ບໍລິສັດທຶນພັດທະນາ ທາງດ່ວນລາວ-ຈີນໄດ້ລາຍງານຕໍ່ສຳນັກຂ່າວເມື່ອບໍດົນມານີ້ວ່າ: ທາງດ່ວນ ວຽງຈັນ-ວຽງວັງ ໄດ້ເລື່ອນການເປີດເສັ້ນທາງດ່ວນໄປເປີດໃນລະຫວ່າງວັນທີ 20-30 ທັນວາ 2020 ຊຶ່ງຕາມແຜນແລ້ວແມ່ນຈະເປີດບໍລິການໃນວັນທີ 2 ທັນວາ 2020 ທີ່ຜ່ານມາ ເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີແຕ່ເນື່ອງຈາກ ການກໍ່ສ້າງບໍ່ສຳເລັດຕາມແຜນ ໂດຍສະເພາະແມ່ນການກໍ່ສ້າງທາງຂຶ້ນລົງ, ຈຸດເກັບເງິນ, ການຕິດຕັ້ງໄຟເຍືອງທາງ, ອະນາໄມເສັ້ນທາງ ແລະ ອື່ນໆ. ການກໍ່ສ້າງເສັ້ນທາງດັ່ງກ່າວ ມີມູນຄ່າການກໍ່ສ້າງ 1.3 ຕື້ໂດລາ, ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວປະມານ 109 ກມ, ກວ້າງທັງໝົດ 23 ມ ໂຄງການດັ່ງກ່າວແບ່ງອອກເປັນ 4 ໄລຍະ. ຊຶ່ງທາງດ່ວນວຽງຈັນ-ວັງວຽງແມ່ນໄລຍະທີ 1, ໄລຍະ 2 ເືອງວັງວຽງ-ຫຼວງພະບາງ, ໄລຍະທີ 3 ຈາກຫຼວງພະບາງ-ອຸດົມໄຊ ແລະ ໄລຍະທີ 4 ຈາກອຸດົມໄຊ-ຊາຍແດນບໍ່ເຕັນແຂວງຫຼວງນ້ຳທາ. ແຫຼ່ງຂໍ້ມູນ: ວຽງຈັນທາຍ
Read More »News
ຂະແໜງການຕ່າງປະເທດ ປະກອບສ່ວນສຳຄັນ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ………..
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ທ່ານ ສະ ເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສືມວນຊົນເມື່ອບໍ່ດົນມານີ້ ໂດຍຍົກໃຫ້ເຫັນຜົນສຳເລັດຕະຫຼອດ 45 ປີ ໃນຂົງເຂດວຽກງານການຕ່າງປະເທດ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆມາ ໂດຍສະເພາະແມ່ນການປະຕິບັດນະໂຍບາຍການຕ່າງປະເທດ ຂອງພັກ ແລະ ລັດ. ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ພາຍຫຼັງ ທີ່ໄດ້ຮັບສະຖາປະນາ ສປປ ລາວ ພັກ-ລັດພວກເຮົາ ໄດ້ວາງນະໂຍບາຍການຕ່າງປະເທດ ທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອຮັບປະກັນ ການຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນ ແມ່ນໃນໄລຍະປີ 1975-1982. ພາຍຫຼັງໂລກໄດ້ກາຍເປັນສອງຂົ້ວຄື ສັງຄົມນິຍົມ ແລະ ທຶນນິຍົມ, ລັດຖະບານໂດຍສະເພາະແມ່ນພັກປະຊາຊົນປະຕິວັດລາວ ກໍໄດ້ວາງນະໂຍບາຍທີ່ຖືກຕ້ອງ ເພື່ອນຳເອົາປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍຍຶດໝັ້ນໃນລັດທິສັງຄົມນິຍົມ, ໃນໄລຍະດັ່ງກ່າວນັ້ນ ເຮົາຈຶ່ງປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ສັງຄົມນິຍົມ ເຊິ່ງພັກ-ລັດພວກເຮົາໄດ້ນຳພາປະເທດຊາດ ...
Read More »ໄຂກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII………..
ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະ ຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ແສງນວນ ໄຊຍະລາດ, ຄະນະເລ ຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍ ຜູ້ນໍາພັກ-ລັດ, ຜູ້ແທນສົມບູນ 400 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານ 227.718 ສະຫາຍ ໃນທົ່ວປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ຕົກລົງຫລາຍບັນຫາສໍາຄັນ ຄື: ຈະໄດ້ພ້ອມກັນສັງເກດຕີລາຄາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VII ຕະຫລອດໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025), ພິຈະລານາ ...
Read More »ຂະແໜງການລົງທຶນ ຂອງເອກະຊົນ ບັນລຸ 40,3 ຕື້ໂດລາ ແລະ ມີ 4.635 ໂຄງການ………..
ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 1 ທັນວາ 2020 ນີ້ວ່າ: ກະຊວງແຜນການ ແລະ ການລົງທຶນ ແມ່ນກົງຈັກໜຶ່ງຂອງລັດຖະບານ ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານຮ່ວມມືກັບສາກົນ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ. ສະນັ້ນ, ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຫັນການສ້າງແຜນຕາມຂະແໜງການ ມາເປັນການສ້າງແຜນໂດຍອີງໃສ່ໝາກຜົນ ທີ່ໄດ້ຮັບຄົ້ນຄວ້າກົນໄກການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫລາຍຮູບແບບ ແລະ ຄົ້ນຄວ້າແຜນການລົງທຶນຂອງລັດ ໃຫ້ສອດຄ່ອງກັບທ່າແຮງຕົວຈິງຂອງງົບປະມານຫຼາຍຂຶ້ນ ແລະ ປັບປຸງກົນໄກການປະເມີນຜົນໂຄງການລົງທຶນຂອງລັດ ໃຫ້ມີຄຸນນະພາບສູງຂຶ້ນ ດ້ວຍການສ້າງຕັ້ງຄະນະຮັບຮອງຜົນການປະເມີນ ທີ່ປະກອບມີຫຼາຍພາກສ່ວນເຂົ້າຮ່ວມ. ການເຕີບໂຕທາງດ້ານເສດຖະກິດ ນັບແຕ່ປີ 1991 ເຖິງ 2020 ເສດຖະກິດໄດ້ເຕີບໂຕສະເລ່ຍ 6,6% ຕໍ່ປີ ເປັນຕົ້ນ ໄລຍະ ...
Read More »ຫຼາຍພາກສ່ວນສະໜັບສະໜູນ ການແຂ່ງຂັນດອກປີກໄກ່ຄັ້ງທຳອິດ……….
ພິທີຖະແຫຼງຂ່າວຈັດຂຶ້ນໃນວັນທີ 30 ພະຈິກ 2020 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄດ່ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຖືເປັນໃບໜ້າປະຫວັດສາດຂອງວົງການກີລາດອກປີກໄກ່ບ້ານເຮົາ ເພາະໄດ້ຮັບກຽດເປັນຢ່າງສູງຈາກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອະນຸຍາດໃຫ້ນຳໃຊ້ ນາມມະຍົດ “ ຊີງຂັນທ່ານນາຍົກລັດຖະມົນຕີ ” ເປັນຄັ້ງທໍາອິດ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ສ້າງຂະບວນ, ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕ່ລະແຂວງ ໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີໜ້າອີກ. ສໍາລັບ ເງິນລາງວັນໃນການແຂ່ງຂັນໃນຄັ້ງນີ້ ລວມມູນຄ່າເປັນເງິນ ...
Read More »ສປ ຈີນ ຊ່ວຍເຫຼືອອຸປະກອນການວິເຄາະ ໃຫ້ກະຊວງສາທາ…….
ພິທີມອບເຄື່ອງອຸປະກອນ ວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ມີຂຶ້ນໃນທ້າຍອາທິດຜ່ານມາທີ່ສູນວິເຄາະ ແລະ ລະບາດວິທະຍາ ໂດຍການມອບຂອງ ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວບາງຕອນວ່າ: ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ສົ່ງທີມງານແພດຈີນ ແລະ ນໍາເອົາເຄື່ອງອຸປະກອນການແພດທີ່ນໍາໃຊ້ເຂົ້າໃນວຽກງານຫ້ອງທົດລອງແພດ ຈໍານວນໜຶ່ງປັບປຸງ, ດັດແກ້ ຫ້ອງກວດຫາເຊື້ອພະຍາດໂຄວິດ-19 ລວມມູນຄ່າທັງໝົດປະມານ 381.000 ໂດລາສະຫະລັດ. ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາມີຄວາມກຽມພ້ອມຢ່າງເຕັມທີ່ເຂົ້າໃນການປະກອບສ່ວນໃນວຽກງານການຊ່ວຍເຫຼືອລາວ – ຈີນ ສະແດງ ...
Read More »ການນຳ ພັກ-ລັດ ວາງພວງມາລາ ສະຫຼອງວັນຊາດ ຄົບຮອບ 45 ປີ……
ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບປະຕິວັດແຫ່ງຊາດ (ຫລັກ24) ເນື່ອງໃນໂອກາດ ສະຫລີມສະຫລອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ, ໂດຍມີ ຄະນະບໍລິຫານງານສູນກາງພັກ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍເຈົ້າຄອງນະຄອນຫລວງວຽງຈັນ; ຄະນະສະພາແຫ່ງຊາດ ນຳໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ນອກຈາກນັ້ນ, ຍັງມີຄະນະອົງການຈັດຕັ້ງມະຫາຊົນ, ຄະນະຜູ້ແທນຜູ້ຊົງຄຸນວຸດທິ, ຄະນະກະຊວງປ້ອງກັນປະເທດ ແລະ ຄະນະກະຊວງປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ບັນດາການນຳພັກ-ລັດ ຍັງໄດ້ເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິທະພັນ ...
Read More »ການເງິນຂ້າມແດນ ໃນການຮ່ວມມືແບບເປີດປະຕູທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ………….
ກອງປະຊຸມເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຂອງ ສປຈີນ ພາຍໃຕ້ຫົວຂໍ້; “ການເງິນຂ້າມແດນທີ່ມີການປະດິດສ້າງໃໝ່, ການຮ່ວມມືແບບເປີດປະຕູເພື່ອຕ່າງຝ່າຍຕ່າງມີຜົນປະໂຫຍດ”. ຂ່າວລະບຸວ່າ: ກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຈັດຂຶ້ນໃນຮູບແບບອອນລາຍ ແລະ ອັອຟລາຍ ໄດ້ບັນລຸການຮ່ວມມືຫຼາຍໂຄງການ, ໄດ້ເຊັນສັນຍາຮ່ວມມືດ້ານການເງິນ 8 ສະບັບເຊັ່ນ: “ສັນຍາຮ່ວມມືຍຸດທະສາດກ່ຽວກັບການຮ່ວມກັນສ້າງເວທີເປີດປະຕູດ້ານການເງິນທີ່ອວ່າຍໜ້າສູ່ອາຊຽນ” ແລະ ອື່ນໆ, ທັງໄດ້ເລີ່ມປະຕິບັດໂຄງການເວທີການບໍລິການດ້ານການເງິນ 3 ໂຄງການເຊັ່ນ: ເວທີການບໍລິການດ້ານການເງິນ ຈີນ-ອາຊຽນ ແລະ ໂຄງການອື່ນໆ. ເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ແມ່ນເວທີທີ່ສຳຄັນຂອງຈີນ ແລະ ບັນດາປະເທດອາຊຽນ ໃນການຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືດ້ານການເງິນ ແລະ ສະແຫວງຫາການພັດທະນາດ້ານການເງິນ. ນັບແຕ່ໄດ້ເລີ່ມສ້າງຂຶ້ນໃນປີ 2009 ເປັນຕົ້ນມາ, ໄດ້ຂະຫຍາຍຕົວ ແລະ ກາຍເປັນເວທີແຫ່ງການແລກປ່ຽນ ແລະ ຮ່ວມມືດ້ານການເງິນຫຼາຍຝ່າຍ ທີ່ມີລະບົບປະຕິບັດງານ ແລະ ຫົວຂໍ້ປະຕິບັດງານທີ່ເປັນອິດສະຫຼະ. ສ່ວນການລົງນາມໃນສັນຍາວ່າດ້ວຍ; “ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ” (RCEP) ໄດ້ສະໜອງຊ່ອງທາງທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ລະຫວ່າງ ເຂດກວາງຊີ ...
Read More »ເງື່ອນໄຂດ້ານຕ່າງໆພາຍໃນປະເທດ ການຮັບປະກັນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ…………..
ຫ້ອງວ່າການປະທານປະເທດ (ຫປທ) ໄດ້ຈັດພິທີ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/ 1975 – 2/12/2020) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/ 1920 -13/12/2020) ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະ ຊຸມໃຫຍ່ ຫປທ. ໃຫ້ກຽດປາຖະກະຖາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ພະນັກງານ-ລັດຖະກອນ ພາຍໃນ ຫປທ. ໃນໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ຮູ້ເຖິງ ການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກຈົນສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2/12/ 1975. ພາຍຫຼັງປະເທດຊາດໄດ້ຮັບການສະ ...
Read More »ບັນດາ Start-Up ບໍ່ຄວນພາດກັບການແຂ່ງຂັນ Lao Startup Award 2020 ຊີງເງິນລາງວັນມູນຄ່າຫຼາຍກວ່າ 5,000 ໂດລາສະຫະລັດ
ເພື່ອເປັນການເປີດກວ້າງ ແລະ ພ້ອມທັງເປີດໂອກາດໃຫ້ບັນດາໄວໜຸ່ມ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປທີ່ສົນໃຈໃນການແຂ່ງຂັນປະກວດໄອເດຍ ຫລື ທຸລະກິດ Startup, ທະນາຄານມາຣູຮານເຈແປນລາວ (MJBL) ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະມາຄົມການຄ້າໄອຊີທີລາວ (LICA) ຈັດງານຖະແຫຼງຂ່າວການແຂ່ງຂັນ Lao Startup Award 2020 Powered by Maruhan Bank Japan Lao ຂຶ້ນ ໃນຕອນບ່າຍ ຂອງວັນທີ 30 ພະຈິກ 2020, ທີ່ຜ່ານມາ ຢູ່ທີ່ ທະນາຄານ ມາຣູຮານ ເຈແປນລາວ, ໂດຍການເປັນປະທານຂອງ ທ່ານ Anthony Chin ຜູ້ອຳນວຍການ ທະນາຄານ ມາຣູຮານ ເຈແປນລາວ ແລະ ທ່ານທະນູສອນ ພົນອາມາດ, ປະທານສະມາຄົມການຄ້າ ໄອຊີທີ ລາວ (LICA) , ມີບັນດາສື່ມວນຊົນພ້ອມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ...
Read More »
Target Magazine
