ຄວາມ​ເປັນ​ມາ​ຂອງວັນ​ປີ​ໃໝ່​ ຊາວ​ຈີນ ແລະ​ ຫວຽດ​ນາມ

ວັນປີໃໝ່ ຂອງຊາວຈີນ ແລະ ຫວຽດນາມ ຫຼື ເຮົາເຈົ້າຂ້ອຍຮູ້ຈັກດີແມ່ນມື້ກິນກຸດຈີນ, ກູດຫວຽດ ປີນີ້ກົງກັບວັນທີ 25 ມັງກອນ 2020, ສຳລັບຄວາມເປັນມາ ຂອງວັນດັ່ງກ່າວນັ້ນ ເຊື່ອກັນວ່າ ປະເພນີນີ້ ມີມາດົນກວ່າ ສີ່ພັນປີມາແລ້ວ. ການຈັດງານກໍເພື່ອສະເຫຼີມສະຫຼອງ ເທສະການ ລະດູໃບໄມ້ປົ່ງ ແຕ່ກ່ອນບໍ່ໄດ້ເອີ້ນ ວ່າ ເທສະການກິນກຸດ ແຕ່ມີຊື່ເອີ້ນ ຕ່າງກັນຕາມ ຍຸກສະໄໝ ເມື່ອ 2.100 ປີກ່ອນ ຄສ ຈະເອີ້ນວ່າ “ ຊຸ່ຍ”  ເຊິ່ງມີຄວາມ ໝາຍເຖິງ ການໂຄຈອນ ຄົບໜຶ່ງຮອບ ຂອງດາວຈູປິ ເຕີຣ໌ ຈົນຕໍ່ມາໃນຍຸກ 1.000 ກວ່າປີກ່ອນ ຄສ ເທສະການກຸດຈີນ ຈະຖືກເອີ້ນວ່າ “ ໜຽນ ” ໝາຍເຖິງການ ເກັບກ່ຽວ ໄດ້ຜົນອຸດົມ ສົມບູນນັ້ນເອງ.

ນອກຈາກນີ້ ວັນກຸດຈີນ ຍັງມີຊື່ເອີ້ນ ອີກຢ່າງໜຶ່ງວ່າ “ວັນຊຸງເຈ໋ ” ເຊິ່ງໝາຍເຖິງ ເທສະການ ລະດູໃບໄມ້ປົ່ງ ຫຼື ຂຶ້ນປີປູກຝັງໃໝ່ ເພາະໄລຍະ ກ່ອນກິນກຸດ ນັ້ນກົງກັບລະດູໜາວ ບໍ່ສາມາດເຮັດ ການປູກຝັງ ໄດ້ດັ່ງນັ້ນ ເມື່ອເຂົ້າສູ່ລະດູ ໃບໄມ້ປົ່ງ ທີ່ມີອາກາດ ເໝາະສົມແກ່ ການປູກຝັງຄົນຈີນ ຈຶ່ງສາມາດເຮັດນາ ເຮັດສວນ ໄດ້ອີກເທື່ອໜຶ່ງ ຈາກການຜ່ານພົ້ນ ລະດູໜາວມານັ້ນ ເອງ.


ສ່ວນການກຳນົດ ວັນກິນກຸດ ນັ້ນຕາມປະເພນີ ເທສະການກຸດຈີນ ຈະເລີ່ມຕັ້ງແຕ່ວັນທີ 23 ເດືອນ 12 ຕາມປະຕິທິນ ຂອງຈີນ ໄປຈົນເຖິງວັນຂຶ້ນ 15 ຄໍ່າເດືອນ ອ້າຍຕາມປະຕິທິນ ຂອງຈີນ ແລະ ຖືວ່າຄືນວັນ ທີ 30 ເດືອນ 12 ເປັນວັນສົ່ງທ້າຍປີເກົ່າ ສ່ວນ ວັນທີ 1 ເດືອນ 1 ຄືວັນໄຫວ້ພະເຈົ້າ  (ວັນຊິວອິກ) ໝາຍເຖິງວັນທຳອິດ ຂອງລະດູ ໃບໄມ້ປົ່ງ.

ການກະກຽມງານ ເພື່ອສະເຫຼີມສະຫຼອງ ເທສະການກຸດຈີນ ນັ້ນຈະເລີ່ມຂຶ້ນ ຕັ້ງແຕ່ໜຶ່ງເດືອນ ກ່ອນວັນກຸດຈີນ ໂດຍຜູ້ຄົນ ຈະເລີ່ມຊອກຫາ ຊື້ເຄື່ອງຂອງຕ່າງໆ ເພື່ອປະດັບຕົບແຕ່ງ ເຮືອນຊານ ແລະ ກຽມເຮັດຄວາມ ສະອາດຄັ້ງໃຫຍ່ ຕັ້ງແຕ່ຊັ້ນ ເທິງລົງຫາຊັ້ນລຸ່ມ ເນື່ອງຈາກມີ ຄວາມເຊື່ອວ່າ ຈະເປັນການ ປັດກວາດສິ່ງ ທີ່ບໍ່ດີອອກໄປ ຈາກພາຍໃນເຮືອນ ທັງປະຕູປ່ອງ ຢ້ຽມກໍ່ປະດັບປະດາ ໄປດ້ວຍສີແດງ ແລະ ເຈ້ຍສີແດງ ທີ່ມີຄຳອວຍພອນ ໃຫ້ອາຍຸຍືນ, ລ້ຳລວຍ, ຢູ່ດີມີສຸກອື່ນໆ.

ຈາກນັ້ນຄອບຄົວ ຈະຮ່ວມກັນກິນເຂົ້າ ທີ່ລ້ວນແຕ່ມີ ຄວາມໝາຍມຸງຄຸນເຊັ່ນ : ກຸ້ງ ຈະໝາຍເຖິງຊີວິດ ທີ່ຮຸ່ງເຮືອງ ແລະ ຄວາມສຸກ, ຫອຍ ເປົ໋າຮື້ແຫ້ງ, ສາຫລ່າຍ ຈະນຳຄວາມລ້ຳ ລວຍມາໃຫ້ ແລະ ເຂົ້າຕົ້ມ ( Jiaozi ) ໝາຍເຖິງ ບັນພະບູລຸດ ອວຍພອນ ຫຼັງຈາກ ກິນອາຫານຄໍ່າແລ້ວ ທຸກຄົນໃນຄອບຄົວ ຈະນັ່ງນຳກັນ ຈົນຮອດຕອນເຊົ້າ ເພື່ອລໍຖ້າວັນໃໝ່ ໂດຍ ການຫລິ້ນເກມ, ຫຼື ເບິ່ງລາຍ ການໂທລະພາບ ທີ່ກ່ຽວກັບ ວັນກຸດຈີນ ແລະ ໃນວັນນີ້ ຈະຕ້ອງບໍ່ຮ້າຍ, ບໍ່ອິດສາ ຫຼື ບໍ່ພໍໃຈ ເພື່ອເປັນສີລິມຸງຄຸນ ທີ່ດີສຳລັບປີ ທີ່ກຳລັງຈະ ມາເຖິງ.

ນອກຈາກນີ້ ອີກສິ່ງໜຶ່ງ ທີ່ຖືເປັນ ສັນຍະລັກ ຂອງວັນກຸດຈີນຄື “ ອັ່ງເປົ໋າ ” ເຊິ່ງມີຄວາມໝາຍວ່າ “ ກະເປົ໋າແດງ ” ຫຼື ຈະເອີ້ນວ່າ “ ແຕ໋ະອຽງ ” ເຊິ່ງມີຄວາມໝາຍວ່າ “ ຜູກແອວ ” ຈາກຄົນສະໄໝ ກ່ອນມັກຮ້ອຍເງິນ ເປັນພວງຜູກໄວ້ ທີ່ແອວ ໂດຍການໃຫ້ອັ່ງເປົ໋ານີ້ ຄູ່ແຕ່ງງານ ຈະໃຫ້ເງິນເດັກນ້ອຍ ແລະ ຜູ້ໃຫຍ່ທີ່ ຍັງບໍ່ໄດ້ແຕ່ງງານ ໃສ່ຊອງສີແດງ ຫຼັງຈາກນັ້ນທຸກ ຄົນໃນຄອບຄົວ ຈະອອກ ມາຈາກເຮືອນ ເພື່ອກ່າວ ສະບາຍດີປີໃໝ່ ກັບຍາດຕິພີ່ນ້ອງ ແລະ ໝູ່ເພື່ອນຂ້າງເຮືອນ ເຊິ່ງຄ້າຍກັບ ການທີ່ຄົນຕາເວັນຕົກ ເວົ້າວ່າ : “Let bygones be bygones” ( ແມ່ນຫຍັງ ກໍຕາມທີ່ຜ່ານໄປແລ້ວ ກໍໃຫ້ມັນຜ່ານໄປ ).

ທີ່ມາ:ຂ່າວສານປະເທດລາວ.  ໂຮງຮຽນ ຊິນຮວາ ຫຼວງພະບາງ.

Comments