ການປະຕິວັດອຸດສາຫະກໍາຄັ້ງທີ 4 ຫຼື ຍຸກອຸດສາຫະກໍາ 4.0 ແມ່ນຫຍັງ?…

ໃນໄລຍະຫຼາຍປີຜ່ານມານີ້ ທົ່ວໂລກໄດ້ມີການເວົ້າເຖິງການປະຕິວັດອຸດສາຫະກໍາຄັ້ງທີ 4 ຫຼື ຍຸກອຸດສາຫະກໍາ 4.0 ຊຶ່ງໝາຍເຖິງຂະບວນການປ່ຽນແປງທາງດ້ານວິທີການຜະລິດ ແລະ ລະບົບການຜະລິດຈາກຮູບແບບເກົ່າໄປສູ່ຮູບແບບໃໝ່ ດ້ວຍການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ແລະ ອິນເຕີເນັດ ເຂົ້າໃນຂະບວນການຜະລິດສິນຄ້າ ເພື່ອເພີ່ມປະສິດທິພາບຂອງຂະບວນການຜະລິດໃຫ້ສູງຂຶ້ນກວ່າເກົ່າ ແລະ ເຮັດໃຫ້ສິນຄ້າທີ່ຜະລິດອອກມາ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໄດ້ຢ່າງແທ້ຈິງ ຊຶ່ງບັນດານະວັດຕະກໍາທີ່ພົ້ນເດັ່ນໃນຍຸກອຸດສາຫະກໍາ 4.0 ນີ້ ບັນດາທ່ານກໍອາດຈະເຄີຍໄດ້ຍິນຜ່ານມາແລ້ວ ເຊັ່ນ: Internet of Things (IoT) ການເຊື່ອມຕໍ່ອິນເຕີເນັດຂອງອຸປະກອນທີ່ເຮັດເປັນອຸປະກອນອັດສະລິຍະ, Artificial Intelligence (AI) ປັນຍາປະດິດ ທີ່ໃຊ້ເຂົ້າໃນການສ້າງຫຸ່ນຍົນອັດຕະໂນມັດມາຮັບໃຊ້ການຜະລິດ, Cloud Computing ການປະມວນຜົນ ແລະ ເກັບຮັກສາຂໍ້ມູນຜ່ານລະບົບອອນໄລ, Big Data, ເຕັກໂນໂລຊີຈັດເກັບຂໍ້ມູນແບບ Blockchain ແລະ ອື່ນໆ. ດັ່ງນັ້ນ, ໃນຍຸກໂລກາພິວັດນີ້ ພວກເຮົາສາມາດເຫັນໄດ້ແຈ້ງວ່າ ການພັດທະນາທາງດ້ານເຕັກໂນໂລຊີດິຈິຕ໋ອນ ແມ່ນມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ບັນດາປະເທດທີ່ພັດທະນາແລ້ວ ແມ່ນໄດ້ຖືເອົາວຽກງານການຄົ້ນຄ້ວາ-ພັດທະນາ ແລະ ການສົ່ງເສີມ ການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເປັນບັນຫາສຳຄັນໃນການພັດທະນາເສດຖະກິດ-ສັງຄົມ. ຕໍ່ກັບສະພາບການດັ່ງກ່າວນີ້ ສປປ ລາວ ຂອງພວກເຮົາ ຈຶ່ງມີຄວາມຈໍາເປັນຕ້ອງຮີບດ່ວນນໍາເອົາເຕັກໂນໂລຊີດີຈີຕອນ ມາເປັນເຄື່ອງມືສໍາຄັນໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນການພັດທະນາປະເທດຊາດ ຊຶ່ງເຕັກໂນໂລຊີ ດິຈິຕ໋ອນ ສາມາດຕອບໂຈດ ຫຼື ແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ປະເທດເຮົາກໍາລັງພົບພໍ້ຢູ່ໃນປະຈຸບັນ ຫຼື ອາດຈະເພີ່ມໂອກາດໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນ ການປັບປຸງກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມສະດວກ ວ່ອງໄວ ໂປງໃສ ສາມາດກວດສອບໄດ້, ການພັດທະນາຂີດຄວາມສາມາດຂອງຫົວໜ່ວຍທຸລະກິດພາຍໃນປະເທດ ໂດຍສະເພາະໃນກຸ່ມວິສະຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດແຂ່ງຂັນໃນໂລກສະໄໝໃໝ່ໄດ້.

ໃນຍຸກອຸດສາຫະກຳ 4.0 ນີ້ ບັນດາປະເທດຕ່າງໆຈະນຳໃຊ້ເຕັກໂນໂລຊີທັນສະໄໝຫຼາຍຢ່າງ ເຊັ່ນ: ນາໂນເຕັກໂນໂລຊີ, ເຕັກໂນໂລຊີພັນທຸກຳ, ການພິມແບບ 3 ມິຕິ, ຫຸ່ນຍົນ, ພາຫະນະບໍ່ມີຄົນຂັບ, ອິນເຕີເນັດແຫ່ງສັບພະສິ່ງ, ລະບົບຂໍ້ມູນມະຫາສານ ແລະ ກຸ່ມຂໍ້ມູນຜູກພັນ ເຊິ່ງຈະກ້າວໄປເຖິງນຳໃຊ້ປັນຍາປະດິດ ແລະ ສ້າງໂຮງງານອັດສະລິຍະ, ການຈໍລະຈອນອັດສະລິຍະ ແລະ ຕົວເມືອງອັດສະລິຍະ… ທັງໝົດເຫຼົ່ານີ້ແມ່ນເຕັກໂນໂລຊີລະດັບສູງແຫ່ງຍຸກສະໄໝໃໝ່.

Comments