Target Money

ຖາມໂຕເອງກ່ອນວ່າ…ຈໍາເປັນບໍ່ທີ່ຕ້ອງຊື້ລົດ

ການມີລົດຖືວ່າເປັນການເພິ່ມຄ່າໃຊ້ຈ່າຍໃຫ້ຫຼາຍຂຶ້ນບໍ່ວ່າຈະເປັນຄ່າຜ່ອນ, ຄ່າບໍາລຸງຮັກສາ, ຄ່າປະກັນໄພ ຄ່ານໍ້າມັນ ດັ່ງນັ້ນກ່ອນຕັດສິນໃຈຊື້ລົດຄວນພິຈາລະນາວ່າມີຄວາມຈໍາເປັນໃນການໃຊ້ລົດຫຼາຍນ້ອຍປານໃດ ຄຸ້ມຄ່າກັບພາລະຄ່າໃຊ້ຈ່າຍຫຼືບໍ່. 1. ມີເງິນທ້ອນພຽງພໍກັບຄ່າໃຊ້ຈ່າຍທີ່ເກີດຈາກການຊື້ລົດ ຫຼື ບໍ່: ຂໍ້ນີ້ສໍາຄັນຫຼາຍເປັນເລື່ອງທໍາອິດທີ່ຕ້ອງພິຈາລະນາໃຫ້ດີກ່ອນຕັດສິນໃຈເພາະຖ້າຊື້ລົດຄັນໜຶ່ງກໍມີຄ່າໃຊ້ຈ່າຍຫຼາຍຢ່າງ ນອກຈາກຄ່າຜ່ອນແລ້ວຍັງມີທັງປະກັນໄພ, ຄ່ານໍ້າມັນເມື່ອເອົາມາລວມໆກັນແລ້ວກໍເປັນຫຼາຍແສນຕໍ່ເດືອນດັ່ງນັ້ນຢາກໃຫ້ລອງຄິດໄລ່ເບິ່ງກ່ອນວ່າ ເງິນທ້ອນໃນແຕ່ລະເດືອນຂອງເຮົາພຽງພໍກັບຄ່າໃຊ້ຈ່າຍທີ່ຈະເພີ່ມຂຶ້ນມາ ຫຼື ບໍ່ ຖ້າຍັງບໍ່ພໍ ກໍບໍ່ຄວນຊື້ລົດຕອນນີ້ ແຕ່ຖ້າຫາກຈໍາເປັນທີ່ຈະຕ້ອງໃຊ້ລົດກໍຕ້ອງວາງແຜນປັບຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນລົງ ຫຼື ພະຍາຍາມຫາລາຍໄດ້ເພີ່ມຂຶ້ນເພື່ອໃຫ້ພຽງພໍກັບຄ່າໃຊ້ຈ່າຍຕ່າງໆທີ່ຈະຕາມມາຈາກການຊື້ລົດ. 2. ຢູ່ຄົນດຽວ ຫຼື ມີຄອບຄົວ: ຖ້າມີຄອບຄົວຄວາມຈໍາເປັນໃນການຊື້ລົດຈະຫຼາຍກວ່າຄົນໂສດທີ່ຢູ່ຄົນດຽວ ເພາະມີພາລະທີ່ຕ້ອງເບິ່ງແຍງເພີ່ມຂຶ້ນທັງຄູ່ຊີວິດ ແລະ ລູກໆ ແຕ່ຖ້າມີລົດຈະຊ່ວຍອໍານວຍຄວາມສະດວກໃຫ້ເຮົາໄດ້ຫຼາຍກວ່າເຊັ່ນ: ສາມາດຂັບລົດໄປສົ່ງລູກທີ່ໂຮງຮຽນ, ສົ່ງພັນລະຍາໄປເຮັດວຽກ ຫຼື ຂັບລົດໄປທ່ຽວກັນໄດ້ທັງຄອບຄົວ. ສ່ວນຄົນໂສດຖືວ່າບໍ່ໄດ້ມີພາລະທີ່ຕ້ອງເບິ່ງແຍງຫຼາຍສາມາດໄປໃສມາໃສໄດ້ຄົນດຽວໄດ້ໂດຍໃຊ້ລົດໂດຍສານສາທາລະນະຕ່າງໆໄດ້ຢ່າງສະດວກ ຄວາມຈໍາເປັນໃນການຊື້ລົດຈຶ່ງໜ້ອຍລົງກວ່າຄົນທີ່ມີຄອບຄົວ ດັ່ງນັ້ນແລ້ວລົດທີ່ຊື້ມາອາດບໍ່ກຸ້ມຄ່າກໍໄດ້. 3. ບ່ອນເຮັດວຽກຢູ່ສະຖານທີ່ ທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຫຼື ບໍ່: ຖ້າບ່ອນເຮັດວຽກຂອງເຮົາຢູ່ໃນເຂດທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຄວາມຈໍາເປັນໃນການຊື້ລົດກໍຈະໜ້ອຍລົງ ເພາະເຮົາສາມາດໄປເຮັດວຽກດ້ວຍລົດໂດຍສານສາທາລະນະໄດ້, ສາມາດໄປເຖິງຈຸດໝາຍໄດ້ໄວ ແລະ ຄ່າເດີນທາງຍັງບໍ່ແພງອີກ ແຕ່ຖ້າບ່ອນເຮັດວຽກໃຜທີ່ຢູ່ໄກ ຫຼື ຕ້ອງໄປເຮັດວຽກຕ່າງແຂວງທີ່ລະບົບຂົນສົ່ງມວນຊົນຍັງບໍ່ເຂົ້າເຖິງກໍອາດຈໍາເປັນຕ້ອງຊື້ລົດເພື່ອຄວາມສະດວກ ແລະ ປອດໄພໃນການເດີນທາງໄກ. 4. ອາຊີບທີ່ເຮັດຈໍາເປັນຕ້ອງໃຊ້ລົດ ຫຼື ບໍ່: ຖ້າອາຊີບທີ່ເຮັດຢູ່ປັດຈຸບັນຈໍາເປັນຕ້ອງໄປຫາລູກຄ້າ ຫຼື ຕິດຕໍ່ກັບຜູ້ຄົນຢູ່ນອກສະຖານທີ່ເຊັ່ນ: ...

Read More »

ລັດຖະບານ ຮຽກຮ້ອງໃຫ້ບໍລິສັດຊື້-ຂາຍລົດ ຕິດລາຄາ ແລະ ຊຳລະເປັນເງິນກີບເທົ່ານັ້ນ.

ຕະຫຼາດພາຫະນະບ້ານເຮົາຍອດຈຳໜ່າຍແມ່ນຂະຫຍາຍຕົວຢ່າງຕໍ່ເນື່ອງແຕ່ສ່ວນຫຼາຍຍັງນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຕິດປະກາດລາຄາ ແລະຊຳລະສະສາງ ຊຶ່ງເປັນການກະທຳທີ່ຂັດກັບລະບຽບກົດໝາຍ ທັງເປັນຫຼຸດຄຸນຄ່າເງິນກີບລາວລົງ. ແນວໃດກໍດີຈາກສະພາບບັນຫາຄືດັ່ງກ່າວ ໃນປີນີ້ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຊຸກຍູ້ສົ່ງເສີມພາກລັດ ແລະພາກທຸລະກິດເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ ຮັບຊຳລະເປັນເງິນກີບ ໂດຍຜ່ານລະບົບທະນາຄານຫຼາຍຂຶ້ນ. ຢ່າງໃດກໍຕາມ ຈາກສະພາບສັງຄົມ ທີ່ມີຄວາມເຄີຍຊິນກັບການນຳໃຊ້ເງິນຕາຕ່າງປະເທດບວກກັບສະຕິເຄົາລົບ ກົດໝາຍຍັງບໍ່ສູງຕະຫຼອດຮອດການຄຸ້ມຄອງຕາມລະບຽບກົດໝາຍຍັງບໍ່ທັນເຂັ້ມງວດ ຈິ່ງເຮັດໃຫ້ປັດຈຸບັນໃນສັງຄົມຍັງມີການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະສະສາງຢ່າງກວ້າງຂວາງຂະນະດຽວກັນນັ້ນບາງຫົວໜ່ວຍທຸລະກິດທີ່ມີມູນຄ່າສູງໂດຍສະເພາະຮ້ານຊື້-ຂາຍລົດ ແມ່ນຍັງມີການຮ້ອງປະກາດລາຄາ ແລະ ຊຳລະເປັນເງິນຕາຕ່າງປະເທດ ແຕ່ຖ້າຊຳລະເປັນເງິນກີບຜູ້ຂາຍກໍກຳນົດໃນອັດຕາແລກປ່ຽນສູງ ຊຶ່ງຖືເປັນການເອົາປຽບຜູ້ຊື້ຢ່າງຫຼີກລຽງບໍ່ໄດ້.   ສະນັ້ນ, ທາງ ທຫລ ຈະກຳນົດລະບຽບການເຄື່ອນຍ້າຍເງິນສົດ ພ້ອມທັງສືບຕໍ່ຊຸກຍູ້ ສົ່ງເສີມພາກລັດ ແລະພາກທຸລະກິດມູນຄ່າສູງເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ຮັບ ແລະ ຊຳລະເປັນເງິນກີບ ໂດຍ ຜ່ານລະບົບທະນາຄານ ຊຶ່ງຈະມີການປັບປຸງການຊຳລະຮ່ວມກັນຂອງບັນດາທະນາຄານທຸລະກິດໃຫ້ກວ້າງຂວາງຜ່ານຕູ້ເອທີເອັມ ແລະສ້າງຜະລິດຕະພັນໃໝ່ໆ ເພື່ອສ້າງແຮງຈູງໃຈໃຫ້ມີການຊຳລະຜ່ານລະບົບທະນາຄານຫຼາຍຂຶ້ນ.ແຕ່ທັງນີ້ທັງນັ້ນ ພໍ່ແມ່ປະຊາຊົນ ລວມທັງຜູ້ປະກອບການເອງກໍດີຈົ່ງໄດ້ມີສະຕິຄວາມເປັນເຈົ້າສູງຕໍ່ການນຳໃຊ້ເງິນກີບ ເພື່ອເປັນສ່ວນໜຶ່ງໃນການສ້າງຄຸນຄ່າໃຫ້ກັບເງິນກີບລາວໄດ້ທຽບເທົ່າກັບເງິນຕາຕ່າງປະເທດ. ປັດຈຸບັນ ທຫລ ໄດ້ມີມາດຕະການຄຸ້ມຄອງ ໂດຍສະເພາະແມ່ນກຳນົດວົງເງິນທີ່ຈຳກັດໃນການແລກປ່ຽນເອົາເງິນຕາຕ່າງປະເທດຢູ່ບັນດາທະນາຄານ ແຕ່ບັນດາຮ້ານແລກປ່ຽນທົ່ວໄປຍັງເຫັນວ່າເປີດແລກປ່ຽນແບບເສລີຢູ່ໂດຍໃນອັດຕາທີ່ຂ້ອນຂ້າງສູງສົມຄວນຖ້າທຽບໃສ່ອັດຕາອ້າງອີງຂອງ ທຫລ ໃນແຕ່ລະວັນບັນຫານີ້ທະນາຄານແຫ່ງ ສປປ ລາວ ກໍຄວນເບິ່ງຕື່ມ. ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບປີ 2014 ມາດຕາ 49 ກ່ຽວກັບມາດຕະການປັບໃໝ ໄດ້ລະບຸໄວ້ວ່າ ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດ ແລະການຈັດຕັ້ງທີ່ຕິດປະກາດ ຫຼື ໂຄສະນາລາຄາ ...

Read More »

ຖ້າຢາກເປັນຄົນຮັ່ງຈົ່ງເຝິກນິດໄສຕາມນີ້

ຫາເງິນແບບຄົນຮັ່ງ,ຈ່າຍແບບຄົນທຸກ. ຫັດເຝິກນິດໄສໃຫ້ເປັນຄົນຫາເງິນເກັ່ງ ຫາເງິນຈາກຫຼາຍຊ່ອງທາງ ເພື່ອເພີ່ມລາຍໄດ້ ດ້ວຍການການຊອກຮູ້ວິທີທີ່ຄົນຮັ່ງຫາເງິນ ແລະ ທີ່ສໍາຄັນຕ້ອງມີນິດໄສໃຫ້ເປັນຄົນປະຢັດ ຮູ້ຄຸນຄ່າຂອງເງິນທີ່ຫາມາໄດ້ ທຸກກີບ, ທຸກອັດ ໃຊ້ຈ່າຍແບບພໍພຽງ, ຄ່າໃຊ້ຈ່າຍສ່ວນໃດທີ່ບໍ່ຈໍາເປັນກໍຈົ່ງຫຼຸດລົງ. ທ້ອນກ່ອນຈ່າຍ ຖ້າໄດ້ເງິນແລ້ວຈ່າຍທັນທີ ຮັບຮອງບໍ່ມີເງິນທ້ອນສະສົມ ລອງໃຊ້ວິທີນີ້: ເມື່ອເຮົາມີລາຍໄດ້ເຂົ້າມາຈົ່ງເກັບໄວ້ກ່ອນ ຢ່າຟ້າວໃຊ້ຈ່າຍທັນທີ ຊຶ່ງທ່ານສາມາດນໍາເງິນແບ່ງເປັນສ່ວນ ບ້ວງໃດເກັບໄວ້, ບ້ວງໃດຫັກເປັນຄ່າໃຊ້ຈ່າຍປະຈໍາວັນ ຫຼື ເຫຼືອນັ້ນທ່ານກໍສາມາດນໍາເອົາຝາກນໍາກອງທຶນບ້ານ ຫຼື ຝາກແບບປະຈໍາຢູ່ນໍາທະນາຄານກໍໄດ້. ຈົ່ງຄວບຄຸມຄວາມຕ້ອງການ ຄວນຮູ້ຈັກຄວບຄຸມຄວາມຕ້ອງການຂອງຕົວເອງ ໂດຍສະເພາະສິ່ງຂອງລາຄາແພງ ເຊັ່ນ: ໂທລະສັບ, ລົດ, ໄປທ່ອງທ່ຽວຕະຫຼອດ…ເຫັນຫຍັງຜ່ານໜ້າບໍ່ໄດ້ ຕ້ອງໄດ້ຊື້ໝົດ ໂດຍໃນມື້ໜຶ່ງຄົນເຮົາມີຄວາມຄິດຕ້ອງການຫຼາຍສິ່ງຫຼາຍຢ່າງ ຖ້າຫາກເຮົາຈະໄປຕາມໃຈຕົນເອງຫຼາຍ ມັນກໍເຮັດໃຫ້ເຮົາສູນເສຍລາຍຮັບໄປ ທີ່ສໍາຄັນບໍ່ຄວນເອົາເງິນສົດຕິດຕົວຫຼາຍເກີນໄປ ດັ່ງທີີ່ເພິ່ນວ່າ: “ວັດຖຸເກີດກ່ອນຈິດໃຈ”. ຕັ້ງເປົ້າໝາຍທາງການເງິນ ຈົ່ງສຶກສາຫາຄວາມຮູ້ທາງດ້ານການເງິນຈາກຄົນທີ່ປະສົບຄວາມສໍາເລັດ ແລະ ຕັ້ງເປົ້າໝາຍກໍານົດວົງເງິນໃນແຕ່ລະປີ ເຊັ່ນ: ມູນຄ່າຊັບສິນທີ່ມີເທົ່າໃດ, ມີການເພີ່ມຂຶ້ນເທົ່າໃດ ຫຼື ຄົນທີ່ມີທຸລະກິດເປັນຂອງຕົວເອງກໍຈົດບັນທຶກມູນຄ່າການລົງທຶນ, ໄດ້ກໍາໄລປີນີ້ເທົ່າໃດ ຈາກການລົງທຶນທີ່ຜ່ານ.

Read More »