ທ່ານພ້ອມ ຫຼື ຍັງ ໃນການທີ່ຈະເຮັດທຸລະກິດ ແຟຣນຊາຍ?

ຫຼາຍທ່ານອາດຈະເຄີຍເຫັນຜ່ານຕາເຊັ່ນ ຮ້ານ ເທັກຊັສ ຊິກເກັ້ນ, ຮ້ານກະແລັມ ເດລີ່ ຄວີນ, ຮ້ານພີດຊ່າ ຄໍາປານີ, ທຣູຄອຟຟີ, ຮ້ານກາເຟ ເນັກ ເອັສແພຣສໂຊ ແລະ ອື່ນໆ ໃນຕົວເມືອງນະຄອນຫຼວງວຽງຈັນ ຊຶ່ງເປັນທຸລະກິດ “ແຟຣນຊາຍ” ທີ່ກໍາລັງມາແຮງໃນປັດຈຸບັນ, ສະນັ້ນ,​ ວາລະສານທາເກັດຂອງພວກເຮົາ ຈຶ່ງນໍາທ່ານຜູ້ອ່ານລົງເລິກກ່ຽວກັບທຸລະກິດ “ແຟຣນຊາຍ” ເພື່ອໃຫ້ທ່ານເປັນຂໍ້ມູນໃນການຕັດສິນໃຈຕື່ມໃນການທີ່ຈະເຂົ້າຮ່ວມ ທຸລະກິດ ນີ້.

ຄໍາວ່າ: “ແຟຣນຊາຍ” ແມ່ນ ທຸລະກິດທີ່ມີເອກະລັກດຽວກັນ ຊຶ່ງເຈົ້າຂອງສິດ (Franchisor) ຕົກລົງອະນຸຍາດໃຫ້ຜູ້ຮັບສິດ (Franchisee) ດໍາເນີນທຸລະກິດ ພາຍໃຕ້ ຊື່ການຄ້າ, ການບໍລິຫານ ແລະ ລະບົບທຸລະກິດ ຫຼື ວິທີການດໍາເນີນທຸລະກິດ ຂອງເຈົ້າຂອງສິດທີ່ໄດ້ພັດທະນາຂຶ້ນ. ຜູ້ຮັບສິດຕ້ອງດໍາເນີນທຸລະກິດຕາມຮູບແບບ ແລະ ວິທີການຂອງເຈົ້າຂອງສິດ ແລະ ຈ່າຍຄ່າຕອບແທນໃຫ້ເຈົ້າຂອງສິດ ຊຶ່ງອາດລວມມີ ຄ່າທໍານຽມເລີ່ມຕົ້ນ “ແຟຣນຊາຍ” (franchise fee), ຄ່າທໍານຽມແບບສ່ວນແບ່ງ (royalty fee). ໂດຍລວມແລ້ວ, “ແຟຣນຊາຍ” ປະກອບມີ 4 ປະເພດ ຄື: 1) “ໄດເຣັກ ແຟຣນຊາຍ” (ເຈົ້າຂອງສິດ ຈະມີສາຍພົວພັນໂດຍກົງກັບ ຜູ້ໄດ້ຮັບສິດ ໂດຍຜ່ານການສ້າງຕັ້ງແຕ່ລະຫົວໜ່ວຍທຸລະກິດ) ໂດຍປະເພດນີ້ ຈະໃຊ້ທຶນໜ້ອຍກວ່າ. 2) ການພັດທະນາພື້ນທີ່ (ຜູ້ມີສິດ ໃຫ້ສິດແກ່ຜູ້ໄດ້ຮັບສິດໃນການສ້າງຕັ້ງຫຼາຍຫົວໜ່ວຍທຸລະກິດໃນຂອບເຂດພື້ນທີ່ໃດໜຶ່ງ ໂດຍຜ່ານການເຊັນສັນຍາຮ່ວມກັນໃນການເປັນເຈົ້າຂອງ ຫຼື ຄວບຄຸມຜົນປະໂຫຍດຂອງແຕ່ລະຫົວໜ່ວຍ, ແຕ່ບໍ່ມີສິດຂາຍຕໍ່ໄດ້. 3) “ມາສເຕີ ແຟຣນຊາຍ” (ຜູ້ໄດ້ຮັບສິດມີສິດໃນພື້ນທີ່ ແລະ ສາມາດຂາຍ”ແຟຣນຊາຍ”ຕໍ່ໄດ້. 4) ການຮ່ວມທຶຶນ (ເຈົ້າຂອງສິດ ແລະ ຜູ້ຮັບສິດ ແມ່ນຮ່ວມທຶນກັນສ້າງຕັ້ງຫົວໜ່ວຍທຸລະກິດ). ແຕ່ລະປະເພດ “ແຟຣນຊາຍ” ຕ້ອງໄດ້ເບິ່ງເງື່ອນໄຂໃນການລົງທຶນ, ສິດທີ່ໄດ້ຮັບ ໂດຍສະເພາະ ການສະໜັບສະໜູນຈາກ ເຈົ້າຂອງສິດທາງດ້ານການຄຸ້ມຄອງຈັດການ ແລະ ວິທີການບໍລິຫານທຸລະກິດ, ລວມເຖິງ ຄ່າທໍານຽມການໂຄສະນາ (advertising fee) ແລະ ອື່ນໆ.  

ບາງຂໍ້ດີ ຂອງການເຮັດທຸລະກິດ “ແຟຣນຊາຍ” ຄື:

  • ຄວາມສ່ຽງ: ອາດມີໜ້ອຍກວ່າທີ່ຈະຕັ້ງທຸລະກິດຂອງຕົນເອງ,​ ແຕ່ເຖິງຢ່າງໃດກໍຕາມ, ຫຼາຍຄົນມັກເຂົ້າໃຈຜິດ ຄິດວ່າ ການຊື້”ແຟຣນຊາຍ”ແລ້ວຕ້ອງກໍາໄລແນ່ນອນ; ຊຶ່ງຕ້ອງໄດ້ເບິ່ງໃນຫຼາຍປັດໄຈທີ່ກ່ຽວຂ້ອງໂດຍ ສະເພາະ ຕ້ອງໄດ້ວິໄຈຕະຫຼາດພາຍໃນເສຍກ່ອນ.
  • ໄດ້ປະໂຫຍດຈາກຄວາມນິຍົມຊົມຊອບ:​ ເພາະບາງ “ແຟຣນຊາຍ” ບາງຊື່ ແມ່ນຮັບປະກັນດ້ານຄຸນະພາບຜ່ານເຄື່ອງໝາຍການຄ້າ ຫຼື ໂລໂກ້ຂອງບໍລິສັດ.
  • ປະຢັດເວລາ ແລະ ເງິນທຶນ: ເພາະຖ້າຫາກເຮົາພັດທະນາຊື່ສຽງຂອງທຸລະກິດເຮົາເອງ ອາດໃຊ້ເວລາດົນ ແລະ ງົບປະມານດ້ານການໂຄສະນາຫຼາຍ ເພື່ອໃຫ້ເປັນທີ່ຮັບຮູ້ທົ່ວໄປ; ສະນັ້ນ, ການເຮັດທຸລະກິດ “ແຟຣນຊາຍ” ຈຶ່ງຊ່ວຍໃຫ້ທຸລະກິດຕິດຕະຫຼາດໄດ້ໄວຂຶ້ນ, ລວມເຖິງ ການພັດທະນາ ແລະ ວິໄຈ ກ່ຽວກັບລະບົບການຈັດການ, ລະບົບບັນຊີ, ການເກັບບິນ, ຮູບແບບ ແລະ ວິທີການບໍລິການ, ເຕັກນິກ (know-how) ທີ່ເຈົ້າຂອງສິດ (Franchisor) ມີໄວ້ໃຫ້.

ບາງຂໍ້ເສຍ ຂອງການເຮັດທຸລະກິດ”ແຟຣນຊາຍ” ກໍຄື:

  • ເງື່ອນໄຂຂອງສັນຍາ: ຜູ້ຮັບສິດ (Franchisee) ແມ່ນຈະມີຂໍ້ຈໍາກັດໃນການເຮັດວຽກ, ຂາດຄວາມເປັນອິດສະຫຼະໃນການເປັນຕົວຂອງຕົວເອງ ເພາະວ່າ ທຸລະກິດປະເພດນີ້ ຕ້ອງໄດ້ມີຮູບແບບ ແລະ ຂັ້ນຕອນລັກສະນະດຽວກັນ. ຕົວຢ່າງ: ເມື່ອທ່ານ ຊື້ກະແລັມ ເດລີ່ ຄວີນ, ກ່ອນຍື່ນໃຫ້ລູກຄ້າ ພະນັກງານ ຈະຂວໍ້າຈອກລົງ ເພື່ອໃຫ້ເຫັນເຖິງຄວາມເຂັ້ມຂຸ້ນໜຽວແນ້ນ ແລະ ກໍເປັນຂັ້ນຕອນການເສີບ.
  • ຄ່າໃຊ້ຈ່າຍສູງສໍາລັບຄ່າທໍານຽມ ແລະ ຜົນຕອບແທນ: ຫຼາຍ “ແຟຣນຊາຍ” ແມ່ນຈະມີຄ່າທໍານຽມເບື້ອງຕົ້ນ ແລະ ຄ່າທໍານຽມລາຍເດືອນ/ລາຍປີຕາມແຕ່ລະກໍລະນີ, ໃນນີ້, ລວມເຖິງ ຄ່າຕົບແຕ່ງຮ້ານ ແລະ ຊື້ອຸປະກອນຕ່າງໆ. ສິ່ງສໍາຄັນ ແມ່ນວ່າ ເຮົາຕ້ອງເບິ່ງວ່າ ເຮົາໄດ້ຫຍັງກັບມາຈາກການຈ່າຍຄ່າທໍານຽມນັ້ນ.
  • ການຖືກຍົກເລີກສັນຍາ: ບາງ”ແຟຣນຊາຍ” ຈະກໍານົດຍອດຂາຍໃນແຕ່ລະວັນ ຫຼື ການຂະຫຍາຍກິດຈະການໃນອະນາຄົດ ຊຶ່ງອາດຈະເປັນບັນຫາກັບຜູ້ຊື້ (Franchisee) ຖ້າຫາກ ຜົນການດໍາເນີນທຸລະກິດບໍ່ເປັນໄປຕາມເປົ້າໝາຍ.

ເຖິງແມ່ນວ່າ ທຸລະກິດ”ແຟຣນຊາຍ”ນັ້ນ ຈະມີໂອກາດປະສົບຜົນສໍາເລັດສູງ ເນື່ອງຈາກ ຊື່ສຽງ ແລະ ມີລະບົບການບໍລິຫານຈັດການທີ່ດີເລີດໃນການເຮັດທຸລະກິດ, ຄວາມຮູ້ຊ່ຽວຊານທາງດ້ານເຕັກນິກ ແລະ ປະສົບການທີ່ສະສົມມາຈາກເຈົ້າຂອງສິດ ກໍຕາມ, ແຕ່ກໍບໍ່ໄດ້ໝາຍຄວາມວ່າ ທ່ານຈະປະສົບຜົນສໍາເລັດໃນການເຮັດທຸລະກິດ “ແຟຣນຊາຍ” ໃນປະເທດລາວ ເພາະເຮົາຕ້ອງໄດ້ພິຈາລະນາລົງເລິກ ເຖິງພຶດຕິກໍາຜູ້ຊົມໃຊ້ພາຍໃນປະເທດ ເພື່ອໃຫ້ແທດເໝາະກັບສະພາບທ້ອງຖິ່ນຂອງແຕ່ລະບ່ອນ. ສິ່ງສໍາຄັນທີ່ສຸດ ເນື່ອງຈາກ ທຸລະກິດ “ແຟຣນຊາຍ” ເປັນວິທີການຈໍາໜ່າຍສິນຄ້າ ແລະ ການບໍລິການທີ່ມີຮູບແບບຂອງຕົວມັນເອງທີ່ຈໍາເປັນຕ້ອງໄດ້ມີບຸກຄະລາກອນທີ່ຊ່ຽວຊານສະເພາະດ້ານເຂົ້າມາຊ່ວຍ ໂດຍສະເພາະ ນັກກົດໝາຍ, ນັກບັນຊີ, ຜູ້ວາງແຜນຍຸດທະສາດຂອງທຸລະກິດ, ຜູ້ຊ່ຽວຊານດ້ານການຂາຍ, ການດໍາເນີນງານ ແລະ ການຕະຫຼາດ. ພ້ອມນັ້ນ, ຜູ້ຊື້”ແຟຣນຊາຍ” ຕ້ອງໄດ້ສະແດງໃຫ້ເຫັນເຖິງ ຄວາມຕັ້ງໃຈຂອງຕົນໃນການເຮັດທຸລະກິດປະເພດນີ້, ວິໄສທັດໄລຍະສັ້ນ-ໄລຍະຍາວໃນການດໍາເນີນທຸລະກິດ, ການຂະຫຍາຍຕະຫຼາດ ແລະ ອື່ນໆ ເພື່ອໃຫ້ເຈົ້າຂອງສິດ (Franchisor) ເຫັນໄດ້ເຖິງທ່າແຮງ ແລະ ໝັ້ນໃຈວ່າ ແບຣນຂອງເຂົາຈະປະສົບຜົນສໍາເລັດເຊັ່ນກັນ.

ພ້ອມນັ້ນ, ທ່ານທີ່ສົນໃຈຈະເຮັດທຸລະກິດ “ແຟຣນຊາຍ” ອາດພິຈາລະນາຕຕື່ມກ່ຽວກັບ ລັກສະນະຂອງ “ແຟຣນຊາຍ”ທີ່ດີ ຈະຕ້ອງມີ: 1) ລະບົບການຄຸ້ມຄອງບໍລິຫານຈັດການທີ່ດີ ເຊັ່ນ: ວິທີການຜະລິດສິນຄ້າ, ຂັ້ນຕອນຕ່າງໆ ລວມເຖິງ ລະບົບ ໄອທີໃນການຈັດການ ແລະ ການຝຶກອົບຮົມໃຫ້ກັບພະນັກງານ; 2) ມີຊື່ສຽງເປັນທີ່ຍອມຮັບ ເຊັ່ນ ແບຣນທີ່ຜູ້ຊົມໃຊ້ຮູ້ຈັກຈໍານວນຫຼາຍ, ການໂຄສະນາປະຊາສໍາພັນທີ່ດີ ແລະ ຕໍ່ເນື່ອງ; 3) ມີປະສົບການໃນການດໍາເນີນທຸລະກິດ ເຊັ່ນ ຕ້ອງເປີດດໍາເນີນການມາແລ້ວບໍ່ໜ້ອຍກວ່າ 3 ປີ ມີຈໍານວນສາຂາຫຼາຍກວ່າ 1 ແຫ່ງໃນສະຖານທີ່ແຕກຕ່າງກັນ; 4) ມີຜົນສໍາເລັດ ແລະ ຜົນກໍາໄລ ລວມເຖິງ ຄວາມເຂັ້ມແຂງໝັ້ນຄົງທາງດ້ານການເງິນ; 5) ມີຄຸນະທໍາ ເຊັ່ນ ສັນຍາຕ້ອງມີຄວາມຍຸຕິທໍາ ແລະ ເປັນທໍາກັບທຸກຝ່າຍຮ່ວມສັນຍາ; ແລະ 5) ມີຄູ່ມືໃນການປະຕິບັດງານ ເຊັ່ນ: ລາຍລະອຽດການດໍາເນີນງານຕັ້ງແຕ່ເລີ່ມຕົ້ນເປີດຮ້ານໄປຈົນຮອດປິດຮ້ານ, ມີການລະບຸຈະແຈ້ງກ່ຽວກັບ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ກ່ຽວຂ້ອງ.

(ອ່ານວາລະສານທາເກັດ ສະບັບ 149 ເດືອນທັນວາ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) 

Are you ready to do a franchise?

Many of you may have noticed establishments named “Texas Chicken”, “Dairy Cream”, “The Pizza Company”, “True Coffee”, “Naked Espresso”, and so forth in Vientiane Capital. These are all franchises, which are booming at the moment so Target magazine is taking its readers into the depths of the franchise business to provide additional information for deciding on whether or not to jump onto the bandwagon.

The term “franchise” refers to an independent business whereby the franchisor grants the franchisee (the franchise) to operate a business under its trade name, management, and business systems or methods of the franchisor, who was the developer of the trade name. The franchisee has to operate its business in the format and according to the methods of the franchisor and pay fees, including a franchise fee for getting things up and running and a royalty fee, which is essentially a commission. Generally speaking, there are four types of franchise:

  • “Direct franchises”, whereby the franchisor deals directly with the franchisee in the establishment of their business, which costs the least investment;
  • “Area development franchises”, whereby the franchisor grants the right to set up multiple businesses within a given area development territory, for which an ownership agreement is signed and the interests of the businesses managed but which cannot be resold;
  • “Master franchises”, whereby the franchisee may sub-franchise or sell the development territory; and
  • Joint ventures (JVs), whereby the franchisor and franchisee pool their capital together to build a business.

For each type of franchise, however, one must read the terms and conditions for investment, the rights granted, and especially, the support to be provided by the franchisor for the management and business administration, including advertising fees and so forth.

Advantages to franchises:

  • Risk: This may be smaller than when starting your own business but many people misunderstand that in purchasing a franchise, profits will be a certainty but in fact, you have to look at a range of factors concerned, especially domestic market research, before taking the plunge.
  • Benefits from popularity: Certain franchises and names guarantee quality through their trademarks or company logos.
  • Saving time and money: If we develop a famous business name for ourselves, it could take a long time and involve high advertising budgets to become well-known so doing a franchise helps the business to gain market access faster. Also, development and research into management systems, accounting systems, invoicing, administrative formats and methods, and know-how will be provided to us by the Franchisor.

Disadvantages to franchises:

  • Contractual conditions: A franchisee faces constraints to the ways they work and is not free to make adaptations themselves because this type of business must follow a uniform format and processes. For example, when you buy an ice-cream from Dairy Queen, before giving it to the customer, the employee has to bow to show sincerity and this is a process to be used when serving.
  • Fees and returns: Many franchises have an initial fee and a monthly or annual royalty fee, depending on the case. These are to cover the restaurant décor and various equipment. The important thing to bear in mind is that you are getting something from paying these fees.
  • Termination of contract: Certain franchises specify daily sales or future business expansion as a condition, which could be a problem for the franchisee if they are unable to meet the goals.

Although a franchise is just a business, it offers opportunities for great success thanks to the reputation and excellent management administration systems of the business along with the technical expertise and experience accumulated from the business but this does not necessarily mean that your franchise will succeed in Laos and we have to give deep consideration to the behavior of Lao consumers as franchises are a means of distributing goods and services under a unique format so you will need the help of specialist employees, especially attorneys, accountants, business strategists, and experts in sales, business operations, and marketing. For this reason, doing a franchise will test your determination to make the business work, make the short- and long-term visions come true, drive forward market expansion, and so forth in order for the Franchisor to see your potential and have confidence that their brand is being successful.

Furthermore, those of you interested in doing a franchise may give further consideration to ensuring a good franchise, which necessitates:

  • Good management and administration systems, such as goods production methods, processes, including the use of IT in management, and employee training;
  • A well accepted brand, which is, for example, well-known and advertises well and on an ongoing basis;
  • Business operating experience, which should not be less than three years and for franchises with more than a single branch, circumstances will differ;
  • Success and profits, including financial security;
  • Fairness in the contract and between all parties thereto; and
  • An operations manual, such as the details for how to operate the business until closing time and clear specifications of the roles, duties, and responsibilities of all parties concerned.

 

Comments