ການເຮັດວຽກຢ່າງໜັກ ກັບ ການເຮັດວຽກຢ່າງສະຫຼາດ (Work Hard vs Work Smart)

ຫຼາຍທ່ານກໍຮູ້ກັນດີວ່າ ຄວາມຕັ້ງໃຈ ດຸໝັ່ນ ແລະ ອົດທົນ ເປັນພື້ນຖານຂອງທຸກຄວາມສຳເລັດ ແຕ່ການເຮັດ ວຽກຢ່າງໜັກ ເພື່ອມຸ່ງໄປສູ່ຄວາມສຳເລັດໃນໜ້າທີ່ວຽກງານ ອາດບໍ່ແມ່ນສິ່ງສຳຄັນຢ່າງດຽວໃນຊີວິດ ເພາະ ການເຮັດວຽກຢ່າງສະຫຼາດ ທີ່ສາມາດສ້າງຄວາມສົມດຸນລະຫວ່າງວຽກງານ ແລະ ຊີວິດ ໄປພ້ອມໆກັບການ ມີສຸກຂະພາບກາຍ ແລະ ໃຈທີ່ແຂງແຮງ ເພື່ອພ້ອມທີ່ຈະສ້າງສັນຜົນງານທີ່ດີໃນໄລຍະຍາວ ຍ່ອມເປັນສິ່ງສຳ ຄັນກວ່າ ທີ່ຄົນລຸ້ນໃໝ່ຄວນຄຳນຶງເຖິງ. ໃນບົດຄວາມນີ້ ຜູ້ຂຽນຈະສະເໜີໃຫ້ເຫັນເຖິງຄວາມແຕກຕ່າງລະ ຫວ່າງການເຮັດວຽກຢ່າງໜັກ ແລະ ການເຮັດວຽກຢ່າງສະຫຼາດ ພ້ອມທັງນຳເອົາເຕັກນິກການເຝິກຕົນເອງ ໃຫ້ກາຍເປັນຄົນທີ່ເຮັດວຽກຢ່າງສະຫຼາດ ມາແບ່ງປັນນຳບັນດາຜູ້ອ່ານ.

ການເຮັດວຽກຢ່າງໜັກ (Work Hard) ໝາຍເຖິງ ການທຸ້ມເທເຫື່ອແຮງ ຊັບພະຍາກອນ ແລະເວລາສ່ວນຫຼາຍໃຫ້ກັບການເຮັດວຽກ ຊຶ່ງໝາກຜົນທີ່ອອກ ມາອາດຈະເປັນທີ່ໜ້າເພິ່ງພໍໃຈ ຫຼືບໍ່ກໍໄດ້ ແຕ່ການໄດ້ມາຊຶ່ງໝາກຜົນນັ້ນ ທ່ານອາດຈະຕ້ອງແລກມາດ້ວຍການ ເຮັດວຽກໜັກຈົນເກີນໄປ ທີ່ອາດສົ່ງຜົນກະທົບຕໍ່ສະພາບຮ່າງກາຍ ແລະ ຈິດໃຈຂອງທ່ານ; ເຮົາລອງມາທົດສອບເບິ່ງວ່າ ທ່ານເຮັດວຽກໜັກ ຫຼືບໍ່ ດ້ວຍການສັງເກດຕົນເອງວ່າ ທ່ານເລີກວຽກຄໍ່າ ຫຼືບໍ່, ທ່ານຫອບເອົາວຽກມາ ເຮັດຢູ່ເຮືອນນຳ ຫຼືບໍ່, ທ່ານຄິດວ່າວຽກສຳຄັນທີ່ສຸດໃນຊີວິດຫຼືບໍ່, ຖ້າຄຳຕອບຂອງທ່ານຄື “ແມ່ນ” ທັງໝົດ ມັນເປັນການບົ່ງບອກວ່າ ທ່ານກຳລັງເຮັດວຽກໜັກຈົນເກີນໄປແລ້ວ. ສາເຫດຂອງການເຮັດວຽກຢ່າງໜັກ ອາດເກີດຈາກປະສິດທິພາບໃນການບໍລິຫານເວລາຍັງຕໍ່າ, ປະລິມານວຽກລົ້ນມື, ຂາດການວາງແຜນວຽກ, ເຮັດວຽກຕາມແບບແຜນດັ້ງເດີມ ຫຼື ເຮັດວຽກຕາມຄຳສັ່ງ….ຯຯຯ

ສ່ວນການເຮັດວຽກຢ່າງສະຫຼາດ (Work Smart) ເປັນການເຮັດວຽກທີ່ໃຊ້ຄວາມຄິດສ້າງສັນ, ມີການວິເຄາະ ແລະ ວາງແຜນການເຮັດວຽກ, ມີແບບແຜນການເຮັດວຽກຢ່າງເປັນລະບົບລະບຽບ ແລະ ມີວິໄນໃນການຈັດຕັ້ງ ປະຕິບັດຕາມແຜນ ເພື່ອເຮັດໃຫ້ໄດ້ຜົນງານທີ່ມີປະສິດທິພາບທີ່ສຸດ. ສ່ວນຫຼາຍ ການເຮັດວຽກຢ່າງສະຫຼາດ ຈະເຮັດໃຫ້ທ່ານເຮັດວຽກໄດ້ງ່າຍຂຶ້ນ ໃຊ້ເວລາໜ້ອຍລົງ ແລະຜົນໄດ້ຮັບດີກວ່າເກົ່າ.

ແລ້ວເຮັດແນວໃດຈຶ່ງຈະກາຍເປັນບຸກຄົນທີ່ເຮັດວຽກຢ່າງສະຫຼາດ? ແນ່ນອນວ່າຕ້ອງເລີ່ມຕົ້ນດ້ວຍການທີ່ທ່ານເປີດໃຈ ເຝິກຝົນ ແລະ ທົດລອງລົງມືປະຕິບັດ ຈາກການນຳໃຊ້ບາງເຕັກນິກ ດັ່ງຕໍ່ໄປນີ້:

  1. ບໍລິຫານຈັດລຳດັບຄວາມສຳຄັນຂອງວຽກງານ: ລອງຈັດລໍາດັບໃຫ້ໜ້າວຽກເບິ່ງວ່າ ສິ່ງໃດຄວນເຮັດກ່ອນ ຫຼື ຫຼັງ ໂດຍໃຊ້ຫຼັກການງ່າຍໆ ເມື່ອເຂົ້າຫ້ອງການໄປຕອນເຊົ້າ ໃຫ້ທ່ານຈົດໜ້າວຽກທີ່ທ່ານຕ້ອງເຮັດອອກມາໃຫ້ໝົດວ່າມື້ນີ້ທ່ານຕ້ອງເຮັດຫຍັງ ແລ້ວກໍລອງຈັດລຽງລຳດັບຄວາມສຳຄັນ 4 ລຳດັບໃຫ້ແຕ່ລະໜ້າວຽກ ໂດຍໃຊ້ເຕັກນິກ Eisenhower Matrix ທີ່ໄດ້ນຳສະເໜີໄປໃນບົດຄວາມເດືອນແລ້ວນີ້ ຊຶ່ງຈະຊ່ວຍໃຫ້ ທ່ານບໍ່ພາດວຽກທີ່ສຳຄັນ ແລະ ບໍ່ເສຍເວລາໄປກັບວຽກທີ່ບໍ່ຈຳເປັນ.
  2. ວິເຄາະວາງແຜນການເຮັດວຽກຢ່າງລະອຽດ: ການເຮັດວຽກໃຫ້ໄດ້ໝາກຜົນທີ່ດີນັ້ນ ພາຍຫຼັງທີ່ຈັດລຳດັບຄວາມສຳຄັນຂອງແຕ່ລະໜ້າວຽກໄດ້ແລ້ວ ທ່ານກໍຕ້ອງນຳເອົາໜ້າວຽກດັ່ງກ່າວມາວິເຄາະ ວາງແຜນການ ແບ່ງອອກມາເປັນໜ້າວຽກຍ່ອຍຢ່າງລະອຽດ ແລະ ມີແບບແຜນການເຮັດວຽກຢ່າງເປັນລະບົບ ມີຂັ້ນຕອນ ແລະ ມີການກຳນົດເປົ້າໝາຍໃນການເຮັດວຽກທີ່ຊັດເຈນ ເພື່ອສ້າງຄວາມສະດວກໃນການຕິດຕາມຄວາມຄືບໜ້າ ແລະປະເມີນຜົນຂອງວຽກງານ. ສິ່ງສຳຄັນທີ່ສຸດ ກໍຄື “ວິໄນ” ໃນການຈັດຕັ້ງປະຕິບັດວຽກຕາມແຜນທີີ່ໄດ້ວາງໄວ້ ເພາະໜ້າວຽກຍ່ອຍໜຶ່ງອາດຈະກະທົບຕໍ່ໜ້າວຽກຍ່ອຍອື່ນໆຕໍ່ໄປ ເຊິ່ງຖ້າຫາກທ່ານບໍ່ເຮັດຕາມແຜນແລ້ວ ທ່ານກໍຈະເສຍເວລາມາຄິດຄືນໃໝ່ວ່າ ຈະເຮັດຫຍັງຕໍ່ໄປ ສິ່ງໃດເຮັດແລ້ວ ຫຼື ຍັງບໍ່ໄດ້ເຮັດ ຊຶ່ງມັນຈະແກ່ຍາວວຽກຂອງທ່ານໄປອີກ ແລະ ເຮັດໃຫ້ບໍ່ສາມາດເຮັດວຽກອອກມາສຳເລັດໄດ້ຕາມທີ່ຕັ້ງໃຈໄວ້.
  3. ສະຫຼາດໃນການສ້າງມິດຕະພາບ: ການເຮັດວຽກໃຫ້ສໍາເລັດນັ້ນ ສ່ວນໃຫຍ່ບໍ່ອາດເປັນຍ້ອນບຸກຄົນດຽວໄດ້ ແຕ່ຕ້ອງອາໄສການເຮັດວຽກເປັນທີມ ການຈັດສັນລະບົບຄວາມຄິດທີ່ດີ ແລະ ການຈັດລຳດັບຄວາມສຳຄັນຢ່າງດີເລີດ. ສະນັ້ນ ມິດຕະພາບໃນບ່ອນເຮັດວຽກຈຶ່ງເປັນສິ່ງສຳຄັນ ເພາະຖ້າທ່ານສາມາດເຮັດໃຫ້ເພື່ອນຮ່ວມງານກາຍເປັນເພື່ອນທີ່ດີໄດ້ ທ່ານກໍຈະເຮັດວຽກໄດ້ຢ່າງສະບາຍໃຈ ແລະຕໍ່ເນື່ອງ ໂດຍການສ້າງມິດຕະພາບກັບເພື່ອນຮ່ວມງານນີ້ ກໍບໍ່ໄດ້ຍາກຈົນເກີນໄປ ພຽງແຕ່ທ່ານຮູ້ຈັກ ເປັນຜູ້ໃຫ້ຢ່າງຈິງໃຈ ຍິ້ມຢ່າງອ່ອນໂຍນ ຍ້ອງຍໍຜູ້ອື່ນດ້ວຍຄວາມຍິນດີ ຊຶ່ງມັນຈະຊ່ວຍສ້າງບັນຍາກາດທີ່ດີໃນການເຮັດວຽກ ຈາກນັ້ນ ການຕິດຕໍ່ພົວພັນ ການປະສານງານ ແລະ ການຂໍຄວາມຊ່ວຍເຫຼືອໃນເລື່ອງຕ່າງໆ ກໍຈະກາຍເປັນເລື່ອງງ່າຍ ແລະ ສະດວກຂຶ້ນຢ່າງບໍ່ໜ້າເຊື່ອ.
  4. ເຕັມທີ່ໃນເວລາເຮັດວຽກ: ຄົນທີ່ເຮັດວຽກຢ່າງສະຫຼາດ ຈະມາການ ແລະ ກັບບ້ານຕາມເວລາສະເໝີ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ພວກເຂົາບໍ່ໃສ່ໃຈຕໍ່ການເຮັດວຽກ ແຕ່ພວກເຂົາຮູ້ຈັກຈັດສັນ ແລະ ບໍລິຫານເວລາໃນການເຮັດວຽກ ແລະ ເວລາສ່ວນຕົວໄດ້ຢ່າງສົມດຸນ. ຫຼາຍທ່ານອາດໃຫ້ເຫດຜົນວ່າ ກໍຍ້ອນວຽກ ຫຼາຍເກີນທີ່ຈະເຮັດໃຫ້ສຳເລັດໃນໂມງການໄດ້ ຈຶ່ງຈຳເປັນຕ້ອງເອົາມາເຮັດນອກໂມງການອີກ, ທ່ານລອງ ຄິດທົບທວນເບິ່ງວ່າ ທ່ານໄດ້ໃຊ້ເວລາເຮັດວຽກຂອງທ່ານເຕັມທີ່ແລ້ວຫຼືຍັງ ທ່ານອາດຄົ້ນພົບວ່າ ຍັງມີເວລາຈຳນວນບໍ່ໜ້ອຍ ທີ່ທ່ານເສຍໄປກັບເລື່ອງອື່ນໆ ນອກເໜືອຈາກການເຮັດວຽກຫຼັກຂອງທ່ານເອງ. ສະນັ້ນ ຫາກທ່ານລອງປັບປ່ຽນ ພະຍາຍາມເຮັດວຽກຢ່າງເຕັມທີ່ໃນເວລາເຮັດວຽກ ດ້ວຍການມາວຽກຕາມໂມງ ເຮັດວຽກແບບ ທຸ່ມເທທີ່ສຸດ ຕັ້ງໃຈສຸດຂີດ ແລະ ລະດົມສະໝອງຢ່າງເຕັມສ່ວນໃນເວລາເຮັດວຽກ ພ້ອມທັງ ໃຫ້ຄຳໝັ້ນສັນຍາກັບຕົນເອງວ່າ ທັນທີທີ່ຮອດໂມງເລີກການ ແລະ ກ້າວຂາອອກຈາກຫ້ອງການທ່ານຈະມີຊີວິດສ່ວນຕົວທັນທີ ບໍ່ເກັບເອົາເລື່ອງວຽກມາຄິດ ເຖິງມີຄົນໂທຫາທ່ານຫຼັງໂມງການ ທ່ານກໍຄວນລອງປະຕິເສດຢ່າງຊັດເຈນ ຖ້າມັນບໍ່ແມ່ນເລື່ອງຮີບດ່ວນສຸດໆ ທ່ານກໍສາມາດຈັດການໃນມື້ຕໍ່ມາໄດ້ ເຊິ່ງທຸກຄົນກໍພ້ອມທີ່ຈະເຄົາລົບຕໍ່ເວລາສ່ວນຕົວຂອງທ່ານຢູ່ແລ້ວ.
  5. ການນັບຖື ຫຼື ພູມໃຈໃນຕົນເອງ: ແມ່ນສາມາດສ້າງໄດ້ ໂດຍເລີ່ມຈາກ ເບິ່ງໂລກໃນແງ່ດີ ເບິ່ງວິກິດໃຫ້ເປັນໂອກາດ ແລະ ລອງສ້າງຄຸນຄ່າໃຫ້ຕົນເອງ ດ້ວຍການເຊື່ອໝັ້ນໃນຄວາມຮູ້-ຄວາມສາມາດຂອງຕົນເອງ ແລະ ພ້ອມທີ່ຈະລອງເຮັດວຽກທີ່ບໍ່ເຄີຍເຮັດ ຫຼື ບໍ່ຄິດວ່າຈະເຮັດໄດ້ເບິ່ງ ແລ້ວທ່ານຈະເຫັນໄດ້ວ່າ ທ່ານຍັງມີພະລັງງານດ້ານບວກອີກຫຼາຍຢ່າງເຊື່ອງຢູ່ໃນຕົວທ່ານເອງ.
  6. ການຮູ້ຈັກພັກຜ່ອນ: ການຢຸດພັກລະຫວ່າງການເຮັດວຽກ ອາດຈະເບິ່ງຄືການຂັດຈັງຫວະການເຮັດວຽກ ແຕ່ມັນຈະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ ແລະ ສົ່ງຜົນດີຕໍ່ສຸຂະພາບອີກດ້ວຍ, ການໄດ້ລຸກຍ່າງ ອອກຈາກໂຕະເຮັດວຽກ ຈະຊ່ວຍບັນເທົາຄວາມເມື່ອຍຂອງສາຍຕາ ແລະ ປ້ອງກັນການອຸດຕັນຂອງ ເສັ້ນເລືອດບໍລິເວນຂາໄດ້. ນອກນັ້ນ ມີການວິໄຈພົບວ່າ ຫາກພະນັກງານໄດ້ພັກຜ່ອນເປັນເວລາ 5 ນາທີ ກໍພຽງພໍສຳລັບ ການເຕີມພະລັງງານໃຫ້ກັບສະໝອງ ແລະ ຊ່ວຍໃຫ້ມີສະມາທິຫຼາຍຂຶ້ນ ເມື່ອກັບເຂົ້າມານັ່ງເຮັດວຽກຕໍ່.

ສະຫຼຸບລວມແລ້ວ ຮູບແບບການເຮັດວຽກຂອງຄົນໃນຍຸກປັດຈຸບັນ ບໍ່ແມ່ນພຽງແຕ່ຕ້ອງເຮັດວຽກຢ່າງໜັກ ຕ້ອງມາການເຊົ້າ ກັບບ້ານຄໍ່າ ເສົາ-ອາທິດ ຍັງຕ້ອງເອົາວຽກກັບມາເຮັດຢູ່ເຮືອນ ໃຊ້ເວລາເກືອບທັງໝົດໄປກັບວຽກ ແລ້ວຈຶ່ງຈະປະສົບຜົນສຳເລັດ. ແຕ່ທຸກມື້ນີ້ ການເຮັດວຽກຢ່າງສະຫຼາດ ຖືເປັນແນວທາງການເຮັດວຽກຂອງຄົນທີ່ຕ້ອງການໃຊ້ເວລາໃນການເຮັດວຽກປະຈຳວັນຢ່າງມີປະສິດທິພາບສູງສຸດ ໂດຍການເຝິກຕົນເອງໃຫ້ມີນິດໄສ ຮູ້ຈັກວາງແຜນບໍລິຫານ ຈັດຕາຕາລາງການເຮັດວຽກ ຈັດລຳດັບຄວາມສຳຄັນຂອງວຽກລ່ວງໜ້າ ແລະ ຄົ້ນພົບວ່າຕົນເອງສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ໂດຍບໍ່ຕ້ອງໃຊ້ເວລາທັງໝົດໄປກັບວຽກກໍໄດ້ ແລ້ວຍັງມີເວລາເຫຼືອສຳລັບການໃຊ້ຊີວິດໃນດ້ານອື່ນໆ ເຊັ່ນ: ການເບິ່ງແຍງຕົນເອງ, ການຮຽນຮູ້ເພີ່ມ, ການເຮັດກິດຈະກຳຍາມຫວ່າງທີ່ເຮົາມັກ ແລະ ຮັກສາຄວາມສຳພັນໃນຄອບຄົວ ແລະ ໝູ່ເພື່ອນ ເພື່ອໃຫ້ທ່ານມີຄວາມສຸກໃນການໃຊ້ຊີວິດຢ່າງແທ້ຈິງ.

 

 

 

work hard vs work smart.

 

Many of you might be well aware that preseverance, hard work and tolerance serve as fundamental qualities for success. Whereas working hard might not be the only crucial element for achievement, working smart, which can help us create a physically and mentally healthy work-life balance, can help us produce better outcomes in a long run. This is more important that the new generation should consider. In this article, the writer would like to point out differences between work hard and work smart together with self-improvement techniques so that you could become a smart working person.

 

Work hard refers to when you invest most of your energy, resources and time upon your work. You can either gain a satisfying result or the contrary through hard work which might pose both physical and mental impact upon you. To know if you are a working hard type or not, you can simply take note of yourself whether you always finish work late, bring works home, work is the most vital part of your life or others. F you say yes to all of these, then you are overworked. So what causes you to overwork? It can be due to the lack of the effective time management ability, too many assignments to handle, lack of work plan so you just follow orders as usual and so on.

 

Work smart involves the use of creativity, analysis, planning, system and disciplines to ensure that you will have the best outcome for each task. Most of the time, work smart will help you work more easily, spend less time and yield a better outcome. So what to do to become a smart working person? Obviously, everything starts from within you. You have to begin opening up yourself to new things. You can start by training and practicing some following techniques:

 

  1. Prioritize your work: you should begin by prioritizing which task should be completed first. In every morning, you can make a to-do list for the day and group them under 4 categories based on their priority using the Eisenhower Matrix introduced to you on our previous issue. This will help reminding you to complete all important tasks without wasting your time with the less crucial ones.

 

  1. Analyze your plan thoroughly: after prioritizing tasks, you should analyze them in order to divide them into sub-tasks and formulate a clear systematic workplan, procedures and goals for them. This will help you monitoring and evaluating progress of each task more conveniently. More importantly, “discipline” is the key here. You can have a plan, but without implementing it consistently, you will never complete any task which will yield a domino-effect upon others. Without following a plan, you will have to always think about what to do, what have you already done or have not finished. This will only prolong your work time which might lead to an unexpected result.

 

  1. Be smart in your relationship: goals can be achieved by one person or a team who has an excellent thinking process and prioritizing capability. Thus, office relationship can play a crucial role here. If you get along well with your colleagues, you will then have the relaxed working environment supporting your continuous effort. It is not too difficult to form a friendship with colleagues. You just have to be nice by greeting others with a warm smile, while complimenting them in an honest manner. This will help nurturing the good working environment. With that, coordination, collaboration and requests for assistance from others will become surprisingly easy.

 

  1. Always give the best during office hours: a smart working person will always come and leave work on time. This can not be misinterpreted that they do not pay attention on their work. It just indicates that they know how to manage their time and create a work-life balance. Many of you may argue that you cannot leave work on time and have to work overtime because you are overwhelmed with workloads. In this case, you should look back to see if you have already made the utmost use of your time. After such review, you might be surprised to discover that you may have wasted a lot of your time on other things that distracted you away from your main tasks. If you would like to change, you can start by coming to an office on time, give your best to every task during normal business hours, promise to yourself to stop thinking about work when you step out of the office and clearly refuse to work when someone calls you outside of the working hours unless it is an emergency. If you make it clear, everyone is willing to respect your privacy.

 

  1. Respect or be proud of yourself: this can be created by being optimistic. Often view a crisis as an opportunity to add values to yourself by trusting your own knowledge and ability. You should never be afraid to try something you have never done before or thought you could not do. You will be surprise to know how much you can do with this positive energy within you.

 

  1. Know when to rest: taking a break from work might be viewed as an interuption to a work tempo. Instead, a rest is good for your health which can help you perform more effectively. Just a few minutes walking away from your desk will allow your eyes to rest and prevent a blood clot in the leg. According to a research, only a 5-minute break is enough to alert your brain and help make you more focused when you return to your work.

 

In summary, people are caught up in the loop of working hard, arriving early, leaving late, working at home on the weekends and spending most of their time on work as a way towards success. Nowadays, working smart has become a way for those who would like to make the most effective use of their time by equiping themselves with the planning, time management and prioritizing ability which can help them perform efficienly without consuming all of their time. Then, they will have more time to do something else, such as to take care of themselves, learn new things, do leisure activities, spend time with family members and friends, and enjoy the true happiness of life.

Comments