ຈາກກໍລະນີ ມີຜູ້ໃຊ້ເຟສບຸກ ຊື່ Plily Phommavixay Sourivong ໄດ້ ແຊຣ໌ປະສົບການ ແລະ ເລົ່າເຫດການເຕືອນທຸກໆຄົນທີ່ຈະໄປໃຊ້ບໍລິການກັບທະນາຄານທຸກຄັ້ງ ບໍ່ວ່າຈະເປັນໂອນເງິນ, ປ່ຽນເງິນ ໃຫ້ກວດສອບເງິນຕົນເອງທຸກຄັ້ງກ່ອນອອກຈາກທະນາຄານ ໂດຍສະເພາະແມ່ນເງິນຕາຕ່າງປະເທດວ່າມີຕຳນິ. ບໍ່ສະນັ້ນຈະບໍ່ໂຊກດີ ແລະ ອາດເຮັດໃຫ້ເສຍເງິນ, ເສຍເວລາ ແລະ ເສຍອາລົມຄືກັບລາວ, ເຫດການນີ້, ຍັງເປັນສຽງພິພາກວິຈານຕ່າງໆນາໆ ເພາະມີຫຼາຍໆຄົນຖືກກັບຕົນເອງມາແລ້ວ ແຕ່ກໍຍັງບໍ່ເຂົ້າໃຈກັບ ລະບຽບຂອງທະນາຄານ ດັ່ງນັ້ນ, ທາງທະນາຄານ ຫຼື ພາກສ່ວນກ່ຽວຂ້ອງ ຄວນອອກມາຊີ້ແຈງ ແລະ ອະທີບາຍກ່ຽວກັບເລື່ອງນີ້ເພື່ອໃຫ້ສັງຄົມໄດ້ເຂົ້າໃຈຖືກ ແລະ ບໍ່ເຂົ້າໃຈຜິດໄປຕ່າງໆນາໆ ເຖິງການແລກປ່ຽນເງິນຕາ ແລະ ເງິນທີ່່ມີກາຈໍ້າ ແຕ່ທະນາຄານບໍ່ຮັບຄືນ ແລະ ວ່າໃຊ້ບໍ່ໄດ້. ເນື້ອໃນມີຢູ່ວ່າ: ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ ຖອນເງີນໂດລາຢູ່ຕາມທະນາຄານຕ່າງໆ ກະໃນນາມປະຊາຊົນຄົນທຳມະດາຄົນຫນື່ງທີ່ເປັນພົນລະເມືອງລາວເນາະມີເລື່ອງມາເລົ່າ ຕອນເລົ່າກະໃຈເຢັນລົງແດ່ແລ້ວ ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 20/11/2018 ໄດ້ໄປຖອນເງີນນຳທະນາຄານຊື່ດັງໆໆຂອງລາວສາຂາໄຊເສດຖາຈຳນວນນື່ງ ເພື່ອໄປສຳລະວຽກ, ຕໍ່ມາມື້ນີ້ວັນທີ່21/11/2018 ໄດ້ໄປສຳລະເງີນແຕ່ບ່ອນນັ້ນເພີ່ນບໍ່ຮັບເພາະເງີນມີຕຳນິກາຈຳ້ຄືດັງໃນພາບ ເພີ່ນແນະນຳໃຫ້ຂ້ອຍກັບໄປປ່ຽນຄືນບ່ອນທີ່ຖອນມາ ຂ້ອຍກະໄດ້ກັບໄປແລະກໍ່ສອບຖາມນຳຄົນທີ່ເອົາເງີນຖອນໃຫ້ວານນີ້ ຂ້ອຍ: ມາຖອນເງີນນຳເຈົ້າວານນີ້ລະມີ4ໃບໃຊ້ບໍ່ໄດ້ ສາວທະນາຄານ: ຈື່ເຈົ້າໄດ້ແຕ່ຂ້ອຍບໍ່ໄດ້ເອົາໃບແບບນີ້ໃຫ້ ເພາະທາງເຮົາໄດ້ໃຈ້ແຍກອອກຫມົດແລ້ວຈະບໍ່ເອົາອອກໃຫ້ລູກຄ້າເດັດຂາດ ( ຫົວມືງຫັ້ນລະເອົາໃຫ້ກູ ...
Read More »News
ຍິ່ງຮູ້ກ່ອນໄວເທົ່າໃດ ຍິ່ງໄດ້ປຽບຄູ່ແຂ່ງໃນຕະຫຼາດ Online ຫຼາຍເທົ່ານັ້ນ…
ຮູ້ກ່ອນໄດ້ປຽບ Trend Social 2019 ຕ້ອງຍອມຮັບເລີຍວ່າທຸກມື້ນີ້ ໂລກຂອງເຮົາໝູນໄວຂຶ້ນທຸກມື້ ແຕ່ລະມື້ມີການປ່ຽນແປງເກີດຂຶ້ນທຸກໆຊົ່ວໂມງ! ມະນຸດຄືເຮົາຕ້ອງຮຽນຮູ້ ແລະ ນໍາໂລກໃຫ້ທັນ… ໃນວົງການຂອງທຸລະກິດ ນອກຈາກຈະຕ້ອງນໍາໂລກໃຫ້ທັນ ສິ່ງທີ່ຜູ້ປະກອບການຍຸກໃໝ່ຍັງຕ້ອງນໍາໃຫ້ທັນອີກນັ້ນກໍຄື: ເທຣນຂອງ Social Media ເພາະຍິ່ງຮູ້ກ່ອນໄວເທົ່າໃດ ຍິ່ງເຮັດໃຫ້ໄດ້ປຽບຄູ່ແຂ່ງໃນຕະຫຼາດ ເທິງໂລກອອນລາຍຫຼາຍເທົ່ານັ້ນ! ແລະຖ້າເວົ້າເຖິງເທຣນ Social ແລ້ວ ຜູ້ຂຽນຢາກຈະແນະນໍາໃຫ້ຮູ້ຈັກກັບ 3 ສິ່ງ ທີ່ເຊື່ອວ່າຈະເປັນ Trend Social ໃນປີ 2019… ມາເບິ່ງວ່າມີຫຍັງແດ່? ຜູ້ປະກອບການຍິນດີຈ່າຍຄ່າໂຄສະນາໃນ Social ຫຼາຍຂຶ້ນ ເພາະພະລັງຂອງ Social ເຮັດໃຫ້ສິນຄ້າເປັນທີ່ຮູ້ຈັກ ແລະ ຊ່ວຍເພີ່ມ Click-Rate ແລະ ຊ່ອງທາງຫຼັກທີ່ສິນຄ້າມັກໂພສ VDO ໂຄສະນາຈະບໍ່ແມ່ນພຽງ Youtube, Facebook ຫຼື Instagrame ເພາະ Youtube ໃຫ້ສ່ວນແບ່ງລາຍໄດ້ໜ້ອຍລົງ ຈຶ່ງຕ້ອງຊອກຊ່ອງທາງອື່ນໃຫ້ຫຼາຍຂຶ້ນ. ການເຮັດ Campaign ການຕະຫຼາດເທິງ Social ຮ່ວມກັບ Influencers ຍັງຄົງເປັນທີ່ນິຍົມ ແລະ ...
Read More »ຜູ້ນຳພັກ-ລັດ ຮ່ວມໃສ່ບາດຖະຫວາຍສັງຄະທານ ໃນງານບຸນນະມັດສະການພຣະທາດຫຼວງ
ຕອນເຊົ້າວັນທີ 22 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ, ເດືອນ 12 (ລາວ) ພສ 2561 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍ ບັນດາການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ກໍຄື ມວນຊົນຊາວນະຄອນຫຼວງວຽງຈັນ, ຕ່າງກໍໄດ້ເຂົ້າຮ່ວມ ທຳບຸນໃສ່ບາດຖວາຍສັງຄະທານ ແດ່ພະພິຂຸສົງສຳມະເນນ ຫຼາຍກວ່າພັນອົງ. ບຸນນະມັດສະການ ພຣະທາດຫຼວງ ຖືເປັນປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າທີ່ສືບທອດ ແລະ ປະຕິບັດກັນ ມາແຕ່ບູຮານນະການ, ນັບວ່າເປັນບຸນປາງໃຫຍ່ ອີກບຸນໜຶ່ງຂອງຊາວລາວເຮົາ ທີ່ໄດ້ຈັດຂຶ້ນເປັນປະຈຳທຸກໆປີ. ຄຣິບວີດີໂອພາບມູມສູງ https://www.facebook.com/421087478095038/videos/909091479481046/ ຂໍ້ມູນຈາກ: ຂປລ.
Read More »ຕົວເລກປະຊາກອນ 195 ປະເທດທົ່ວໂລກ ປີ 2018
ຕິດອັນດັບ1 ແມ່ນປະເທດ ສ.ປ ຈີນ ມີພົນລະເມືອງທັງໝົດ 1.394.260.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 18,6% ຂອງປະຊາກອນໂລກ. ອັນດັບ 2 ແມ່ນປະເທດ ສ ອິນເດຍ ມີພົນລະເມືອງທັງໝົດ 1.337.420.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 17,8 %. ອັນດັບ 3 ປະເທດສະຫະລັດອາເມຣິກາ ມີພົນລະເມືອງທັງໝົດ 327.890.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 4,37%. ອັນດັບ 4 ປະເທດອິນໂດເນເຊຍ ພົນລະເມືອງທັງໝົດ 265.015.300 ຄົນ ສະຖິຕິວັນທີ 1 ກໍລະກົດ 2018 ກວມ 3,53%. ອັນດັບ 5 ປະເທດປາກີສະຖານ ມີພົນລະເມືອງທັງໝົດ 213.039.000 ຄົນ ສະຖິຕິວັນທີ 25 ...
Read More »ສສຊ ສຸມໃສ່ປະກອບຄຳເຫັນ ແລະ ສະເໜີໃຫ້ຮີບຮ້ອນກວດກາຄືນ ເຂື່ອນໄຟຟ້າ.
ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດເທື່ອທີ VIII ໃນວັນທີ 21 ພະຈິກ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ການປະກອບຄຳຄິດ ຄຳເຫັນໃສ່ ບັນດາບົດລາຍງານຂອງລັດຖະບານ, ເຊິ່ງປະກອບມີ ການຈັດຕັ້ງປະຕິບັດວຽກງານ ພົ້ນເດັ່ນ ປະຈຳປີ 2018, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ລວມທັງ ບົດລາຍງານອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດກາ ລັດຖະບານ. ພ້ອມກັນນີ້ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ຮີບຮ້ອນກວດກາຄືນບັນດາໂຄງການເຂື່ອນໄຟຟ້າທີ່ສ້າງສຳເລັດ ແລະ ດໍາເນີນການຜະລິດໄຟຟ້າແລ້ວ ແນໃສ່ຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມປອດໄພ. ການປະກອບຄຳຄິດເຫັນຂອງບັນດາ ສສຊ ຫຼາຍເຂດເລືອກຕັ້ງ ໄດ້ເປັນເອກະພາບສະເໜີໃຫ້ປະເມີນຄືນກ່ຽວກັບຜົນກະທົບຂອງການສ້າງເຂື່ອນໄຟຟ້າ ແລະ ສະເໜີໃຫ້ມີການສົ່ງເສີມວິຊາຊີບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນໃນແຕ່ລະແຫ່ງ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເທື່ອລະກ້າວ. ຂໍ້ມູນຈາກ: ຂປລ.
Read More »ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ
ນັບແຕ່ສະໄໝບູຮານນະການສືບທອດກັນມາ ພໍເຖິງເດືອນສິບສອງ (ຕາມປະຕິທິນລາວ) ຊຶ່ງແມ່ນໄລຍະເຂົ້າໃໝ່ປາມັນ ເປັນເວລາທີ່ປະຊາຊົນບັນດາເຜົ່າໄດ້ເກັບກ່ຽວຜົນຜະລິດຂອງຕົນເປັນທີ່ຮຽບຮ້ອຍແລ້ວ ກໍແມ່ນໄລຍະທີ່ເໝາະສົມສຳລັບການກະກຽມເພື່ອເຮັດບຸນນະມັດສະການພະທາດຫຼວງ ຊາວລາວຈາກທົ່ວສາລະທິດກໍຈະໄດ້ຫ້າງຫາສຳພາລະຕ່າງໆເພື່ອເດີນທາງໄປຮ່ວມນະມັດສະການ ແລະ ສະເຫຼີມສະຫຼອງບຸນປາງໃຫຍ່ຂອງຊາດ. ແຕ່ຄິດວ່າມີຫຼາຍທ່ານຍັງບໍ່ທັນຮູ້ເຖິງປະຫວັດຄວາມເປັນມາຂອງ ພຣະທາດຫຼວງ ດັ່ງນັ້ນ ໃນໂອກາດສະເຫຼີມສະຫຼອງບຸນທາດຫຼວງ ປີ 2019 ນີ້ ທາງ Target ຂໍນໍາເອົາປະຫວັດຂອງພຣະທາດຫຼວງມາເລົ່າສູ່ຟັງ, “ພຣະທາດຫຼວງ” ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝ ພຣະເຈົ້າໄຊຍະເຊດຖາທິຣາດ ນັ້ນຊື່ວ່າ: “ພຣະເຈດີໂລກະຈຸນລະມະນີ” ອັນເປັນປູຊະນິຍະສະຖານ ທີ່ສໍາຄັນຂອງຊາວລາວ. ພຣະທາດຫຼວງ ເປັ່ງແສງປະກາຍສີຄໍາອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດເຈດີໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ. ພຣະທາດຫຼວງ ຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີ ປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເຊດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເຊດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດ ທາງດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີ ...
Read More »ຫວຽດນາມ ສັ່ງໂຈະການນຳເຂົ້າໄມ້ຈາກ ສປປ ລາວ
ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມອອກໜັງສືວຽນ ສັ່ງໂຈະຊົ່ວຄາວການນຳເຂົ້າໄມ້ທ່ອນ ແລະ ໄມ້ສຳເລັດຮູບຈາກປ່າທຳມະຊາດ ຈາກ ສປປ.ລາວ ແລະ ກຳປູເຈຍ ເພື່ອຈຸດປະສົງ ສົ່ງອອກໄປປະເທດທີສາມ. ຂໍ້ຫ້າມດັ່ງກ່າວແມ່ນໃຊ້ສະເພາະກັບໄມ້ ທ່ອນ ແລະ ໄມ້ແປຮູບ ລະຫັດ HS 44.03 ແລະ 44.07 ຕາມກົດໝາຍຂອງຫວຽດນາມ ເຊິ່ງຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2023. ທີ່ມາ: ຂ່າວສານປະເທດລາວ.
Read More »ເຜີຍແຜ່ດຳລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.
ແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍດຳລັດ 348 ຂອງລັດຖະບານວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນຕອນເຊົ້າວັນທີ 20 ພະຈິກ 2018 ຢູ່ທີ່ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຈຳປສັກ,ມີການນຳພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງຕ່າງໆ,ວິຊາການຫ້ອງການ,ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ໄດ້ເປັນກຽດກ່າວໄຂກອງປະຊຸມ ແລະ ເຜີຍແຜ່ດຳລັດເລກທີ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຊຶ່ງບາງຕອນທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນເນື່ອງຈາກແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈແກ່ພະນັກງານການນຳ ແລະ ວິຊາການທີ່ເຮັດວຽກພັດທະນາຊົນນະບົດທົ່ວແຂວງ ໃນການຈັດຕັ້ງປະຕິບັດປະເມີນຄອບຄົວທຸກຍາກ ແລະ ຄອບຄົວພົ້ນທຸກຢູ່ແຂວງຈຳປາສັກ ຊຶ່ງພາຍຫຼັງເຊື່ອມຊຶມແລ້ວຈະໄດ້ພ້ອມກັນລົງໄປຈັດຕັ້ງປະຕິບັດຕົວຈິງ ຢູ່ທີ່ບ້ານໂພນທອງ ເມືອງໂພນທອງ ເປັນບ້ານ ແລະ ເມືອງທຳອິດຂອງແຂວງ ເພື່ອຖອດຖອນບົດຮຽນນຳໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ ຢູ່ບ້ານອື່ນໆ ໃນທົ່ວແຂວງໃນຕໍ່ໜ້າ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຟັງບົດແນະນຳມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ທີ່ສະເເໜີໂດຍ ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງ,ຮຽນຮູ້ປື້ມຄູ່ມືການນຳໃຊ້ແບບຟອມເກັບກຳຂໍ້ມູນລາຍຮັບຂອງແຕ່ລະຄອບຄົວ,ການປ້ອນຂໍ້ມູນ,ການນຳໃຊ້ ລະບົບໄອທີເຂົ້າໃນການວິເຄາະຂໍ້ມູນ ແລະ ຮັກສາຂໍ້ມູສະຖີຕິ. ...
Read More »ເດືອນທັນວາ ລັດຖະບານວາງ 10 ວຽກງານຈຸດສຸມ
ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກຈະສຸມໃສ່ພິຈະລະນາ ແລະ ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນແລ້ວ ກອງປະຊຸມຍັງໄດ້ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນ ທັນວາ 2018 ດັ່ງນີ້: 1.ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາຊະຍາກຳ, ຄ້າມະນຸດ, ການຂີ້ລັກງັດແງະ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການໃຊ້ສື່ອອນໄລ໌ ເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆ. 2.ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງກ່ຽວກັບຄວາມສ່ຽງ ...
Read More »ການນໍາ ຢ້ຽມຊົມງານບຸນທາດຫຼວງ ແລະ ຮ້ານວາງສະແດງສິນຄ້າ
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍອະດີດການນໍາພັກ-ລັດຂັ້ນສູງ ໄດ້ໃຫ້ກຽດຢ້ຽມຢາມ ແລະ ທ່ຽວຊົມງານບຸນມະນັດສະການພຣະທາດຫຼວງ ແລະ ວາງສະແດງສິນຄ້າ ປະຈຳປີ 2018 ເພື່ອຊຸກຍູ້ ແລະ ໃຫ້ກໍາລັງໃຈແກ່ຫົວໜ່ວຍທຸລະກິດ ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ. ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບພາບ
Read More »
Target Magazine
