ເຄັດລັບການປ່ຽນຄວາມຝັນໃຫ້ກາຍເປັນ “ເປົ້າໝາຍ”

ຖ້າປຽບການຂັບເຄື່ອນຂອງຄົນເຮົາເປັນດັ່ງລົດ ໄລຍະທາງ ກໍຄືປະສົບການ ຈຸດໝາຍປາຍທາງກໍແມ່ນ ຄວາມໃຝ່ຝັນແລ້ວ ຮ່າງກາຍ ແລະ ສະໝອງຂອງເຮົາກໍຄືເຄື່ອງຈັກ ທີ່ໃຊ້ເຫື່ອແຮງທີີ່ປຽບໄດ້ດັ່ງນໍ້າມັນ ແລະ ມີແຮງບັນດານໃຈ ທີ່ເປັນນ້ຳມັນເຄື່ອງ ຄອຍຢອດໃສ່ເມື່ອທໍ້ຖອຍ. ເຊິ່ງຫາກຂາດອົງປະກອບໃດໜຶ່ງໄປ, ແນ່ນອນວ່າລົດຄັນນີ້ຈະບໍ່ສາມາດຂັບເຄື່ອນໄປຕໍ່ໄດ້, ແຕ່ຫົວໃຈສຳຄັນທີ່ສຸດທີ່ເຮັດໃຫ້ຫຼາຍຄົນທີ່ປະສົບຜົນສຳເລັດໄດ້ນັ້ນ ມາຈາກການປ່ຽນຄວາມຝັນ ໃຫ້ເປັນເປົ້າໝາຍ ແລ້ວສ້າງແຜນທີ່ເພື່ອເດີນທາງໄປສູ່ເປົ້າໝາຍດັ່ງກ່າວ.

ສະນັ້ນ, ການທີ່ເຮົາພຽງແຕ່ຝັນ ມັນກໍຄືກັບເຮົາພວມຍ່າງຢູ່ໃນເຂົາວົງກົດທີ່ບໍ່ມີທາງອອກ ແລະ ຈະບໍ່ສາມາດເຫັນຫົນທາງທີ່ຈະເດີນທາງໄປເຖິງເປົ້າໝາຍໄດ້. ມື້ນີ້ ຂ້າພະເຈົ້າຈຶ່ງຂໍມາເລົ່າເຄັດລັບທີ່ຈະເຮັດໃຫ້ຝັນເຮົາຊັດເຈນຂຶ້ນ ຈົນກາຍເປັນເປົ້າໝາຍ ແລະ ເປັນແຜນທີ່ສາມາດລົງມືເຮັດໄດ້ ເຊິ່ງມີ 5 ວິທີງ່າຍໆດັ່ງນີ້:

  1. ການຂຽນເປົ້າຫມາຍ: ການຂຽນສິ່ງທີ່ເຮົາຕ້ອງການເຮັດ ບໍ່ວ່າຈະເປັນເປົ້າໝາຍປະຈໍາວັນ, ອາທິດ, ເດືອນ ຫຼື ປີ ຈະເຮັດໃຫ້ເຮົາໄດ້ທົບທວນໃນສິ່ງເຮົາຕ້ອງການ ແລະ ມັນຈະຊ່ວຍໃຫ້ເຮົາຫຼຸດອອກຈາກຄວາມສັບສົນໃນຈິດໃຈໄດ້ດີ. ອີກອັນໜຶ່ງເມື່ອທ່ານຂຽນເປົ້າໝາຍລົງໄປຢ່າງລະອຽດ ແລະ ທົບທວນມັນເລື້ອຍໆ ມັນຈະກາຍເປັນແຜນທີ່ສຳຄັນທີ່ຈະລ໋ອກ Focus ຂອງທ່ານ, ນຳພາທ່ານ ໄປຫາວິທີການ, ຜູ້ຄົນທີ່ຈະຊຸກຍູູ້ທ່ານໃຫ້ເຂົ້າໃກ້ຄວາມຝັນຫຼາຍຂຶ້ນ.
  2. ອ່ານປື້ມດີໆ: ການອ່ານຊ່ວຍເສີມທັກສະ ແລະ ຊ່ວຍຫຼຸດຜ່ອນໄລຍະເວລາຄິດຫາຫົນທາງ ຫຼື ວິທີການເອງ. ໂດຍສະເພາະເມື່ອທ່ານມີບຸກຄົນຕົວແບບ ແລະ ຊອກອ່ານປຶ້ມກ່ຽວກັບປະສົບການຂອງຜູ້ນັ້ນ, ຮຽນຮູ້ຈາກສິ່ງທີ່ລາວເຄີຍຜິດພາດມາແລ້ວ ແລະ ວິທີຄິດທີ່ເຮັດໃຫ້ລາວຜ່ານຜ່າຈົນປະສົບສຳເລັດ.
  3. ຈົດບັນທຶກ: ຢ່າລືມວ່າ ຄວາມຄິດດີໆ ປະກົດຂຶ້ນໄດ້ຕະຫຼຼອດເວລາ. ສະນັ້ນ, ການຈົດບັນທຶກຈະຊ່ວຍໃຫ້ເຮົາຈື່ສິ່ງນັ້ນໆໄດ້ດີຂຶ້ນຫຼາຍເທົ່າ. ມັນຊ່ວຍກະຕຸ້ນການຄິດຢ່າງມີປະສິດທິພາບ, ເຮັດໃຫ້ເຮົາເຫັນພາບຂອງບັນຫາໂດຍລວມ ແລະ ຊອກຫາທາງອອກໄດ້ທັນທີທັນໃດ. ນອກຈາກນັ້ນ, ການບັນທຶກຍັງຊ່ວຍເຕືອນສະຕິເຮົາກ່ອນຈະເກີດຄວາມຜິດພາດນຳອີກ.
  4. 4. ບໍລິຫານເວລາໃຫ້ມີປະສິດຕິພາບ: ຫຼາຍໆຄົນຍັງບໍ່ໃຫ້ຄວາມສໍາຄັນກັບເວລາ ໂດຍສະເພາະຕໍ່ວຽກທີ່ສຳຄັນ ທີ່ຈະພາໃຫ້ຄວາມຝັນເຮົາເປັນຈິງ. ແຕ່ພັດໄປສົນລະວົນກັບວຽກທີ່ມີຄວາມສຳຄັນໜ້ອຍກວ່າ ຫຼື ເປັນເລື່ອງຂອງຄົນອື່ນໄປເລີຍ. ຫາກທ່ານຢາກປະສົບຄວາມສຳເລັດ, ຕ້ອງສ້າງວິໄນໃນການຈັດແບ່ງເວລາໃຫ້ສິ່ງທີ່ສຳຄັນກ່ອນ ແລ້ວຈຶ່ງໄປໃສ່ໃຈກັບສິ່ງອື່ນໆ.
  5. ຜິດພາດເປັນຄູ: ບໍ່ມີບຸກຄົນໃດບໍ່ເຄີຍຜິດພາດ, ຫາກທ່ານຢ້ານຄວາມຜິດພາດ ທຸກຄັ້ງທີ່ທ່ານເຮັດສິ່ງໃໝ່ໆ ໃຫ້ຄິດວ່າ ແມ່ນການທົດລອງ, ຖ້າບໍ່ສຳເລັດ ກໍໃຫ້ຊອກວິທີການອື່ນໆ ຈົນກວ່າຈະສຳເລັດ; ການຄິດແບບນີ້ຈະຫຼຸດຜ່ອນຄວາມກົດດັນຂອງທ່ານລົງ ແລ້ວທ່ານຈະມ່ວນກັບການຊອກຫາວິທີການແກ້ໄຂບັນຫາ. ແລ້ວຢ່າລືມຖອດຖອນບົດຮຽນການຄວາມຜິດພາດຂອງທ່່ານ ແລ້ວນຳມາປັບປຸງແກ້ໄຂ ແລະຮຽນຮູ້ໄປນຳມັນ

#ນັກທຸລະກິດມືໃຫມ່

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Secret to changing a dream into a goal

If I compare a person to a car on a journey with its destination as an analogy for our success and dreams, our body and brain would correspond to the engine, our hard work to the car’s fuel, and our motivation to the car’s oil, which greases the engine when we feel discouraged, and if any component is missing, then this car will obviously not go any further but at the heart of many people’s success is their transforming their dreams into goals and traveling towards them.

Therefore, if we only dream, it is like we are walking through a maze with no way out and we are unable to see the road we have to take to reach our goals. So today, I am going to let you into a secret to clarifying your dreams and turn them into achievable goals and plans with just five simple methods:

  1. Write out your goals: Writing out your goals is something we have to do and include daily, weekly, monthly, and annual goals, which will allow us to review our desires and help us cut out all the confusion in our minds. Another thing is that when writing out these goals, do it in detail, review them frequently, and they will turn into important plans onto which we can focus and which will lead us to find the right methods. Stick with people who encourage you to realize your dreams.
  2. Read good books: Reading helps to develop our skills and reduce the time spent thinking about which road to take or which method to use, especially when you have a role model. Look for books about people’s experiences and learn from their mistakes and how they got through it all to achieve success.
  3. Keep records: Do not forget that good ideas come all the time so jotting them down allows us to remember them better. It stimulates an efficient mentality, giving us an overall picture of problems and helps us to find solutions immediately. Keeping such records also helps us to be aware before we slip up once again.
  4. Manage your time efficiently: Many people still fail to attach importance to time, especially with important work to make their dreams come true, but put the important work under the carpet or change topic. If you want to be successful, you have be disciplined with your time management and deal with the important things first before turning to think about other matters.
  5. Learn from your mistakes: Nobody never messes up and if you are scared of doing so each time you do something new, you can consider it a trial. If it does not work, then we can find another way until eventually, we get it right. Thinking like this reduces the pressure we place on ourselves and you will be able to enjoy finding solutions to problems. Also, do not forget the lessons learned from mistakes but improve and learn from them.

#New businesspeople

Comments