ເຈົ້າໜີ້ ຍຶດຫຼັກຊັບຄ້ຳປະກັນ ຂາຍເອງເລີຍໄດ້ບໍ່?

ບັນດາຜູ້ປ່ອຍສິນເຊື່ອ ຫຼື ເງິນກູ້ ທັງຫຼາຍ ອາດມີຂໍ້ສົງໃສວ່າ: ໃນດ້ານກົດໝາຍ ເຈົ້າໜີ້ ມີສິດຍຶດຫຼັກຊັບຄ້ຳປະກັນແລ້ວປະກາດຂາຍເອງໄດ້ບໍ່? ຄໍາຕອບກະຄື “ບໍ່” ຕາມກົດໝາຍແລ້ວ ເຈົ້າໜີ້ ບໍ່ມີສິດຍຶດຫຼັກຊັບຄ້ຳປະກັນແລ້ວປະກາດຂາຍເອງໄດ້ ຖ້າຫາກ ລູກໜີ້ ບໍ່ເຫັນດີ ຫຼື ບໍ່ຍິນຍອມ. ຫຼັກການນີ້ ມີຢູ່ວ່າ: ຫຼັກຊັບຄໍ້າປະກັນ ແມ່ນຄໍ້າເພື່ອຮັບປະກັນການໃຊ້ແທນໜີ້ສິນ ບໍ່ແມ່ນການຊື້-ຂາຍຊັບແຕ່ຢ່າງໃດ. ເຖິງແມ່ນ ເຈົ້າໜີ້ ແລະ ລູກໜີ້ ຈະມີວິທີການເຫັນດີ ຫຼື ຍິນຍອມກັນລ່ວງໜ້າດ້ວຍຮູບການຕົກລົງກັນໄວ້ແນວໃດກໍຕາມ ເຊັ່ນ: ສັນຍາຂາຍຝາກ, ເອກະສານໂອນລອຍ, ໃບມອບກຳມະສິດ ແລະ ອື່ນໆ ກໍຕາມ ຈະຖືວ່າເປັນໂມຄະ ໃຊ້ການບໍ່ໄດ້ ຖ້າຫາກເປົ້າໝາຍທີ່ເຮັດສັນຍາກັນນັ້ນ ຫາກແມ່ນເພື່ອເປົ້າໝາຍການຄ້ຳປະກັນ ເຊິ່ງບັນຫານີີ້ແມ່ນໄດ້ກຳນົດໄວ້ໃນ ຂໍ້ 5 ຂອງ ຄຳແນະນຳ ຂອງປະທານສານປະຊາຊົນສູງສຸດ ເລກທີ 03/ສປສສ ລົງວັນທີ 29/06/2016 ໂດຍໄດ້ກໍານົດໄວ້ວ່າ “ການນຕົກລົງມອບຊັບ ໂດຍເຮັດໃບມອບກຳມະສິດ, ສັນຍາຊື້-ຂາຍ, ສັນຍາຂາຍຝາກ ແລະ ຮູບການອື່ນ ທີ່ມີຂໍ້ມູນຫຼັກຖານຢັ້ງຢືນວ່າ: ເຮັດຂຶ້ນດ້ວຍການເຊື່ອງອໍາ, ເນື້ອໃນບໍ່ໄດ້ກຳນົດຈຸດປະສົງ, ລາຄາ ແລະ ກຳນົດເວລາປະຕິບັດຢ່າງຈະແຈ້ງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ແລະ 16 ຂອງ ກົດໝາຍ ວ່າດ້ວຍຂໍ້ຜູ້ພັນໃນສັນຍາ ແລະ ຝ່າຍທີ່ມອບຊັບກໍອ້າງວ່າເຮັດຂຶ້ນເພື່ອຄ້ຳປະກັນການກູ້ຢືມເງິນນັ້ນ ຖືວ່າການມອບຊັບດັ່ງກ່າວເປັນໂມຄະ”. ໝາຍຄວາມວ່າ: ບໍ່ວ່າ ເຈົ້າໜີ້ ແລະ ລູກໜີ້ ຈະຕົກລົງກັນ ຫຼື ເຊັນສັນຍາຫຍັງກັນກໍຕາມທີ່ກ່ຽວຂ້ອງກັບການມອບຊັບທີ່ກ່ຽວຂ້ອງກັບ ການຄ້ຳປະກັນ ໂດຍໃຫ້ສິດ ເຈົ້າໜີ້ ສາມາດຂາຍຫຼັກຊັບຄຳປະກັນໄດ້ ຫຼື ໂອນກຳມະສິດຫຼັກຊັບຄ້ຳປະກັນໄດ້ນັ້ນ ຈະຖືວ່າເປັນໂມຄະ ແລະ ໃຊ້ການບໍ່ໄດ້ ຖ້າຫາກ ລູກໜີ້ ບໍ່ເຫັນດີ ຫຼື ຄັດຄ້ານໃນເວລາທີ່ຂາຍຫຼັກຊັບຄ້ຳປະກັນ ຫຼື ໂອນຫຼັກຊັບຄ້ຳປະກັນນັ້ນ ໂດຍທີ່ບັນຫານີ້ໄດ້ກຳນົດໄວ້ໃນ ດຳລັດ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄ້ຳປະກັນການປະຕິບັດສັນຍາ ເລກທີ 178/ນຍ ລົງວັນທີ 20/06/2011.

ໃນກໍລະນີທີ່ ລູກໜີ້ ບໍ່ສາມາດໃຊ້ແທນໜີ້ສິນໄດ້ ຫຼື ມີການລະເມີດ ສັນຍາຄ້ຳປະກັນ ເຈົ້າໜີ້ ຄວນໄດ້ຮັບການເຫັນດີຈາກ ລູກໜີ້ ຫຼື ແຈ້ງໃຫ້ ລູກໜີ້ ຊາບລ່ວງໜ້າຢ່າງເປັນລາຍລັກອັກສອນ ຕາມຂັ້ນຕອນທີີ່ສອດຄ່ອງຕາມກົດໝາຍເສຍກ່ອນ ຈິ່ງສາມາດຂາຍຫຼັກຊັບຄ້ຳປະກັນໄດ້. ຖ້າຫາກ ເຈົ້າໜີ້ ຂາຍຫຼັກຊັບຄ້ຳປະກັນໂດຍທີ່ບໍ່ໄດ້ຮັບການເຫັນດີຈາກ ລູກໜີ້ ຫຼື ບໍ່ໄດ້ແຈ້ງໃຫ້ ລູກໜີ້ ຮັບຊາບລ່ວງໜ້າ ເຈົ້າໜີ້ ອາດມີໂທດທາງອາຍາໃນຂໍ້ຫາ ຍັກຍອກຊັບຂອງພົນລະເມືອງ ຕາມມາດຕາ 121 ຂອງ ກົດໝາຍ ອາຍາ ສະບັບປັບປຸງ ເລກທີ 12/ສພຊ ລົງວັນທີ 09/11/2005 ໂດຍໄດ້ກຳນົດໄວ້ວ່າ “ບຸກຄົນຜູ້ໃດ ຫາໄດ້ສວຍໃຊ້ຄວາມເຊື່ອໃຈເພື່ອລັກໂລບເອົາ, ຕັດຮອນເອົາ ຫຼື ຊັບປ່ຽນເອົາຊັບທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ ຫຼື ເພື່ອຈຸດປະສົງໃດໜຶ່ງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 200.000 ກີບ ຫາ 5.000.000 ກີບ. ໃນກໍລະນີຜູ້ກະທໍາຜິດ ຫາກໄດ້ເອົາການຍັກຍອກເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກໂທດຕັດອິດສາລະພາບແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 500.000 ກີບ ຫາ 10.000.000 ກີບ. ຄວາມພະຍາຍາມກໍ່ການກະທຳຜິດ ກໍຈະຖືກລົງໂທດ”. ການທີ່ ເຈົ້າໜີີ ຂາຍຫຼັກຊັບຄໍ້າປະກັນໂດຍທີ່ ລູກໜີ້ ບໍ່ເຫັນດີ ແລະ ບໍ່ໄດ້ຮັບແຈ້ງກ່ອນລ່ວງໜ້ານັ້ນ ເປັນການກະທຳທີ່ສວຍໃຊ້ຄວາມເຊື່ອໃຈເພື່ອລັກໂລບເອົາ ຫຼັກຊັບຄ້ຳປະກັນ ທີ່ຕົນຖືກມອບໝາຍໃຫ້ຮັກສາ ໂດຍຈະຖືວ່າເປັນການກະທຳຜິດຕາມ ມາດຕາ 121 ຂອງ ກົດໝາຍ ອາຍາ ສະບັບປັບປຸງ ເຊີ່ງ ລູກໜີ້ ສາມາດແຈ້ງຄວາມ ແລະ ດຳເນີນຄະດີອາຍາຕໍ່ ເຈົ້າໜີ້ ໄດ້ຕາມກົດໝາຍ.

ສະນັ້ນ ເຈົ້າໜີ້ ຄວນໄດ້ລະມັດລະວັງໃນການຂາຍ ຫຼັກຊັບຄ້ຳປະກັນ ຄວນຕ້ອງປະຕິບັດຕາມຂັ້ນຕອນຂອງກົດໝາຍຢ່າງເຄັ່ງຄັດ ເພື່ອຫຼີກຄວາມຜິດທາງອາຍາ. ໃນກໍລະນີທີ່ ລູກໜີ້ ບໍ່ເຫັນດີໃຫ້ຂາຍ ຫຼື ຄັດຄ້ານການຂາຍ ຫຼັກຊັບຄ້ຳປະກັນນັ້ນ ເຈົ້າໜີ້ ຕ້ອງໄດ້ຮ້ອງຟ້ອງຂຶ້ນສານເພື່ອໃຫ້ສານຕັດສິນ ແລະ ຄຳຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ເຈົ້າໜີ້ ຈິ່ງສາມາດຂາຍ ຫຼັກຊັບຄ້ຳປະກັນ ຕາມຂັ້ນຕອນຂອງ ຫ້ອງປະຕິບັດຄຳຕັດສິນຂອງສານ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ຕາມ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນ ບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

ໂດຍ: ທະນາຍ ວຽງສະຫວັນ ພັນທະລີ,

 (ວາລະສານທາເກັດ ສະບັບ 149 ເດືອນທັນວາ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) 

can creditors seize and sell debtors’ properties?

Beware of criminal penalty!

Creditors or loaners may have a question of whether, in legal term, they can actually seize and sell collaterals on their own. The answer is “no.” Legally, creditors have no right to confiscate collaterals and sell such properties without debtors’ consent or willingness. This principle explains that collaterals are used to guarantee debt repayment, not for a trading purpose. Even though creditors and debtors may discuss or agree in advance in the form of consignment agreement, off-trading transfer, power of attorney and so on, such agreement will be invalid if the purpose of the properties in this contract is to guarantee debt repayment. This issue is defined in Clause 5 of the Instruction of the President of Supreme People’s Court No. 03/SPC dated June 29, 2016 saying that “if the transfer of properties via power of attorney, contract of sale, consignment contract and other forms is evidently claimed to have hidden agenda, and no clear purpose, price and timeframe defined as stipulated in Article 10 and 16 of the Law on Contract and if debtors claim that such properties serve as collaterals for loans, the transfer will be invalid.” It means that does not matter whether creditors and debtors agree in advance to give the authority to creditors to sell or transfer the collaterals or not, such agreement will be invalid and unenforceable if debtors later disagree or refuse for the collaterals to be sold or transferred. This issue is explained in the Decree on the Implementation of Law on Secured Transaction No. 178/PM dated June 20, 2011.

In case debtors cannot repay their debt or they breach a secured agreement, creditors shall duly receive a consent from debtors or notice debtors in advance in writing prior to selling the collaterals. If creditors sell collaterals without receiving debtors’ consent or noticing them in advance, creditors will be subject to criminal charge of embezzlement based on Article 121 of the revised Penal Law No. 12/NA dated November 9, 2005 which regulates that “any person who makes use of trust to steal, partially retain or arrogate any property of others which were given to them to keep or for any purpose will be subject to three-month to two-year imprisonment and fine of 200,000 to 5,000,000 kip. In case offenders commit embezzlement repeatedly with an organized group or in case there is huge loss involved, offenders will be subject to two-year to five-year imprisonment and fine of 500,000 to 10,000,000 kip. Attempted offences will also be punished.” Selling of debtors’ collaterals by creditors without any consent and prior notice is considered an act of making use of trust to steal the collaterals which creditors were authorized to keep. This violates Article 121 of the revised Penal Law giving debtors the right to report and pledge charge on creditors based on laws.

Therefore, creditors must be very careful in selling collaterals and should strictly comply with all legal processes in order to avoid committing a crime. In case debtors disagree or refuse for their properties to be sold, creditors can sue them in court. Once the verdict is passed, creditors can then sell the collaterals based on the process explained in the final court judgment.

Notice: Target Magazine reserves the copyright of this article based on Law on Intellectual Property. This article aims at educating the publics with legal knowledge only, not serving as a legal advice or comment.

Comments