ຄິບ ຂ່າວ

ສະພາບເສັ້ນທາງ ເຂດບ້ານນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ (ເບິ່ງຄລິບ)

https://youtu.be/5idKOxmsn8g?t=81

Read More »

ເຈົ້າແຂວງບໍ່ແກ້ວ ລົງກວດກາການກໍ່ສ້າງພື້ນຖານໂຄງລ່າງ

ໃນວັນທີ 4 ມີນາ 2019 ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະໄດ້ລົງກວດກາ ບັນດາໂຄງການທີ່ລົງທຶນຂອງລັດ ຢູ່ເມືອງຫ້ວຍຊາຍ (ລາຍລະອຽດຕິດຕາມຄຣິບລຸ່ມນີ້) https://www.facebook.com/100025914798042/videos/315710112636146/ ຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ຊາວແຂວງບໍ່ແກ້ວ ເຊີນຊວນທ່ຽວຊົມງານບຸນປະເພນີບັນດາເຜົ່າ 10 ເຜົ່າ ຄັ້ງທີ1

ເພື່ອເປັນການຮັດແໜ້ນຄວາມສາມັກຄີ ອະນຸລັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ຂໍເຊີນຊວນບັນດາທ່ານມາທ່ຽວຊົມງານບຸນປະເພນີບັນດາເຜົ່າ 10 ເຜົ່າ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ (ລາຍລະອຽດຕິດຕາມຄຣິບລຸ່ມນີ້) https://www.facebook.com/100025914798042/videos/309584799915344/ ຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1

  ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1 ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 6-8 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ  ສົມລິດ ສີຜາວັນ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ , ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ແລະ ມີບັນດາຜູ້ແທນເຂົ້າຮ່ວມຢ່າງພ້ອມພຽງ…(ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) https://www.facebook.com/100025914798042/videos/301317354075422/ ທີ່ມາ: ໂທລະພາບແຂວງບໍ່ແກ້ວ.

Read More »

ອາສາສະໝັກຍີ່ປຸ່ນ ມາປະຈໍາທີ່ລາວ ຄົບຕົວເລກ 1.000 ຄົນແລ້ວ

ວັນທີ 4 ກຸມພາ 2019, ທີ່ສະຖານທູດຍີ່ປຸ່ນໄດ້ມີພິທີຕ້ອນຮັບອາສາສະໝັກໃໝ່ຍີ່ປຸ່ນ 11 ທ່ານ ຮ່ວມກັບບັນດາອົງກອນທີ່ຮັບເອົາພວກເຂົາ. ຖ້າລວມ 11 ທ່ານທີ່ມາໃໝ່ໃນຄັ້ງນີ້ ແມ່ນມີຕົວເລກ 1.003 ຄົນ ເຊິ່ງກາຍຕົວເລກ 1 ພັນຄົນໄປແລ້ວ. ທ່ານ ຄຸໂນະ ຄາຊຸຮິໂຣະ ອຸປະທູດຊົ່ວຄາວ ແລະ ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ໃຫ້ກຳລັງໃຈ. ແຕ່ນີ້ຕໍ່ໄປພວກເຂົາຈະເຮັດວຽກເປັນເວລາສອງປີ ກໍຫວັງວ່າພວກເຂົາຈະເຮັດວຽກປະສົບຜົນສຳເລັດໃນໜ້າທີ່ວຽກງານດ້ວຍ. ອາສາສະໝັກດັ່ງກ່າວ, ຈະຖືກສົ່ງໄປປະຈຳຢູ່ແຂວງຕ່າງໆ ມີ ນະຄອນຫຼວງວຽງຈັນ ຈຳນວນ 3 ທ່ານ, ແຂວງວຽງຈັນ, ສະຫວັນນະເຂດ, ຫຼວງນ້ຳທາ, ຊຽງຂວາງ, ຈຳປາສັກ, ບໍລິຄຳໄຊ,ອຸດົມໄຊ ແລະ ແຂວງ ຫຼວງພະບາງ ແຂວງລະ 1 ທ່ານ. https://www.facebook.com/embassyofjapaninlaos/videos/296938237687833/ On the 4th of February 2019, the Embassy of ...

Read More »

ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ

ທ້າຍສັບປະດາຜ່ານມານີ້ ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ໃນ 16 ບ້ານ ມູນຄ່າ 51 ລ້ານກີບ. (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) https://www.facebook.com/153890481704601/videos/280905725916296/ ຂອບໃຈທີ່ມາ: ໂທລະພາບແຂວງຈໍາປາສັກ.

Read More »

ຫ້ວຍຊາຍ ສຳເລັດການຈັດງານພຶດກະສຶກຳ ຄັ້ງທີ່ 13

ອົງການປົກຄອງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຮ່ວມກັບ 13 ກຸ່ມບ້ານ, 8 ເທສະບານ ພາຍໃນເມືອງ ໄດ້ຈັດງານພືດກະສິກໍາ ຄັ້ງທີ 13 ແລະ ປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນ ໃນລະຫວ່າງວັນທີ 3-4 ກຸມພາ 2019 ພ້ອມທັງປະກວດນາງສາວພືດກະສິກໍາ (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) https://www.facebook.com/100025914798042/videos/300526337487857/ ຂອບໃຈທີ່ມາ: ຂ່າວ ໂທລະພາບແຂງບໍ່ແກ້ວ.

Read More »

ກອງປະຊຸມ ສະຫຼຸບວຽກງານ 06 ເດືອນທ້າຍ ປີ 2018 ຂອງຮາກຖານພັກ ປກສ ເມືອງ ປາກຊັນ

ພິທີຈັດຂຶ້ນໃນວັນທີ 1 ກຸມພາ 2019 ຜ່ານມາ ໂດຍການເປັນປະທານຂອງສະຫາຍ ພັນໂທ ຄໍາຜານ ພົມມະຈັນ ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງ. (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) https://www.facebook.com/Borlikhamxaypolice/videos/475416486325981/ ທີ່ມາ: ຂ່າວ ປກສ ແຂວງ ບໍລິຄໍາໄຊ.

Read More »

ນາຍົກ ເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ທີ່ແຂວງຈໍາປາສັກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາລັດຖະມົນຕີ,ຮອງລັດຖະມົນຕີ,ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ບັນດາການນໍາຂອງແຂວງຈໍາປາສັກ,ນາຍແລະພົນທະຫານ ແລະ ມວນຊົນຊາວແຂວງຈໍາປາສັກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ເດີ່ນກິລາຂອງແຂວງ ໃນວັນທີ 28 ມັງກອນ 2019 ຜ່ານມາດ້ວຍບັນຍາກາດຟົດຟື້ນ (ລາຍລະອຽດຕິດຕາມຊົມຄຣິບຂ່າວ) https://www.facebook.com/534533216727484/videos/414585542614884/ ຂອບໃຈຂໍ້ມູນຈາກ: ສະຖານີວິທະຍຸ 100,7 Mhz ແຂວງຈໍາປາສັກ.

Read More »

ທ່ານ ຄໍາໄຕ ສີພັນດອນ ຢ້ຽມຢາມພົບປະການນໍາແຂວງບໍ່ແກ້ວ.

ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ,ອະດີດປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມການນໍາແຂວງບໍ່ແກ້ວ ໃນວັນທີ 24-25 ມັງກອນ 2019. ລາຍລະອຽດຕິດຕາມຄຣິບຂ້າງລຸ່ມນີ້: https://www.facebook.com/100025914798042/videos/294535808086910/ ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ

Read More »