ວາງສີລາຈາລຶກ ກໍ່ສ້າງ ພຣະພຸດທະຮູບ ຣັດຕະນະມິ່ງເມືອງ ປາງສະມາທິ

ໃນວັນທີ 19 ກຸມພາ 2019 ນີ້ ທີ່ເທິງພູຜາບ່ອງ ເມືອງຄອບ, ແຂວງ ໄຊຍະບູລີ ໄດ້ຈັດພິທີ ວາງສີລາຈາລຶກ ການກໍ່ສ້າງພຣະພຸດທະຮູບ ຣັດຕະນະມິ່ງເມືອງ ປາງສະມາທິ. ໃຫ້ກຽດເຂົ້າຮ່ວມພິທີ ມີທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ແຂວງໄຊຍະບູລີ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ, ນັກທຸລະກິດ, ຕະຫຼອດເຖິງປະຊາຊົນຊາວເມືອງ ຄອບ ແລະ ແຂກຈາກ ປະເທດໄທ ເຂົ້າຮ່ວມຢ່າງຫຼວງຫຼາຍ.


ທ່ານ ພົມ ມິ່ງບຸບຜາ, ເຈົ້າເມືອງ-ເມືອງ ຄອບ ໄດ້ກ່າວວ່າ: ການສ້າງພຣະພຸດທະຮູບ ຣັດຕະນະມິ່ງເມືອງ ປາງສະມາທິ ເທິງພູຜາບ່ອງ ແມ່ນເພື່ອສ້າງໃຫ້ເປັນສະຖານທີ່ສັກຄະລະບູຊາຂອງຊາວພຸດ ກໍຄື ປະຊາຊົນຊາວເມືອງ ຄອບ, ສ້າງເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາ ແລະ ທໍາມະຊາດ, ທັງເປັນສະຖານທີ່ຊົມວິວ ທິວທັດ ຕົວເມືອງຄອບ ຕື່ມອີກ.


ການກໍ່ສ້າງພຣະພຸດທະຮູບດັ່ງກ່າວ ແມ່ນໄດ້ຮັບການຮ່ວມແຮງຮ່ວມໃຈຂອງອໍານາດການປົກຄອງ, ພໍ່ແມ່ປະຊາຊົນພາຍໃນເມືອງຄອບ ແລະ ນັກທຸລະກິດ ທີ່ຮ່ວມເປັນເຈົ້າສັດທາຫຼັກ ໂດຍສະເພາະແມ່ນ ທ່ານ ຈໍານຽນ ບຸນທະວີ, ທ່ານ ນາງ ເກດມະນີ ຫານຊະນະ ແລະ ທ່ານ ຄໍາຟອງ ພັນປະດິດ, ເຊິ່ງ ນັກທຸລະກິດທັງ 3 ທ່ານ ແມ່ນໄດ້ຮ່ວມກັນກໍ່ສ້າງເສັ້ນທາງເຂົ້າຫາສະຖານທີ່ກໍ່ສ້າງ, ພ້ອມທັງຕິດຕັ້ງລະບົບນໍ້າ ແລະ ໄຟຟ້າ ເພື່ອອໍານວຍຄວາມສະດວກໃນການກໍ່ສ້າງ.


ພຣະພຸດທະຮູບ ຣັດຕະນະມິ່ງເມືອງ ປາງສະມາທິ ນີ້ ມີມູນຄ່າການກໍ່ສ້າງທັງໝົດ 1,46 ຕື້ກີບ, ໂດຍທຶນດັ່ງກ່າວແມ່ນໄດ້ມາຈາກການລະດົມຈິດໃຈສັດທາຂອງອໍານາດການປົກຄອງເມືອງ, ປະຊາຊົນບັນດາເຜົ່າ ແລະ ນັກທຸລະກິດຜູ້ປະກອບການ, ພຣະພຸດທະຮູບ ມີລວງສູງ 14,5 ແມັດ, ກວ້າງ 8 ແມັດ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Comments