ສິ່ງທີ່ ຜົວ-ເມຍ ຕ້ອງປະຕິບັດຕໍ່ກັນ

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ພວກເຮົາຈະມານໍາສະເໜີບັນດາທ່ານຮູ້ກ່ຽວກັບ “ ຜົວ-ເມຍ ຕ້ອງປະພຶດ ປະຕິບັດ ຕໍ່ກັນແນວໃດ” ເຊິ່ງເລື່ອງນີ້ຄົນບູຮານເພິ່ນສັ່ງສອນ ແລະ ປະຕິບັດສືບມາຫຼາຍເຊັ່ນຄົນ.

  • ສາມີ (ຜົວ) ຕ້ອງປະຕິບັດຕໍ່ເມຍ 5 ປະການ.
  1. ຍົກຍ້ອງນັບຖືວ່າເປັນພັນລະຍາ (ເມຍ).
  2. ບໍ່ໝີ່ນປະໝາດ.
  3. ບໍ່ປະພຶດນອກໃຈ.
  4. ມອບຄວາມເປັນໃຫຍ່ໃຫ້ໃນຄອບຄົວ.
  5. ໃຫ້ເຄື່ອງແຕ່ງກາຍໃນເວລາອັນສົມຄວນ.
  • ພັນລະຍາ (ເມຍ) ຕ້ອງປະຕິບັດຕໍ່ຜົວ 5 ປະການ.
  1. ເຮັດວຽກງານດີ.
  2. ຊ່ວຍເຫຼືອສົງເຄາະຍາດພີ່ນ້ອງຂອງຜົວ.
  3. ບໍ່ປະພຶດນອກໃຈ.
  4. ຮັກສາຊັບສົມບັດທີ່ຜົວຊອກມາໃຫ້.
  5. ດຸໝັ່ນບໍ່ກຽດຄ້ານ.

ຂອບໃຈຮູບພາບປະກອບຈາກອິນເຕີເນັດ.

 

Comments