນໃນ ສປປ ລາວ ສາມາດສ້າງຄວາມຕື່ນໂຕໃຫ້ແກ່ບັນດາບໍລິສັດຂອງ ລາວ ໃນການເຂົ້າ
ຮ່ວມກອງປະຊຸມສຸດຍອດດັ່ງກ່າວເພື່ອຊ່ວຍສົ່ງເສີມ ແລະ ຂາຍຜະລິດຕະພັນຂອງ ລາວ ໃນ Selangor. ກາເຟສີໜຸກ, ຜູ້ຜະລິດກາເຟຊື່ດັ່ງຂອງ ສປປ ລາວ, ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໃນປີ 2018 ເພື່ອສົ່ງເສີມການສົ່ງອອກຜະລິດຕະພັນກາເຟໄປ Selangor.

ດ້ານຝ່າຍ ມາເລເຊຍ, ພະນະທ່ານ Datuk LiewVui Keong, ລັດຖະມົນຕີ ປະຈຳສໍານັກງານນາຍົກລັດຖະມົນຕີ (ຮັບຜິດຊອບວຽກງານກົດໝາຍ ແລະ ສະພາ) ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 11-14 ຕຸລາ 2018 ໃນລະຫວ່າງທີ່ກອງປະຊຸມລັດຖະມົນຕີດ້ານວຽກງານກົດໝາຍອາຊຽນຖືກຈັດຂຶ້ນ. ທ່ານແມ່ນລັດຖະມົນຕີຜູ້ທຳອິດທີ່ເດີນທາງມາ ສປປ ລາວ ນັບຕັ້ງແຕ່ມີການສ້າງຕັ້ງລັດຖະບານມາເລເຊຍຊຸດໃໝ່. ພວກເຮົາຄາດຫວັງວ່າຈະມີການແລກປ່ຽນຢ້ຽມຢາມລະຫວ່າງການນຳຂັ້ນສູງເພີ່ມຂຶ້ນອີກໃນຊ່ວງທ້າຍປີ, ເຊັ່ນວ່າການເຂົ້າຮ່ວມກອງປະຊຸມອາຊຽນຕ່າງໆຂອງບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີທີ່ ສປປ ລາວ.ເມື່ອບໍ່ດົນມານີ້, ໃນຖານະຂອງປະທານຮ່ວມ, ມາເລເຊຍ ແລະ ສປປ ລາວໄດ້ຮ່ວມກັນຈັດຕັ້ງກອງປະຊຸມກຸ່ມວຽກງານວ່າດ້ວຍທາງລົດໄຟເຊື່ອມຕໍ່ ສິງກະໂປ-ກຸນໝິງ, ເຊິ່ງມີຜູ້ແທນຈາກທຸກປະເທດສະມາຊິກອາຊຽນ, ຍົກເວັ້ນຟິລິບປິນ, ເຂົ້າຮ່ວມ.

ດ້ານການສ້າງຂີດຄວາມສາມາດ, ມາເລເຊຍ ໄດ້ສ້າງຕັ້ງໂຄງການຮ່ວມມືດ້ານວິຊາການ ມາເລເຊຍ – MTCP ຂຶ້ນ. ນັບຕັ້ງແຕ່ປີ 1986 ເປັນຕົ້ນມາ, ໄດ້ມີພະນັກງານຈຳນວນ 1.543 ຄົນເຂົ້າຮ່ວມໃນຫຼາຍໆໂຄງການ ແລະ ຫຼັກສູດຢູ່ ມາເລເຊຍ. ສຳລັບປີນີ້, ມາຮອດເດືອນສິງຫາ 2019, ໄດ້ມີພະນັກງານລາວຈຳນວນ 35 ຄົນເຂົ້າຮ່ວມຫຼາຍຫຼັກສູດໄລຍະສັ້ນພາຍໃຕ້ MTCP.

ນອກຈາກການສ້າງຂີດຄວາມສາມາດແລ້ວ, ພວກເຮົາຍັງມີໂຄງການອາສາສະໝັກນັກຮຽນ, ເຊັ່ນວ່າ: ໂຄງການ Yayasan Sukarelawan Siswa ຫຼື ມູນນິທິອາສາສະໝັກນັກຮຽນພາຍໃຕ້ກະຊວງສຶກສາທິການແຫ່ງ ມາເລເຊຍ ແລະ MyCorps ພາຍໃຕ້ກະຊວງຊາວໜຸ່ມ ແລະ ກິລາ ແຫ່ງ ມາເລເຊຍ.

ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ມີໂອກາດຕິດຕາມປະທານໂຄງການ YSS, ທ່ານ Tan Sri Lee Lam Thye, ໄປເຂົ້າຮ່ວມພິທີເປີດໂຄງການອາສາສະໝັກນັກຮຽນຮ່ວມຄັ້ງທີ 7 ໂດຍ ມູນນິທິອາສາສະໝັກນັກຮຽນ (YSS) ໃນວັນທີ 13 ກັນຍາ 2019. ອາສາສະໝັກນັກຮຽນມາເລເຊຍຈຳນວນ 70 ຄົນຈາກຫຼາກຫຼາຍສະຖາບັນຊັ້ນສູງຂອງ ມາເລເຊຍ ຮ່ວມກັບອາສາສະໝັກນັກຮຽນລາວຈຳນວນ 50 ຄົນຈາກວິທະຍາໄລສ້າງຄູບ້ານເກິນ, ສປປ ລາວ, ຖືກມອບໝາຍໃຫ້ໄປເຄື່ອນໄຫວວຽກເປັນເວລາສອງ
ອາທິດໃນຊຸມຊົນທ້ອງຖິ່ນທີ່ຖືກຄັດເລືອກ 5 ບ່ອນຢູ່ເມືອງໂພນໂຮງ ແລະ ເມືອງວຽງຄໍາ, ແຂວງວຽງຈັນ. ນີ້ແມ່ນໂຄງການ YSS ຄັ້ງທີ 7 ທີ່ຖືກຈັດຂຶ້ນໃນ ສປປ ລາວ ນັບຕັ້ງແຕ່ປີ 2013, ແລະ ເປັນໂຄງການຄັ້ງທີ 5 ນັບຕັ້ງແຕ່ການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ YSS ຂອງ ມາເລເຊຍ, ແລະ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໃນປີ 2015.

ສຳລັບປີນີ້, ທະນາຄານ Public ໄດ້ປະກອບສ່ວນຊ່ວຍເປັນເຄືີ່ອງຄອມພິວເຕີ 15 ໜ່ວຍ, ແລະ ສະມາຊິກຂອງ ສະພາທຸລະກິດມາເລເຊຍໃນ ລາວ (MBCL) ກໍໄດ້ຮ່ວມກັນປະກອບສ່ວນຊ່ວຍເປັນ“ຮາດດີສ” ໃໝ່ 15 ອັນ, ເຄື່ອງພິມ 2 ເຄື່ອງ ແລະ ເງິນຈຳນວນ 3,610 ໂດລາເພື່ອໃຊ້ເຂົ້າໃນການກໍ່ສ້າງເດີມບານສົ່ງ ແລະ ຫ້ອງນ້ຳ. ດ້ານໂຄງການ Mycorps, ສະຖານທູດໄດ້ປະສານງານໃຫ້ພວກເຂົາເຮັດວຽກຮ່ວມກັນກັບສູນກາງຊາວໜຸ່ມ (LYU) ໃນບັນດາໂຄງການທີ່ກ່ຽວຂ້ອງກັບໄວໜຸ່ມ. ໃນປີນີ້,
ອາສາສະໝັກ MyCorps ຈຳນວນ 10 ຄົນຖືກສົ່ງໄປວັງວຽງ ແລະ ສະຫວັນນະເຂດ ເປັນເວລາສອງເດືອນນັບຕັ້ງແຕ່ວັນທີ 19 ພຶດສະພາ 2019 ຈົນເຖິງວັນທີ 14 ກໍລະກົດ 2019. ອາສາສະໝັກ MyCorps ໄດ້ຮ່ວມກັນພັດທະນາລະບົບທໍ່ສົ່ງນ້ຳ ແລະ ຕິດຕັ້ງແຜງພະລັງງານແສງຕາເວັນເພື່ອຜະລິດໄຟຟ້າໃຊ້ໃນບ້ານ.

ຂ້າພະເຈົ້າຂໍກ່າວເຖິງການປະກອບສ່ວນຂອງລັດຖະບານມາເລເຊຍ ໃຫ້ແກ່ ລາວ ເປັນມູນຄ່າ 100.000 ໂດລາໃນວັນທີ 30 ສິງຫາ 2018 ພາຍຫຼັງເກີດເຫດການເຂື່ອນແຕກຢູ່ແຂວງອັດຕະປື.

ໃນປີນີ້, ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ,ມາເລເຊຍ ໄດ້ປະຕິບັດການລຳລຽງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຈາກສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນເທົາທຸກໄຟຟິບັດອາຊຽນ (AHA) ໂດຍຜ່ານເຮືອບິນຂອງ ກອງທັບອາກາດ ແລະ ມາຮອດ ນະຄອນຫຼວງວຽງຈັນ ໃນວັນທີ13 ກັນຍາ 2019.

  • ປັດຈຸບັນການລົງທຶນຂອງປະເທດ ມາເລເຊຍ ໃນ ສປປ ລາວ ມີຈັກບໍລິສັດ?

ການລົງທຶນຂອງ ມາເລເຊຍ ໃນລາວ ແມ່ນມີຄວາມຫຼາກຫຼາຍ. ພວກເຮົາມີການລົງທຶນເຂົ້າໃນຂະແໜງການພະລັງງານ, ການເງິນ, ການທ່ອງທ່ຽວ, ແລະ ອາຫານ ແລະ ເຄື່ອງດື່ມ.ໃນບັນດາການລົງທຶນທີ່ພົ້ນເດັ່ນທັງໝົດ, ຂ້າພະເຈົ້າເຊື່ອວ່າການລົງທຶນທີ່ໃຫຍ່ທີ່ສຸດຂອງພວກເຮົາໃນ ສປປ ລາວ ແມ່ນມາຈາກບໍລິສັດ Mega First Corporation Bhd, ເຊິ່ງມີມູນຄ່າເກືອບ 500 ລ້ານໂດລາ. ບໍລິສັດດັ່ງກ່າວໄດ້ມີສ່ວນຮ່ວມເຂົ້າໃນການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຢູ່ແຂວງຈຳປາສັກ. ພາຍຫຼັງທີ່
ສໍາເລັດການກໍ່ສ້າງແລ້ວ, ໂຄງການດັ່ງກ່າວຈະສາມາດຜະລິດໄຟຟ້າໄດ້ 260 ເມກາວັດ. ອີກໜຶ່ງບໍລິສັດຂອງ ມາເລເຊຍ ແມ່ນບໍລິສັດ Savan PacificaDevelopment ຈຳກັດ (Savan Park (ໂຊນ C)ເຊິ່ງເປັນຜູ້ພັດທະນາເຂດເສດຖະກິດພິເສດສະຫວັນ-ເຊໂນ (SEZ) ຢູ່ແຂວງສະຫວັນນະເຂດ. ມາຮອດປັດຈຸບັນ, Savan Park ໄດ້ອອກໃບອານຸຍາດໃຫ້ແກ່ນັກລົງທຶນ 55 ລາຍທີ່ມາລົງທຶນໃນ SEZ ເປັນມູນຄ່າລວມ 132 ລ້ານໂດລາ. ນອກຈາກນັ້ນ,ມາເລເຊຍຍັງມີການດຳເນີນທຸລະກິດໃນຂະແໜງ
ການທະນາຄານທີ່ເຂັ້ມແຂງໃນ ສປປ ລາວ. ທະນາຄານ Public, ທະນາຄານ RHB ແລະ ທະນາຄານ Maybank ລ້ວນແລ້ວແຕ່ແມ່ນສະຖາບັນການເງິນທີ່ໂດດເດັ່ນຂອງ ມາເລເຊຍ ທີ່ດຳເນີນການຢູ່ໃນລາວ. ເຖິງແມ່ນວ່າ CIMB ຈະມີສາຂາຢູ່ໃນນະຄອນຫຼວງວຽງຈັນ, ແຕ່ລັດຖະບານລາວ ກໍບໍ່ໄດ້ຖືວ່າເປັນທະນາຄານຂອງ ມາເລເຊຍ ຍ້ອນວ່າທະນາຄານດັ່ງກ່າວເປັນສາຂາໜຶ່ງຂອງ CIMB ປະເທດໄທ.ອີກໜຶ່ງບໍລິສັດທີ່ມີຊື່ສຽງຂອງ ມາເລເຊຍ ທີ່ດຳເນີນການໃນ ສປປ ລາວ ແມ່ນບໍລິສັດ Tan Chong
Motors, ຜູ້ຈຳໜ່າຍລົດຍີ່ຫໍ້ Nissan.

ໃນປີ 2020, ມາເລເຊຍ ຈະເປີດປີທ່ອງທ່ຽວມາເລເຊຍຂຶ້ນ. ໃນຊຸມປີທີ່ຜ່ານມາ, ສະພາບການທ່ອງທ່ຽວລະຫວ່າງລາວ ແລະ ມາເລເຊຍ ເປັນຄືແນວໃດ? ທ່ານຄາດຫວັງຫຍັງແດ່ຈາກການທ່ອງທ່ຽວລະຫວ່າງ ລາວ ແລະ ມາເລເຊຍໃນປີ 2020? ແລະ ມີຍຸດທະສາດຫຍັງບໍ່ທີ່ຈະຊ່ວຍປັບປຸງອຸດສະຫະກຳການທ່ອງທ່ຽວຂອງທັງສອງປະເທດ?

ປີ 2016 ແລະ 2017, ນັກທ່ອງທ່ຽວລາວທີ່ເດີນທາງໄປ ມາເລເຊຍ ມີທ່າອ່ຽງທີ່ເພີ່ມຂຶ້ນ, ແຕ່ຈຳນວນດັ່ງກ່າວຫຼຸດລົງຢ່າງຫຼວງຫຼາຍໃນປີ 2018 (-39.9 ສ່ວນຮ້ອຍເມື່ອສົມທຽບກັບປີ 2017). ເຖິງຢ່າງໃດກໍຕາມ, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນ 11.4 ສ່ວນຮ້ອຍໃນຊ່ວງ 7 ເດືອນທຳອິດຂອງປີ 2019 ເມື່ອສົມທຽບກັບປີ 2018. ພວກເຮົາຫວັງວ່າຈະໄດ້ເຫັນຕົວເລກນັກທ່ອງທ່ຽວເພີ່ມຂຶ້ນຕື່ມອີກຈົນຮອດທ້າຍປີ ແລະ ສືບຕໍ່ເພີ່ມຂຶ້ນໃນປີຕໍ່ໄປ, ເຊິ່ງແມ່ນປີທ່ອງທ່ຽວມາເລເຊຍ 2020. ໃນທາງກັບກັນ, ນັກ
ທ່ອງທ່ຽວມາເລເຊຍທີ່ເດີນທາງມາ ລາວ ມີທ່າອ່ຽງໃນທິດທາງທີ່ກົງກັນຂ້າມ. ຕົວເລກຂອງຜູ້ທີ່ເດີນທາງມາຫຼຸດລົງໃນປີ 2017 (ຫຼຸດລົງ 21.3 ສ່ວນຮ້ອຍເມື່ອສົມທຽບໃສ່ປີ 2016), ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີ 2018 (36 ສ່ວນຮ້ອຍເມື່ອສົມທຽບໃສ່ປີ 2017) ແລະ ມາຮອດປັດຈຸບັນ, ໄລຍະ 6 ເດືອນທຳອິດຂອງປີ 2019, ຕົວເລກໄດ້ຫຼຸດລົງ 23 ສ່ວນຮ້ອຍເມື່ອສົມທຽບໃສ່ປີ 2018.

ສຳລັບປີທ່ອງທ່ຽວມາເລເຊຍ 2020, ພວກເຮົາຄາດການວ່າຈະມີນັກທ່ອງທ່ຽວລາວຈຳນວນ 38.525 ຄົນເດີນທາງມາ ມາເລເຊຍ. ເພື່ອຮັບປະກັນໃຫ້ພວກເຮົາສາມາດບັນລຸເປົ້າໝາຍນີ້ໄດ້, ອົງການທ່ອງທ່ຽວມາເລເຊຍປະຈຳນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດບັນດາກິດຈະກໍາສົ່ງເສີມຕ່າງໆຮ່ວມກັບບໍລິສັດທ່ອງທ່ຽວທ້ອງຖິ່ນເພື່ອສົ່ງເສີມແຜນການທ່ອງທ່ຽວ ມາເລເຊຍ ໂດຍຜ່ານການໂຄສະນາເທິງປ້າຍໂຄສະນາເອເລັກໂຕຣນິກໃນນະຄອນຫຼວງວຽງຈັນ, ຜ່ານວິທະຍຸ, ເຮັດກິດຈະກຳສົ່ງເສີມຢູ່ 3434 Station (ສະຖານທີ່ນັດພົບທີ່ເປັນທີ່ນິຍົມໃນນະຄອນຫຼວງວຽງຈັນ) ແລະ ຜ່ານໜັງສືພິມວຽງຈັນໃໝ່. ພວກເຮົາຍັງໄດ້ຈັດການທ່ອງທ່ຽວເພື່ອສ້າງຄວາມຄຸ້ນເຄີຍ (FamTrip) 6 ຄັ້ງ ແລະ ໄດ້ເຊີນນັກຂ່າວ ແລະ ຜູ້ຕາງໜ້າຈາກບໍລິສັດທ່ອງທ່ຽວໃນ ລາວເຂົ້າຮ່ວມທ່ອງທ່ຽວທົ່ວ ມາເລເຊຍ. ອົງການຄຸ້ມຄອງການທ່ອງທ່ຽວແຫ່ງຊາດລາວ (LNTA) ແລະ ອົງການທ່ອງທ່ຽວມາເລເຊຍ (TM) ມີສາຍພົວພັນທີ່ດີຮ່ວມກັນ ແລະ ຕ່າງຝ່າຍຕ່າງກໍເຂົ້າຮ່ວມງານທີ່ແຕ່ລະຝ່າຍເປັນຜູ້ຈັດຢ່າງສະໝ່ຳສະເໝີ. ຍົກຕົວຢ່າງ, TM ຢູ່ນະຄອນຫຼວງວຽງຈັນໄດ້ເຂົ້າຮ່ວມງານບຸນນະມັດສະການພະທາດຫຼວງເປັນປະຈຳທຸກປີ. ເຊັ່ນດຽວກັນ, TM ຢູ່ ນະຄອນຫຼວງວຽງຈັນໄດ້ເຊື້ອເຊີນ LNTA ໃຫ້ໄປເຂົ້າຮ່ວມງານເທດສະການອາຫານ ແລະ ຕະຫຼາດນັດການທ່ອງທ່ຽວຂອງ ມາເລເຊຍ ຢ່າງເປັນປະຈຳ.

  • ທ່ານມີຄຳແນະນຳແນວໃດ ທີ່ຈະຊ່ວຍເສີມຂະຫຍາຍເສດຖະກິດ ຫຼື ການລົງທຶນລະຫວ່າງ ລາວ
    ແລະ ມາເລເຊຍ?

ໂດຍລວມແລ້ວ, ລາວ ຈຳເປັນຕ້ອງໂຄສະນາແຜນລິເລີ່ມການສົ່ງເສີມເສດຖະກິດ ຫຼື ການລົງທຶນເພີ່ມຕື່ມ, ໂດຍສະເພາະກັບ ມາເລເຊຍ. ໜຶ່ງໃນຂັ້ນຕອນຂອງການຍົກລະດັບເສດຖະກິດ ແລະ ການລົງທຶນໃນ ລາວ ແມ່ນການອອກຂໍ້ຕົກລົງຂອງລັດຖະມົນຕີຄັ້ງວັນທີ 6 ມິຖຸນາ 2019 ວ່າດ້ວຍສິດທິດ້ານການຄ້າຂອງບໍລິສັດຕ່າງປະເທດ. ພາຍໃຕ້ກົດລະບຽບໃໝ່ນີ້, ບໍລິສັດຕ່າງປະເທດທີ່ຕ້ອງການຢາກສົ່ງອອກສິນຄ້າມາ ສປປ ລາວ ສາມາດຍື່ນຄຳຮ້ອງຂໍສິດທາງການຄ້າຈາກກົມການນຳເຂົ້າ ແລະ ສົ່ງ
ອອກ, ກະຊວງອຸດສະຫະກຳ ແລະ ການຄ້າແຫ່ງ ສປປ ລາວ.

ຂ້າພະເຈົ້າເຊື່ອວ່າ ລາວ ຈຳເປັນຕ້ອງເນັ້ນໜັກການເຜີຍແຜ່ບັນດາແຜນລິເລີ່ມທີ່ກ່າວມາເພີ່ມຕື່ມເພື່ອໃຫ້ບໍລິສັດທີ່ມີທ່າແຮງ, ໂດຍສະເພາະບໍລິສັດ ມາເລເຊຍ, ຮັບຮູ້ ແລະ ສາມາດເປັນສ່ວນໜຶ່ງຂອງບັນດາຍຸດທະສາດສົ່ງເສີມການລົງທຶນຂອງ ລາວ. ທາງຝ່າຍເຮົາ, ພວກເຮົາໄດ້ຮັບຄຳຮ້ອງຂໍຈາກບໍລິສັດ ມາເລເຊຍ ຈຳນວນຫຼາຍທີ່ສົນໃຈຢາກລົງທຶນໃນລາວ ແລະ ພວກເຮົາຈະພະຍາຍາມຢ່າງສຸດຄວາມສາມາດເພື່ອຊ່ວຍພວກເຂົາ ໂດຍຜ່ານການຈັບຄູ່ທຸລະກິດ ຫຼື ສະໜອງຂໍ້ມູນຫຼ້າສຸດກ່ຽວກັບຂັ້ນຕອນຕ່າງໆທາງກົດໝາຍ ແລະ ກົດລະບຽບທ້ອງຖິ່ນທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ.

ຂ້າພະເຈົ້າຍັງເຊື່ອອີກວ່າໜຶ່ງໃນວິທີການທີ່ດີທີ່ສຸດໃນການຮັດແໜ້ນສາຍພົວພັນທາງການຄ້າແມ່ນການປະຕິບັດພາລະກິດທາງການຄ້າ ແລະ ຈັດງານວາງສະແດງຢ່າງສະໝ່ຳສະເໝີຢູ່ທັງມາເລເຊຍແລະ ລາວ.

Malaysia – Lao PDR: friendly relations for 53 years.

Also in this October issue, we have the honor to interview Mr. Mohd Aini Atan, Ambassador of Malaysia to the Lao PDR, who will inform us about the friendly relations and cooperation between the two countries during the past 53 years, including a vision for future
cooperation and aspirations of attracting more visitors from Lao PDR in 2020.

  • How is the improvement of the diplomatic relations among Lao and Malaysian government? How many project that Malaysian granted to Laos previously?

Malaysia and Lao have a warm and cordial bilateral relations since the establishment of our
diplomatic relations on 1 July 1966. As both countries are members of ASEAN, our bilateral relations have continued to improve through high-level visits and meetings, as well as various cooperation in the fields of trade, investment, energy, tourism, education and capacity building.

On high level visits, His Excellency Dr. Thongloun Sisoulith, Prime Minister of Lao PDR undertook an Official Visit to Malaysia on 9-10 May 2017. One of the key highlights of the Visit was the Malaysia–Lao PDR Business Forum held on 9 May 2017 and the signing of the MoU in the field of Science and Technology on 9 May 2017.

Malaysia has also received HE Minister of Defence of Lao PDR on a Working Visit to Malaysia in March 2019. During his visit, the Malaysia-Lao Defence Cooperation Agreement was signed. Under this cooperation, Malaysia and Lao would be able to share military expertise and training between both countries.

On 17 July 2017 and 9 April 2018, Invest Selangor Berhad, the investment arm of the Selangor State Government of Malaysia and Lao National Chamber of Commerce and Industry (LNCCI) co-organised an Exclusive Briefing to promote Selangor International Business Summit 2017 and 2018.

The exclusive briefings held in the Lao PDR had successfully created awareness among Lao PDR companies to participate in the Summit with the view of promoting and selling Lao PDR products in Selangor. Sinouk Coffee, a famous coffee producer in the Lao PDR participated the Summit in 2018 with the view of exporting coffee products to Selangor.

From Malaysia, HE Datuk Liew Vui Keong, Minister in the PM’s Department (Law and Parliamentary Affairs) undertook a Working Visit to the Lao PDR from 11-14 October 2018 in conjunction with the10th ASEAN Law Ministers Meeting. He was the first minister since the formation of new Malaysian Government to visit Lao PDR.

We are expecting a number of high level visitsby end of this year, with Ministers and Deputy
Ministers attending ASEAN meetings hosted by Lao PDR. Recently, as co-chairs, Malaysia and Lao PDR have hosted the Working Group meeting on Singapore-Kunming Rail Link to which all ASEAN countries except the Philippines attended the meeting. On capacity building, Malaysia has the Malaysian Technical Cooperation Programme – MTCP. Since 1986, 1543 Lao PDR officials have participated in various programmes and courses in Malaysia. For this year, up till August 2019, 35 Lao officials have participated in various short courses under MTCP.

Besides capacity building, we also have student volunteer programmes such as Yayasan Sukarelawan Siswa or Student Volunteers Foundation under the Ministry of Education Malaysia and MyCorps under the Ministry of Youth and Sports Malaysia.

I have recently accompanied the Chairman of YSS, Tan Sri Lee Lam Thye to the Opening
Ceremony of the 7th Joint Students Volunteer Mission by Student Volunteers Foundation (YSS)
on 13 September 2019.

70 Malaysian Student Volunteers from various higher learning institutions in Malaysia together with 50 Lao PDR Student Volunteers from Ban Keun Teachers Training College, Lao PDR will be servingthe local community for two weeks at five (5) selected locations at Phonehong and Viengkham District in Vientiane Province.

This is the 7th YSS programme conducted in the Lao PDR since 2013, and  the 5th programme following the signing of the MoU between YSS Malaysia and MoES Lao PDR in 2015.

For this year, Public Bank has contributed 15 units of PCs, and members of Malaysian Business Chamber in Laos (MBCL) have collectively contributed 15 units of new hard disks, 2 printers and USD 3610 for construtions of a volleyball court and toilets.

On MyCorps Programme, the Embassy has connected them with the Lao Youth Union (LYU) to work together on volunteer projects. This year, 10 Mycorps volunteers were assigned to Vang Vieng and Savannakhet for two months beginning 19 May 2019 till 14 July 2019.

The Mycorps volunteers have among others, developed a piping system and installed solar-panel to generate electricity for villages.

Also, I wish to add the Government of Malaysia’s contribution to Laos amounting to USD100,000 on 30 August 2018 following  the dam collapse in Attapeu province.

This year, in assisting the flood victims in the central and southern provinces in
Laos, Malaysia in a small way has flew in the humanitarian aid from the ASEAN
Coordinating Centre for Humanitarian Assistance on Disaster Management (AHA Centre) via the Royal Military Aircraft and arrived in Vientiane on 13 September 2019.

  • What is the range of Malaysian investment in Laos

Could you please share us the most outstanding Malaysian business in Laos and how many of them bringing high profit our both Laos and Malaysia

Malaysian investments in Laos are diversified. We have investments in the energy sector, financial sector, tourism sector and food and beverages sector. Among the most prominent investments, I believe our largest investment in Lao PDR is by Mega First Corporation Bhd, valued at nearly USD 500million. The Corporation is involved in the construction of the Don Sahong Hydropower Project in Champasak. Upon completion, the project would generate 260 Mega Watt of electricity.

Another Malaysian company, Savan Pacifica Development Company Limited (Savan Park (Zone C)) which has developed the Savan-Seno Special Economic Zone (SEZ) in Savannakhet province. To date, Savan Park has 55 licenced investors in the SEZ at the investment value of USD 132 million.

In addition, Malaysia has a strong presence in the banking sector in the Lao PDR. Public Bank, RHB Bank and Maybank are all prominent Malaysian financial institutions operating in Laos. Although CIMB has its branch in Vientiane, the Lao Government does not count it as a Malaysian bank as it is an extension of  CIMB-Thai.

Another reputable Malaysian company that is based in the Lao PDR is Tan Chong Motors, the distributor for Nissan vehicles.

  • As 2020, Malaysia will launch the Malaysia Tourism year. How was the tourism among Laos and Malaysia in last few years? What is your expectation of tourism among Laos and Malaysia in 2020? And is there any strategy to improve the tourism industry between both countries?

Lao tourist arrivals to Malaysia was on an increasing trend back in 2016 & 2017 but significant declined witnessed in 2018 (-39.9% compare to 2017). However, this year,  the number has increased as much as 11.4% in the first 7 months of 2019 compared to 2018. We hope that we will see a significant increase by end of the year and hope it would have spill over effect for next year when Malaysia has its Visit Malaysia 2020.

Malaysian arrivals to Laos on the other hand had the opposite trend. The number of arrivals declined in 2017 (a drop of 21.3% compared to 2016), had a significant increase in 2018(36% compared to 2017) and now, for the first 6 months of 2019, there is a drop of 23% compared to 2018.

For the Visit Malaysia 2020, we are expecting around 38,525 Lao tourist arrivals to Malaysia. To ensure that we achieve this target, Tourism Malaysia in Vientiane has had several joint promotions with local travel agencies to promote Malaysia packages; via advertisements at 4 electronic billboards in Vientiane Capital, radio stations and promoting at 3434 stations (the famous meeting point in Vientiane)and Vientiane Mai newspaper.

We had also organized 6 Familiarization Trip (FamTrip) of which Lao media and travel agents were invited and participated in the Trip throughout Malaysia.

The Lao National Tourism Administration (LNTA) and Tourism Malaysia (TM) have established good relations, to which both parties would participate in each other’s events. For instance,  TM in Vientiane has annually participated in That Luang Festival. Similarly,  TM in Vientiane has regularly invited LNTA to participate in our Malaysia Food and Travel Fairs.

  • Do you have any suggestion to strengthen the economic or investment
    between Laos and Malaysia?

Overall, Laos needs to further promote its economic or investment promotion initiatives, especially to Malaysia. One of those steps at improving economic and investment in Laos was the issuance of a Ministerial Decision on 6 June 2019 on trading rights for foreign companies. Under the new regulation, foreign companies wishing to export goods to the Lao PDR may submit a request for trading rights to the Import and Export Department, Ministry of Industry and Commerce of the Lao PDR.

I believe Laos need to further highlight these initiatives to potential companies so that these Malaysian companies are well aware and are able to be a part of Laos investment promotion strategies.

On our part, we have received many Malaysian companies interested in investing in Laos and we do our best in assisting them whether through business-matching or by updating them on procedures and/or local laws and regulations pertaining business.

I also believe that one of the best ways in strengthening trade relations is by having trade missions to and trade exhibitions in both Malaysia and Laos.

Comments