ເທຣນຮັບມືປີ 2019 ທີ່ມີໂຄສະນາ-ຄອນເທຣນ ຫຼາຍຂຶ້ນເຕັມສື່ໂຊຊຽວ

“Mindshare” ຄາດການວ່າປີ 2019 ນີ້ ຈະເປັນປີທີ່ແບຣນຕ່າງໆໃຊ້ງົບໃນການໂຄສະນາຫຼາຍຂຶ້ນ ແບຣນຕ່າງໆທັງແບຣນເກົ່າ ແລະ ເກີດຂຶ້ນໃໝ່ ຈະໃຊ້ເງິນທຸ່ມໃນການໂຄສະນາຫຼາຍຂຶ້ນຢ່າງໜ້ອຍກໍ 10% ຂອງງົບການຕະຫຼາດ,​ ນັ້ນໝາຍຄວາມວ່າ ໃນປີນີ້ ຜູ້ບໍລິໂພກຈະເຫັນໂຄສະນາໃນສື່ໂຊຊຽວຫຼາຍຂຶ້ນ ໃນ 1 ມຶ້ ຜູ້ບໍລິໂພກຈະໄດ້ເຫັນການໂຄສະນາສິນຄ້າຕ່າງໆ ເຕັມໜ້າ Feeds News ແນ່ນອນ ແລະ ມີການໂຄສະນາໃຫມ່ໆເກີດຂຶ້ນໃນແຕ່ລະມື້ອີກ. ປັດຈຸບັນ, ເວັບໄຊຕ່າງໆກໍເພີ່ມຂຶ້ນ ໂດຍເວັບໄຊກໍຈະສ້າງຄອນເທຣນໃຫມ່ໆໃຫ້ເຮົາເຫັນຕະຫຼອດເວລາ ແລະ ເຮົາມາເບິ່ງ  4 ເທຣນທີ່ເປັນແຮງຂັບເຄື່ອນການຕະຫຼາດໃນປີ 2019.

?ເລື່ອງໝໍ້ໄຟ ຕ້ອງຍົກໃຫ້ Atlasbx ? ??ໝໍ້ໄຟ Atlasbx ໝໍ້ໄຟອັນດັບ 1 ໃນເກົາຫຼີ????? ??ໝໍ້ໄຟທີ່ໄດ້ຮັບຄວາມນິຍົມສູງໃນຕອນນີ້ ?? ?ເປັນໝໍ້ໄຟແຫ້ງສະດວກໃນການໃຊ້ງານ? ??ອາຍຸການໃຊ້ງານຍາວນານ ຈ່າຍໄຟແຮງເຕັມປະສິດຕິພາບ?? ☎☎ສົນໃຈສັ່ງຊື້ຫຼືເປັນຕົວແທນຈໍາໜ່າຍຕິດຕໍ່ສອບຖາມໄດ້ທີ່ເບີ ☎030 980 6912 ☎030 980 6914 ☎030 555 0281-3

  1.  Streaming Content ອີກໜຶ່ງສື່ທີ່ສຳຄັນເຂົ້າເຖິງກຸ່ມຄົນ Millennials

ໃນຄວາມຈິງ “Streaming Content” ແມ່ນມີມາແຕ່ດົນນານ ແຕ່ບໍ່ຫຼາຍປີມານີ້ ມີກະແສເພີ່ມຂຶ້ນ ສົ່ງຜົນໃຫ້ການເສບສື່ມີເດຍປົກກະຕິໜ້ອຍລົງ ເພາະຜູ້ບໍລິໂພກຫັນໄປເສບ Content ໃນສ່ອງທາງ Video Streaming ຫຼາຍຂຶ້ນ. ເນື່ອງຈາກສາມາດເບິ່ງຄອນເທນໄດ້ຍາວຕະຫຼອດເວລາ ໂດຍບໍ່ມີໂຄສະນາມາຂັ້ນ. ສະນັ້ນ, ເຮັດໃຫ້ “Gen Millennials” ເຊິ່ງເປັນຜູ້ບໍລິໂພກທີ່ບໍ່ມັກເສບສື່ທາງໂທລະພາບຢູ່ແລ້ວ ຍິ່ງເຮັດໃຫ້ເບິ່ງໜ້ອຍລົງໄປອີກ,  ສິ່ງທີ່ຕາມມາກໍຄືຜູ້ບໍລິໂພກ ໂດຍສະເພາະຄົນລຸ້ນໃຫມ່ ຈະເສບຄອນເທຣນ ຜ່ານສ່ອງທາງ Video Streaming ແທນການເບິ່ງໂທລະພາບ. ສະນັ້ນ, ແບຣນຕ່າງໆຄວນຊອກຫາວິທີນຳເອົາໂຄສະນາຂອງຕົນເຮັດແນວໃດເຂົ້າໄປໃນ Video Streaming ໂດຍບໍ່ເຮັດໃຫ້ຜູ້ຊົມນ່າເບື່ອ.

2. “Social Network” ບໍ່ແມ່ນແຕ່ເປັນເຄື່ອຂ່າຍສັງຄົມອອນໄລ໌ ແຕ່ແມ່ນ ສື່ຂະໜາດໃຫຍ່.

ປັດຈຸບັນ ມະນຸດໃຊ້ຊີວິດຢູ່ໃນອອນໄລ໌ ບໍ່ຕໍ່າກວ່າ 4 ຊົ່ວໂມງຕໍ່ມື້ ຫຼື ຫາຍກວ່ານັ້ນ, ຜ່ານມາແບຣນຕ່າງໆເບິ່ງ  Social Network ເປັນພຽງເຄື່ອຂ່າຍທາງສັງຄົມອອນໄລ໌ ແຕ່ດ້ວຍຄວາມທີ່ສື່ອອນໄລ໌ເຫຼົ່ານີ້ ມີຖານຜູ້ໃຊ້ຈຳນວນມະຫາສານໃນທົ່ວໂລກ ແລະ ແຕ່ລະຄົນໃຊ້ເວລາໃນ Social Network ຫຼາຍ ປະກອບກັບສ່ອງທາງຫຼັກຕ່າງໆກໍ ມີຄອນເທຣນຂອງຕົນເອງ ເຊັ່ນ: YouTube TV, Facebook Watch, Snapchat, Twitter, Instagram ມີຄອນເທຣນວີດີໂອ ແລະ ໂຄສະນາໃນສ່ອງທາງ ຫຼື ປັດຈຸບັນພົບວ່າຄົນທຳມະດາ ກໍສາມາດມີອິດທີພົນທາງ ສື່ອອນໄລ໌ ໄດ້.

ສະນັ້ນ, ແບຣນຕ້ອງເບິ່ງ Social Network ເປັນ “Mass Media” ທຽບເທົ່າກັບສື່ຮູບແບບເກົ່າທີ່ເຮົາຄຸ້ນເຄີຍກັນດີເຊັ່ນ: ໂທລະພາບ, ສື່ສິ່ງພິມ. ດັ່ງນັ້ນ, ຄວາມທ້າທາຍຂອງແບຣນ ຫຼື ນັກການຕະຫຼາດ ຄື ການຫາຈຸດທີ່ເໝາະແກ່ການໃຊ້ສື່ ຢ່າງມີປະສິດທິພາບ ເຊັ່ນ: ໃຊ້ອິດທິພົນ ການຕະຫຼາດ ແຕ່ຕ້ອງໃຊ້ຢ່າງມີຄວາມຮັບຜິດຊອບ ແລະ ມີຄວາມນ່າເຊື່ອຖື.

3. “New Tech Reality Check” ນັກການຕະຫຼາດຄວນເບິ່ງເຕັກໂນໂລຊີທີ່ໃກ້ຕົວຜູ້ບໍລິໂພກ ຫຼາຍກວ່າເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ແຕ່ໄກຕົວ

ການນຳເຕັກໂນໂລຊີມາໃຊ້ ນັກການຕະຫຼາດຕ້ອງພິຈາລະນາກະແສຂອງເຕັກໂນໂລຊີ ທີ່ຈະເຂົ້າເຖິງຜູ້ບໍລິໂພກ ກັບຄວາມເປັນຈິງ ຄືກັບທີ່ຜ່ານມາເຮົາອາດເຄີຍໄດ້ຍິນເຕັກໂນໂລຊີ AR – VR ທີ່ຈະເຂົ້າມາມີບົດບາດຕໍ່ແບຣນ ແຕ່ຜົນປາກົດວ່າ ເປັນສິ່ງທີ່ຫ່າງໄກຈາກຊີວິດປະຈຳວັນຂອງຜູ້ບໍລິໂພກ ເພາະສະນັ້ນ,  ເຕັກໂນໂລຊີທີ່ຈະເຂົ້າເຖິງບໍລິໄພກໄດ້ມີປະສິດທີພາບ ຄວນເປັນເຕັກໂນໂລຊີໃກ້ຕົວ ແລະ ສ້າງຄວາມສະດວກສະບາຍໃຫ້ກັບຜູ້ບໍລິໂພກ ເຊັ່ນ: Smart Home ຫຼື Smart Personal Device ຫຼື AI ແລະ Voice

4. Appealing to ad avoiders ຜູ້ບໍລິໂພກ ຫຼີກລຽງໂຄສະນາ.

ປັດຈຸບັນ, ແນວໂນ້ມການຫຼີກລຽງໂຄສະນາ ຍັງບໍ່ຄ່ອຍເຫັນຢູ່ບ້ານເຮົາ ມີກໍຈຳເປັນຕ້ອງໄດ້ເບິ່ງ ຫຼື ເບິ່ງໄປໜ້ອຍໜຶ່ງສາມາດກົດຂ້າມຜ່ານໄດ້ ແຕ່ສຳລັບຢູ່ຕ່າງປະເທດ ຄົນນັ້ນເລີ່ມໃຊ້ແອັບພິເຄຊັນ ຫຼື ຊ໋ອບແວ Block ໂຄສະນາແລ້ວ ເພາະຜູ້ບໍລິໂພກເບິ່ງວ່າການໂຄສະນາເຂົ້າມາຫຼາຍເກີນໄປ ແລະ ຫຼາຍຄັ້ງທີ່ເບິ່ງໂຄສະນາ ຫຼື ເບິ່ງຕາມຄອນເທຣນທີ່ມີໂຄສະນາຂັ້ນ ຫຼື ແຊກໂຄສະນາເຂົ້າໄປໃນເວລາເບິ່ງ ຫຼື ອ່ານຄອນເທຣນ ຜູ້ບໍລິໂພກກັງວົນວ່າຈະເປັນການໃຫ້ Data ສ່ວນຕົວຂອງເຂົາໃຫ້ກັບແບຣນ ຈຶ່ງໃຊ້ເຕັກໂນໂລຊ່ວຍຊີປິດການຮັບໂຄສະນາ ໂດຍສະເພາະໃນກຸ່ມໄວລຸ້ນ ດັ່ງນັ້ນ, ນັກການຕະຫຼາດຕ້ອງຫາວິທີການສັງສັນການຜະລິດຄອນເທຣນທີ່ດຶງດູດໃຈຜູ້ບໍລິໂພກແທນ.

ການສື່ສານການຕະຫຼາດຂອງແບຣນຕ້ອງມີການປັບປ່ຽນ ເນື່ອງຈາກປັດຈຸບັນສື່ເຮົາລື້ງເຄີຍ ບໍ່ໄດ້ເປັນສື່ແບບເກົ່າອີກຕໍ່ໄປແລ້ວ ແລະ ດ້ວຍການເຕີບໃຫຍ່ຂອງຕະຫຼາດ ແລະ ນະວັດຕະກຳຕ່າງໆ ເຮັດໃຫ້ການເສບສື່ຂອງຜູ້ບໍລິໂພກປ່ຽນໄປ ເຫັນໄດ້ຊັດເຈນຄື: Streaming Content ທີ່ດຶງຄວາມສົນໃຈອອກມາຈາກຊ່ອງ ແລະ ລາຍການໂທລພາບ ຂະນະດຽວກັນຜູ້ບໍລິໂພກໃຊ້ເວລາໃນສັງຄົມອອນໄລ໌ຫຼາຍຂຶ້ນ ຈຶ່ງເປັນໂອກາດ ແລະ ຄວາມທ້າທາຍໃນການວາງແຜນສື່ໃຫ້ເຂົ້າເຖິງກຸ່ມເປົ້າໝາຍ.

ດັງນັ້ນ, ແບຣນຄວນສ້າງຄອນເທຣນໃຫ້ເປັນທີ່ນ່າສົນໃຈ ຄອນເທຣນທີ່ດີ ຄວາມສັ້ນ ຄວາມຍາວ ບໍ່ສຳຄັນ ມັນສຳຄັນຢູ່ທີ່ຄອນເທຣນນັ້ນນ່າສົນໃຈທີ່ສຸດແລ້ວບໍ່? ມັນເຂົ້າຕອບໂຈດໃຫ້ກັບຜູ້ບໍລິໂພກແລ້ວບໍ່? ແລະ ຜູ້ບໍລິໂພກຕ້ອງການເຫັນຄອນເທຣນໃນເວລາທີ່ເໝາະສົມ ແລະ ໃນຈຳນວນທີ່ເໝາະສົມ ບໍ່ແມ່ນເຫັນຈົນນ່າລຳຄ້ານ  ໃນຍຸກທີ່ໂຄສະນາ ແລະ ຄອນເທຣນທີ່ເກີດຂຶ້ນໃຫມ່ໆທຸກໆມື້ແບບນີ້.

 

Comments