ການຮ້ອງຟ້ອງມີທັງຜົນໄດ້ ແລະ ຜົນເສຍ

ການຮ້ອງຟ້ອງ ຖືເປັນສິດຂັ້ນພື້ນຖານຂອງພົນລະເມືອງ ຕາມທີ່ກໍານົດໄວ້ໃນ ມາດຕາ 41 ຂອງລັດຖະທໍາມະນູນ ສະບັບປັບປຸງປີ 2015 ທັງນີ້ກໍເພື່ອເປັນການຟື້ນຟູສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ທີ່ຖືກແຕະຕ້ອງ ຈາກບຸກຄົນອື່ນ, ເຖິງຢ່າງໃດກໍຕາມ ການຮ້ອງຟ້ອງ ອາດຈະນໍາມາເຊິ່ງຜົນໄດ້ ແລະ ຜົນເສຍ, ເຊິ່ງກ່ອນຈະຮ້ອງຟ້ອງ ຜູ້ຮ້ອງຟ້ອງຄວນຄິດໃຫ້ຮອບຄອບ ຫຼື ປຶກສາຜູ້ທີ່ຮູ້ກົດໝາຍ ຖ້າບໍ່ດັ່ງນັ້ນ ອາດຈະຖືກຟ້ອງແຍ່ງ (ຖືກຟ້ອງຄືນ), ຈ່າຍຄ່າເສຍຫາຍ ຫຼື ອາດມີໂທດທາງອາຍານໍາອີກ.

ໃນບົດຄວາມນີ້ ຂ້າພະເຈົ້າ ຈະອະທິບາຍກ່ຽວກັບຄວາມສ່ຽງທີ່ອາດຈະຂຶ້ນກັບ ຜູ້ຮ້ອງຟ້ອງ ໂດຍມີລາຍລະອຽດດັ່ງລຸ່ມນີ້:

  1. ອາດຖືກຟ້ອງແຍ່ງ (ຖືກຟ້ອງຄືນ):

ຜູ້ທີ່ຖືກຮ້ອງຟ້ອງ ຫຼື ຈໍາເລີຍ ມີສິດຟ້ອງແຍ່ງ ໂຈດ (ຟ້ອງຄືນ) ໄດ້ເຊັ່ນກັນ (ຫຼື ເວົ້າແບບພາສາຊາວບ້ານວ່າ ເຈົ້າຟ້ອງໄດ້, ຂ້ອຍກະຟ້ອງໄດ້ຄືກັນ) ຖ້າຫາກຄົບເງື່ອນໄຂ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 174 ວັກ 02 ຂອງ ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012 ເຊິ່ງກໍານົດວ່າ: “ຄໍາຟ້ອງແຍ່ງ ແມ່ນເອກະສານຂອງ ຜູ້ຖືກຮ້ອງຟ້ອງ ຫຼື ຈໍາເລີຍ ທີ່ຍື່ນຕໍ່ສານເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ຖ້າຫາກເຫັນວ່າ ຜູ້ຮ້ອງຟ້ອງ ຫຼື ໂຈດ ຍັງມີພັນທະປະຕິບັດຕໍ່ຕົນເພື່ອໃຫ້ສານພິຈາລະນາໄປພ້ອມດຽວກັນ.”.  ສະນັ້ນ ຜູ້ຮ້ອງຟ້ອງ ຄວນໄຕ່ຕອງໃຫ້ດີວ່າ ຕົນເອງຍັງມີພັນທະຫຍັງຄົງຄ້າງກັບ ຜູ້ທີ່ຕົນຈະຮ້ອງຟ້ອງ ຫຼື ບໍ່.

2. ອາດໄດ້ທົດແທນຄ່າເສຍຫາຍ:

ຄູ່ຄວາມທີ່ເສຍຄະດີ ຕ້ອງໄດ້ຮັບຜິດຊອບຕໍ່ ຄ່າທໍານຽມສານ, ເງິນວາງສານ, ອາກອນລັດ. ນອກຈາກນີ້ ຜູ້ເສຍຄະດີ ອາດຈະຕ້ອງໄດ້ຮັບຜິດຊອບຕໍ່ຄ່າເສຍຫາຍອື່ນໆ ຕາມຄໍາຮ້ອງຂໍ ຂອງຝ່າຍກົງກັນຂ້າມ ເຊັ່ນ: ຄ່າໃຊ້ຈ່າຍໃນການດໍາເນີນຄະດີ, ຄ່າເສຍເວລາ, ຄ່າຈ້າງທະນາຍຄວາມ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ. ສະນັ້ນ ກ່ອນທີ່ຈະຮ້ອງຟ້ອງນັ້ນ ຜູ້ຮ້ອງຟ້ອງຄວນພິຈາລະນາວ່າ ສາມາດຮັບຄວາມສ່ຽງດັ່ງກ່າວນີ້ໄດ້ ຫຼື ບໍ່.

3. ອາດມີໂທດທາງອາຍາ:

ໃນກໍລະນີທີ່ ຜູ້ຮ້ອງຟ້ອງ ຫາກຮ້ອງຟ້ອງໄປຍັງເຈົ້າໜ້າທີ່ອົງການສືບສວນ-ສອບສວນ (ຕໍາຫຼວດ) ໂດຍທີ່ ຮູ້ດີວ່າ ບັນຫາຂອງຕົນ ຫຼື ຂໍ້ຂັດແຍ່ງຂອງຕົນນັ້ນ ບໍ່ແມ່ນ ການກະທໍາຜິດທາງອາຍາ ແຕ່ຫາກເປັນບັນຫາທາງແພ່ງ ເຊັ່ນ: ບັນຫາເລື່ອງແຮງງານ, ການກູ້ຢືມເງິນ, ການຮ່ວມທຸລະກິດ, ຂໍ້ຂັດແຍ່ງທີ່ດິນ ແລະ ອື່ນໆແຕ່ຜູ້ກ່ຽວກໍຈົງໃຈ ຫຼື ມີເຈດຕະນາເຮັດໃຫ້ ຜູ້ທີ່ຕົນຮ້ອງຟ້ອງ ໃຫ້ຖືກເຈົ້າໜ້າທີ່ດໍາເນີນຄະດີເຊິ່ງ ຜູ້ຮ້ອງຟ້ອງ ອາດມີຄວາມຜິດທາງອາຍາ ຕາມມາດຕາ 376 ຂອງປະມວນກົົດໝາຍອາຍາສະບັບປີ 2018 ເຊິ່ງກໍານົດວ່າ: ບຸກຄົນໃດ ໂດຍເຈດຕະນາ ເພື່ອປັກປໍ້າທໍາລາຍຜູ້ອື່ນ ໄດ້ແຈ້ງຄວາມບໍ່ຈິງຕໍ່ເຈົ້າໜ້າທີ່ເພື່ອໃຫ້ດໍາເນີນຄະດີ ຫຼື ຈັບກຸມຜູ້ນັ້ນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 10.000.000 ກີບ.” ສະນັ້ນ ກ່ອນທໍາການຮ້ອງຟ້ອງ ຜູ້ຮ້ອງຟ້ອງຄວນຈໍາແນກໄດ້ວ່າບັນຫາທີ່ຕົນຈະທໍາການຮ້ອງຟ້ອງ ເປັນບັນຫາທາງແພ່ງ ຫຼື ອາຍາ. ຫຼາຍໆທ່ານອາດຍັງບໍ່ທັນເຂົ້າໃຈກ່ຽວກັບບັນຫາ  ຫຼື ຂໍ້ຂັດແຍ່ງຂອງຕົນວ່າເປັນຂໍ້ຂັດແຍ່ງແບບໃດ ເຊັ່ນ: ຖ້າຫາກເປັນຂໍ້ຂັດແຍ່ງແຮງງານ ຫຼື ຂໍ້ຂັດແຍ່ງທາງແພ່ງ ແລະ ອື່ນໆ ກໍຄວນຮ້ອງຟ້ອງໄປສານ, ບໍ່ແມ່ນຟ້ອງໄປຫາ ອົງການສືບສວນ-ສອບສວນ (ຕໍາຫຼວດ). ແຕ່ໃນສັງຄົມປັດຈຸບັນ ດ້ວຍຄວາມບໍ່ເຂົ້າໃຈຕໍ່ກົດໝາຍ ຄົນສ່ວນຫຼາຍມັກເຂົ້າໃຈວ່າ ເມື່ອເກີດບັນຫາຫຍັງຂຶ້ນ ກໍຮ້ອງຟ້ອງໄປຍັງເຈົ້າໜ້າທີ່ໄດ້ເລີຍ ທັ້ງໆທີ່ບໍ່ແມ່ນຄະດີອາຍາ.

ສະຫຼຸບລວມແລ້ວ ການຮ້ອງຟ້ອງ ບໍ່ແມ່ນວິທີການແກ້ໄຂບັນຫາດີທີ່ສຸດສະເໝີໄປ ເຊິ່ງນັກທຸລະກິດສ່ວນຫຼາຍ ຈະເລືອກເອົາ ການຮ້ອງຟ້ອງເປັນວິທີທາງອອກສຸດທ້າຍ ທັງນີກໍເພື່ອປົກປ້ອງຊື່ສຽງຂອງທຸລະກິດ ແລະ ບໍ່ເປັນການເສຍເວລາ, ເຊິ່ງການແກ້ໄຂຂໍ້ຂັດແຍ່ງ ສາມາດດໍາເນີນການໄດ້ຫຼາຍຮູບການເຊັ່ນ: ການໄກ່ເກ່ຍປະນີປະນອມ ດ້ວຍຄູ່ກໍລະນີເອງ, ການໄກ່ເກ່ຍ ຢູ່ໜ່ວຍໄກ່ເກ່ຍຂັ້ນບ້ານ, ການແກ້ໄຂຂໍ້ຂັດແຍ່ງ ຢູ່ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຫຼີກການຮ້ອງຟ້ອງໄປຍັງສານ ແລະ ກໍເພື່ອເປັນການຮັກສານໍ້າໃຈ ຂອງຄູ່ກໍລະນີ ດັ່ງຄໍາສຸພາສິດບູຮານກ່າວວ່າ: “ບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ່ນ”.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

 

(ວາລະສານທາເກັດ ສະບັບ 154 ເດືອນພຶດສະພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Litigation has both positive and negative effects

The right to press charges or make a claim is a fundamental right of the civilian as stated in Article 41 of the 2015 Constitution and is also a means of enhancing the one’s legitimate rights and interests which may have been infringed upon by another individual. Furthermore, making a claim may have its advantages and disadvantages. Before making a claim, however, the plaintiff should give it some thorough thought or receive legal consultation; otherwise, they may fall victim to a counterclaim (a claim), be fined, or may find themselves criminally liable

In this article, I shall be explaining about the risks which could occur on the part of the plaintiff, detailed as follows:

  1. They may receive a counterclaim (a claim against themselves)

Persons facing a claim or defendants have the right to lodge a counterclaim against the plaintiff (back against them) too (or colloquially that “You can lodge a claim but I can too”) provided that they meet the conditions specified in Paragraph 2, Article 174 of the 2012 on Civil Procedure, which states that Claims are documents belonging to plaintiffs or defendants which are submitted to the court to protect their rights and interests. If it is deemed that the person filing the claim or the plaintiff still has obligations to perform, the court shall consider the two matters simultaneously,” so the plaintiff should first put themselves on trial to check whether they have any outstanding obligations to the person against whom the are to make a claim.

  1. They may receive compensation for damages

The losing litigant shall liable for the court fees, deposits, and State tax. Furthermore, the loser of the case shall be liable for any other expenses at the request of the opposing party, such as expenses incurred during case proceedings, wasted time, the hiring of attorneys, and other relevant expenses. Therefore, before making that claim, the plaintiff should consider whether they are able to deal with such expenses or not.

  1. It may lead to criminal punishment

In the event that the plaintiff makes their claim to the officials at an investigations organization (police), knowing that their issues or dispute is not of a criminal nature but of a civil nature, such as labor issues, loans, joint ventures, land disputes, and so forth and the defendant did so without intent, the plaintiff may be guilty pursuant to Article 376 of the 2018 Civil Code, meaning that “any individual who damages another with intent and makes a claim against them to the authorities to resolve the case and arrest that person shall be liable to deprivation of freedom from one to three years and a fine of 5,000,000-10,000,000 kip.Therefore, prior to making a claim, the plaintiff should differentiate between issues of a civil nature and those of a criminal nature. Many of you may not yet understand whether you are making a civil or criminal claim. Many of you may lack understanding into the matter or their dispute as to its nature. If it is a labor, civil, or other such dispute, a claim should be made with the courts rather than with the investigation agencies (police) but in today’s society, due to a lack of understanding of the law, most people tend to make a claim or press charges with the police even if it is not of a criminal nature.

In summary, claims are not always the best means to resolve problems and most businesspeople choose claims as a last resort in order to maintain their business reputation and save time. Dispute resolution can take place in many ways: mediation, and out-of court settlements, mediation at village level, and resolution at an Office of Economic Dispute Resolution (OEDR) abroad or domestically in order to avoid making a claim with a court in order to maintain relations, according to the old saying “Avoid “bruising roses or polluting water”.

Remark: Target reserves the right to the copyright of this article and the intellectual property thereof. This article is intended exclusively for imparting legal knowledge rather than as legal consulting or as a legal opinion

Comments