ນໍ້າໃຈວັນຊາດ 2 ທັນວາ ໝັ້ນຍືນ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 43 ປີ ບໍລິສັດ K&C Group ພ້ອມດ້ວຍທິມງານວາລະສານ TARGET ແລະ ພະນັກງານທຸກໆຄົນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດມາຍັງທ່ານຜູ້ນໍາພັກແລະລັດ, ພະນັກງານ, ກໍາລັງປກຊ, ປກສ ແລະ ປະຊາຊົນບັນດາເຜົ່າ ຈົ່ງປະສົບແຕ່ຄວາມຜາສຸກ ຄວາມຈະເລີນ ຕະຫຼອດໄປ.

                       ຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ ຢ່າງສຸດໃຈ.

ກ່ອນໜ້ານີ້ 43 ປີ ຄືວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຕົກລົງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລຶບລ້າງລະບອບສັກດີນາລ່າເມືອງຂຶ້ນທີ່ຄອບງຳ ປະເທດເຮົາມາ ເປັນເວລາຍາວນານ ລົງຢ່າງສິ້ນເຊີງ.

ເລີ່ມແຕ່ນັ້ນມາ ປະເທດເຮົາໄດ້ກາຍເປັນປະເທດ ທີ່ມີເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປະຊາຊົນລາວບັນດາເຜົ່າໄດ້ກາຍມາເປັນເຈົ້າຂອງອັນແທ້ຈິງຂອງປະເທດຊາດ ມີອິດສະຫຼະພາບມີເງື່ອນໄຂພັດທະນາຕົນເອງຢ່າງຮອບດ້ານ ເພື່ອຍົກລະດັບຊີວິດ ການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.
43 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ໂດຍສະເພາະແມ່ນພາຍຫຼັງທີ່ພັກ ໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ ມານີ້ ປະເທດຊາດຂອງພວກເຮົາ ໄດ້ກ້າວສູ່ການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ.

ຜົນງານພົ້ນເດັ່ນໃນເຄິ່ງສະໄໝຂອງລັດຖະບານ (2016-2020) ສາມາດແກ້ໄຂຫຼາຍບັນຫາ ເປັນຕົ້ນແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ,ປັບປຸງການຈັດຕັ້ງ,ຊັບຊ້ອນບຸກຄະລາກອນໃຫ້ແທດເໝາະ,ນໍາໃຊ້ລະບົບເຄື່ອງມືທີ່ທັນສະໄໝ,ເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງໜີ້ສິນ,ການສໍ້ລາດບັງຫຼວງ ແລະ ອື່ນໆ.

ໃນໄລຍະ 2 ປີກວ່າຜ່ານມາ ການຂະຫຍາຍຕົວຂອງເສດຖະກິດຢູ່ໃນຈັງຫວະທີ່ຊ້າລົງ ສະເລ່ຍ 6,8% ເຫັນວ່າຫຼຸດແຜນການທີ່ວາງໄວ້ 0,4% (ແຜນການດັດແກ້ ສະເລ່ຍ 7,2%) ແຕ່ໃນປີ 2019 ລັດຖະບານໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ້ມຂຶ້ນ 6,7% ຂຶ້ນໄປ , ສູ້ຊົນເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມແຜນການ ແລະ ມີຄວາມໂປ່ງໃສ.

ບັນນາທິການວາລະສານ TARGET

 

Comments