ຂະບວນຄາຣາວານລົດທ່ອງທ່ຽວມອບເງິນ 10 ລ້ານ ບູລະນະຖໍ້າປິວ.

ຂະບວນ ຄາຣາວານລົດທ່ອງທ່ຽວ ວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ຂອງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢ້ຽມຊົມແຫຼ່ງທ່ອງທ່ຽວປະຫວັດສາດ ຖໍ້າປິວ, ເມືອງຄຳ, ແຂວງຊຽງຂວາງ ໃນວັນທີ 1 ທັນວາ 2018 ພ້ອມທັງມອບເງິນໃຫ້ຄະນະຮັບຜິດ ຊອບຖໍ້າປິວ 10 ລ້ານກີບ ໂດຍແມ່ນ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເປັນຜູ້ມອບ ເພື່ອນຳໃຊ້ເຂົ້າໃນ ການປັບປຸງ ແລະ ບູລະນະຖ້ຳແຫ່ງນີ້.


ຖ້ຳປິວ ຖືເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທີ່ປະຊາຊົນລາວບັນດາເຜົ່າບໍ່ສາມາດຫຼົງລືມໄດ້ ນັ້ນຄື: ໂສກອະນາດຕະກຳ ຈາກການຍິງລູກສອນໄຟໃສ່ຖ້ຳປິວເມືອງຄຳ ຂອງກໍາລັງອາກາດພວກຈັກກະພັດອາເມຣິກາ ຜູ້ຮຸກຮານ ເມື່ອວັນທີ່ 24 ພະຈິກ 1968 ເຮັດໃຫ້ປະຊາຊົນ ທີ່ລີ້ໄພຢູ່ໃນຖໍ້າແຫ່ງນີ້ ເສຍຊີວິດພາບດຽວ 374 ຄົນ ໃນພຽງສ້ຽວວິນາທີ.

ດັ່ງນັ້ນ ວັນທີ 24 ​ພະ​ຈິກ ຂອງ ທຸກໆປີ ຈິ່ງກາຍເປັນວັນລະນຶກ ແລະ ໄວ້ອາໄລເຖິງ ດວງວິນຍານຂອງປະຊາຊົນ ຜູ້ບໍລີສຸດທີ່ຕົກເປັນເຫຍື່ອ ເຄາະຮ້າຍຈາກເຫດການຄັ້ງນັ້ນ.


ຖ້ຳປິວ ເປັນຖ້ຳໃຫຍ່ແຫ່ງໜຶ່ງ ທີ່ຕັ້ງຫ່າງຈາກເທສະບານ ເມືອງຄຳ ປະມານ 5 ກິໂລແມັດ ໄປທາງທິດຕາເວັນອອກ ຕາມເສັ້ນທາງເລກ 6 ທາງໄປຊຳເໜືອ ແຂວງ ຫົວພັນ ປະມານ 60 ກິໂລແມັດ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ.

Comments