ເຄື່ອງດື່ມຊ່ວຍຫຼຸດນ້ຳໜັກ 5 ຢ່າງ… ຜູ້ຢາກຫຼຸດນ້ຳໜັກຄວນກິນ!!!

ເມື່ອເວົ້າເຖິງການຫຼຸດນ້ຳໜັກເຊື່ອເລີຍວ່າທ່ານອາດຈະຄິດເຫັນອາຫານ ແລະ ເຄື່ອງດື່ມທີ່ບໍ່ຄວນກິນ ເພາະຄິດວ່າອາຫານ ແລະ ເຄື່ອງດື່ມປະເພດນັ້ນຈະເພິ່ມໄຂມັນໃຫ້ແກ່ຮ່າງກາຍ ແຕ່ຄວາມຈິງແລ້ວຍັງມີເຄື່ອງດື່ມອີກຫຼາກຫຼາຍຊະນິດທີ່ເໝາະສົມແກ່ຄົນທີ່ຕ້ອງການຫຼຸດນ້ຳໜັກ, ສະນັ້ນມື້ນີ້ເຮົາໄດ້ລວມເຄື່ຶອງດື່ມ 5 ຊະນິດ ທີ່ຊ່ວຍໃນການຫຼຸດນໍ້າໜັກມາຝາກທ່ານໄປເບິ່ງກັນເລຍ:

 

ນ້ຳດີທ໋ອກ:  ເອີ້ນໄດ້ວ່າເປັນເຄື່ອງດື່ມເພື່ອສຸຂະພາບໃນໝູ່ຄົນທີ່ກຳລັງຕ້ອງການຫຼຸດນ້ຳໜັກເລີຍກໍວ່າໄດ້ສຳຫຼັບ ນ້ຳດີທ໋ອກ ຊື່ງເຕັມໄປດ້ວຍຄຸນປະໂຫຍດ ແລະ ວິຕາມິນສູງ ວິທີເຮັດງ່າຍໆ ພຽງແຕ່ທ່ານນຳເອົາໝາກກ້ຽງ, ໝາກນາວ, ໝາກນ໋ອດ ໝາກໄມ້ຕະກຸນເບີຣີ່ ຫຼື ຈະເປັນໝາກໄມ້ຊະນິດໃດກໍໄດ້ຕາມທີ່ທ່ານຕ້ອງການມາປັ່ນເຂົ້າໃນນ້ຳດື່ມສະອາດແລ້ວນຳມາດື່ມພຽງເທົ່ານີ້ກໍຈະຊ່ວຍ ລ້າງຂອງເສຍອອກຈາກລຳໄສ້ ແລະ ຍັງຂັບໄຂມັນອອກຈາກຮ່າງກາຍຄົນເຮົາໄດ້ຢ່າງດີ.

ກາເຟດຳ: ທ່ານຄວນກິນກາເຟແບບທີ່ບໍ່ໃສ່ນ້ຳຕານກ່ອນການອອກກຳລັງກາຍ ເພາະໃນກາເຟດຳຈະປາສະຈາກໄຂມັນ ແລ້ວຍັງຊ່ວຍໃຫ້ອອກກຳລັງກາຍໄດ້ຫຼາຍຂຶ້ນ ນອກນີ້ຍັງມີການວິໄຈທີ່ໄດ້ຕີພິມ ລົງໃນວາລະສານ International Journal Of Sports  Physiology & Performance ວ່ານັກກິລາຂີ່ລົດຖີບຖ້າກິນກາເຟດຳກ່ອນລົງສະໜາມ 1 ຊົ່ວໂມງຈະສາມາດປັ່ນໄດ້ໄກກວ່າຄົນທີ່ບໍ່ໄດ້ກິນກາເຟຢ່າງເຫັນໄດ້ຢ່າງຈະແຈ້ງ.

ນ້ຳເຢັນ: ໃຜຈະເຊື່ອວ່າການກິນນ້ຳເຢັນເປັນປະຈຳ ຈະຊ່ວຍເຜົາຜານພະລັງງານໄດ້ເຖິງ 100 ກິໂລເຄລໂລຣີ່ຕໍ່ມື້ ເນື່ອງຈາກວ່ານ້ຳເຢັນຈະໄປຊ່ວຍກະຕຸ້ນການເຜົາຜານໄຂມັນ ແລະ ຊ່ວຍກຳຈັດລ້າງຂອງເສຍໄຫ້ອອກໄປຈາກຮ່າງກາຍ ແລະ ຍັງປັບອຸນຫະພູມໃນຮ່າງກາຍຂອງຄົນເຮົາໃຫ້ປົກກະຕິນຳອີກ.

ນ້ຳຜັກ ແລະ ໝາກໄມ້: ໃນນ້ຳຜັກ ແລະ ໝາກໄມ້ຈະອຸດົມໄປດ້ວຍສານອາຫານ ແລະ ແຮ່ທາດຫຼາກຫຼາຍຊະນິດທີ່ມີປະໂຫຍດຕໍ່ຮ່າງກາຍບວກກັບເຄລໂລຣີ່ຕ່ຳ ຈຶ່ງເປັນເຄື່ອງດື່ມທີ່ເໝາະກັບຜູ້ທີ່ຕ້ອງການຢາກຫຼຸດນ້ຳໜັກຢ່າງດີທີ່ສຸດ ແຖມມີໄຟເບີສູງຈຶ່ງຈະຊ່ວຍກະຕຸ້ນລະບົບຂັບຖ່າຍໃຫ້ເຮັດວຽກໄດ້ດີຍິ່ງຂຶ້ນ.

ຊາຂຽວ: ເປັນຊາອີກປະເພດໜຶ່ງທີ່ເໝາະກັບການຫຼຸດນ້ຳໜັກ ເພາະຊາຂຽວມີຄາເຟອີນທີ່ສຳຄັນທີ່ຈະຊ່ວຍເລັ່ງລະບົບເຜົາຜານໄຂມັນໃນຮ່າງກາຍໄດ້ເປັນຢ່າງດີ ບໍ່ພຽງເທົ່ານັ້ນຊາຂຽວຍັງມີສານແອນຕີ້ອອກຊິເດັນທີ່ສາມາດຫຼຸດຄວາມສ່ຽງຕໍ່ພະຍາດຫົວໃຈ ແລະ ພະຍາດມະເຮັງ.

ເມື່ອຮູ້ແບບນີ້ແລ້ວໃຜທີ່ກຳລັງຫຼຸດນ້ຳໜັກຢູ່ລອງຫາເຄື່ອງດື່ມທີ່ໄດ້ກ່າວມາຂ້າງເທິງມາກິນເບິ່ງ ເຊິ່ງທ່ານກໍສາມາດຫາໄດ້ງ່າຍໆຕາມຮ້ານທົ່ວໄປ ຫຼື ຢູ່ໃນຕະຫຼາດ ແຕ່ຖ້າຄິດບໍ່ອອກ ທາເກັດແນະນຳເລີຍ ຮ້ານ Kaogee Cafe ເປັນຮ້ານທີ່ລວບລວມ ອາຫານ ແລະ ເຄື່ອງດື່ມເພື່ອສຸຂະພາບ ໂດຍສະເພາະແມ່ນ ນໍ້າປັ່ນ Heallty Smoothie ທີ່ມີໃຫ້ເລືອກ 4 ລົດຊາດ. ນອກຈາກນີ້, ກໍຍັງມີກາເຟດີ ມີລະດັບເປັນກາເຟລາວແທ້ ຈາກພູພຽງບໍລິເວນ ແລະ ຍັງມີເຂົ້າຈີ້ ຫຼາກຫຼາຍເມນູ ໄວ້ໃຫ້ທຸກທ່ານໄດ້ລອງຊີມ.

 

ຮ້ານ   Kaogee Cafe ມີ 5 ສາຂາ ໃນນະຄອນຫຼວງວຽງຈັນໃກ້ກັບສາຂາໃດ ໄປສາຂານັ້ນເລີຍ.  (ຫຼັງໂຮງຮຽນ ມສ ວຽງຈັນ, ເພຍວັດ, ສີຫອມ, ໜອງບອນ) ແລະ 1 ສາຂາທີ່ແຂວງຫຼວງພະບາງ; (ແລະ ໄວໆນີ້ ນະຄອນຫຼວງກໍຈະເປັນອີກ 1 ສາຂາ ສະພານທອງ)  .  ໄລຍະນີ້, ທາງຮ້ານ Kaogee Cafe  ມີໂປຣໂມຊັນ  ເຂົ້າຈີ່ ກະແລັມ
ຫຼຸດເຖິງ 50% ກັນເລີຍ❗️ “ຈາກ 25,000ກີບ ເຫຼືອພຽງ 12,500ກີບ!” ? (ເລີ່ມ 11-17 ມີນາ 2019) .

Hello ? ອາກາດບ້ານເຮົາຮ້ອນຫຼາຍ ຢາກລະບາຍຄວາມຮ້ອນ ມາລະບາຍທີ່ນີ້ ກັບເມນູ ໂປຼໂມຊັ້ນ ເຂົ້າຈີ່ ກະແລັມຫຼຸດເຖິງ 50% ກັນເລີຍ❗️"…

Posted by Kaogee Cafe on Sunday, March 10, 2019

Comments