ຖ້າຢາກເປັນຄົນຮັ່ງຈົ່ງເຝິກນິດໄສຕາມນີ້

  • ຫາເງິນແບບຄົນຮັ່ງ,ຈ່າຍແບບຄົນທຸກ.

ຫັດເຝິກນິດໄສໃຫ້ເປັນຄົນຫາເງິນເກັ່ງ ຫາເງິນຈາກຫຼາຍຊ່ອງທາງ ເພື່ອເພີ່ມລາຍໄດ້ ດ້ວຍການການຊອກຮູ້ວິທີທີ່ຄົນຮັ່ງຫາເງິນ ແລະ ທີ່ສໍາຄັນຕ້ອງມີນິດໄສໃຫ້ເປັນຄົນປະຢັດ ຮູ້ຄຸນຄ່າຂອງເງິນທີ່ຫາມາໄດ້ ທຸກກີບ, ທຸກອັດ ໃຊ້ຈ່າຍແບບພໍພຽງ, ຄ່າໃຊ້ຈ່າຍສ່ວນໃດທີ່ບໍ່ຈໍາເປັນກໍຈົ່ງຫຼຸດລົງ.

  • ທ້ອນກ່ອນຈ່າຍ

ຖ້າໄດ້ເງິນແລ້ວຈ່າຍທັນທີ ຮັບຮອງບໍ່ມີເງິນທ້ອນສະສົມ ລອງໃຊ້ວິທີນີ້: ເມື່ອເຮົາມີລາຍໄດ້ເຂົ້າມາຈົ່ງເກັບໄວ້ກ່ອນ ຢ່າຟ້າວໃຊ້ຈ່າຍທັນທີ ຊຶ່ງທ່ານສາມາດນໍາເງິນແບ່ງເປັນສ່ວນ ບ້ວງໃດເກັບໄວ້, ບ້ວງໃດຫັກເປັນຄ່າໃຊ້ຈ່າຍປະຈໍາວັນ ຫຼື ເຫຼືອນັ້ນທ່ານກໍສາມາດນໍາເອົາຝາກນໍາກອງທຶນບ້ານ ຫຼື ຝາກແບບປະຈໍາຢູ່ນໍາທະນາຄານກໍໄດ້.

  • ຈົ່ງຄວບຄຸມຄວາມຕ້ອງການ

ຄວນຮູ້ຈັກຄວບຄຸມຄວາມຕ້ອງການຂອງຕົວເອງ ໂດຍສະເພາະສິ່ງຂອງລາຄາແພງ ເຊັ່ນ: ໂທລະສັບ, ລົດ, ໄປທ່ອງທ່ຽວຕະຫຼອດ…ເຫັນຫຍັງຜ່ານໜ້າບໍ່ໄດ້ ຕ້ອງໄດ້ຊື້ໝົດ ໂດຍໃນມື້ໜຶ່ງຄົນເຮົາມີຄວາມຄິດຕ້ອງການຫຼາຍສິ່ງຫຼາຍຢ່າງ ຖ້າຫາກເຮົາຈະໄປຕາມໃຈຕົນເອງຫຼາຍ ມັນກໍເຮັດໃຫ້ເຮົາສູນເສຍລາຍຮັບໄປ ທີ່ສໍາຄັນບໍ່ຄວນເອົາເງິນສົດຕິດຕົວຫຼາຍເກີນໄປ ດັ່ງທີີ່ເພິ່ນວ່າ: “ວັດຖຸເກີດກ່ອນຈິດໃຈ”.

  • ຕັ້ງເປົ້າໝາຍທາງການເງິນ

ຈົ່ງສຶກສາຫາຄວາມຮູ້ທາງດ້ານການເງິນຈາກຄົນທີ່ປະສົບຄວາມສໍາເລັດ ແລະ ຕັ້ງເປົ້າໝາຍກໍານົດວົງເງິນໃນແຕ່ລະປີ ເຊັ່ນ: ມູນຄ່າຊັບສິນທີ່ມີເທົ່າໃດ, ມີການເພີ່ມຂຶ້ນເທົ່າໃດ ຫຼື ຄົນທີ່ມີທຸລະກິດເປັນຂອງຕົວເອງກໍຈົດບັນທຶກມູນຄ່າການລົງທຶນ, ໄດ້ກໍາໄລປີນີ້ເທົ່າໃດ ຈາກການລົງທຶນທີ່ຜ່ານ.

Comments