ມີບຸນວາດສະໜາຕໍ່ກັນຈຶ່ງໄດ້ມາພົບພໍ້ ແລະ ເປັນຄູ່ຄອງກັນ.

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ພວກເຮົາຈະມານໍາສະເໜີບັນດາທ່ານກ່ຽວກັບ “ຄູ່ຄອງ” ການຊອກຫາຄູ່ຄອງແມ່ນບ່າວ ແລະ ສາວທີ່ໄດ້ພົບພໍ້ກັນ ດັ່ງຄໍາບູຮານທ່ານວ່າ: “ບຸນວາດສະໜາ”. ຄໍາວ່າບຸນ: ແມ່ນຄວາມດີທີ່ເຄີຍໄດ້ສ້າງຮ່ວມກັນ, ຄໍາວ່າວາດ: ອອກມາຈາກ”ວາທີ”ຄືໄດ້ໂອ້ລົມທໍາຄວາມເຂົ້າໃຈກັນ, ຄໍາວ່າ ສະໜາ: ໝາຍເຖິງ ທີິ່ນັ່ງຄືໄດ້ຢູ່ຮ່ວມກັນໃນກິດຈະກໍາຕ່າງໆມີຄວາມເຂົ້າໃຈກັນ. ລວມຄວາມແລ້ວເອີ້ນວ່າ: ມີບຸນວາດສະໜາຕໍ່ກັນຈຶ່ງໄດ້ມາພົບພໍ້ ແລະ ເປັນຄູ່ຄອງກັນ.

ການເວລາ ແລະ ການພັດທະນາໄດ້ມີການປ່ຽນແປງໄປຕາມຍຸກຕາມສະໄໝ ດັ່ງນັ້ນການຊອກຫາຄູ່ຄອງຂອງຄົນໃນສະໄໝບູຮານ ຈິ່ງມີຄວາມແຕກຕ່າງກັນກັບຍຸກປັດຈຸບັນໃນບາງດ້ານດັ່ງນີ້:

ຄົນສະໄໝບູຮານ ສ່ວນຫຼາຍຈະເປັນພໍ່-ແມ່ຫາໃຫ້ ບາງເທື່ອຄູ່ບ່າວ-ສາວມັກກັນ ແຕ່ຜູ້ເປັນພໍ່ແມ່ບໍ່ມັກ ບາງເທື່ອກໍບໍ່ໄດ້ເອົາກັນຊໍ້າ. ດັ່ງນັ້ນການເລືອກຄູ່ຄອງສະໄໝບູຮານ ເພິ່ນຈຶ່ງເລືອກເບິ່ງວ່າແມ່ຍິງຕໍ່າຫູກທໍໄໝເປັນບໍ່? ຕໍາເຂົ້າເອົາຟືນ ແລະ ອື່ນໆ. ສະນັ້ນສະໄໝບູຮານຈຶ່ງມີທັງສົມຫວັງ ແລະ ບໍ່ສົມຫວັງປະປົນກັນຫຼາຍເລື່ອງ,ຕົວຢ່າງທີ່ດີເຊັ່ນ: ນາງ ມັດທີ ໃນເລື່ອງພະເຫວດ ມີຫຼາຍເລື່ອງທີ່ບໍ່ດີເຊັ່ນ: ນາງອົ້ວແຂວນຄໍຕາຍນໍາທ້າວຂຸນລູ.

ແຕ່ໃນປັດຈຸບັນ ກໍຍັງມີບາງທ້ອງຖິ່ນທີ່ເພິ່ນຍັງຮັກສາຮີດຄອງດັ່ງກ່າວໄວ້ ແຕ່ສ່ວນໃຫຍ່ແລ້ວໃນຍຸກແຫ່ງໂລກາພິວັດ,ຍຸກແຫ່ງເຕັກໂນໂລຊີທັນສະໄໝ ຜູ້ເປັນພໍ່-ແມ່ບໍ່ຄ່ອຍສົນໃຈເລື່ອງດັ່ງກ່າວປານໃດ ເພາະຄິດວ່າເລື່ອງຄວາມມັກຮັກເປັນສິດທິຂອງລູກ, ພໍ່ແມ່ຈະເປັນຜູ້ແນະນໍາຢູ່ເບື້ອງຫຼັງ ແຕ່ຈະບໍ່ເປັນຜູ້ຕັດສິນຊີ້ຂາດ. ເມື່ອເຫັນວ່າລູກມັກຮັກກັນ ແລະ ເຫັນສົມມາພາຄວນ,ເຫັນວ່າຄວາມມັກຮັກທີ່ທັງສອງຄົນມີຕໍ່ກັນຢ່າງຖືກຕ້ອງ, ເຫັນວ່າຈະມີອະນາຄົດ ມີຄວາມກ້າວໜ້າ ມີຄວາມພ້ອມທັງທາງກາຍ, ວາຈາໃຈ ແລະ ວິຊາຊີບໝັ້ນຄົງ ທີ່ຈະສາມາດຫາລ້ຽງກຸ້ມຄອບຄົວໃນອະນາຄົດໄດ້ ເຖົ້າແກ່ທັງສອງຝ່າຍຈິຶ່ງກ້າວເຂົ້າສູ່ການສູ່ຂໍ,ໝັ້ນໝາຍ,ຈັດພິທີແຕ່ງດອງກັນຕາມຮີດຄອງປະເພນີ.

ຂໍຂອບໃຈທີ່ມາ: ປຶ້ມ ຮີດຜົວຄອງເມຍ ໂດຍ ອາຈານ ບຸນເຕີມ ສີບຸນເຮືອງ.

ຂອບໃຈຮູບປະກອບຈາກອິນເຕີເນັດ

Comments