ຄອນໂດ!!! THE MONUMENT THONG LO ຈາກແສນສິລິ ຕອບໂຈດການໃຊ້ຊີວິດໃນເມືອງຫຼວງ

ສຳລັບເຂດທີ່ຢູ່ອາໄສໃນກຸງເທບທີ່ມີຊື່ສຽງ ແລະ ຫຼາຍຄົນຮູ້ຈັກດີ ຈະຮູ້ວ່າແມ່ນຢູ່ຖະໜົນສຸຂຸມວິດ ຫຼື ທອງຫຼໍ່ ເຊິ່ງເປັນເຂດທີ່ມີຄວາມສຳຄັນ ແລະ ໄດ້ຮັບຄວາມນິຍົມທີ່ສຸດສຳລັບຄົນໃນຕົວເມືອງກຸງເທບ ເພາະເຂດນີ້ເປັນເຂດສະດວກສະບາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການເດີນທາງ, ອາຫານ, ຮ້ານ ຄາເຟ່ ແລະ ບາ ທີ່ມີເອກະລັກໂດດເດັ່ນ ຄົນກຸງເທບນິຍົມໄປທ່ຽວຫຼາຍທີ່ສຸດ. ບໍ່ພຽງເທົ່ານັ້ນ, ເຂດທອງຫຼໍ່ຍັງເປັນເຂດທີ່ຢູ່ອາໄສຂອງບຸກຄົນສໍາຄັນ ແລະ ນັກທຸລະກິດທີ່ມີອິດທິພົນຂອງປະເທດ ເພາະເປັນເຂດທີ່ມີຄວາມສະຫງົບ, ປອດໂປ່ງ ແລະ ຄວາມເປັນສ່ວນຕົວທີ່ສຸດ.

ຖ້າໃຜຫາກໄດ້ຜ່ານໄປແຖວທອງຫຼໍ່ຈະສັງເກດເຫັນສະຖາປັດຕະຍາກໍາຕຶກອາຄານສູງທີ່ເປັນຮູບຊົງ Monolith “ໂມໂນລິດ” ແຫ່ງທໍາອິດຂອງປະເທດໄທ ແລະ ຍັງເປັນໂຄງການທີ່ສູງທີ່ສຸດໃນເຂດທອງຫຼໍ່ “ດີໄຊ໌” ທີ່ເອີ້ນວ່າເປັນ World-class Design ທີ່ເຂດໃຈກາງເມືອງ ແລະ ເຂດສຳຄັນທົ່ວໂລກມັກນິຍົມກັນສ້າງອາຄານສະຖາປັດຕະຍາກຳ “ໂມໂນລິດ” ມີເອກະລັກໂດດເດັ່ນຮູບຊົງເປັນແທ່ງຊື່ສູງ ແລະ ມີອັດຕາສ່ວນລະຫວ່າງຄວາມກ້ວາງຂອງຖານອາຄານຕໍ່ຄວາມສູງຂອງອາຄານຢູ່ທີ່ 1:10 ເຊິ່ງກໍບໍ່ແປກໃຈເລີຍທີ່ຈະເຮັດໃຫ້ໂຄງການນີ້ ກຸ້ມຄ່າແກ່ການເປັນເຈົ້າຂອງ ເພາະຄວາມແຕກຕ່າງທີ່ໂດດເດັ່ນຈະສະແດງເຖິງລົດນິຍົມ ແລະ ບົ່ງບອກຕົວຕົນຂອງຜູ້ເປັນເຈົ້າຂອງ.

THE MONUMENT THONG LO ເປັນໂຄງການຈາກ ແສນສິລິ ຄືແລນມາກແຫ່ງໃໝ່ໃນຖະໜົນເສັ້ນຫຼັກຂອງເຂດທອງຫຼໍ່ ແລະ ເປັນເປົ້າໝາຍທີ່ຢູ່ອາໃສຂອງລູກຄ້າກຸ່ມ “Luxury” ເພາະດ້ວຍເຂດທີ່ຕັ້ງທີ່ມີອັດຕາລາຄາດິນທີ່ສູງຂຶ້ນຢ່າງຕໍ່ເນື່ອງ ແລະ ໂຄງການນີ້ຈະມາພ້ອມກັບນິຍາມໃໝ່ຂອງການຍົກລະດັບການໃຊ້ຊີວິດໃນພື້ນທີ່ ທີ່ເຕັມໄປດ້ວຍຄອນໂດມິນ້ຽມ “Luxury is space”

ໂຄງການ THE MONUMENT THONG LO ພາຍໃຕ້ການຮ່ວມທຶນກັບ BTS Group Holdingເຊິ່ງຕັ້ງຢູ່ໃນຮ່ອມ ສຸຂຸມວິດ 55 ໃກ້ກັບສະຖານີລົດໄຟ BTS ເຂດທອງຫຼໍ່  ເປັນຄອນໂດມິນ້ຽມແບບ Exclusive ໜຶ່ງຊັ້ນພຽງ 4 ຫ້ອງ ແລະ ທັງໂຄງການມີທັງໝົດ 127 ຫ້ອງ.

ດ້ວຍເອກະລັກທີ່ເກີດຈາກຄວາມເຂົ້າເຖິງ ແລະ ການໃຫ້ຄວາມສໍາຄັນກັບລົດນິຍົມຂອງຜູ້ຢູ່ອາໄສ ເຊິ່ງກຸ່ມເປົ້າໝາຍຂອງໂຄງການເປັນກຸ່ມລູກຄ້າທີ່ມັກໃນ Passion Investment ໂດຍໂຄງການຈະຖຶກອອກແບບ ພາຍໃຕ້ຄອນເຊັບ TheMonument to Generations ການສົ່ງຕໍ່ພື້ນທີ່ເຂດເສດຖະກິດທີ່ມີຄຸນຄ່າຈາກລຸ້ນສູ່ລຸ້ນ ລວມໄປເຖິງສະຖາປັດຕະຍາກຳຂອງອາຄານຮູບຊົງ Monolith ທີ່ເປັນສະຖາປັດຕະຍາກຳຕຶກສູງຂອງທົ່ວໂລກ ແລະ ມີຄວາມໂດດເດັ່ນຂອງປະຕິມາກຳສະລອຍນ້ຳທີ່ມີ “ດີໄຊ໌” ລະດັບ Iconic ຕະຫຼອດຮອດງານສິລະປະລະດັບ Masterpiece ທີ່ຫາຍາກ ແລະ ມີຈໍານວນບໍ່ຫຼາຍໃນໂລກ ເຊິ່ງໄດ້ນຳມາຕົບແຕ່ງໃນໂຄງການໄດ້ແກ່ Chandelier ໄດ້ຮັບການອອກແບບໂດຍ LASVIT ທີ່ເປັນແບຣນເຄື່ອງແກ້ວລະດັບ Luxury ເຊິ່ງເປັນທີ່ນິຍົມໃນກຸ່ມຣາຊະວົງ ທົ່ວໂລກຈາກສາທາລະນະລັດເຊັກ ຜົນງານສິນລະປະ “ແອນທິ” ທີ່ປະມູນຈາກທົ່ວໂລກ ແລະ ເຄື່ອງແກ້ວທີ່ເຄືອບດ້ວຍຄໍາຈາກເກາະ ມູຣາໂຣ ແຫ່ງເມືອງເວນິດ ທີ່ມີພຽງ 4 ຄູ່ໃນໂລກເທົ່ານັ້ນ.

ນອກຈາກນນັ້ນໂຄງການຍັງໃຫ້ສິ່ງອໍານວຍຄວາມສະດວກຫຼາຍຢ່າງ ບໍ່ວ່າຈະເປັນ ສະລອຍນໍ້າ ທີ່ຖືກອອກແບບໃນຮູບຊົງຂອງປະຕິມາກຳຂະໜາດໃຫຍ່ທີ່ມີຄວາມສູງເຖິງ 10 ແມັດ ຍາວ 28 ແມັດ ໄດ້ແຮງບັນດານໃຈຈາກຕົ້ນໄມ້ໃຫຍ່ທີ່ຖຶກອ້ອມຮອບໄປດ້ວຍພືດພັນຈາກນານາຊະນິດ ເຊິ່ງເໝາະສຳລັບການຜັກຜ່ອນຢ່ອນໃຈ ໃນພື້ນທີ່ສີຂຽວທີ່ມີຂະໜາດໃຫຍ່ເຖິງ 1.000 ແມັດມົນທົນ ເຊິ່ງມີຕົ້ນສຳສາຂະໜາດໃຫຍ່ອາຍຸປະມານ 50 ປີ ຢູ່ໃນບໍລິເວນເດີ່ນສວນກວ້າງທີ່ຍັງຖຶກຮັກສາໄວ້ໃຫ້ຄວາມຮົ່ມເຢັນ ໂດຍແບ່ງເປັນສວນທາງດ້ານໜ້າ ແລະ ດ້ານຫຼັງ.

ທັງນີ້ໂຄງການຍັງສະເໜີປະສົບການຜ່ານການບໍລິການທີ່ເໜືອລະດັບເພື່ອຕອບໂຈດການໃຊ້ຊີວິດໄດ້ຢ່າງສົມບູນແບບ ໃນທຸກໆດ້ານພວກເຮົາເບິ່ງແຍງລູກຄ້າຄືກັບຄົນໃນຄອບຄົວ. ເຂົ້າໃຈ Lifestyle ແລະ ຄວາມຕ້ອງການສະເພາະຂອງບຸກຄົນ ດ້ວຍທີມ All Suite Butler ທີ່ຜ່ານການເຝິກອົບຮົມຫຼັກສູດ British Butler Institute ເພື່ອຕອບໂຈດຂອງການໃຊ້ຊີວິດຢ່າງຮອບດ້ານ ໂດຍ NaiLert Butler ອັນປະກອບດ້ວຍ Director of Livingຜູ້ເບິ່ງແຍງການຢູ່ອາໄສຂອງລູກຄ້າ ແລະ Butler Concierge ຜູ້ອໍານວຍຄວາມສະດວກໃຫ້ແກ່ລູກຄ້າ.
ສໍາລັບ, ການບໍລິການໃນດ້ານການໃຊ້ຊີວິດທີ່ຕອບໂຈດຂອງຜູ້ທີ່ຢູ່ອາໄສເຂດທອງຫຼໍ່ໄດ້ແກ່ Navigator/Shuttle, ບໍລິການຮັບສົ່ງພ້ອມຄົນຂັບລົດ, Mixologist ຈັດຫາເຄື່ອງດື່ມສຸດພິເສດສຳລັບລູກຄ້າ ນອກຈາກນີ້ຍັງມີບໍລິການລົດ Limousine ສຳລັບລູກຄ້າທີ່ສາມາດເອີ້ນໃຊ້ບໍລິການໄດ້ແບບເປັນຄອບຄົວ ແລະ ບໍລິການຮັບຈອດລົດ (Valet Parking)

ໃນມື້ນີ້ໂຄງການ THE MONUMENT THONG LO ກໍພ້ອມແລ້ວທີ່ຈະເປີດປະຕູຕ້ອນຮັບລູກຄ້າທຸກໆທ່ານໃຫ້ມາຄອບຄອງເປັນເຈົ້າຂອງແລະ ຍ້າຍເຂົ້າມາຢູ່ອາໄສໄດ້ເລີຍ.

ຕ້ອງການຂໍ້ມູນເພີ່ມຕິດຕໍ່: [email protected]

(+865-20) 7813 1399, 2804 2166, 021 216 666, 5550 5944

or visit www.sansiri.com

Comments