ໃນຫົກເດືອນຕົ້ນປີ 2019 ທີ່ຜ່ານມາ ຜູ້ອ່ານຫຼາຍທ່ານກໍຄົງຈະຮູ້ສຶກວ່າ ລາຄາສິນຄ້າໃນຕະຫຼາດຫຼາຍຢ່າງ ແພງຂຶ້ນ ແລະ ມີທ່າອ່ຽງແພງຂຶ້ນເລື້ອຍໆ ສັງເກດງ່າຍໆຈາກ ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ທີ່ເຮົາ ຕ້ອງໃຊ້ຈ່າຍໃນຊີວິດປະຈຳວັນ ເຊິ່ງເຫດຜົນຕົ້ນຕໍທີ່ຊາວຄ້າຂາຍອ້າງເຖິງກໍຄື “ເງິນໂດລາຂຶ້ນ” “ເງິນບາດຂຶ້ນ” ຫຼື ໃນທາງວິຊາການແລ້ວເອີ້ນວ່າ ການອ່ອນຄ່າຂອງເງິນກີບ. ພ້ອມດຽວກັນນັ້ນ ຜູ້ປະກອບການຫຼາຍທ່ານ ກໍອາດ ສັງເກດໄດ້ວ່າ ຕົວເລກກຳໄລຫຼຸດລົງ ທີ່ອາດສືບເນື່ອງມາຈາກຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ ຫຼື ຍອດລາຍຮັບຫຼຸດລົງ, ຜູ້ປະກອບການແຕ່ລະທ່ານອາດໄດ້ຮັບຜົນກະທົບຈາກການອ່ອນຄ່າດັ່ງກ່າວແຕກຕ່າງກັນຕາມລັກສະນະ ແລະ ປະເພດຂອງທຸລະກິດ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳສະເໜີໃຫ້ເຫັນເຖິງ ຜົນກະທົບຂອງການເໜັງຕີງຂອງຄ່າເງິນກີບ ຕໍ່ເສດຖະກິດພາຍໃນປະເທດ ໂດຍໃຊ້ຂໍ້ມູນອັດຕາແລກປ່ຽນເງິນໂດລາ ແລະ ບາດ ເຊິ່ງເປັນເງິນຕາຕ່າງປະເທດສອງສະກຸນຫຼັກທີ່ຕິດພັນກັບການຊຳລະສະສາງລະຫວ່າງປະເທດຂອງ ສປປ ລາວ ຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນເປັນຂໍ້ມູນອ້າງອີງ.
ການແຂງຄ່າຂອງເງິນກີບໝາຍເຖິງ: ມູນຄ່າຂອງເງິນກີບເພີ່ມຂຶ້ນເມື່ອທຽບກັບສະກຸນເງິນອື່ນ. ຕົວຢ່າງ: ເງິນກີບ ແຂງຄ່າເມື່ອທຽບໃສ່ເງິນໂດລາ ແລະ ເງິນບາດ ຈາກເມື່ອວັນທີ 19 ກຸມພາ 2019 ອັດຕາແລກປ່ຽນແມ່ນ 8.580 ກີບຕໍ່ໂດລາ ແລະ 277,27 ກີບຕໍ່ບາດ ມາຮອດ ວັນທີ 4 ມີນາ 2019 ຫຼຸດມາເປັນ 8.576 ກີບຕໍ່ໂດລາ ແລະ 275,55 ກີບຕໍ່ບາດ, ພາຍໃນເວລາພຽງສອງອາທິດ ເງິນກີບແຂງຄ່າຂຶ້ນທຽບໃສ່ເງິນໂດລາ 0,05 ສ່ວນຮ້ອຍ ແລະ ເງິນບາດ 0,62 ສ່ວນຮ້ອຍ.
ຜົນກະທົບທາງບວກ: ຜູ້ໄດ້ຮັບຜົນປະໂຫຍດຈາກການແຂງຄ່າຂອງເງິນກີບແມ່ນ ພາກການນໍາເຂົ້າ ເພາະທຸລະກິດຈະໄດ້ຊື້ສິນຄ້າໃນລາຄາຖືກລົງ. ຕົວຢ່າງ: ການນໍາເຂົ້າສິນຄ້າ 1 ລ້ານໂດລາ ຈາກໃນເດືອນກຸມພາ ທ່ານເຄີຍຊື້ສິນຄ້າໃນມູນຄ່າ 8,58 ຕື້ກີບ ແຕ່ການແຂງຄ່າຂອງເງິນກີບໃນເດືອນມີນາ ເຮັດໃຫ້ທ່ານຊື້ໄດ້ໃນມູນຄ່າພຽງ 8,576 ຕື້ກີບ ເຊິ່ງປະຢັດຕົ້ນທຶນ 4 ລ້ານກີບ, ກໍລະນີຊື້ສິນຄ້າ 32 ລ້ານບາດ ໃນເດືອນກຸມພາເຄີຍຈ່າຍ 8,872 ຕື້ກີບ ມາຮອດເດືອນມີນາ ຈ່າຍພຽງແຕ່ 8,817 ຕື້ກີບ ເທົ່ານັ້ນ ເຊິ່ງສາມາດຫຼຸດຕົ້ນທຶນໄດ້ເຖິງ 55 ລ້ານກີບ. ໃນໄລຍະທີ່ເງິນກີບແຂງຄ່າ ເຮົາຈະສັງເກດເຫັນໄດ້ວ່າ ສິນຄ້າຫຼາຍໆຢ່າງຖືກລົງ ເປັນຕົ້ນແມ່ນ ລາຄາສິນຄ້າປະເພດອຸປະໂພກ-ບໍລິໂພກ ທີ່ສັງເກດໄດ້ງ່າຍຈາກຕະຫຼາດ ເພາະນຳເຂົ້າຈາກປະເທດເພື່ອນບ້ານເປັນສ່ວນໃຫຍ່.
ຜົນກະທົບດ້ານລົບ: ຜູ້ເສຍປະໂຫຍດຈາກການແຂງຄ່າຂອງເງິນກີບແມ່ນ ພາກການສົ່ງອອກ ເນື່ອງຈາກ ທຸລະກິດຈະໄດ້ຮັບລາຍຮັບທີ່ເປັນເງິນກີບໜ້ອຍລົງ. ໂດຍທົ່ວໄປແລ້ວ ສິນຄ້າສົ່ງອອກຈະຖືກກຳນົດລາຄາຂາຍ ແລະ ໄດ້ຮັບການຊຳລະເປັນເງິນໂດລາ ຫຼື ເງິນບາດ. ຕົວຢ່າງ: ລາຄາຂາຍແມ່ນ 1 ລ້ານໂດລາ ໃນເດືອນກຸມພາ ຜູ້ປະກອບການມີລາຍຮັບທີ່ເປັນເງິນກີບເທົ່າກັບ 8,58 ຕື້ກີບ, ແຕ່ເມື່ອເງິນກີບແຂງຄ່າຂຶ້ນໃນເດືອນມີນາ ລາຍຮັບທີ່ເປັນເງິນກີບ ຫຼຸດລົງ 0,05 ສ່ວນຮ້ອຍ ຫຼື ເຫຼືອພຽງແຕ່ 8,576 ຕື້ກີບ ເຊິ່ງສົ່ງຜົນຕໍ່ການຫຼຸດລົງຂອງກໍາໄລນັ້ນເອງ ໂດຍທີ່ບໍລິສັດກໍຍັງຂາຍສິນຄ້າໃນປະລິມານ ແລະ ລາຄາເທົ່າເດີມ. ມາຮອດນີ້ ຫຼາຍທ່ານອາດຄິດວ່າ ຖ້າເງິນກີບຍັງແຂງຄ່າຢູ່ ຜູ້ປະກອບການຄວນເລືອກເກັບເງິນໂດລາໄວ້ແລກເປັນເງິນກີບເມື່ອເງິນກີບອ່ອນຄ່າດີ ກວ່າບໍ່ ເພື່ອເຮັດໃຫ້ລາຍຮັບຂອງທຸລະກິດບໍ່ຫຼຸດລົງ, ແຕ່ທ່ານຢ່າລືມວ່າ ທ່ານດຳເນີນທຸລະກິດຢູ່ ສປປ ລາວ ທີ່ມີເງິນກີບເປັນສະກຸນຫຼັກໃນການແລກປ່ຽນຊື້-ຂາຍ, ທ່ານຈຳເປັນຕ້ອງແລກເປັນເງິນກີບຈຳນວນໜຶ່ງ ເພື່ອໃຊ້ເຂົ້າໃນການດຳເນີນທຸລະກິດ ເຊັ່ນ ຕົ້ນທຶນວັດຖຸດິບ, ຄ່າໃຊ້ຈ່າຍບໍລິຫານ-ພະນັກງານ, ຄ່ານ້ຳ-ໄຟຟ້າ ໆຯໆ.
ການອ່ອນຄ່າຂອງເງິນກີບໝາຍເຖິງ ມູນຄ່າຂອງເງິນກີບຫຼຸດລົງເມື່ອທຽບກັບສະກຸນເງິນອື່ນ ເຊັ່ນ ໃນຫົກເດືອນຕົ້ນປີທີ່ຜ່ານມາ ເງິນກີບອ່ອນຄ່າເມື່ອທຽບເງິນໂດລາ ແລະ ເງິນບາດ ຈາກເມື່ອວັນທີ 2 ມັງກອນ 2019 ອັດຕາແລກປ່ຽນແມ່ນ 8.550 ກີບຕໍ່ໂດລາ ແລະ 267,69 ກີບຕໍ່ບາດ ມາຮອດ ວັນທີ 28 ມິຖຸນາ 2019 ຂຶ້ນມາ ເປັນ 8.663 ກີບຕໍ່ໂດລາ ແລະ 287.51 ກີບຕໍ່ບາດ, ພາຍໃນເວລາຫົກເດືອນ ເງິນກີບອ່ອນຄ່າລົງທຽບໃສ່ເງິນໂດລາ 1,32 ສ່ວນຮ້ອຍ ແລະ ເງິນບາດ 7,40 ສ່ວນຮ້ອຍ.
ຜົນກະທົບທາງບວກ: ຜູ້ໄດ້ຮັບຜົນປະໂຫຍດຈາກການອ່ອນຄ່າຂອງເງິນກີບແມ່ນ ພາກການສົ່ງອອກ ຍ້ອນຜູ້ປະກອບການຈະມີລາຍຮັບເປັນເງິນກີບເພີ່ມຂຶ້ນຈາກການອ່ອນຄ່າຂອງເງິນກີບ. ຕົວຢ່າງ: ລາຍຮັບຈາກການສົ່ງອອກສິນຄ້າ 1 ລ້ານໂດລາ ໃນຕົ້ນປີ ແລກເປັນເງິນກີບໄດ້ພຽງແຕ່ 8,55 ຕື້ກີບ ມາຮອດກາງປີ ລາຍຮັບ 1 ລ້ານໂດລາ ສາມາດແລກໄດ້ ເຖິງ 8,663 ຕື້ກີບ ໝາຍວ່າ ທຸລະກິດມີລາຍຮັບສ່ວນເພີ່ມເປັນເງິນກີບ 113 ລ້ານກີບ ຫຼື 1,32 ສ່ວນຮ້ອຍ. ສ່ວນການອ່ອນຄ່າຂອງເງິນກີບທຽບໃສ່ເງິນບາດນັ້ນ ຜູ້ສົ່ງອອກຍິ່ງໄດ້ລາຍຮັບເພີ່ມຂຶ້ນເຖິງ 7,40 ສ່ວນຮ້ອຍ, ສົມມຸດ ການສົ່ງອອກສິນຄ້າ 32 ລ້ານບາດ ເຄີຍໄດ້ພຽງ 8,556 ຕື້ກີບ ກໍຈະເພີ່ມຂຶ້ນເປັນ 9,200 ຕື້ກີບ ໂດຍທີ່ຜູ້ສົ່ງອອກບໍ່ໄດ້ເພີ່ມລາຄາສິນຄ້າຂຶ້ນເລີຍ. ເຖິງຢ່າງໃດກໍຕາມ, ສປປ ລາວ ອາດບໍ່ໄດ້ຮັບຜົນປະໂຫຍດຈາກການອ່ອນຄ່າຂອງເງິນກີບພໍປານໃດ ເນື່ອງຈາກວ່າ ປະເທດເຮົາເພິ່ງພາການນຳເຂົ້າຫຼາຍກວ່າການສົ່ງອອກ.
ຜົນກະທົບທາງລົບ: ໃນທາງກົງກັນຂ້າມ ຜູ້ເສຍປະໂຫຍດຈາກການອ່ອນຄ່າຂອງເງິນກີບແມ່ນ ພາກການນຳເຂົ້າ ເນື່ອງຈາກຜູ້ປະກອບການຕ້ອງໄດ້ຈ່າຍເງິນເພີ່ມຂຶ້ນໃນການນຳເຂົ້າສິນຄ້າຕ່າງໆ, ຈາກອັດຕາແລກປ່ຽນໃນ ຕົວຢ່າງຂ້າງເທິງເຫັນວ່າ ການຊື້ສິນຄ້າຈາກຕ່າງປະເທດໃນຕົ້ນປີ ແລະ ກາງປີ ຈະມີຕົ້ນທຶນທີ່ເປັນເງິນກີບແຕກຕ່າງກັນ ໂດຍຕົ້ນທຶນໃນກາງປີແມ່ນແພງກວ່າ 1,32 ສ່ວນຮ້ອຍ ສຳລັບການຊື້ສິນຄ້າເປັນເງິນໂດລາ, ແລະ 7,40 ສ່ວນຮ້ອຍ ສຳລັບເງິນບາດ ທັງທີ່ຜູ້ຄ້າຈາກຕ່າງປະເທດ ບໍ່ໄດ້ຂຶ້ນລາຄາສິນຄ້າຂອງເຂົາເຈົ້າເລີຍ ແຕ່ຍ້ອນຜົນກະທົບຈາກການເໜັງຕີງຂອງຄ່າເງິນ. ເມື່ອທຽບກັນແລ້ວ ທຸລະກິດທີ່ຕິດພັນກັບການໃຊ້ເງິນບາດຈະໄດ້ຮັບຜົນກະທົບທີ່ໜັກກວ່າ ຖ້າຕົ້ນທຶນຂອງທຸລະກິດເພີ່ມຂຶ້ນຈາກການອ່ອນຄ່າຂອງເງິນກີບເຖິງ 7,40 ສ່ວນຮ້ອຍ ກໍອາດຈະເຮັດໃຫ້ທຸລະກິດຂາດທຶນ ຫຼື ມີກຳໄລໜ້ອຍລົງ. ສະນັ້ນ ຜູ້ປະກອບການກໍຈຳເປັນຕ້ອງຂຶ້ນລາຄາສິນຄ້າຂອງຕົນ ເພື່ອເຮັດໃຫ້ທຸລະກິດດຳເນີນຕໍ່ໄປໄດ້ ເຊິ່ງສົ່ງຜົນໃຫ້ຜູ້ຊົມໃຊ້ສິນຄ້າຊື້ສິນຄ້າໃນລາຄາແພງຂຶ້ນ.
ສະຫຼຸບລວມແລ້ວ ຄ່າເງິນກີບຄວນຢູ່ໃນລະດັບທີ່ແທດເໝາະກັບສະພາບຕົວຈິງຂອງຕະຫຼາດ ເນື່ອງຈາກວ່າ ການແຂງຄ່າ ຫຼື ອ່ອນຄ່າຈົນເກີນໄປ ກໍລ້ວນແລ້ວແຕ່ສົ່ງຜົນກະທົບຕໍ່ປະຊາຊົນຜູ້ບໍລິໂພກ, ຜູ້ປະກອບການ ແລະ ລະບົບເສດຖະກິດໂດຍລວມ. ສຳລັບ ສປປ ລາວ, ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງ ແລະ ດັດສົມຄ່າເງິນກີບ ໃຫ້ມີສະຖຽນລະພາບ ໂດຍໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຢ່າງຮັດກຸມຂອງລັດ ໂດຍຜ່ານການກຳນົດອັດຕາດອກເບ້ຍ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ເຄື່ອງມືທາງການເງິນທີ່ໃຊ້ເຂົ້າໃນການຫຼຸດຜ່ອນຜົນກະທົບຈາກອັດຕາແລກປ່ຽນຍັງມີຂອດຈຳກັດ, ການອອກນະໂຍບາຍຊຸກຍູ້ສົ່ງເສີມທະນາຄານທຸລະກິດໃຫ້ບໍລິການຊື້-ຂາຍເງິນຕາຕ່າງປະເທດລ່ວງໜ້າ (Forward Contract) ຈຶ່ງເປັນສິ່ງສຳຄັນຢ່າງຍິ່ງເພື່ອຊ່ວຍບັນດາທຸລະກິດທີ່ຕິດພັນກັບການຄ້າຂາຍລະຫວ່າງປະເທດຫຼຸດຜ່ອນຄວາມສ່ຽງຂອງການຜັນຜວນຂອງຄ່າເງິນ. ນອກນັ້ນ, ສ່ວນຕ່າງອັດຕາແລກປ່ຽນລະຫວ່າງທະນາຄານ ແລະ ຕະຫຼາດ (ຮ້ານແລກປ່ຽນເງິນຕາ) ຈະຕ້ອງຖືກຄວບຄຸມໃຫ້ໃກ້ຄຽງກັນ. ພ້ອມນີ້, ການສົ່ງເສີມການຜະລິດພາຍໃນ ກໍເປັນສິ່ງຈໍາເປັນເພື່ອຫຼຸດຜ່ອນການເພິ່ງພາສິນຄ້າຈາກຕ່າງປະເທດ.
(ວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)
impacts of currency
value fluctuation upon domestic economy
In early June, 2019, you might have felt that products sold at market became more expensive and the trend seems to continue. The common excuse to increase prices for consumer`s goods used in our daily life refers to the “dollar and baht appreciation” or technically called the depreciation of Lao kip. Moreover, many entrepreneurs might have noticed that they are making less profits as a result of the increase of production cost or decrease of income.
Every entrepreneur have been affected by the currency depreciation differently based on their business type. In this article, the writer would like to discuss about impacts of the kip value fluctuation upon domestic economy with BCEL`s dollar and baht exchange rate as a reference.
What does kip appreciation mean?: the value of kip rises against other currencies. For example, when kip appreciates against dollar and baht, the exchange rate of 8,580 kip per 1 dollar and 277.27 kip per 1 baht on February 19, 2019 became 8,576 kip per 1 dollar and 275.55 kip per 1 baht on June 4, 2019. It means that within two weeks, kip appreciates by 0.05% against dollar and 0.62% against baht.
Positive impacts: those who will benefit from the kip appreciation is importers as they will pay less when buying products. For example, if you import products valuing 1 million US dollar which you pay in kip of 8.58 billion in February and the amount becomes 8.576 billion kip after the appreciation in March, you will then save 4 million kip. If you buy products valuing 32 million baht which you pay 8.872 billion kip in February and the appreciation in March makes you pay only 8.817 billion kip, you will then save up to 55 million kip. During the kip appreciation period, we can notice that many products become cheaper, especially consumer`s goods which can be easily noticed at market because most of them are imported from neighboring countries.
Negative impacts those who will suffer from this refer to exporters because their business will receive less income in kip. In general, prices of export product are determined and have to be paid in dollar or baht. For instance, if the selling price is 1 million dollar in February, entrepreneurs will receive their income of 8.58 billion kip. However, after the appreciation of kip in March, the income decreases by 0.05% amounting only 8.576 billion kip making exporters suffer from profit deficit from selling the same amount of products in the same price. To this point, readers may think that it is best for entrepreneurs to keep their dollar when kip appreciates and exchange later when kip depreciates in order to help easing their income deficit. Nevertheless, you should never forget that doing business in the Lao PDR, where kip is the primary currency for trade, you should always have some amount of kip in reserve to support your business operation in terms of cost for raw materials, administration and remuneration, utilities and so on.
What does kip depreciation mean?: the value of kip drops against other currencies. For instance, in the first six months, kip depreciated against dollar and baht from 8,550 kip per 1 dollar and 267.69 kip per 1 baht on January 2, 2019 to 8,663 kip per 1 dollar and 287.51 kip per 1 baht on June 28, 2019. Within this six months, kip depreciated against dollar by 1.32% and 7.40% against baht.
Positive impacts: those who will benefit from kip depreciation is exporters because entrepreneurs will receive higher income in kip resulted from such depreciation. For example, if your income from export is 1 million dollar which is equivalent to 8.55 billion kip early this year and the amount then changes to 8.663 billion kip in the middle of the year due to the depreciation, your business will receive extra income of 113 million kip or 1.32%. If we compare with Thai baht, assuming that your export value is 32 million baht which is 8.556 billion kip before the depreciation and then it becomes 9.200 billion after the depreciation, exporters will enjoy extra income of 7.40% without increasing prices of your good at all. However, Lao PDR might not be that affected by kip depreciation as we are highly dependent on export.
Negative impacts: on the opposite side, those who will suffer from kip depreciation is importers as entrepreneurs have to pay higher for their import goods. Based on the exchange rate from the example above, it can be seen that products purchased from foreign market early this year and in the middle of the year will bear a different value in kip. Products purchased in the middle of the year can be 1.32% more expensive in dollar and 7.40% in baht even if original prices stay the same due to the fluctuation of currency value. Comparatively, businesses that are heavily dependent on baht will be more affected. If your business cost increases because of the 7.40% kip depreciation, then your business will suffer from loss or profit deficit. Therefore, entrepreneurs have to adjust their product price in order to sustain their business which then affect consumers who have to pay more for buying goods.
In conclusion, kip value should remain at a proper level matching the actual market situation because currency appreciation and depreciation can both hurt consumers, entrepreneurs and the overall economic system. As for Laos, Bank of the Lao PDR is in charge of managing and adjusting kip value, while ensuring its stability by exercising exchange rate policy based on market mechanism that is tightly controlled by the Government, setting interest rate and so on. Currently, there are limited financial tools used in mitigating impacts from exchange rate. Issuing policy to promote commercial banks to engage in a forward contract is, therefore, highly crucial in helping foreign-trade businesses mitigate risks from currency value fluctuation. In addition, the difference of exchange rate between banks and market (currency exchange shop) must be closely regulated. At the same time, domestic production must be promoted to help reducing import of foreign goods.