ພຣະທາດຍາຄູຂີ້ຫອມ ຫຼື ພຣະຣາຊະຄູ ຫຼວງຍອດແກ້ວ ໂພນສະເມັກ

ງານບຸນນະມັດສະການ ພຣະທາດຍາຄູຂີ້ຫອມ ຫຼື ພຣະຣາຊະຄູ ຫຼວງຍອດແກ້ວ ໂພນສະເມັກ ທີ່ຊາວບ້ານດົງກຶມ ເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2019 ດ້ວຍການເຂົ້າຮ່ວມ ມີທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງໆ ອາດສະພັງທອງ,ພະແນກ ຖວທ ແຂວງ,ຈາກນີ້ກໍມີ ທ່ານ ຜູ້ຕາງໜ້າພະແນກການຂອງຂອງ ບັນດາເມືອງຕ່າງໆຈໍານວນໜຶ່ງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງ ແລະ ຕ່າງເມືອງເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.


ງານບຸນນະມັດສະການ ພຣະທາດຍາຄູຂີ້ຫອມນີ້ ແມ່ນເປັນງານປະເພນີໜຶ່ງຂອງຊາວເມືອງ ອາດສະພັງທອງຈັດຂຶ້ນ ເຊິ່ງເປັນການອະນຸລັກຮັກສາສຶບທອດປະເພນີວັດທະນະທໍາຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງຕະຫຼອດໄປ ອັນສໍາຄັນແມ່ນເປັນການເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ແລະ ສ້າງບັນຍາກາດໃນການທ່ອງທ່ຽວພາຍໃນເມືອງ ອາດສະພັງທອງໃຫ້ມີສີສັນຂຶ້ນຕື່ມ ໂດຍໄດ້ໃຫ້ແຂກຕ່າງດ້າວທ້າວຕ່າງແດນໄດ້ມາສໍາພັດກັບບັນຍາທໍາມະຊາດແລະການດໍາລົງຊີວິດຂອງປະຊາຊົນຊາວບ້ານດົງກຶມ.ສໍາຄັນກໍໃຫ້ຮູ້ເຖິງປະຫວັດຄວາມເປັນມາຂອງພຣະທາດຍາຄູຂີ້ຫອມຕື່ມອີກ.
ທ່ານ ເຈົ້າເມືອງ ອາດສະພັງທອງ ມີຄໍາເຫັນວ່າ:ພຣະທາດຍາຄູຂີ້ຫອມ ແມ່ນໜຶ່ງປູສະນີຍະສະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດ ຄູ່ບ້ານຄູ່ເມືອງມາແຕ່ບູຮານນາການ ເຊິ່ງໃນຕໍານານແລະການບອກເລົ່າສືບທອດກັນວ່າ: ຍາຄູຂີ້ຫອມ ຫຼື ເວົ້າອີກຢ່າງໜຶ່ງແມ່ນ ພຣະຣາຊະຄູ ຫຼວງຍອດແກ້ວ ໂພນສະເມັກ ແມ່ນເປັນຜູ້ມີສະໜອງດີ,ເປັນຕົ້ນກໍແມ່ນຮຽນໜັງສືທັມເກັ່ງ ຊຶ່ງວ່າຟັງແລະອ່ານໜັງສືລວດດຽວກໍສາມາດຈື່ໄດ້ໝົດທຸກຂໍ້ຄວາມ ອີກຢ່າງໜຶ່ງໃນເມື່ອເວລາເພິ່ນຖ່າຍ(ອາຈົມ)ແມ່ນຈະບໍ່ມີກິ່ນ ຈົນເຮັດໃຫ້ບັນດາລູກສິດ ອອກຕົນຍາດໂຍມທັງປວງຈຶ່ງພາກັນໃຫ້ສາຍາວ່າ: ພຣະຍາຄູຂີ້ຫອມຕະຫຼອດສືບຕໍ່ກັນມາ.

ພຣະຍາຄູຂີ້ຫອມ ຊື່ເດີມແມ່ນທ້າວລວມ ເຊິ່ງເປັນບຸດຂອງທ້າວເທີ້ມ ແລະ ໝ່ອມທຸມມາ ຢູ່ບ້ານດົງກຶມ ເມືອງພາງ (ອາດສະພັງທອງໃນປັດຈຸບັນ) ພໍອາຍຸໄດ້ 14 ປີ ກໍອອກໄປບວດເປັນສໍາມະເນນ ແລະ ຮຽນໜັງສື ຮຽນໄດ້ໄລຍະໜຶ່ງກໍເດີນທາງໄປຮຽນໜັງສືຢູ່ວັດບ້ານລືມບອງ ໃນເວລານັ້ນເປັນສໍາມະເນນ ທີ່ມີຄວາມຫ້າວຫັນ,ດຸໝັ່ນ,ຂະຫຍັນພຽງ ຮຽນໜັງສືກໍເກັ່ງເປັນພິເສດ ອ່ານໜັງສື ບໍ່ຂ້ອງບໍ່ຄາແຕ່ຢ່າງໃດຈົນສູດພຣະປະຕິໂມກ ເຊິ່ງເປັນການສູດວິໄນສົງ 227 ຂໍ້ໄດ້ ໃນໄລຍະເວລາຢູ່ວຽງຈັນ

ຈາກນັ້ນກໍເກີດມີຄໍາຊ່າລືເປັນວົງກວ້າງວ່າສໍາມະເນນ “ລວມ”  ເປັນຄົນທີ່ຮຽນເກັ່ງ ສູດມົນຕ່າງໆໄດ້ຫຼາຍບົດ ອັນໄດ້ເຮັດໃຫ້ຄວາມຊ່າລືນັ້ນໂດ່ງດັງໄປເຖິງ ພຣະຣາຊະວັງຫຼວງ ເຊິ່ງເວລານັ້ນແມ່ນເຈົ້າສຸລິຍະວົງສາ ທໍາມິກະລາດ ເປັນເຈົ້າແຜ່ນດິນ ຣາຊະອານາຈັກລ້ານຊ້າງວຽງຈັນ ເຊິ່ງພຣະອົງກໍໄດ້ຈັດເອົາຜ້າໄຕຣຈີວອນມາຖະຫວາຍແລະຫົດເປັນເປັນຣາຊະຈົວ ແລະ ຮັບເອົາຢູ່ໃນການອຸປະຖໍາອຸປະສົມບົດຂອງພຣະອົງ ໃນປີ ຄສ 1652 ສໍາມະເນນ “ລວມ” ໄດ້ອຸປະສົມບົດ ເປັນພຣະພິຂຸ ຢູ່ສິມທີ່ເຮັດດ້ວຍໄມ້ໄຜ່ທີ່ເຈົ້າສຸລິຍະວົງສາເຮັດຢູ່ກາງນໍ້າໂດຍມີພຣະສົງສູດເຖິງ 500 ອົງ,ໃນເມື່ອພາດສັງຄາເປັນພຣະໃໝ່ແລ້ວພຣະເຈົ້າສຸຸລິຍະວົງສາ ທໍາມິກະລາດ ກໍໄດ້ນິມົນໃຫ້ໄປຈໍາພັນສາຢູ່ວັດໃໝ່ໂພນສະເມັກ ແລະ ບັນດາພຣະຣາຊະວົງ.ອຸປະສົກ,ອຸປະສິກາໃຫ້ນາມຕື່ມວ່າ:ພຣະຄູຍອດແກ້ວ ໂພນສະເມັກ ໃນເວລາຢູ່ທີ່ນັ້ນເພິ່ນກໍໄດ້ປະຕິສັງຂອນ ບຸລະນະວັດວາອາຮາມ ພຸດທະສາສະໜາ ແລະ ຊ່ວຍຣາຊະການພຣະມະຫາກະສັດຜູ້ຄອງຣາດໂດຍເປີດກວ້າງໃຫ້ບັນດາ ນັກປາດອາຈານ,ນັກຫົວຄິດ,ນັກປະດິດແຕ່ງ,ນັກສິລະປະ ໄດ້ມີຫົວຄິດໂຄງສານພື້ນຖານຕ່າງໆຂຶ້ນຢ່າງມາກໝາຍ ເຮັດໃຫ້ບ້ານເມືອງອານາຈັກລ້ານຊ້າງມີຄວາມຈະເລີນຮຸ່ງເຮືອງ ຢູ່ເຢັນເປັນສຸກ.

ຮອດປີ ຄສ 1690 ເຈົ້າສຸລິຍະວົງວົງສາ ໄດ້ເຖິງແກ່ສະຫວັນນະຄົດ ອານາຈັກລ້ານຊ້າງວຽງຈັນໄດ້ຖືກພຣະຍາເມືອງຈັນເສນາບໍດີ ຜູ້ໃຫຍ່ຂຶ້ນມາຊິງອໍານາດ ,ເວລານັ້ນພຣະຄູຂີ້ຫອມເຫັນວ່າຕົນບໍ່ມີຄວາມປອດໄພ ພ້ອມຕະກູນເຊື້ອເຈົ້າ ຈຶ່ງໄດ້ນໍາໄຜ່ພົນເສນາອາມາດທັງຫຼາຍຂີ່ເຮືອແພລ່ອງຕາມແມ່ນໍ້າຂອງມາພັກຢູ່ພຣະທາດພະນົມເປັນເວລາສາມປີ ແລະ ກໍໄດ້ບູລະນະພຣະທາດນັບແຕ່ຊັ້ນທີສອງເຖິງຍອດ ແລ້ວກໍສຽບເຫຼັກປຽກໃສ່ສວມຍອດໄວ້ ,

ຈາກນັ້ນກໍພາໄຜ່ພົນເສນາຂີ່ເຮືອແພລ່ອງຕາມລໍານໍ້າຂອງອີກ ໄປຕັ້ງຖິ່ນຖານໃໝ່ຢູ່ໃກ້ກັບນະຄອນຈໍາປາສັກ ໃນເວລາຢູ່ທີ່ນັ້ນ ພຣະຄູຂີ້ຫອມ ກໍໄດ້ທໍາການພັດທະນາວັດວາອາຮາມຕ່າງໆ ແລະ ພັດທະນາຊ່ວຍຣາຊະການທີ່ນັ້ນ ຈົນກາຍເປັນເຂດເອກະລາດ ອານາຈັກທີສາມ ໃນປີ ຄສ 1713 ແລະ ກໍຖືກເລື່ອນຍົດຂຶ້ນເປັນເຈົ້າຣາຊະຄູຫຼວງຍອດແກ້ວໂພນສະເມັກ ໃນພຣະສັງຄະລາດ ນະຄອນຈໍາປາສັກ ແລະ ກໍໄດ້ມໍລະນະພາບໃນວັນພຸດ ຂຶ້ນ 15 ຄໍ່າ ເດືອນ 7 ພສ 2263 ຫຼື ຄສ 1720 ທີ່ວັດທາດຈໍາປາສັກ ແລະ ກ່ອນມໍລະພາບ ເພິ່ນກໍໄດ້ສັງບອກວ່າ:ໃຫ້ເອົາກະດູກນັ້ນໄປບັນຈຸໄວ້ຢູ້ສາມບ່ອນ ຄື,ຢູ່ຈໍາປາສັກ, ທາດພຣະນົມ ແລະ ຢູ່ບ້ານດົງກຶມ ທີ່ເປັນບ້ານເກີດໃນທຸກວັນນີ້ .


ໃນງານສະເຫຼີມສະຫຼອງ ພຣະທາດ ຍາຄູຂີ້ຫອມ ນີ້ ອໍານາດການປົກຄອງ ບ້ານດົງກຶມກໍໄດ້ຈັດໃຫ້ມີການຄົບງັນຕາມປະເພນີ ມີກິດຈະກໍາສະແດງສິລະປະວັນນະຄະດີ, ມີການອອກຮ້ານວາງສະແດງ ແລະ ຂາຍຜະລິດຕະພັນຕ່າງໆ ມີການທ່ອງທ່ຽວ ສິ່ງສໍາຄັນແມ່ນມີກິດຈະກໍາທາງພຸດທະສາສະໜາທີ່ອອກຕົນຍາດໂຍມທີ່ສັດທາ ຊຶ່ງສ້າງຄວາມສົນໃຈເປັນຈໍານວນຫຼວງຫຼາຍໃນແກ່ແຂກພາຍໃນທ້ອງຖິ່ນ ແລະ ຕ່າງຖິ່ນ.

ຂໍ້ມູນຈາກ: ຂ່າວສະຫວັນພັດທະນາ

Comments