ເຕັກໂນໂລຊີ ທີ່ຊ່ວຍປ່ຽນໂຮງແຮມ ທ່ານໃຫ້ກາຍເປັນ “Digital Hotel”

ປັດຈຸບັນຂະແໜງການທ່ອງທ່ຽວ ຖືວ່າວ່າຂະແໜງການຫຼັກຂອງປະເທດເຮົາກໍວ່າໄດ້ ເນື່ອງຈາກວ່າລາວເຮົາເປັນປະເທດທີ່ອຸດົມໄປດ້ວຍສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ບໍ່ວ່າຈະເປັນສະຖານທີ່ເກົ່າແກ່ບູຮານສະຖານ ແລະສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ທັງຄົນລາວເຮົາເອງ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ແລະ ເດີນທາງເຂົ້າມາທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ເມື່ອມີນັກທ່ອງທ່ຽວເຂົ້າມາແລ້ວສິ່ງທີ່ເອື້ອອໍານວຍ ແລະ ສ້າງລາຍໄດ້ຈາກຂະ  ແໜງນີ້ໄດ້ດີກໍຄື ທຸລະກິດໂຮງແຮມນັ້ນເອງ… ເຊິ່ງທຸລະກິດໂຮງແຮມນັ້ນ ຢູ່ຄູ່ກັບການທ່ອງທ່ຽວມາຕະຫຼອດ; ຈົນປັດຈຸບັນໂລກມີການປ່ຽນແປງ Digital ເຂົ້າມາມີອິດທິພົນໃນການເຮັດທຸລະກິດຫຼາຍຂຶ້ນນັບມື້ ລວມທັງທຸລະກິດໂຮງແຮມເອງ ກໍໄດ້ຮັບອິດທິພົນຂອງ Digital ທີ່ເຂົ້າມາປ່ຽນໂລກໄປນໍາ ຈຶ່ງເຮັດໃຫ້ທຸລະກິດນີ້ຕ້ອງຊອກຫາທາງພັດທະນາ, ປັບປ່ຽນເພື່ອໃຫ້ທັນກັບຍຸກແຫ່ງການປ່ຽນແປງນີ້.

ມື້ນີ້ ທາງວາລະສານທາເກັດຈຶ່ງຢາກຈະມາແນະນໍາໃຫ້ບັນດາທ່ານ ໂດຍສະເພາະເຈົ້າຂອງທຸລະກິດ ທັງໂຮງແຮມໃຫຍ່ໆ ແລະ ເຮືອນພັກໄດ້ຮູ້ຈັກກັບ 5 ເຕັກໂນໂລຊີ ທີ່ຈະມາປ່ຽນທຸລະກິດ ຂອງທ່ານໃຫ້ກາຍເປັນ Digital Hotel…

  1. ລະບົບ Mobile Check In ແລະລະບົບ Keyless ເປັນລະບົບທີ່ໃຊ້ Mobile Application ຂອງແຕ່ລະໂຮງແຮມ ໃນການອໍານວຍຄວາມສະດວກໃຫ້ແຂກ Check In ເປັນການຫຼຸດຂັ້ນຕອນໃນການຕິດຕໍ່ພະນັກງານຕ້ອນຮັບເພື່ອຂໍກະແຈຫ້ອງ ເຊິ່ງລະບົບຈະໄດ້ຮັບການແຈ້ງເຕືອນຜ່ານ Application ຂອງໂຮງແຮມເພື່ອກວດກາວ່າ ຫ້ອງພັກຂອງຕົນນັ້ນເປັນລະບຽບຮຽບຮ້ອຍ ພ້ອມທີ່ຈະໃຫ້ແຂກເຂົ້າພັກໄດ້ບໍ່? ຖ້າຫ້ອງພັກສະດວກ ກໍສາມາດໃຊ້ Mobile Check In ເພື່ອ Check In ຜ່ານມືຖື ແລະ ຮັບລະຫັດກະແຈເຂົ້າຫ້ອງພັກ; ເມື່ອແຂກເດີນທາງມາຮອດກໍສາມາດນໍາເອົາລະຫັດໄປສະແກນຢູ່ປະຕູຫ້ອງທັນທີ. ເຊິ່ງປັດຈຸບັນໂຮງແຮມລະດັບໂລກເຊັ່ນ Marriott, Starwood, Hilton ເລີ່ມມີການໃຫ້ບໍລິການແລ້ວໃນໂຮງແຮມ ທີ່ບາງປະເທດກົດໝາຍອານຸຍາດໃຫ້ນໍາໃຊ້ Mobile Check In ໄດ້.

2. ລະບົບ Visual Reality-VR ເປັນການນໍາເອົາເຕັກໂນໂລຊີ ທຽບເທົ່າມາໃຊ້ເພື່ອຢ້ຽມຢາມສະຖານທີ່ພັກເຊົາລ່ວງໜ້າ ໂດຍກ່ອນທີ່ແຂກຈະມາຈອງຫ້ອງພັກ ສາມາດເບິ່ງສະຖານທີ່ແທ້ແບບ 360 ອົງສາ ຜ່ານ VR ທັງໃນໜ້າ Desktop ແລະ Application ທີ່ຈະໃຫ້ຄວາມຮູ້ສຶກຄືໄດ້ຢູ່ໃນສະຖານທີ່ນັ້ນແທ້ ທັງໃນຫ້ອງພັກ, ສະຖານທີ່ອ້ອມຂ້າງ ຫຼື ແມ່ນແຕ່ສະຖານທີ່ໃກ້ຄຽງເຊັ່ນ: ຫາດຊາຍ ແລະ ແຫຼ່ງທ່ອງທ່ຽວເປັນຕົ້ນ. ລະບົບນີ້ໄດ້ເລີ່ມໃຊ້ແລ້ວໃນໂຮງແຮມ Hilton Waikiki Beach ແລະ ມີອີກຫຼາຍໂຮງແຮມທີ່ເລີ່ມພັດທະນານໍາເອົາ VR ເຂົ້າມາໃຊ້.

3. Innovative Design Concept ເປັນເຕັກໂນໂລຊີ ໃນການຕົບແຕ່ງໂຮງແຮມ ແທນສະຖາປະນິກ; ເຊິ່ງເປັນການແຕ່ງໃນຮູບແບບຂອງ Interactive Wall Art Using ເປັນຈໍສະແດງຜົນຂໍ້ມູນຕ່າງໆຕາມການເຄື່ອນໄຫວຂອງແຂກຜູ້ເຂົ້າພັກ ເປັນການຕອບສະໜອງໃຫ້ແຂກຮູ້ສຶກມີສ່ວນຮ່ວມກັບການເຄື່ອນໄຫວຂອງຈໍພາບດັ່ງກ່າວ. ປັດຈຸບັນໂຮງແຮມ W Hotel ໃນເຄືອຂອງ Starwood ໄດ້ນໍາເອົາຈໍພາບມາຕັ້ງໄວ້ໃນບາງພື້ນທີ່ຂອງໂຮງແຮມ.

4. Access & Payment ກໍລະນີ ຕົວຢ່າງ Walt Disney World Resort Hotel ທີ່ຈະເຮັດ Wristband ສາຍແຂນທີ່ແຂກຜູ້ເຂົ້າພັກສາມາດສະແກນເພື່ອເຂົ້າຫ້ອງພັກໄດ້, ສາມາດສະແກນເພື່ອຈ່າຍເງິນຕາມ Outlet ຕ່າງໆໃນໂຮງແຮມ ແລະ ຣີສອດໄດ້, ໃຊ້ສະແກນເພື່ອເຂົ້າໃຊ້ບໍລິການສວນນໍ້າ ແລະ ຍັງສາມາດຊື້ບັດຜ່ານປະຕູສໍາລັບທ່ອງທ່ຽວໄປຍັງສະຖານທີ່ຕ່າງໆໃນເຄືອຂອງ Walt Disney ອີກດ້ວຍ. ໂດຍທີ່ແຂກບໍ່ຕ້ອງຖືກະເປົາເງິນ ຫຼື “ຄີກ໊າດ” ໄປນໍາຕະຫຼອດເວລາ ໃນລະຫວ່າງທີ່ເຂົ້າພັກ.

6. Robotic ຫຼືເຕັກໂນໂລຊີ ຫຸ່ນຍົນ ໂຮງແຮມເປັນທຸລະກິດບໍລິການ ແລະ ຂາຍ Service Mind ເຊິ່ງມີແຕ່ມະນຸດດ້ວຍກັນເທົ່ານັ້ນທີ່ສື່ສານກັນຮູ້ເລື່ອງ; ແຕ່ປັດຈຸບັນໄດ້ມີການທົດລອງນໍາເອົາຫຸ່ນຍົນເຂົ້າມາໃຊ້ໃນຂະແໜງນີ້ເຊັ່ນກັນ ແລະ ມີທ່າອ່ຽງວ່າຈະມີຈໍານວນເພີ່ມຂຶ້ນໃນອະນາຄົດ. ມີໂຮງແຮມລະດັບໂລກ ແລະ ໂຮງແຮມທົ່ວໄປທີ່ມີຂະໜາດໃຫຍ່ເຊັ່ນ: ໂຮງແຮມ Ghent Marriott ໃນປະເທດ ແບນຊິກ ໄດ້ທົດລອງເອົາຫຸ່ນຍົນມາເປັນພະນັກງານຕ້ອນຮັບ ເພື່ອແນະນໍາລາຍລະອຽດ ແລະ ສະຖານທີ່ທ່ອງທ່ຽວໃຫ້ແຂກທີ່ເຂົ້າມາພັກ ຈົນກາຍມາເປັນ Celebrity ຂອງເມືອງໄປແລ້ວ; ນອກນັ້ນຍັງມີໂຮງແຮມ Henn-na Hotel ໃນປະເທດຍີ່ປຸ່ນ ທີ່ວາງຕົວເອງເປັນ Robot Hotel ທີ່ນໍາເອົາຫຸ່ນຍົນມາເຮັດວຽກເປັນພະນັກງານແທນຄົນຢ່າງສົມບູນ.

ທັງໝົດນີ້ເປັນກໍລະນີສຶກສາ ແລະ ທ່າອ່ຽງທີ່ຈະເກີດຂຶ້ນໃນທຸລະກິດໂຮງແຮມລະດັບໂລກ ເຊິ່ງຄາດວ່າໃນອະນາຄົດຈະເຂົ້າມາສູ່ປະເທດລາວເຮົາ; ທີ່ທາງວາລະສານທາເກັດ ຍົກຂຶ້ນມາໃຫ້ເຫັນບໍ່ແມ່ນວ່າຢາກໃຫ້ບັນດາຫົວໜ່ວຍທຸລະກິດ ຂະແໜງໂຮງແຮມ ມີຄວາມຢ້ານຕໍ່ການປ່ຽນແປງທີ່ຈະເກີດຂຶ້ນໃນອະນາຄົດ, ແຕ່ຢາກໃຫ້ຄໍານຶງເຖິງໂອກາດໃນການພັດທະນາທຸລະກິດຂອງທ່ານໃຫ້ເຕີບໃຫຍ່ໄປພ້ອມກັນກັບໂລກ ແລະ ເພີ່ມຄວາມສະດວກສະບາຍແກ່ນັກທ່ອງທ່ຽວ ແລະ ແຂກທີ່ມາພັກຫຼາຍຂຶ້ນ.

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Technology helps forming a “Digital Hotel.”

            Currently, tourism is considered as one of our country’s main economic sectors thanks to Laos’ abundance and diversity of tourist attractions ranging from historical to natural tourist sites. These places attract a large amount of both Lao and foreign travelers. Of course, one of the vital things that helps accommodating these visitors is a hotel business which has co-existed with tourism for a long time. As digital technology has undergone tremendous change which affected businesses including accommodation business, this forces hotels to constantly seek for ways to develop themselves in order to keep up with such change. Today, our magazine would like to introduce you, especially entrepreneur in accommodation business, to 5 technological changes that will help transforming your business into a digital hotel.

Comments