ການເຮັດວຽກໃນຂົງເຂດການເງິນ ພາສີອາກອນແມ່ນເປັນຄວາມຄາດຫວັງຂອງໃຜຫຼາຍຄົນ ແຕ່ໃນເວລາດຽວກັນກໍເປັນທີ່ຕິດຕາມຂອງສາຍຕາມະຫາຊົນ ເບິ່ງຄວາມຮັ່ງມີຜິດປົກກະຕິ ຈິ່ງມີຄຳຖາມຕາມມາຈາກບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນວ່າ ກະຊວງການເງິນຈະມີວິທີການ, ນະໂຍບາຍ ແລະມາດຕະການໃນການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານການເງິນແນວໃດ? ຕໍ່ຄຳຖາມດັ່ງກ່າວໃນວັນທີ 27 ພະຈິກ 2018 ນີ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ຊີ້ແຈງວ່າ: ກະຊວງການເງິນໄດ້ເອົາໃຈໃສ່ໃນການຄຸ້ມຄອງພະນັກງານລັດຖະກອນໃນຂະແໜງການເງິນດ້ວຍການ ປະຕິບັດລະບຽບກົດໝາຍ ແລະລົງວິໄນຕາມຄວາມເປັນຈິງ ໂດຍປະຈຸບັນໄດ້ຄົ້ນຄວ້ານິຕິກຳຈຳນວນໜຶ່ງເຊັ່ນ: ອອກຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະວິໄນຂອງພະນັກງານ-ລັດຖະກອນຂະແໜງການເງິນ, ອອກຂໍ້ຕົກລົງວ່າດ້ວຍການຫັນເອົາວຽກງານພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງຊາດຂຶ້ນກັບກະຊວງການເງິນໂດຍກົງ. ໄດ້ສະຫຼຸບຕີລາຄາຄືນການຫັນ 3 ສາຍຕັ້ງຂອງຂະແໜງການເງິນ ພາສີ, ສ່ວຍສາອາກອນ ແລະຄັງເງິນແຫ່ງຊາດຂຶ້ນກັບສາຍຕັ້ງກະຊວງການເງິນໂດຍກົງນັບແຕ່ປີ 2009ເຖິງປີ 2018 ແລະໄດ້ອອກຄຳແນະນຳກ່ຽວກັບການຮັບເອົາພະນັກງານຕາມສັນຍາ ແລະພະນັກງານອາສາສະໝັກເຂົ້າເຮັດວຽກໃນຂະແໜງການເງິນ. ປະຈຸບັນກຳລັງຮ່າງຂໍ້ຕົກລົງແບ່ງຂັ້ນຄຸ້ມຄອງລະຫວ່າງພະນັກງານ-ລັດຖະກອນຂະແໜງການເງິນລະຫວ່າງສູນກາງກັບທ້ອງຖິ່ນ. ນອກຈາກການກະກຽມບັນດານິຕິກຳເພື່ອເປັນເຄື່ອງມືໃນການຄວບຄຸມການເຄື່ອນໄຫວຂອງພະນັກງານລັດຖະກອນແລ້ວນັບແຕ່ປິ 2016-2018 ຂະແໜງການເງິນໄດ້ຈິງຈັງປະຕິບັດມາດຕະການຕໍ່ພະນັກງານ-ລັດຖະກອນຢູ່ຂັ້ນກະຊວງທີ່ເຮັດຜິດລະບຽບດ້ວຍການລົງວິໄນໃນຮູບແບບຕ່າງໆໄດ້ຈຳນວນ 15 ຄົນ, ຍິງ 5 ຄົນ. ຢູ່ຂັ້ນທ້ອງຖິ່ນ 30 ຄົນ, ຍິງ 6 ຄົນ ນອກນັ້ນຍັງມີພະນັກງານຈຳນວນໜຶ່ງທາງຄະນະສະເພາະກິດ ອົງການກວດກາລັດຖະບານໄດ້ດຳເນີນການສືບສວນ-ສອບສວນໃນຖານສໍ້ລາດບັງຫຼວງຈຳນວນ 8 ຄົນ, ຍິງ 2 ຄົນ. ບໍ່ພຽງເທົ່ານັ້ນໃນອະນາຄົດຕໍ່ຈາກນີ້ສະແໜງການເງິນຈະເພີ່ມທະວີມາດຕະການໃນການກວດກາຕິດຕາມພະນັກງານ-ລັດຖະກອນຢ່າງເປັນປົກກະຕິ ແລະເຂັ້ມງວດກວ່າເກົ່າ, ...
Read More »News
ສູນພັດທະນາ ແລະ ເຝິກອົບຮົມ ດ້ານຊອບແວລາວ-ອິນເດຍ
ພິທີມອບ-ຮັບສູນພັດທະນາ ແລະ ເຝິກອົບຮົມ ດ້ານຊອບແວລາວ-ອິນເດຍ ຈັດຂຶ້ນໃນຕອນບ່າຍວັນທີ 26 ພະຈິກ ປີ 2018 ທີ່ ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ). ສູນດັ່ງກ່າວ ແມ່ນການຮ່ວມມືກັນລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ກະຊວງ ປທສ ແລະ ສູນ C-DAC ແຫ່ງປະເທດອິນເດຍ. ສູນດັ່ງກ່າວມີເປົ້າໝາຍໃນການສ້າງ ແລະ ພັດທະນາບຸກຄະລາກອນ ທີ່ມີຄວາມສາມາດໃນການພັດທະນາຊອບແວ ລະດັບສູງເພື່ອສາມາດຕອບສະໜອງຄວາມຕ້ອງການຕົວຈິງປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ ສັງຄົມຢ່າງຮອບດ້ານໄປຕາມຍຸກສະໄໝທີ່ມີຄວາມຮຽກຮ້ອງຕ້ອງການສູງ. ສູນພັດທະນາ ແລະ ເຝິກອົບຮົມຊອບແວລາວ-ອິນເດຍມີຫ້ອງ ແລະ ອຸປະກອນປະກອບດ້ວຍ: ຫ້ອງແລັບສຳລັບການຝຶກອົບຮົມ 2 ຫ້ອງ ເຊິ່ງປະກອບມີຄອມພິວເຕີ 60 ໜ່ວຍ, ຫ້ອງຮຽນບັນລະຍາຍ 1 ຫ້ອງ, ຫ້ອງບໍລິຫານ 4 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ ແລະ ຫ້ອງເຊີເວີ (server) 1 ...
Read More »ກິດຈະກຳ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ເລີ່ມຂຶ້ນແລ້ວ.
ໃນຕອນເຊົ້າຂອງມື້ນີ້ ວັນທີ 28 ພະຈິກ 2018 ໄດ້ເປີດງານບຸນປະເພນີຊົນເຜົ່າ ແລະ ງານຕະຫຼາດນັດທີ່ໜອງຜາທ້າວ ເມືອງວຽງໄຊປະຈໍາປີ 2018.ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຄົບຮອບ 50 ປີ. ໃນຕອນເຊົ້າຂອງມື້ດຽວກັນນີ້ ກໍໄດ້ເປີດຂະບວນຄາລະວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫຼວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານຫຼາຍກວ່າ 500 ທ່ານ.
Read More »ການເຝິກຊ້ອມພິທີເປີດງານ ຄົບຮອບ 50 ປີ ສ້າງຕັ້ງເມືອງວຽງໄຊ
ມາຮອດປັດຈຸບັນ ການເຝິກຊ້ອມພິທີເປີດງານແມ່ນໄດ້ສໍາເລັດເກືອບ 100% ແລ້ວ ເຊິ່ງມື້ນີ້ພວກເຮົາມີ ຄຣິບການຊ້ອມໃຫຍ່ມາໃຫ້ຊົມກັນ ວ່າເພິ່ນຈັດຍິ່ງໃຫຍ່ຂະໜາດໃດ ງານນີ້ບອກເລີຍວ່າ ຍິ່ງໃຫຍ່ ອີ່ຫຼີ https://www.facebook.com/phonevanh.sommany.5/videos/449542845575607/ https://www.facebook.com/phonevanh.sommany.5/videos/449542872242271/ https://www.facebook.com/inthira.sisane/videos/2032247173535947/ ຂອບໃຈແຫຼ່ງຂໍ້ມູນ
Read More »ທ່ານ ທອງລຸນ ສີສຸລິດ ຂຶ້ນຊີ້ແຈງວຽກງານລັດຖະບານ
ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນພາກເຊົ້າຂອງວັນທີ 28 ພະຈິກ 2018 ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງກ່ຽວກັບວຍກງານຂອງລັດຖະບານ ຄຣິບຖ່າຍທອດສົດ https://www.facebook.com/laostartv.la/videos/197586121146851/
Read More »ນໍ້າຕົກຕາດເຍືອງ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ
ນໍ້າຕົກຕາດເຍືອງ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ ອີກແຫ່ງໜຶ່ງທີ່ນອນຢູ່ໃນລາຍການນໍາທ່ຽວຂອງແຂວງຈໍາປາສັກ, ຕັ້ງຢູ່ບ້ານຫຼັກ 40 ເມືອງປາກຊ່ອງ ຫ່າງຈາກເສັ້ນທາງເລກທີ 16 ປະມານ 800 ແມັດ, ເປັນແຫຼ່ງທ່ອງທ່ຽວທໍາມະຊາດສີຂຽວ, ສະອາດ, ສວຍງາມ ເຊິ່ງພັດທະນາຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ມີລາຍຮັບແກ່ຄອບຄົວ. ທ່ານ ນາງ ສອນທິດາ ອຸນາພົມ ຜູ້ສໍາປະທານພັດທະນານໍ້າຕົກຕາດເຍືອງ ໃຫ້ສໍາພາດໃນກາງເດືອນພະຈິກ 2018 ນີ້ວ່າ: ນໍ້າຕົກຕາດເຍືອງ ແຕ່ກ່ອນແມ່ນຊຸມຊົນເປັນຜູ້ພັດທະນາ ແຕ່ຍ້ອນທຶນຮອນບໍ່ພຽງພໍ, ປີ 2011-2012 ອໍານາດການປົກຄອງແຂວງຈິ່ງໄດ້ປຸກລະດົມຂົນຂວາຍໃຫ້ຂ້າພະເຈົ້າເຂົ້າມາມີສ່ວນຮ່ວມໃນການພັດທະນາ ໂດຍເສຍຄ່າຊົດເຊີຍໃຫ້ຜູ້ພັດທະນາມາກ່ອນ, ຕອນຂ້າພະເຈົ້າເຂົ້າມາສໍາປະທານ, ຢູ່ສະຖານທີ່ແຫ່ງນີ້ ມີແຕ່ສວນກາເຟ ບໍ່ມີສິ່ງປຸກສ້າງໃດໆ ຕໍ່ມາຂ້າພະເຈົ້າກໍໄດ້ເອົາໃຈໃສ່ປັບປຸງສ້ອມແປງທາງເຂົ້າໃຫ້ມີຄວາມສະດວກສະບາຍ, ເອົາໄຟຟ້າເຂົ້າ, ຈາກນັ້ນ ກໍ່ສ້າງຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ ເພື່ອບໍລິການແຂກຄົນທີ່ມາທ່ຽວຊົມ ເຊິ່ງປັດຈຸບັນນີ້ ເຄື່ອງທີ່ລະນຶກຕ່າງໆ ທີ່ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ຕາດເຍືອງ ສ່ວນໃຫຍ່ແມ່ນຜະລິດຕະພັນຂອງຄົນລາວເຮົາຜະລິດເອງ. ສໍາລັບການພັດທະນາ ແມ່ນເນັ້ນໜັກໃສ່ການອຸນະຮັກ ແລະ ປົກປັກຮັກສາສິ່ງແວດລ້ອມ, ໃຫ້ເປັນແຫຼ່ງທ່ອງທ່ຽວນໍ້າຕົກຕາດ ທີ່ມີທໍາມະຊາດສີຂຽວ, ສະອາດ, ບໍລິການດີ, ອາຫານປອດສານພິດ ໂດຍນໍາໃຊ້ວັດຖຸດິບ ແລະ ...
Read More »ວາງສິລາເລິກໂຄງການສ້າງຕາໜ່າງ ສະຖານີຕິດຕາມແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ
ພິທີວາງສິລາເລິກໂຄງການສ້າງຕາໜ່າງ ສະຖານີຕິດຕາມແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ ຈັດຂຶ້ນໃນວັນທີ 27 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ. ເປັນອີກໜຶ່ງໂຄງການ ທີ່ລັດຖະບານ ສປ ຈີນ ຊ່ວຍເຫຼືອ ລັດຖະບານ ສປປ ລາວ ເຊິ່ງສ່ອງແສງໃຫ້ເຫັນເຖິງການຮ່ວມມືທີ່ສະໜິດແໜ້ນ ກໍຄືມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດຈີນ-ລາວ; ໂຄງການດັ່ງກ່າວຈະໄດ້ຊ່ວຍເຫຼືອທາງດ້ານເຕັກນິກວິຊາການ, ການຕິດຕັ້ງກໍ່ສ້າງ ແລະ ເຝິກອົບຮົມ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຕິດຕາມ ແລະ ປ້ອງກັນໄພແຜ່ນດິນໄຫວ. ສ້າງລະບົບຕິດຕາມ ແລະ ລາຍງານຂໍ້ມູນການເກີດແຜ່ນດິນໄຫວລະດັບ 03 ຣິກເຕີຂຶ້ນໄປ, ຈັບຈຸດທີ່ເກີດແຜ່ນດິນໄຫວໄດ້ຢ່າງຖືກຕ້ອງຊັດເຈນ ແລະ ລາຍງານຢ່າງທັນການ ພ້ອມແຈ້ງເຕືອນໃນກໍລະນີເກີດແຜ່ນດິນໄຫວທີ່ຮຸນແຮງ ແລະ ຫຼັງສັ່ນສະເທືອນທີ່ຕາມມາ ເຊິ່ງມີຄວາມໝາຍສຳຄັນຍິ່ງ ຕໍ່ການປ້ອງກັນ ແລະ ຫຼຸດຜ່ອນຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນກໍຄືໃນ ສປປລາວ; ນອກຈາກນີ້, ຍັງໄດ້ເປັນພື້ນຖານໃຫ້ແກ່ການຄົ້ນຄວ້າວິທະຍາສາດທາງດ້ານທໍລະນີສາດຟິຊິກ ແລະ ອື່ນໆ, ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ການພັດທະນາອຸດສາຫະກຳ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດອີກດ້ວຍ; ພ້ອມນີ້ຍັງຈະໄດ້ສ້າງສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ ຢູ່ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ສ້າງສະຖານີຕິດຕາມແຜ່ນດິນໄຫວ 15 ແຫ່ງໃນທົ່ວປະເທດ, ຄາດວ່າໂຄງການດັ່ງກ່າວຈະສ້າງໃຫ້ສຳເລັດໃນປີ ...
Read More »ສີສັນໃໝ່ກໍາລັງຈະມາ! Facebook ກໍາລັງທົດສອບ Colour Comments…
Colour Comments on Facebook ໄລຍະນີ້ Facebook ດຸໝັ່ນໃນການສ້າງຟີເຈີ່ໃໝ່ໆອອກມາຕະຫຼອດຕະຫຼອດ! ຫຼ້າສຸດ The Nest Web ເວັບໄຊ້ຂ່າວສານດ້ານເທັກໂນໂລຍີໄດ້ເປີດເຜີຍວ່າ Facebook ກໍາລັງທົດສອບຟີເຈີຊື່ Colour Comments ເປັນຟີເຈີ່ທີ່ຜູ້ໃຊ້ສາມາດໃສ່ສີພື້ນຫຼັງໃນຄອມເມັ້ນໄດ້ ໂດຍມີພື້ນຫຼັງໃຫ້ເລືອກ 2 ແບບຄື ພື້ນຫຼັງສີພື້ນ ແລະ ພື້ນຫຼັງບໍ່ມີສີ ຟີເຈີນີ້ຄ້າຍກັບຟີເຈີ Colour Post (ໃສ່ສີພື້ນຫຼັງໃນສະເຕຕັສ) ທີ່ເປີດໃຫ້ໃຊ້ມາແຕ່ເດືອນທັນວາປີກາຍ… ເຊິ່ງ Facebook ໄດ້ກຽມປ່ອຍຕົວຟີເຈີ Colour Comments ໃຫ້ຜູ້ໃຊ້ກຸ່ມນ້ອຍໆທີ່ໃຊ້ Android ແລະ iOS ທົດລອງໃຊ້ ເຊິ່ງຖ້າໃຊ້ໄດ້ປົກກະຕິບໍ່ມີບັນຫາ ໄວໆນີ້ຜູ້ໃຊ້ທົ່ວໂລກອາດຈະໄດ້ໃຊ້ຟີເຈີນີ້ແນ່ນອນ. ທີ່ມາ: SME-Startup
Read More »9 ເດືອນຈຳປາສັກສົ່ງອອກສິນຄ້າມູນຄ່າ 11 ລ້ານກ່ວາໂດລາ
ໃນ 9 ເດືອນ ແຂວງຈຳປາສັກ ມີສະຖິຕິການສົ່ງອອກສິນຄ້າ ໄດ້ຈໍານວນ 110.803 ໂຕນ, ມູນຄ່າ 11.438.328 ໂດລາສະຫະລັດ, ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະຕິບັດໄດ້ 116 ສະບັບ, ຈໍານວນສິນຄ້າ 134.986 ໂຕນ, ມູນຄ່າ 15,5 ລ້ານໂດລາສະຫະລັດ ສ່ວນໃຫຍ່ແມ່ນຢາງພາລາ, ໄມ້ສໍາເລັດຮູບ, ແປ້ງມັນສໍາເລັດຮູບ, ກາເຟສໍາເລັດຮູບ ແລະ ກາເຟເມັດ. ຕົວເລກການສົ່ງອອກດັ່ງກ່າວ ໂດຍໄດ້ຮັບການລາຍງານຕໍ່ກອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາ (ສຄອ) ແຂວງຈໍາປາສັກ ໃນການສະຫຼຸບການເຄື່ອນໄຫວວຽກງານ 9 ເດືອນ ປີ 2018. ຈັດຂຶ້ນຢູ່ໂຮງແຮມເອລາວັນ ຣີເວີຊາຍ ບ້ານໂພນສະຫວັນ ນະຄອນປາກເຊ ເມື່ອວັນທີ 19 ພະຈິກ 2018 ໂດຍການເປັນປະທານຂອງ ທ່ານ ອຸດອນ ສິງສຸວົງ ຮອງປະທານ ສຄອ ແຂວງ. ມີທ່ານ ດຣ.ຈິນດາ ວົງສຸລິ ທີ່ປຶກສາ ສຄອ ແຂວງ ພ້ອມດ້ວຍຄະນະປະຈໍາ, ...
Read More »Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital…
Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital… ຍຸກນີ້ເປັນຜູ້ປະກອບການຢ່າງດຽວບໍ່ພໍ ຕ້ອງກ້າວໄປເປັນ Digital Entrepreneurship ໃຫ້ໄດ້!!! ແມ່ນຫຍັງກໍເກີດຂຶ້ນໄດ້ໃນຍຸກ Digital Disruption ແມ່ນແຕ່ທຸລະກິດໃຫຍ່ໆກໍລົ້ມລະລາຍໄດ້ຖ້າບໍ່ມີການປັບປ່ຽນ; ການປັບຕົວໄປສູ່ຜູ້ປະກອບການຍຸກ Digital ຫຼື Digital Entrepreneurship ຈຶ່ງຈໍາເປັນຫຼາຍສໍາລັບ SME! ໃນໂລກທຸລະກິດທີ່ປາໄວ ພ້ອມທີ່ຈະສວບກິນທັງປານ້ອຍ ແລະ ປາໃຫຍ່… ມື້ນີ້ຜູ້ຂຽນເລີຍຢາກຈະມາເວົ້າເຖິງ 5 ຄຸນລັກສະນະສໍາຄັນ ທີ່ຈະເຮັດໃຫ້ຜູ້ປະກອບການສາມາດປ່ຽນຕົວເອງມາສູ່ Digital Entrepreneurship ໄດ້ ນັ້ນກໍຄື: ມີຄວາມເປັນນັກເລົ່າເລື່ອງ ຫຼື Storyteller: ເພາະການເປັນຜູ້ປະກອບການຕ້ອງໃຊ້ຊັບພະຍາກອນ, ໃຊ້ເງິນທຶນຈາກພາຍນອກ, ຄວາມສາມາດໃນການສື່ສານເລົ່າເລື່ອງຈຶ່ງສໍາຄັນຫຼາຍ ຄົນທີ່ເຮັດທຸລະກິດຈຶ່ງຕ້ອງວາງ Idea ໃຫ້ເປັນ, ເລົ່າເລື່ອງໃຫ້ຄົນເຂົ້າໃຈ, ສໍາສະເໜີໃຫ້ເຫັນເຖິງບັນຫາ ແລະ Solutions ທີ່ເຂົ້າມາປ່ຽນແປງໃຫ້ຊີວິດຂອງລູກຄ້າດີຂຶ້ນ. ມີທັກສະພື້ນຖານດ້ານ Digital: ບໍ່ຈໍາເປັນຕ້ອງເກັ່ງທຸກ Technology ການເຮັດ SEO (Search Engine Optimization)ຫຼືການເພີ່ມປະສິດທິພາບໃນການຄົ້ນຫາ ທີ່ສໍາຄັນຄື ຕ້ອງມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບ ...
Read More »
Target Magazine
