Entertainment

FACEBOOK ຫາເງິນໄດ້ 9 ຕື້ໂດລາ ເຖິງວ່າຈະມີການສໍ້ໂກງ

ເຟສບຸກໄດ້ສະແດງຜົນກໍາໄລທີ່ດີກວ່າທີ່ຄາດໄວ້ສໍາລັບໄຕມາດທີສາມ, ເຖິງວ່າພວກເຂົາຍັງຕ້ອງສືບຕໍ່ປະເຊີນກັບຄວາມກົດດັນທີ່ບໍ່ດີຕໍ່ເອກະສານພາຍໃນທີ່ຮົ່ວໄຫລ.ຍັກໃຫຍ່ສື່ມວນຊົນສັງຄົມສ້າງກໍາໄລ 9 ຕື້ໂດລາ (6.5 ຕື້ປອນ) ໃນສາມເດືອນຫາເດືອນກັນຍາ, ເພີ່ມຂຶ້ນຈາກ 7,8 ຕື້ໂດລາສະຫະລັດໃນປີກາຍນີ້.ຢ່າງໃດກໍ່ຕາມ, ເຟສບຸກໄດ້ຮັບຜົນກະທົບຈາກການປັບປຸງຄວາມເປັນສ່ວນຕົວໃຫມ່ໃຫ້ກັບລະບົບປະຕິບັດການ iOS 14 ຂອງ Apple, ເຊິ່ງມັນເປັນການຍາກ ແລະ ທ້າທາຍສໍາລັບຍີ່ຫໍ້ທີ່ຈະໃຫ້ການໂຄສະນາຂອງເຂົາເຂົ້າເຖິງເປົ້າຫມາຍຜູ້ໃຊ້ທີ່ສະເພາະເຈາະຈົງໄດ້ຄືເກົ່າ.Frances Haugen ໄດ້ເປີດເຜີຍ ເອກະສານພາຍໃນຕໍ່ສາທາລະນະ, ໂດຍກ່າວຫາວ່າ Facebook ເອົາກໍາໄລກ່ອນຄວາມປອດໄພຂອງຜູ້ໃຊ້.ສື່​ມວນ​ຊົນຫລາຍແຫ່ງໄດ້ກ່າວວ່າ ໄດ້ມີ​ເອກະສານ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ໂດຍປົກກະຕິແລ້ວ Facebook ​ແມ່ນ​ບໍ່​ສາມາດ​ດັດ​ແກ້​ເນື້ອ​ໃນ​ ທີ່​ສົ່ງ​ເສີມ​ຄຳ​ເວົ້າ​ທີ່​ກຽດ​ຊັງ ​ແລະ​ ການ​ຢຽດ​ເພດໄດ້ ໂດຍສະເພາະແມ່ນ​ໃນຫລາຍປະເທດ ທີ່ບໍ່ນອນຢູ່ໃນ​ສະຫະລັດ.#TargetMagazine

Read More »

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50 ປີ

ສະບາຍດີ ເພື່ອນໆ ທີ່ຮັກແພງ ມື້ນີ້ ຢູ່ທີ່ເມືອງ ວຽງໄຊ ແຂວງ ຫົວພັນ ຊຶ່ງເປັນເຂດທີ່ໝັ້ນຂອງການປະຕິວັດ ເພິ່ນຈະມີພິທີໃຫຍ່ເພື່ອ ສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50 ປີ. ດັ່ງນັ້ນທາງທີມງານພວກເຮົາ ຈຶ່ງຢາກໃຫ້ບັນດາທ່ານໄດ້ພັງບົດເພງ” ສຽງນີ້ ຈາກວຽງໄຊ” ເຊິ່ງຂັບຮ້ອງໂດຍ ຄໍາພັນ ແກ້ວຄູນເມືອງ ແລະ ຢ່າລືມຕິດຕາມການຖ່າຍທອດສົດ ທາງວິທະຍຸ ແລະ ໂທລະພາບ ເພິ່ນຈະເລີ່ມໃນຕອນແລງຂອງມື້ນີ້ 30-11-2018. ຂອບໃຈ ຄໍາພັນ ແກ້ວຄູນເມືອງ.

Read More »