ກອງປະຊຸມ ປະທານອົງການພຸດທະສາດສະໜາ 3 ປະເທດຄັ້ງທີ 1 ຈະຈັດຂຶ້ນທີ່ ນ.ວ.

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ພະຈິກ 2018 ທີ່ສູນກາງແນວລາວສ້າງຊາດວ່າ: ກອງປະຊຸມປະທານອົງການພຸດທະສາດສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1 ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ (ນ.ວ), ໃນວັນທີ 12 ພະຈິກ 2018, ພາຍໃຕ້ຄຳຂວັນ: “ເພີ່ມທະວີມູນເຊື້ອສາຍພົວພັນ ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ອົງການພຸດທະສາດສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ”, ຊຶ່ງຄາດວ່າ ຈະມີຜູ້ແທນເຂົ້າຮ່ວມປະມານ 570 ອົງ/ທ່ານ.


ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອຍົກສູງບົດບາດການເຄື່ອນໄຫວ ຂອງອົງການພຸດທະສາດສະໜາສຳພັນລາວ ແຕ່ລະຂັ້ນ, ເປັນການສ້າງເງື່ອນໄຂໃຫ້ຜູ້ແທນສົງ 3 ປະເທດ ໄດ້ພົບປະປຶກສາຫາລືແລກ ປ່ຽນຄຳຄິດເຫັນ ເພື່ອຮ່ວມມືກັບອົງການຊາວພຸດກຳປູເຈຍ ແລະ ຫວຽດນາມ ໃນດ້ານພຸດທະສາດສະໜາໃນເງື່ອນໄຂໃໝ່ ທີ່ມີການເຊື່ອມໂຍງພາກພື້ນ ແລະ ສາກົນ ເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງອົງການຊາວພຸດ ກໍຄື ພຸດທະສາສະນິກະຊົນ 3 ປະເທດ.

ຂໍ້ມູນຈາກ: ຂປລ.

Comments