ແອັບ WeChat ເພີ່ມລູກຫຼິ້ນ “Time Capsule” ຈະແມ່ນເປັນແບບໃດ? (ກົດເຂົ້າອ່ານເລີຍ)

ແອັບຍອດນີຍົມໃນຈີນ WeChat ກໍຕາມກະແຊໂຊຊຽວໂລກ ໂດຍ ເພີ່ມຟີເຈີ ຫຼື ລູກຫຼິ້ນ Stories ຄືກັບສະແນບແຊັດ, ອິດສຕຣາແກມ ແລະ ເຟສບຸກ.  ທີ່ເອີ້ນວ່າ  “Time Capsule” ທີ່ໃຫ້ເຫັນຄຣິບສັ້ນໆ 15 ວິນາທີ  ແລະ ຈະຫາຍໄປພາຍໃນ 24 ຊົ່ວໂມງ ຄືກັບ  Stories ຂອງໄອຈີ ແລະ ເຟສບຸກ ທີ່ເຮົາເຫັນກັນເລື້ອຍໆ.

Time Capsule ກັບ Stories ຕ່າງກັນຄືເຮົາຈະເຫັນຄົນໂພສ Time Capsule  ເປັນວົງມົນສີຟ້າ ຢູ່ຫຼັງ profile  ເທົ່ານັ້ນ  ຖ້າໃຜຈະເຂົ້າເບິ່ງກໍຕ້ອງໄດ້ກົດເຂົ້າໄປເບິ່ງອີກ  ຕ່າງຈາກ Stories ທີ່ເຮົາຮູ້ກັນດີທີ່ເຫັນຢູ່ ໃນ Moment ແອັບເລີຍ.

ປັດຈຸບັນ, WeChat  ຂອງບໍລິສັດ Tencent ມີຖານຜູ້ໃຊ້ ທັງໝົດໃນຈີນປະມານ 1.000 ລ້ານຄົນ ໂດຍບໍ່ໄດ້ເປັນພຽງແອັບແຊັດ ແລະ ໂຊຊຽວ ທຳມະດາ ແຕ່ຍັງມີລູກຫຼິ້ນ ຄວາມສາມາດຫຼາກຫຼາຍຢ່າງໃນແອັບນີ້ ແລະ  Time Capsule ນີ້ ກໍຈະຕາມຕິດກັບ profile  ຂອງຜູ້ໃຊ້ແຕ່ລະຄົນໄປທຸກໆບ່ອນ. 

ຂ່າວຈາກ:  techcrunch.com/2018/12/24/wechat-adds-snap-like-stories

Comments