ມະຕິກ່ຽວກັບທີ່ດິນ

ສະບັບຜ່ານມາໄດ້ສະເໜີມະຕິກອງປະຊຸມສະພາຮັບຮອງ; ສະບັບນີ້ຂໍນໍາເອົາມະຕິທີ່ສະພາຮັບຮອງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

ຮັບຮອງເອົາ ການກໍານົດ 2 ເປົ້າໝາຍໃຫ່ຍ ແລະ ຕົວເລກຄາດໝາຍ ຂອງການຈັດສັນເນື້ອທີ່ດິນ ແຕ່ລະປະເພດທີ່ກຳນົດຢູ່ໃນ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ດັ່ງນີ້:

  1. ເນື້ອທີ່ດິນສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ 70% ລວມທັງທີ່ດິນບໍລິເວນນໍ້າ ທີ່ນອນຢູ່ໃນເຂດພື້ນທີ່ດັ່ງກ່າວ ຂອງເນື້ອທີ່ທົ່ວປະເທດ ດັ່ງນີ້:
  • ເນື້ອທີ່ດິນປ່າສະຫງວນ ຈໍານວນ 4,7 ລ້ານເຮັກຕາ ຫຼື ເທົ່າກັບ 20%.
  • ເນື້ອທີ່ດິນປ່າປ້ອງກັນ ຈໍານວນ 8,2 ລ້ານເຮັກຕາ ຫຼື ເທົ່າກັບ 35%.
  • ເນື້ອທີ່ດິນປ່າຜະລິດ ຈໍານວນ 3,1 ລ້ານເຮັກຕາ ຫຼື ເທົ່າກັບ 13%.
  • ເນື້ອທີ່ດິນປູກໄມ້ອຸດສາຫະກຳ ຈໍານວນ 0,5 ລ້ານເຮັກຕາ ເທົ່າກັບ 2%.
  1. ເນື້ອທີ່ດິນທີ່ຈະນໍາໃຊ້ ແລະ ພັດທະນາ 30% ລວມທັງທີ່ດິນບໍລິເວນນໍ້າ ທີ່ນອນຢູ່ໃນເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດດັ່ງນີ້:

ກ. ເນື້ອທີ່ດິນກະສິກໍາຈໍານວນ 4,5 ລ້ານເຮັກຕາ ຫຼື ເທົ່າກັບ 19% ຊຶ່ງປະກອບມີ:

– ເນື້ອທີ່ດິນນາ ຈໍານວນ 2,0 ລ້ານເຮັກຕາ ຫຼືເທົ່າກັບ 8,4%.

– ເນື້ອທີ່ດິນປູກພືດລົ້ມລຸກ ຫຼື ພືດອາຍຸສັ້ນ ຈໍານວນ 1,0 ລ້ານເຮັກຕາ ຫຼື ເທົ່າກັບ 4,2%.

– ເນື້ອທີ່ດິນປູກໃຫ້ໝາກ ຈໍານວນ 0,8 ລ້ານເຮັກຕາ ຫຼື ເທົ່າກັບ 3,4%.

– ເນື້ອທີ່ດິນທົ່ງຫຍ້າລ້ຽງສັດ ຈໍານວນ 0,7 ລ້ານເຮັກຕາ ຫຼື ເທົ່າກັບ 3,0%.

ຂ. ເນື້ອທີ່ດິນທີ່ນໍາໃຊ້ເຂົ້າໃນຂະແໜງການຕ່າງໆ ຈໍານວນ 2,56 ລ້ານເຮັກຕາ ຫຼື ເທົ່າກັບ 11% ຊື່ງປະກອບມີ:

– ເນື້ອທີ່ດິນປຸກສ້າງຈໍານວນ 0,37 ລ້ານເຮັກຕາ ຫຼື ເທົ່າກັບ 1,6%.

– ເນື້ອທີ່ດິນຄົມມະນາຄົມ ຈໍານວນ 0,18 ລ້ານເຮັກຕາ ຫຼື ເທົ່າກັບ 0,5%.

– ເນື້ອທີ່ດິນປະເພດອື່ນ ຈໍານວນ 2,05 ລ້ານເຮັກຕາ ຫຼື ເທົ່າກັບ 8,6%.

  • ຮັບຮອງເອົາບັນດານະໂຍບາຍ, ແຜນການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ຕາມການສະເໜີຂອງລັດຖະບານ. ນອກຈາກນັ້ນ, ກອງປະຊຸມ ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ້ມເຕີມ ດັ່ງນີ້:
  1. ຊີ້ນໍາກະຊວງກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໃຫ້ຖືກຫຼັກຕາມວິຊາການ ໂດຍກໍານົດໃຫ້ມີຄວາມຊັດເຈນ ຍຸດທະສາດໃນການພັດທະນາ ແລະ ນໍາໃຊ້ ທີ່ດິນແຕ່ລະປະເພດ ທີ່ກໍານົດໄວ້ໃນກົດໝາຍ.
  2. ຊີ້ນໍາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນເນື້ອທີ່ດິນແຕ່ລະປະເພດ ເພື່ອກໍານົດຍຸດທະສາດ, ຈັດສັນ ແລະ ວາງແຜນການນໍາໃຊ້ທີ່ດິນ ຂອງແຕ່ລະທ້ອງຖິ່ນ ແລະ ຂະແໜງການ ໂດຍໃຫ້ສອດຄ່ອງກັບ ມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ, ລົງວັນທີ 03 ສິງຫາ 2017, ກົດໝາຍ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ວິໃສທັດ ຮອດປີ 2030 ແລະ ຈຸດພິເສດທີ່ຕັ້ງພູມສັນຖານ ຂອງແຕ່ລະທ້ອງຖິ່ນ ໃຫ້ສໍາເລັດໃນປີ 2020 ແລ້ວນໍາສະເໜີຕໍ່ ສະພາປະຊາຊົນແຂວງ, ສະພາແຫ່ງຊາດ ພິຈາລະນາຮັບນຮອງເອົາ ເພື່ອໃຫ້ລັດຖະບານປະກາດໃຊ້ຢ່າງເປັນທາງການ.
  3. ຄົ້ນຄ້ວາຈັດຫາແຫຼ່ງທຶນ ແລະ ສະໜອງງົບປະມານ, ຈັດຊື້ເຄື່ອງມື ວັດຖຸປະກອນທີ່ຈໍາເປັນ ຮັບໃຊ້ໃຫ້ແກ່ວຽກງານສໍາຫຼວດຈັດສັນທີ່ດິນ, ວາງແຜນນໍາໃຊ້ທີ່ດິນ, ຂຶ້ນສໍາມະໂນຄົວທີ່ດິນ, ຂຶ້ນໃບທະບຽນອອກໃບຕາດິນ ແລະ ສ້າງຖານຂໍ້ມູນ-ຂ່າວສານ ກ່ຽວກັບທີ່ດິນ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້.
  4. ເພີ່ມທະວີ ການຕິດຕາມກວດກາ ການຟື້ນຟູປ່າໄມ້ ແລະ ປູກໄມ້ທົດແທນ ຕາມສັນຍາພັດທະນາ ຂອງໂຄງການຕ່າງໆ ເປັນຕົ້ນ ໂຄງການພັດທະນາໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການພັດທະນາໂຄງລ່່າງພື້ນຖານອື່ນເພື່ອຮັບປະກັນເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ ກວມເອົາ 70% ຕາມແຜນການ.
  5. ຄົ້ນຄ້ວາ ສ້າງແຜນພັດທະນາ ປ່າສະຫງວນແຫ່ງຊາດທີ່ມີເງື່ອນໄຂ ເພື່ອຍົກລະດັບ ໃຫ້ເປັນສວນອຸທະຍານແຫ່ງຊາດ ແນໃສ່ ອະນຸລັກທໍາມະຊາດ, ລະບົບນິເວດ, ຊີວະນາໆພັນ, ການສຶກສາ, ການທ່ອງທ່ຽວ, ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ ແລະ ພັດທະນາຕາມທິດສີຂຽວ ແລະ ຍືນຍົງ.
  6. ເພີ່ມທະວີ ການຄຸ້ມຄອງ ແລະ ການຕິດຕາມກວດກາ ການບຸກລຸກປ່າໄມ້, ຈັບຈອງ, ຄອບຄອງທີ່ດິນທີ່ຜິດກົດໝາຍ ແລະ ການແກ້ໄຂຂໍ້ຂັດແຍ່ງ ພ້ອມທັງປະຕິບັດມາດຕະການ ຢ່າງເດັດຂາດຕໍ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍ.
  7. ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກປະສານງານໃນການຄຸ້ມຄອງທີ່ດິນ ລະຫວ່າງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໃຫ້ຈະແຈ້ງ ຊັດເຈນ, ມີປະສິດທິພາບ ແລະ ປະສິດທິຜົນ.
  8. ຄົ້ນຄ້ວາປັບປຸງກົດໝາຍ ແລະ ອອກນິຕິກໍາໃຕ້ກົດໝາຍ ກ່ຽວກັບ ການຄຸ້ມຄອງນໍາໃຊ້ທີ່ດິນ, ການຫັນປ່ຽນເນື້ອທີ່ດິນ ລວມທັງ ອັດຕາ ຄ່າທໍານຽມ ແລະ ຄ່າບໍລິການທີ່ດິນ ໂດຍໃຫ້ສອດຄ່ອງກັບ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນແຕ່ລະໄລຍະ.

ຂ້າງເທິງນັ້ນແມ່ນບັນຫາທີ່ນັກທຸລະກິດຄ້າຂາຍອະສັງຫາລິມະຊັບຄວນຮູ້ໄວ້.

(ລາຍລະອຽດການສຳພາດ ສາມາດຊອກຕິດຕາມອ່ານວາລະສານທາເກັດ ສະບັບ 149 ເດືອນທັນວາ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງທີ່ເປັນສະມາຊິກ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

Resolution on Land

In the previous issue, some resolutions adopted by the National Assembly were presented. In this issue/occasion, Target Magazine would like to introduce to you some matters regarding the adopted national land allocation master plan 2030, with the following details:

Two major goals and forecasted number for the allocation of/for each type of land, as defined in the national land allocation master plan 2030, were adopted and elaborated as below:

  1. The total area of preservative land throughout the country, protected as forest area, to ensure 70% forest coverage, including wetlands in the area is as following:
  • Preservative land covers 4.7 million hectares or equivalent to 20%.
  • Forest protected area covers 8.2 million hectares or equivalent to 35%.
  • Forest production land covers 3.1 million hectares or equivalent to 13%.
  • Industrial wood planting area covers 0.5 million hectares or equivalent to 2%.
  1. 30% of land throughout the country, which will be used and developed including wetlands in the area has the following details:
  2. Agricultural land accounts for 4.5 million hectares or equivalent to 19%, which breaks down into:
    • Rice farm covers 2.0 million hectares or equivalent to 8.4%.
    • Annual or short-lived crop planting area covers 1.0 hectares or equivalent to 4.2%.
    • Fruit tree planting land covers 0.8 million hectares or equivalent to 3.4%.
    • Pasture covers 0.7 million hectares or equivalent to 3.0%.
  3. Land used by different sectors which totally accounts for 2.56 million hectares or equivalent to 11% has the following details:
    • Construcion land covers 0.37 million hectares or equivalent to 16%.
    • Transportation land covers 0.18 million hectares or equivalent to 0.5%.
    • Other types of land cover 2.05 million hectares or equivalent to 8.6%.
  • Adopted policies, plans and measures on the implementation of the national land allocation master plan 2030, as proposed by the Government. Moreover, the National Assembly’s session also proposed the Government to pay more attention on the following measures:
  1. Guide concerned ministries, to improve and arrange the national land allocation master plan, in accordance with technical principles, to ensure clarity in terms of the development and utilization strategy, for each type of land as stipulated in laws.
  2. Guide ministries, ministry-equivalent organizations and local authorities to carry out surveys and collect data on each type of land for designing strategy, allocation and plan for land use for each local area and sector. These tasks should be done in compliance with the Party Central Committee’s resolution No. 026/POL, dated August 03, 2017, laws, national land allocation master plan, 2030 vision and geographical location of each area to be achieved by 2020, before submitting further to the Provincial People’s Council, National Assembly, to consider adopting and later, officially promulgated by the Government.
  3. Seek financial sources for budget provision, purchase equipment and materials needed for land allocation work, design plan for land use, register land, issue land titles and establish land database to ensure each work is completed as planned.
  4. Increasingly monitor the forest restoration and reforestation for each project development contract, namely power development projects, mining projects as well as basic infrastructure development projects, to guarantee 70% forest coverage as planned.
  5. Study the establishment of the development plan to upgrade qualified national preservative forest into national parks, aiming to preserve the nature, ecology, biodiversity, education and tourism, in order to yield additional income to the national budget and develop the country based on the sustainable green growth.
  6. Increasingly manage and monitor illegal forest trespassing, reservation and possession, and address any disputes while strictly exercising disciplinary measures upon individuals, legal entities and organizations who breach laws.
  7. Improve organizational structure and coordination mechanism for land management between central and local authorities, to ensure clarity, effectiveness and efficiency.
  8. Improve laws and pass juristic acts on land use management and development including fee and land service charge in compliance with the periodic socio-economic development of Laos.

The above-presented information includes issues which are meant for real-estate entrepreneurs to acknowledge.

 

Comments