ສະຖານທູດໄທຈັດກິດຈະກໍາສະຫຼອງ 70 ປີພົວພັນການທູດ

ໃນໂອກາດທີ່ການພົວພັນທາງການທູດລະຫວ່າງ ລາວ-ໄທ-ລາວ ຈະຄົບຮອບ 70 ປີ ໃນເດືອນ ທັນວາ ປີ 2020 ຈະມາເຖິງນີ້ ລັດຖະບານຂອງສອງປະເທດ ແລະ ໜ່ວຍງານກ່ຽວຂ້ອງ ໄດ້ມີການກະກຽມເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ດ້ວຍບັນຍາກາດທີ່ຄຶກຄື້ນ.

ປັດຈຸບັນ ການພົວພັນຂອງສອງປະເທດແມ່ນຢູ່ໃນລະດັບທີ່ດີ ໃນໄລຍະຫຼາຍປີຜ່ານມາ ສອງປະເທດໄດ້ເສີມຂະຫຍາຍການຮ່ວມມືລະຫວ່າງກັນໃນຫຼາຍດ້ານ, ດ້ານເສດຖະກິດຂອງທັງສອງປະເທດມີການເຊື່ອມໂຍງກັນຢ່າງແໜ້ນແຟ້ນໃນທຸກດ້ານ ມູນຄ່າການຄ້າລະຫວ່າງປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຫຼ້າສຸດໃນປີ 2018 ມີມູນຄ່າລວມຫຼາຍກວ່າ 6 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 11% ສົມທຽບໃສ່ປີຜ່ານມາ ແລະ ລັດຖະບານຂອງສອງປະເທດໄດ້ຕັ້ງເປົ້າໝາຍຮ່ວມກັນທີ່ຈະເພີ້ມມູນຄ່າການຄ້າໃຫ້ໄດ້ປະມານ 11 ຕື້ໂດລາສະຫະລັດໃນປີ 2021.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)Royal Thai Embassy celebrates the 70th

anniversary of diplomatic relations

On the occasion of the 70th anniversary of the Lao-Thai diplomatic relations which will fall on December 2020, both governments and concerned authorities are preparing to celebrate such meaningful milestone in the vibrant environment.

Currently, the bilateral relations are maintained on a good level. During the past years, both countries have expanded their cooperation on various fields. The two economies have become closely integrated in all aspects with the continuous growth of trade value. As of 2018, trade value between the two countries reached over 6 billion US dollar, 11% increase compared the previous year. Both governments are aiming to augment such trade value up to approximately 11 billion US dollar within 2021.

Comments