5 ຮູບແບບທຸລະກິດ ແປກໃໝ່ ທີ່ຈະເກີດຂຶ້ນໃນຍຸກນີ້.

5 Business Model ແປກໃໝ່ ທີ່ເກີດໃນຍຸກ Digital Transformation

ເພື່ອກ້າວເຂົ້າສູ່ The golden age of Digital Transformation ຍຸກຂອງການນໍາເຕັກໂນໂລຊີມາໃຊ້ໃນທຸລະກິດ. ເຮົາມາຮູ້ຈັກ 5 Business Model ແນວຄວາມຄິດທຸລະກິດໃໝ່ທີ່ເກີດຂຶ້ນແລ້ວໃນໂລກແລ້ວໃນປັດຈຸບັນ. ເພື່ອໃຊ້ເປັນແນວທາງໃນການເຮັດທຸລະກິດທີ່ເຮົາຮັກໄປພ້ອມໆກັນ.

  1. ຫຼຸດລາຄາກ່ອນ ແລ້ວຖ້າເອົາກຳໄລຕາມຫຼັງ.

ສຳລັບ Business Model ຫຼຸດລາຄາ ຈະສາມາດໄດ້ສ່ວນແບ່ງການຕະຫຼາດໄດ້ຫຼາຍ (Market Share) ໃນອຸດສາຫະກຳ ເພື່ອກອບໂກຍເອົາກຳໄລພາຍຫຼັງ.

ອະທິບາຍໃຫ້ເຫັນແຈ້ງຂຶ້ນກ່ຽວກັບ Business Model ນີ້  ຜູ້ທີ່ນຳເທຣນນີ້ກໍແມ່ນ E-Commerce ຄ່າຍ Amazon ກຳນົດເປົ້າໝາຍຕະຫຼາດໃຫຍ່. ການບຸກຕະຫຼາດ ແລະ ລູກຄ້າ. ດ້ວຍການຂາຍສິນຄ້າໃນລາຄາຕໍ່າທີ່ສຸດດ້ວຍການເຈລະຈາຮ່ວມກັບຄູ່ຄ້າ Supplier ລົງທຶນ ແລະ ບໍ່ລືມທີ່ຈະເບິ່ງແຍງການຈັດສົ່ງໃຫ້ໄວ ແລະ ການບໍລິການທີ່ດີ ການເປັນແມ່ເຫຼັກສຳຄັນໃນການຍາດສວນແບ່ງການຕະຫຼາດທຸລະກິດ  E-Commerce.

ຮູບແບບທຸລະກິດຂອງ Amazon ເປັນພື້ນຖານທີ່ສໍາຄັນທີ່ເຮັດໃຫ້ບໍລິສັດຂະຫຍາຍຕົວຮ້ອຍລະ 27 ຕໍ່ປີ ໃນໄລຍະ 10 ປີທີ່ຜ່ານມາ.

ອີກຕົວຢ່າງໜຶ່ງຄື: ທຸລະກິດບໍລິສັດ Priceline ທີ່ໃຫ້ບໍລິການຫ້ອງພັກ, ເຊົ່າລົດ ແລະ ຊື້ປີ້ຍົນ ຄືກັບທຸລະກິດ OTA ຫຼື online travel Agency ທີ່ມາແຮງທີ່ສຸດໃນສັງຄົມອອນໄລ.

ບໍລິສັດ Priceline ອາດຈະບໍ່ຮູ້ຈັກ ແຕ່ຖ້າວ່າ Agoda ແລະ Booking ທຸກຄົນຈະຮູ້ຈັກດີ ເພາະບໍລິສັດນີ້ເປັນເຈົ້າຂອງທັງສອງເວັບໄຊນີ້. ເຖິງວ່າຈະມີຄູ່ແຂ່ງຫຼາຍ ແລະ ບໍ່ມີໂຮງແຮມ ຫຼື ຂໍ້ມູນກ່ຽວກັບການທ່ອງທ່ຽວເລີຍ ແຕ່ Priceline ກໍເຮັດທຸລະກິດນີ້ໄດ້ ດ້ວຍການພັດທະນາລະບົບຈ້ອງໃຫ້ດີ ໂຄສະນາໃຫ້ມີຍອດຈ້ອງຫຼາຍ ພ້ອມກັບນຳສະເໜີລາຄາທີ່ບໍ່ແພງ ຫວັງເອົາໃຈຜູ້ບໍລິໂພກໃຫ້ຕິດໃຈມາໃຊ້ບໍລິການເລື້ອຍໆ. ເມື່ອມີຍອດຈ້ອງໂຮງແຮມ ຫຼື ບໍລິການຕ່າງໆເກີດຂຶ້ນຜ່ານລະບົບ ບໍລິສັດ Priceline ກໍຮັບຄ່າ Art Commission ໄປເລີຍແບບສະບາຍໆ.

  1. ສະເໜີຂາຍດ້ວຍລາຄາແພງທີ່ສຸດ.

ການມີຂໍ້ມູນຢ່າງມະຫາສານ Big Data ອາດຈະບໍ່ເຮັດໃຫ້ທ່ານຊະນະໃນທຸລະກິດໄດ້ ແຕ່ການວິເຄາະໃຫ້ໄດ້ ແລະ ນຳມາໃຊ້ໃຫ້ຖືກຕ້ອງ ກາຍເປັນອາວຸດສຳຄັນຂອງທຸລະກິດ.

ຕົວຢ່າງ ການຄົ້ນຫາລູກຄ້າທີ່ຊອກຫາຜະລິດຕະພັນໃໝ່ທີ່ບໍ່ມີໃຜສາມາດໃຫ້ໄດ້ ນະວັດຕະກຳທີ່  ເໜືອລະດັບເພື່ອໃຫ້ລູກຄ້າຍອມຈ່າຍເງິນເກືອບເຄິ່ງລ້ານໂດລາປີ ນັ້ນຄືສິ່ງທີ່ Alexion Pharmaceuticals ເປັນຜູ້ສ້າງຂຶ້ນໄດ້.

ຈາກສະຖິຕິຄົນ ຄົນເຈັບ ອາເມຣິກາ ຫຼາຍກວ່າ 8.000 ຄົນ ທີ່ເປັນພະຍາດລະບົບພູມຕ້ານທານ ກ່ຽວກັບເລືອດ Paroxysmal nocturnal hemoglobinuria (PNH) ບາງສ່ວນຂອງຄົນເຫຼົ່ານີ້ ຢາກໃຫ້ມີບໍລິສັດ ປະກັນ ຫຼື ລັດຖະບານສະຫະລັດຈ່າຍເງິນ 569.000 ໂດລາຕໍ່ປີ ເພື່ອໃຫ້ພວກເຂົາສາມາດໃຊ້ຢາ Soliris ລາຄາແພງຂອງ Alexion ເພື່ອໃຫ້ມີຊີວິດຢູ່ລອດໄດ້ເປັນຮູບແບບທຸລະກິດທີ່ສຸດຍອດທີ່ສຸດກໍວ່າໄດ້. ນອກຈາກ ຢາທີ່ມີລາຄາແພງແລ້ວ Alexion ຍັງມີນະວັດຕະກຳອື່ນໆທີ່ຜະລິດມາເພື່ອບຳບັດພະຍາດອື່ນໆ ແລະ ຢາຄວບຄຸມພູມຕ້ານທາຍ ສຳລັບຄົນເຈັບທີ່ປູກຖ່າຍອະໄວຍະວະອີກດ້ວຍ.

ໄລຍະ 10 ປີທີ່ຜ່ານມາຫຸ້ນຂອງ Alexion ຂຶ້ນສູງເຖິງ ຮ້ອຍລະ 2.250 ຕໍ່ປີ ແລະ ລາຍໄດ້ຂອງບໍລິສັດຂະຫຍາຍຕົວ 106% ຕໍ່ປີ ກ້າວສູ່ 1.600 ລ້ານໂດລາ.

  1. ລໍ້າສະໄໝ ເພີ່ມຄວາມສະດວກສະບາຍ.

ເມື່ອລະບົບ AI ເຂົ້າມາມີສ່ວນໃນຊີວິດປະຈຳວັນຫຼາຍຂຶ້ນ ບໍ່ວ່າຈະເປັນອະນາຄົດຂອງລົດບໍ່ມີຄົນຂັບທີ່ກຳລັງຈະເກີດຂຶ້ນ ຫຼ້າສຸດລົດບໍ່ມີຄົນຂັບຂອງ Google ໄດ້ທົດລອງແລ່ນຢູ່ເສັ້ນທາງແລ້ວຫຼາຍກວ່າ 1.5 ລ້ານໄມ.

ຮ້ານຄ້າ ບໍ່ມີພະນັກງານເກັບເງິນ ເປັນອີກຮູບແບບໜຶ່ງທີ່ນ່າສົນໃຈສຸດໆ ເປັນສິ່ງທີ່ເຈັບຕາເບິ່ງຂອງຄົນທົ່ວໂລກບໍ່ໜ້ອຍ ຈາກການຕັດສິນໃຈ Back to Basic ແບບ Online office (o2o) ກ້າວຈາກໂລກອອນໄລ໌ສູ່ໂລກຄວາມຈິງຂອງ ບໍລິສັດລາຍໃຫຍ່ E-Commerce Amazon

ຫຼັງຈາກທີ່ ຊື້ຫຸ້ນຂອງຮ້ານຄ້າຂາຍຍ່ອຍທີ່ຈະລົ້ມລະລາຍ Whole food ໃນປີ 2017 ເພື່ອນຳມາເຮັດເປັນຮ້ານຄ້າບໍ່ມີພະນັກງານເກັບເງິນ ເປັນສິ່ງທີ່ເປັນຂ່າວດັງທີ່ສຸດເກືອບທຸກສື່.

ການທີ່ນຳເອົາທຸກຢ່າງມາປະສົມກັນໄດ້ແບບບໍ່ມີບ່ອນຕິ ຕັ້ງແຕ່ລະບົບແອັບພິເຄຊັນ, ລະບົບຈ່າຍເງິນ, ລະບົບຮ້ານຄ້າ ແລະ ອື່ນໆຂອງ Amazon ເຮັດໃຫ້ຄົນທັງໂລກຕ້ອງປັບຕົວໃຫ້ທັນສະໄໝຫຼາຍຂຶ້ນ.

  1. ທົດລອງໃຊ້ກ່ອນ ພໍໃຈຈັງຊື້

ເຄີຍບໍ່ກ່ອນຈະຊື້ຫຍັງຈັກອັນ ຕ້ອງໄດ້ທົດລອງສິນຄ້າເປັນເວລາດົນ ຈະຊື້ເລີຍກໍບໍ່ກ້າຊື້ ໂດຍສະເພາະແມ່ນເຄື່ອງສຳອາງໃຫມ່ໆ ທີ່ບໍ່ເຄີຍໃຊ້ຖ້າຊື້ໄປກໍຢ້ານໜ້າພັງ.

ເປັນສິ່ງທີ່ນ່າສົນໃຈທີ່ສຸດ ສຳລັບ Business Model ຂາຍເຄື່ອງສໍາອາງອອນໄລ໌ແບບໃຫ້ທົດລອງກ່ອນ ມັກຈັງຊື້ຕາມຫຼັງ.

ສຳລັບການໃຊ້ງານ E-Commerce ແປກໃໝ່ພາຍໃຕ້ຊື່ Birchbox ຖືກໃຈໃຊ້ດີແລ້ວຄ່ອຍຊື້ ບໍລິສັດ Birchbox ຈະສົ່ງເຄື່ອງສໍາອາງມາໃຫ້ຮອດເຮືອນຂອງສະມາຊິກ.

ຄືກັບການໄດ້ຂອງຂວັນພິເສດ ເພາະກ່ອນຈະໄດ້ຮັບສິນຄ້າຕ້ອງໄດ້ສະໝັກກ່ອນ ຄ່າສະໝັກ 10 ໂດລາຕໍ່ເດືອນ ແລະ ໄດ້ໃຫ້ຂໍ້ມູນ ຂອງຕົນເອງເຊັ່ນ: ສະພາບຜິວ, ສີຜົມ,​ ການແຕ່ງຕົວ, ການແຕ່ງໜ້າ…. ເພື່ອໃຫ້ທາງ Birchbox ສົ່ງສິນຄ້າມາໃຫ້ທົດລອງ 4-5 ຢ່າງຕໍ່ເດືອນ ເລືອກຫາເຄື່ອງສຳອາງຕາມຂໍ້ມູນລູກຄ້າທີ່ໃຫ້ມາ. ຄືຖ້າມັກ ແລະ ໃຊ້ດີກໍກັບມາຊື້ໃນ platform Birchbox ໄດ້. ຖ້າຖືກໃຈໃຊ້ດີກໍໄປ ຄອມເມັ້ນບອກ ຫຼື ຖ້າໃຊ້ແລ້ວບໍ່ຄັດກໍບອກໄດ້ ສະມາຊິກກໍຈະໄດ້ຄະແນນພິເສດເພື່ອແລກຊື້ສິນຄ້າຂະໜາດປົກກະຕິໄດ້ ຫຼື ແນະນຳໝູ່ເພື່ອນໃຊ້ກໍຈະໄດ້ສິດທິພິເສດອື່ນໆອີກ. ແນວຄວາມຄິດນີ້ເກີດຈາກ Hayley Barna ແລະ Katia Beauchamp ສອງສາວພະນັກງານຫ້ອງການທີ່ມັກຮັກການແຕ່ງໜ້າເປັນຊີວິດຈິດໃຈ ປະສົບຄວາມສຳເລັດໄວທີ່ສຸດໃນສະຫະລັດອາເມຣິກາ ແລະ ແຄນນາດາ.

  1. ເຂົ້າເຖິງ ເຂົ້າໃຈຜູ້ບໍລິໂພກແບບ Exclusive

ສຳລັບ  Business Model ນີ້ ຂໍຍົກຕວົຢ່າງທຸລະກິດ Hukkster ສ້າງຕັ້ງຂຶ້ນໂດຍມີເປົ້າໝາຍໃຫ້ສິດທິພິເສດໃຫ້ກັບລູກຄ້າ ຕັ້ງແຕ່ເປີດເຂົ້າມາໜ້າເວັບໄຊ.

Shopping ໄດ້ແບບພິເສດຄືກັບຊອກຫາຄົນຮັກ ເຊິ່ງເປັນພຽງຊ່ອງທາງຂອງ E-Commerce ຊື້ເຄື່ອງແລ້ວມີສ່ວນຫຼຸດ ດ້ວຍມີກິດຈະກຳທີ່ມ່ວນໆ ດ້ວຍການກົດຮັບສ່ວນຫຼຸດສູງເຖິງ 70% ແບບ Real Time ສຳລັບຊື້ສິນຄ້າຊ່ວຍກະຕຸ້ນຍອດຂາຍ.

 

Hukkster ກໍໃຫ້ເກີດການ Shopping ຄືກັນກັບ ແອັບຊອກຫາຄູ່ Tinder ເພາະລູກຄ້າປະຈຳຂອງ Hukkster ມັກຈະຕິດຕາມໂປຣໂມຊັນໃຫມ່ໆທຸກມື້ຜ່ານທາງອີເມວ ແລະ ການແຈ້ງເຕືອນຜ່ານມືຖື.

ເຖິງວ່າຈະເປັນເວັບໄຊຂາຍເຄື່ອງ ແຕ່ Hukkster ມີລາຍໄດ້ຫຼັກຈາກຄູ່ຮ່ວມທຸລະກິດ partner ທີ່ຍິນດີຈ່າຍຄ່າໃຊ້ຈ່າຍເພີ່ມຕື່ມສຳລັບການປັບປຸງອີເມວການແຈ້ງເຕືອນການຂາຍທີ່ດີກວ່າ.

ນອກຈາກນີ້, ຍັງມີ Content ທີ່ມີຮູບແບບຈາກ Popsugar ທີ່ສາມາດດຶງດູດໃຫ້ຜູ້ຊົມເບິ່ງວີດີໂອໃນເຟສບຸກເພສໄດ້ເຖິງ 30 ວິນາທີ ຫຼື ດົນກວ່ານັ້ນ ໂດຍຜູ້ບໍລິຫານເລື່ອງເລົ່າເລື່ອງໃຫ້ໄດ້ໃຈສຸດຕັ້ງແຕ່ 2-3 ວິນາທີທຳອິດຂອງວີດີໂອ.

ເອີ້ນໄດ້ວ່າ Popsugar ນໍາສະເໜີຂໍ້ມູນທຸກຢ່າງທີ່ທ່ານຢາກຮູ້ແບບເຂົ້າໃຈແລ້ວ ຍັງມີກິດຈະການ search engine ດ້ານການ Shopping ແບບ ShopStyle ເຂົ້າມາເສີມເຮັດໃຫ້ Brand ເປັນທີ່ຮູ້ຈັກຂອງຫຼາຍຄົນ ດ້ວຍຈຳນວນຜູ້ເຂົ້າຊົມຫຼາຍກວ່າ 41 ລ້ານຄົນ ແລະ ເພສທີ່ມີອດວິວລວມຫຼາຍກວ່າ 234 ລ້ານຄົນຕໍ່ເດືອນ.

5 ສິ່ງທີ່ກ່າວມານີ້ ເປັນພຽງຕົວຢ່າງບາງສ່ວນຂອງ Business Model ໃນຍຸກ Digital Transformation ເທົ່ານັ້ນ. ເມື່ອການປ່ຽນແປງມາຮອດ ແລ້ວທ່ານລະພ້ອມຊໍ້າໃດ? ກັບການປ່ຽນແປງຄັ້ງນີ້.

Comments