DIGITAL MARKETING TREND ປີ 2019

ສະບາຍດີທ່ານຜູ້ອ່ານ ທີ່ຕິດຕາມຄໍລຳ  Marketing& Brandingອີກບໍ່ເທົ່າໃດເດືອນກໍຈະໝົດປີແລ້ວ ທ່ານໃດທີ່ກຳລັງຄິດວ່າ ປີໜ້າຈະວາງແຜນທຸລະກິດແນວໃດດີ ຈຶ່ງຈະເພີ່ມຍອດຂາຍຫຼາຍຂຶ້ນ ໃນຍຸກທີ່ເຕັກໂນໂລຊີກາຍເປັນປັດໄຈທີ່ 5 ໃນການດຳລົງຊີວິດຂອງເກືອບທຸກຄົນໃນສັງຄົມ. ແນ່ນອນວ່າ ອົງກອນທີ່ເປັນຜູ້ນຳທາງດ້ານນີ້ ກໍຕ້ອງໄດ້ປຽບໃນການກອບໂກຍເອົາເງິນຈາກທຸລະກິດຂອງເຮົາຫຼາຍຂຶ້ນ ແຕ່ເຮົາຈະເຮັດແນວໃດເພື່ອບໍ່ໃຫ້ພວກເຂົາເອົາປຽບເຮົາຫຼາຍເກີນໄປ. ສະນັ້ນ, ເຮົາຈຶ່ງຈໍາຕ້ອງໄດ້ວາງຍຸດທະສາດການຕະຫຼາດຍຸກ Digital ໃຫ້ມີປະສິດທິພາບຂຶ້ນແມ່ນບໍ່?  ເຊິ່ງກ່ອນຮອດຂັ້ນຕອນວາງແຜນ, ກ່ອນອື່ນເຮົາຕ້ອງຮູ້ວ່າ 3 ວິກິດການໃຫຍ່ໆ ທີ່ອາດຈະເກີດຂຶ້ນ ແລະ ສ້າງຜົນກະທົບໃຫ້ກັບນັກການຕະຫຼາດ “ດິຈິຕອນ”(Crisis of Digital Marketing)ປີ 2019 ມີຄື:

  • ຕົ້ນທຶນຄ່າໃຊ້ຈ່າຍ ການເຮັດໂຄສະນາຈະມີລາຄາສູງຂຶ້ນ
  • ຫຸ່ນຍົນ (Robot)ຈະເຂົ້າມາມີບົດບາດດ້ານການຕະຫຼາດຫຼາຍຂຶ້ນ.
  • ການຄົ້ນຫາດ້ວຍສຽງ(Voice Search) ຈະເຂົ້າມາເປັນສ່ວນໜຶ່ງໃນຊີວິດປະຈຳວັນ.

ວິກິດການ:

  1. Ad Costing ຫຼື ຄ່າໃຊ້ຈ່າຍໃນການເຮັດໂຄສະນາ

ຈາກສະຖິຕິທີ່ຜ່ານມາໃນປີ 2017-2018 ການຈ່າຍຄ່າໂຄສະນາ 60%-80% ໃນ Digital Marketing ແມ່ນມາຈາກ 2 ຊ່ອງທາງໃຫຍ່ໆຄື Facebook ແລະ Google ແລະຍັງມີທ່າອ່ຽງວ່າ ການໂຄສະນາໃນ 2 ຊ່ອງທາງນີ້ຈະເພີ່ມຫຼາຍຂຶ້ນເລື້ອຍໆ. ເມື່ອ ຄວາມຕ້ອງການ ເກີດຂຶ້ນຢ່າງຫຼວງຫຼາຍ ແຕ່ພື້ນທີ່ໂຄສະນາ ຊ້ຳພັດຫຼຸດລົງ. ດັ່ງນັ້ນ, ພື້ນທີ່ຂອງ 2 ຊ່ອງທາງນີ້ ຈຶ່ງເປັນໂອກາດທີ່ຈະຂຶ້ນລາຄາໂຄສະນາໄດ້ຢ່າງມະຫາສານ. ສະນັ້ນ, ບັນຫາກໍຈະຕົກຢູ່ກັບນັກການຕະຫຼາດທັງຫຼາຍ ທີ່ຍິ່ງຕ້ອງໃຊ້ຍຸດທະສາດທີ່ຖືກເປົ້າໃນການສ້າງ Content ແລະ ການບໍລິຫານຈັດການງົບປະມານການໂຄສະນາໃຫ້ໄດ້ຜົນຢ່າງມີປະສິດທິພາບ.

  1. ນຳເອົາ ຫຸ່ນຍົນ (Robot) ມາໃຊ້ໃນການເຮັດການຕະຫຼາດ

ບໍ່ວ່າຈະເປັນ Chatbot ທີ່ສາມາດຕອບຂໍ້ຄວາມອັດຕະໂນມັດຫຼື ໂປຣແກຣມໃນການຈັດການໂຄສະນາຕ່າງໆໃຫ້ໄດ້ປະສິດທິພາບໂດຍໃຊ້ງົບປະມານທີ່ໜ້ອຍທີ່ສຸດ ລວມໄປເຖິງວຽກງານຄວາມຄິດສ້າງສັນ (Creative)ແລະການຕະຫຼາດ “ດິຈິຕອນ” (Digital Marketing)ທີ່ໃຊ້ສະໝອງຄົນຫຼາຍທີ່ສຸດ ກໍຍັງຖືກທົດແທນດ້ວຍຫຸ່ນຍົນຮຽບຮ້ອຍແລ້ວ. ເຊິ່ງນີ້ແມ່ນວິກິດການຂໍ້ທີ່ 2 ທີ່ກົດດັນໃຫ້ເຈົ້າຂອງທຸລະກິດ ແລະນັກການຕະຫຼາດ ຕ້ອງໄດ້ລົງທຶນ ພັດທະນາຍຸດທະສາດຂອງຕົນ ໃຫ້ເຂັ້ມແຂງ ແລະໂດດເດັ່ນຂຶ້ນໄປອີກ ເພື່ອແຂ່ງຂັນກັບບັນດາຫຸ່ນຍົນ ທີ່ໃຜໆກໍເຂົ້າເຖິງໄດ້ ແລະຍັງມີຕົ້ນທຶນຕ່ຳນຳອີກ..

  1. Voice Search ຫຼື ການຄົ້ນຫາດ້ວຍຄຳສັ່ງສຽງ

ຫຼ້າສຸດມີຂ່າວອອກມາວ່າ ມີເດັກນ້ອຍ ອາຍຸ 3-5 ປີ ສັ່ງສິນຄ້າໄດ້ ໂດຍຜ່ານ Google. ດັ່ງນັ້ນ, ຄໍາຖາມກໍຄື? ທຸລະກິດເຫຼົ່ານັ້ນໄດ້ກຽມສິ່ງຕ່າງໆເພື່ອໃຫ້ທັນ “ເຕັກໂນໂລຊີ” ນີ້ແມ່ນບໍ່? ເຮົາພັດທະນາ ຫຼື “ອັບເດດ” ທຸລະກິດຂອງເຮົາໃຫ້ເໝາະສົມກັບຊ່ອງທາງແບບ Voice Search ແລ້ວບໍ່?

ວິທີຮັບມື:

  1. ລົງທຶນໃສ່ໃນກຸ່ມຄົນ (Invest in the Community)

ຄືການສ້າງກຸ່ມຄົນໃນສັງຄົມ ສັງເກດໄດ້ວ່າ Facebook ມີຮູບແບບ (Function) ໃຫ້ເຮົາສາມາດສື່ສານກັບກຸ່ມລູກຄ້າໄດ້ໂດຍກົງ, ການສ້າງກຸ່ມຄົນ ແມ່ນຈະສາມາດເອົາລູກຄ້າເຮົາໄປລວມຕົວກັນຢູ່ໃນກຸ່ມທີ່ເຮົາຕ້ອງການ ແລະ ໃຫ້ເກີດມີສ່ວນຮ່ວມເຊິ່ງກັນ ແລະ ກັນຫຼາຍຂຶ້ນ. ເພາະການສ້າງກຸ່ມ ກໍຄືກັບການທີ່ເຮົາໄດ້ ສ້າງສາຍພົວພັນກັບລູກຄ້າ (CRM = Customer Relationship Management)ໝາຍຄວາມວ່າ: ໃນຍຸກອະນາຄົດ ການໃຊ້ Digital Marketing ເພື່ອຊອກຫາລູກຄ້າກຸ່ມໃໝ່ມັນຈະຍາກຂຶ້ນ. ດັ່ງນັ້ນ, ເຮົາຕ້ອງຮູ້ຈັກຮັກສາເບິ່ງແຍງ ແລະ ເພີ່ມຄວາມສຳພັນກັບລູກຄ້າທີ່ເຮົາມີຢູ່. ເພາະສຸດທ້າຍແລ້ວກຸ່ມຄົນເຫຼົ່ານັ້ນກໍຈະກາຍເປັນແຮງທີ່ສະໜັບສະໜູນທີ່ສຳຄັນ ຈົນເຖິງຂັ້ນກາຍເປັນນັກຂາຍ ດ້ວຍການບອກຕໍ່ ຫຼືເປັນນັກການຕະຫຼາດໂຄສະນາສິນຄ້າແທນເຮົາກໍໄດ້.

  1. ລົງທຶນໃສ່ໃນການສື່ສານInvest in Conversation

ໃນອະນາຄົດເຮົາອາດໃຊ້ຫຸ່ນຍົນເຂົ້າມາສື່ສານສົນທະນາແທນເຮົາ ເພາະສັງເກດເຫັນວ່າຫຼາຍໆທຸລະກິດໃນຕ່າງປະເທດກໍມີການໃຊ້ເຊັ່ນ: Chatbotໃນການຕອບລູກຄ້າເພື່ອວ່າເຮົາຈະໄດ້ບໍ່ຕ້ອງໄປເວົ້າກັບລູກຄ້າເພີ່ມອີກ.  ແຕ່ໃນຄວາມຈິງແລ້ວລູກຄ້າແມ່ນຕ້ອງການ Humanize + Personalize ກໍຄືກການສື່ສານແບບພິເສດໆ ກໍຄືຕ້ອງການຄວາມຮູ້ສຶກວ່າ ຕົນເອງສຳຄັນ ແລະ ຖືກໃສ່ໃຈ. ດັ່ງນັ້ນ, ຖ້າມີການສື່ສານທີ່ດີລະຫວ່າງລູກຄ້າກໍຍິ່ງຈະເຮັດໃຫ້ລູກຄ້າຮູ້ສຶກຜູກພັນ ແລະ ຈື່ຈຳຍີ່ຫໍ້ສິນຄ້າຂອງເຮົາໄດ້ງ່າຍຂຶ້ນ ແລະ ຫຼາຍຂຶ້ນ. ສະນັ້ນ, ກ່ອນຈະເອົາເຕັກໂນໂລຊີ Chatbotມາເປັນຕົວຊ່ວຍການສື່ສານກັບລູກຄ້ານັ້ນ ສິ່ງທໍາອິດກໍຄືຕ້ອງມີການພັດທະນາລະບົບຂອງ Chatbotໃຫ້ເໝາະສົມກັບທຸລະກິດ.  ເພາະ Chatbot ນັ້ນ ກໍມີຮູບແບບ (Function) ຫຼາກຫຼາຍທີ່ສາມາດທົດລອງໄດ້ ແລະ  ກໍຕ້ອງສາມາດສື່ສານສິ່ງທີ່ລູກຄ້າຢາກຮູ້ໄດ້ ເພື່ອເຮັດໃຫ້ລູກຄ້ານັ້ນຜູກພັນກັບChatbotຂອງເຮົາຫຼາຍຂຶ້ນ ຄືກັນກັບການສ້າງຄົນໜຶ່ງຂຶ້ນມາໂດຍທີ່ເຮົາຕ້ອງໃສ່ຂໍ້ມູນຈາກເຮົາເຂົ້າໄປນຳ.

  1. ສິ່ງທີ່ເຮົາຄວນຄິດຄື ການລົງທຶນໃສ່ລູກຄ້າ

ສ່ວນຫຼາຍຢູ່ໃນໂລກ Digital ຍີ່ຫໍ້ສິນຄ້າ (Brand) ຫຼື ນັກການຕະຫຼາດມັກບອກວ່າ: ຂ້ອຍແມ່ນໃຜ, ມາເຮັດຫຍັງ? ສິນຄ້າຂອງເຮົາແມ່ນຫຍັງ? ດີແບບໃດ? ມີຮູບແບບແຕກຕ່າງກັນແບບໃດ? ໃນຍຸກນີ້ເປັນຍຸກຂອງຜະລິດຕະພັນສິນຄ້າທີ່ມີຄວາມຄ້າຍຄືກັນຫຼາຍຍີ່ຫໍ້ ເພາະລະບົບການຜະລິດມີການຮຽນແບບກັນ ແລະ ສາມາດສ້າງຄືກັນໄດ້. ແຕ່ມີສິ່ງໜຶ່ງທີ່ເຮົາບໍ່ສາມາດຮຽນແບບກັນໄດ້ຄື ເອກະລັກ ຂອງທຸລະກິດ. ດ້ວຍວິທີການ “ເອົາລູກຄ້າເປັນສູນກາງ”          (Customer centric)ແລະຕ້ອງສັງເກດວ່າລູກຄ້າຕ້ອງການຜະລິດຕະພັນແບບໃດ? ຕ້ອງການສື່ສານແບບໃດ? ຕ້ອງການກຸ່ມຄົນແບບໃດ? ພະຍາຍາມພັດທະນາລະບົບຂອງເຮົາເພື່ອໃຫ້ຕ້ອບໂຈດລູກຄ້າຫຼາຍທີ່ສຸດ.

ສະຫຼຸບ:

  • ການລົງທຶນໃນການສ້າງກຸ່ມຄົນ (Community)ຈະຊ່ວຍແກ້ໄຂບັນຫາ, ເຮັດໃຫ້ຄ່າໃຊ້ຈ່າຍໂຄສະນາ ຫຼື ການເຮັດການຕະຫຼາດຫຼຸດລົງ ແຕ່ລາຍໄດ້ຈະເພີ່ມຂຶ້ນເລື້່ອຍໆ.
  • ຫຸ່ນຍົນ (Robot) ຈະມາເຮັດວຽກສື່ສານກັບລູກຄ້າແທນເຮົາ ແຕ່ເຮົາຕ້ອງຮູ້ຈັກອອກແບບ ແລະ ສາມາດຄວບຄຸມບົດສົນທະນາຕ່າງໆໄດ້ ເພື່ອໃຫ້ມີຄວາມຮູ້ສຶກເປັນທຳມະຊາດຄື: ໄດ້ເວົ້າກັບຄົນແທ້, ເພື່ອໃຫ້ລູກຄ້າຮູ້ສຶກວ່າເຮົາໃສ່ໃຈທຸກລາຍລະອຽດຂອງລູກຄ້າຫຼາຍຂຶ້ນ.
  • ຕ້ອງໃສ່ໃຈລູກຄ້າ ເອົາລູກຄ້າເປັນສູນກາງ(Customer Centric) ຄືການເອົາລູກຄ້າເປັນທີ່ຕັ້ງ ສັງເກດບຸກຄະລິກຂອງລູກຄ້າ (Customer personals), ຮູບແບບການເດີນທາງຂອງລູກຄ້າ (Customer Journey) ແລະ ຄ່ອຍໆສ້າງສິ່ງທີ່ລູກຄ້າຕ້ອງການ, ນຳສະເໜີສິ່ງທີ່ລູກຄ້າມັກ ແລ້ວເຮົາຈະໄດ້ຍຸດທະສາດທີ່ດີມານຳໃຊ້ ບໍ່ວ່າຈະເປັນເລື່ອງເນື້ອໃນ (Content) ຫຼື ຊ່ອງທາງຕ່າງໆທີ່ຈະໃຫ້ຖືກໃຈລູກຄ້າເພີ່ມຂຶ້ນ.

(ວາລະສານທາເກັດ ສະບັບ 149 ເດືອນທັນວາ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງທີ່ເປັນສະມາຊິກ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

3d rendering robot working with carton boxes on conveyor belt

2019 DIGITAL MARKETING TREND

Dear Readers of our Marketing and Branding Column,

Before long, the end of the year shall be upon us and those of you wondering how best to set out your business plan for next year to increase sales, it might be worth considering there are essentially five factors affecting the lifestyles according to which almost all members of society live. Of course, organizations which are leaders in their fields have an advantage and increasingly hog more and more of the money from our businesses but what can we do to prevent them taking advantage of us too much? We therefore have to set up marketing strategies of the digital era more efficiently, don’t we? Before diving into the planning stage, we first need to be aware of three major problems which may occur and have a heavy impact on marketers – the 2019 Crisis of Digital Marketing:

  • Advertising costs are going to rise;
  • Robots are to play a greater role in marketing; and
  • Voice search is set to become part of daily life.

Methods:

  1. Ad costing

According to the 2017-2018 statistics, 60-80% of advertising costs spent on digital marketing were swallowed up by the two giants Facebook and Google and trends show that advertising via these two channels are to keep on rising. During times of high demand but low advertising space, the advertising space of these two behemoths becomes an opportunity to raise prices monumentally. The problem then wreaks mayhem among the many marketers affected, who need to use this strategy to meet their targets for content creation and the administrative management of advertising costs efficiently.

  1. Using robots to do the marketing for us

Whether it is a chatbot, which is able to respond to messages automatically or a program to manage advertising efficiently by budget minimization alone, creative work and digital marketers, despite the extent to which they apply their genius, are already being replaced by robots. This is the second abovementioned disaster and puts pressure on businesses and marketers who have invested in developing strong and effective strategies and now have to compete with robots, to which everyone has access at a low cost.

  1. Voice search

The latest news is that children aged 3-5 years can actually order products via Google. Does this not raise the question that these businesses have prepared everything to be ready technologically? Will we be able to develop and update our businesses to suit voice searches?

Methods employed:

  1. Invest in the community

Just like we form cliques in society, it has been observed that Facebook has a function for us to talk to all of our customer groups directly and to create groups of people. It is able to take our customers and compile them into groups according to our wishes and thus increase participation because creating a group is akin to building customer relationship management (CRM), which means that in the future, using digital marketing to find large customer groups will become more and more difficult so we have to know how to look after and increase our existing customer relationships because eventually, these groups are going form a strong force for support to the extent that the role of the salesperson shall be limited to word-of-mouth and the marketer will be replaceable by a product.

  1. Invest in conversation

In the future, we may see robots edge their way in and communicate instead of us because it has been observed that businesses in a variety of countries are using chatboxes to respond to customers so that we do not have to speak to so many of them but in reality, the customer wants human and personal responses and feel that they are important and taken good care of. Therefore, if good communications take place with a customer, they will feel a bond and remember the brand more easily. Therefore, before we use chatbot technology to help us communicate with our customers, the first thing which has to be done is to develop chatbot systems so that they are better suited to business because chatbots have a wide array of functions which can be tried out and must be able to communicate things which the customer wants to know in order for the customer to bond with the chatbot more genuinely – it is akin to building a person into which we have to enter our information.

  1. What we should be considering investment into customers

Most of the time in the digital world, brands and marketers like to ask who they are, what they are doing, what their products are, what is good about them, and how to they differ from one model to the next. In an age in which there are similar products with different brands because their production processes are similar and the same kinds of things are possible but one thing which can never be the same is the identity of a business. To use the term ‘customer-centric’, we have to observe what kinds of products customers want, how to communicate these products to them, and form groups of people and try to develop systems to achieve optimum customer satisfaction.

  • Investing in communities helps solve problems and reduces the advertising or marketing costs while revenues can grow higher and higher.
  • A robot can communicate with humans instead of us but cannot be designed or controlled to hold a conversation to allow a more natural feel – like speaking to a real person because then, customers will feel that attention has been paid to each and every detail.
  • We have to be customer centric with the customer as if they were the base and observe their personality, travel habits, and gradually come up with products they need and like. Then, we shall have a strategy which works whether we achieve this in our content or by finding means to achieve increase customer satisfaction.

 

Comments