ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຍອິຈິໂກະ ບາຢາຊິ ຮອງປະທານສະພາອຸດສາຫະກຳ ແລະ ການຄ້າ ປະເທດຍີ່ປຸ່ນ ປະທານຄະນະກຳມະການຮ່ວມມືດ້ານທຸລະກິດແມ່ນ້ຳຂອງ ໃນວັນທີ 27 ກຸມພາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ກໍຄື ການເພີ່ມຂີດຄວາມສາມາດໃນການສົ່ງເສີມວຽກງານອຸດສາຫະກຳ ແລະ ການຄ້າຂອງສອງປະເທດ ໃຫ້ນັບມື້ກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ໂຍອິຈິໂກະ ບາຢາຊິ ພ້ອມຄະນະຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍສາຍພົວພັນການຮ່ວມມືສອງປະເທດ ໂດຍສະເພາະແມ່ນ ການສົ່ງເສີມພາກທຸລະກິດການຄ້າ ການລົງທຶນສອງຝ່າຍ ໃຫ້ນັບມື້ຫຼາຍຂຶ້ນ ປັດຈຸບັນນັກທຸລະກິດປະເທດຍີ່ປຸ່ນ ໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າມາລົງທຶນຢູ່ລາວເປັນຈຳນວນຫຼາຍສົມຄວນ ບໍ່ວ່າຈະເປັນທຸລະກິດໂຮງຈັກໂຮງງານ ອຸດສາຫະກຳປຸງແຕ່ງ ຕະຫຼອດເຖິງທຸລະກິດກ່ຽວກັບສິນຄ້າກະສິກຳສົ່ງອອກ ພ້ອມນັ້ນ ລັດຖະບານລາວ ກໍໄດ້ອຳນວຍຄວາມສະດວກ ແລະ ຊຸກຍູ້ພາກທຸລະກິດຂອງປະເທດຍີ່ປຸ່ນ ໃຫ້ດຳເນີນກິດຈະການດ້ວຍຄວາມວ່ອງໄວ ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍຂອງລາວ. ຕອນທ້າຍ ທ່ານ ໂຍອິຈິໂກະ ບາຢາຊິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ...
Read More »News
ທ່ານ ໂດໂນ ທຣຳ ແລະ ທ່ານ ກິມ ຈົງອຶນ ໄດ້ເດີນທາງຮອດ ຫວຽດນາມ ແລ້ວ…
ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ກິມ ຈົງອຶນ ໄດ້ເດີນທາງໂດຍລົດໄຟສາຍພິເສດເຖິງສະຖານີ ຢົງຢັງ ຂອງແຂວງລັງເຊິນ ທີ່ມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ໃນຕອນເຊົ້າວັນທີ 26 ກຸມພາ ໂດຍການໃຊ້ເວລາ 2 ມື້ເຄິ່ງ ໃນໄລຍະທາງ ໄກເຖິງ 4.000 ກິໂລແມັດ ເພື່ອເຖິງຫວຽດນາມແລະ ພ້ອມນັ້ນ ທ່ານ ໂດໂນ ທຣຳ ປະທານາທິບໍດີສະຫະລັດເດີນທາງເຖິງນະຄອນຫຼວງຮ່າໂນ່ຍ ສສ.ຫວຽດນາມ ໃນຄ່ຳຄືນຂອງມື້ດຽວກັນ ດ້ວຍຍົນໂດຍສານປະຈຳຕໍາແໜ່ງ. ທັງສອງຜູ້ນຳ ແມ່ນເຂົ້າຮ່ວມກອງປະຊຸມສຸດຍອດ ສປປ ເກົາຫຼີ-ສະຫະລັດ ຄັ້ງທີ 2 ທີ່ຈະມີຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ. ສຳນັກຂ່າວສູນກາງສປປ ເກົາຫຼີ (KCNA) ລາຍງານວ່າ ຂະບວນລົດໄຟຂອງ ກິມ ຈົງ ອຶນ ໄດ້ເດີນທາງອອກຈາກນະຄອນຫຼວງພຽງຢາງໃນຕອນບ່າຍຂອງວັນທີ 23 ກຸມພາ ເຊິ່ງໃນຂະບວນລົດໄຟດັ່ງກ່າວມີເຈົ້າໜ້າທີ່ຂັ້ນສູງຂອງສປປ ເກົາຫຼີ ຫຼາຍທ່ານໃນນັ້ນລວມມີ ກິມ ໂຢຈອງ ເຊິ່ງເປັນ ນ້ອງສາວ ຂອງທ່ານ ກິມ ຈົງອຶນ. ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມຂອງທ່ານ ຫງວຽນ ຊວນ ...
Read More »ລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນການບໍລິການທີ່ດີ ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ
ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫຼາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫຼາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫຼາຍກວ່າເກົ່າ ເປັນຕົ້ນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ (\1.000 ເດັກເກີດມີຊີວິດ), ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊີນກັນພະຍາດ Penta3. ຂໍ້ມູນດັ່ງກ່າວແມ່ນໄດ້ລາຍງານໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກທົ່ວປະເທດປະຈຳ ປີ 2018 ແລະ ທິດທາງແຜນການໃນປີ 2019 ທີ່ຈັດຂຶ້ນໃນວັນທີ 26 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ທ່ານ ດຣ.ບຸນກອງ ສີຫາວົງ ...
Read More »ບໍ່ວ່າເວລາຈະຜ່ານໄປດົນປານໃດ! ຍຸກຂອງການເຮັດທຸລະກິດຜ່ານໄປຈັກຍຸກສະໄໝ! ຄວາມສໍາພັນຂອງຄົນກໍຍັງຄົງສໍາຄັນສະເໝີກັບການສ້າງທຸລະກິດໃຫ້ເຕີບໃຫຍ່ ແລະ ແຂງແຮງ!!!
ຍິ່ງມີເຄືອຄ່າຍຫຼາຍ! ຍິງມີໂອກາດຫຼາຍ… ບໍ່ວ່າຈະຢູ່ໃນສັງຄົມ ຫຼື ເຮັດວຽກໃນວົງການໃດກໍຕາມ ການສ້າງສາຍສໍາພັນທີ່ດີຕໍ່ກັບຜູ້ຮ່ວມໃນວົງການນັ້ນເປັນສິ່ງທີດີຕໍ່ກັບຕົວທ່ານເອງ ແລະ ວຽກທີ່ທ່ານເຮັດຢູ່ໄດ້ທີ່ດີທີ່ສຸດ. ໃນການເຮັດທຸລະກິດ ຖ້າທຸກຢ່າງເທົ່າກັນຜູ້ຄົນກໍຈະເລືອກເຮັດທຸລະກິດກັບໝູ່. ແມ່ນແຕ່ວ່າຫຼາຍໆຢ່າງບໍ່ເທົ່າກັນກໍຍັງຢາກຈະເຮັດທຸລະກິດກັບໝູ່ຢູ່ດີ. ເພາະບັນໄດແຫ່ງຄວາມສໍາເລັດບາງຄັ້ງ ອາດຈະບໍ່ຕ້ອງໃຊ້ເທັກນິກ ແລະ ຍຸດທະສາດຫຍັງຫຼາຍ ພຽງແຕ່ມີໝູ່ຫຼາຍກວ່າເກົ່າເທົ່ານັ້ນ. ສໍາລັບການສ້າງສາຍສໍາພັນ ເພື່ອໃຫ້ເກີດປະໂຫຍດໃນທາງທຸລະກິດນັ້ນ ຈະຕ້ອງກໍານົດເປົ້າໝາຍທີ່ຊັດເຈນ ແລະ ຊອກຫາພັນທະມິດຮ່ວມທຸລະກິດ ທີ່ຈະມາຕໍ່ຍອດໃຫ້ທຸລະກິດສໍາເລັດໄດ້ໄວຂຶ້ນ ເມື່ອມີເປົ້າໝາຍແລ້ວ ເຖິງຈະເປັນພັນທະມິດທຸລະກິດທີ່ຂະໜາດໃຫຍ່ ຫຼືເຮົາບໍ່ຮູ້ຈັກໃຜເລີຍໃນທຸລະກິດນັ້ນ ເຮົາກໍພຽງແຕ່ຊອກຄູ່ຮ່ວມທີ່ມີທ່າອ່ຽງຈະຮູ້ຈັກ. ເຊື່ອບໍ່ວ່າຈະສາມາດຊອກຄົນທີ່ຈະເຊື່ອມຕໍ່ໄປຮອດແນ່ນອນ ດັ່ງເຊັ່ນ Six Degrees of Separation ຫຼື 6 ໄລຍະຄົນ ທີ່ສາມາດຕິດຕໍ່ໄປເຖິງຄົນທົ່ວໂລກໄດ້ ໂດຍການຍົກໂທລະສັບຂຶ້ນມາ ຊອກໃຜຈັກຄົນໜຶ່ງທີ່ຈະຊ່ວຍແນະນໍາຕໍ່ໆກັນໄປ ບໍ່ເກີນ 6 ຄັ້ງກໍພົບຄົນທີ່ຕ້ອງການແລ້ວ. ທຸລະກິດ Startup ດ້ານຮັບເໝົາກໍ່ສ້າງແຫ່ງໜຶ່ງທີ່ຮູ້ຈັກຈາກການທີ່ໄດ້ຟັງເຂົາເຈົ້ານໍາສະເໜີວຽກ ເຖິງວ່າຄັ້ງທໍາອິດຈະບໍ່ຈົບລົງດ້ວຍການໂອ້ລົມເລື່ອງທຸລະກິດ ແຕ່ດ້ວຍການຮັກສາຄວາມສໍາພັນຍັງຄົງມີຢ່າງຕໍ່ເນື່ອງ ມີການເຊື່ອມຕໍ່ Connection ໄວ້ໃນ Social Media, ມີການຊວນຮ່ວມທຸລະກິດຕ່າງໆ, ພົບກັນໃນງານ Event ກໍທັກທາຍສະບາຍດີ ໃຫ້ຄວາມສໍາຄັນກັນຕະຫຼອດ. ເມື່ອມີຜູ້ບໍລິຫານສົນໃຈຢາກເຮັດວຽກຮ່ວມກັບ Startup ດ້ານຮັບເໝົາກໍ່ສ້າງ ...
Read More »ພຽງມີຄວາມຮູ້ທາງດ້ານການຕະຫຼາດ, ຮັກໃນການເຮັດທຸລະກິດ ແລະ ມີເງິນທຶນກໍສາມາດເປັນຜູ້ປະກອບການໄດ້ ແຕ່ຈະຖ້າຈະເປັນຜູ້ປະກອບການທີ່ມີສິດຕິພາບນັ້ນ ຕ້ອງມີ Life Style ເຫຼົ່ານີ້!!!
Life Style ທີ່ຈະເພີ່ມປະສິດຕິພາບໃນການເປັນຜູ້ປະກອບການ!!! ຫຼາຍຄົນເຂົ້າໃຈວ່າ ການເຮັດທຸລະກິດນັ້ນພຽງແຕ່ ມີຄວາມຮູ້ທາງດ້ານການຕະຫຼາດ, ມີໃຈຮັກມັກໃນການເຮັດທຸລະກິດ ແລະ ມີເງິນທຶນທີ່ພຽງພໍກໍເຮັດໄດ້ແລ້ວ. ແນ່ນອນວ່າທ່ານຄິດບໍ່ຜິດ ການເປັນຜູ້ປະກອບການນັ້ນໃຜໆກໍເປັນໄດ້ ຂໍແຕ່ມີຄຸນສົມບັດທີ່ກ່າວມາຂ້າງເທິງນັ້ນ! ແຕ່ທ່ານຮູ້ບໍ່ວ່າ ການເປັນຜູ້ປະກອບການທີ່ດີ ແລະ ມີປະສິດຕິພາບນັ້ນຕ້ອງມີຫຍັງຕຶ່ມເຂົ້າມາແດ່? ເພາະບາງສິ່ງທີ່ເຮັດໃນຊີວິດປະຈໍາເປັນ ທີ່ບາງຄົນອາດຈະບໍ່ໄດ້ເກັບເອົາມາໃສ່ຫົວເລີຍນັ້ນ ກໍມີສ່ວນຊ່ວຍໃຫ້ທຸລະກິດກ້າວໄປຢ່າງມີປະສິດຕິພາບໄດ້!!! ລອງມາເບິ່ງ 3 ນິໄສ ທີ່ຈະເພີ່ມປະສິດຕິພາບໃນການເປັນຜູ້ປະກອບການມີຫຍັງແດ່? ຮັກໃນການອອກກໍາລັງກາຍ: ເພາະຊ່ວຍເພີ່ມ Neuroplasticity ໃນສະໝອງ ເຮັດໃຫ້ສະຫຼາດ ແລະ ມີສະຕິ ທີ່ສໍາຄັນຍັງຊ່ວຍຫຼຸດອາການຕຶງຄຽດໄດ້. ຂໍແນະນໍາໃຫ້ເຮັດ Work-Life Balance ໃຫ້ໄດ້ ເພື່ອໃຫ້ຊີວິດມີຄວາມສົມດຸນ ແລະ ຢ່າຄອຍຖ້າທີ່ຈະປິ່ນປົວຕົນເອງເມື່ອເຈັບປ່ວຍ ເພາະຖ້າຫາກຝືນເຮັດວຽກທັງທີ່ຮ່າງກາຍບໍ່ພ້ອມ ນອກຈາກວຽກຈະອອກມາບໍ່ໄດ້ປະສິດຕິພາບແລ້ວ ຍັງເຮັດໃຫ້ອາການປ່ວຍໜັກເຂົ້າໄປອີກ. ກຽມພ້ອມສະເໝີ: ການກຽມພ້ອມ ແລະ ຈັດລະບຽບຊີວິດໃນການເຮັດວຽກແຕ່ລະມື້ ຊ່ວຍໃຫ້ມີຄວາມໝັ້ນໃຈ ແລະ ເຮັດວຽກອອກມາມີປະສິດຕິພາບ, ວິທີກຽມຕົວງ່າຍໆຄື ຈົດລາຍລະອຽດວຽກທີ່ຕ້ອງເຮັດ, ຊຸດທີ່ຈະນຸ່ງ ແລະ ກິດຈະກໍາທີ່ຕ້ອງເຮັດນອກຈາກວຽກໃນມື້ນັ້ນໆ. ບໍ່ອາຍຂໍຄວາມຊ່ວຍເຫຼືອ: ຖ້າທຸລະກິດມີບັນຫາໃຫ້ຂໍຄວາມຊ່ວຍເຫຼືອຈາກບຸກຄົນອື່ນ ເພາະບາງບັນຫາຈະຮູ້ທາງແກ້ກໍຕໍ່ເມື່ອ ຂໍຄວາມຊ່ວຍເຫຼືອຈາກບຸກຄົນທີ່ເຄີຍພົບບັນຫານັ້ນມາກ່ອນ ແລະ ສາມາດຜ່ານມັນມາໄດ້. ...
Read More »ສະຫາຍ ນາງ ຕ່ອງ ທິຟ້ອງ ຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ
ໃນໂອກາດທີ່ ສະຫາຍ ນາງ ຕ່ອງ ທິຟ້ອງ, ກໍາມະການກົມການເມືອງ ສູນກາງພັກກອມມຸຍນິດຫວຽດນາມ, ຮອງປະທານ, ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລາວ ຮ່ວມກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ຄະນະ. ໃນວັນທີ 25 ກຸມພາ 2019 ສະຫາຍ ນາງ ຕ່ອງ ທິຟ້ອງ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ໂດຍມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ ແລະ ນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມໃຫ້ການຕ້ອນຮັບ. ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ເປັນຂອງຂັວນຂອງ ສະຫາຍ ນົງດຶງແມັງ ອະດີດເລຂາທິການໃຫຍ່ພັກກອມມຸຍນິດຫວຽດນາມມອບໃຫ້ຊາວນະຄອນຫຼວງວຽງຈັນ ມູນຄ່າ 48 ຕື້ດົງ. ໂຮງຮຽນແຫ່ງນີ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ກັນຍາ 2009, ກົງກັບວັນຊາດຫວຽດນາມ ຄົບຮອບ 64 ປີ. ມີເນື້ອທີ່ 12.850 ...
Read More »ແຈ້ງການ!! ລາຄານ້ຳມັນປັບຂຶ້ນ ເລີ່ມປະຕິບັດວັນທີ 26 ກຸມພາ 2019 ເວລາ 6:00 ໂມງ
ແຈ້ງການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ່ 0170/ອຄ.ກຄພນ ລົງວັນທີ່ 25 ກຸມພາ 2019 ເລື່ອງການແຈ້ງປັບລາຄານ້ຳມັນຂາຍຍ່ອຍໃນຂອບເຂດທົ່ວປະເທດ ນ້ຳມັນແອັດຊັງພິເສດ ປັບຂື້ນ 240 ກີບ/ລິດ ນ້ຳມັນແອັດຊັງທຳມະດາ ປັບຂື້ນ 220 ກີບ/ລິດ ນ້ຳມັນກາຊວນ ປັບຂື້ນ 240 ກີບ/ລິດ
Read More »ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກຸມພາ 2019
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ ຄື: 1. ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030; 2. ບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ; 3. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ); 4. ດໍາລັດວ່າດ້ວຍກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ); 5. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດໍາເນີນທຸລະກິດຢູ່ ສປປ ລາວ; 6. ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ; 7. ບົດລາຍງານກ່ຽວກັບແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ; ກອງປະຊຸມໄດ້ເຫັນດີດ້ານຫຼັກການ ແລະ ...
Read More »ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ
ໃນວັນທີ 24 ກຸມພາ 2019 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີພິທີລົງນາມບັນດາເອກະສານຮ່ວມມື ຈຳນວນ 09 ສະບັບຄື: 1. ສັນຍາລະຫວ່າງກະຊວງການເງິນລາວ ແລະ ກະຊວງການເງິນຫວຽດນາມ ວ່າດ້ວຍການຮ່ວມມືດ້ານການເງິນ. 2. ສັນຍາວ່າດ້ວຍການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ. 3. ຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນໃນການກໍ່ສ້າງທາງລົດໄຟ ວຽງຈັນ-ຫວຸງອາງ. 4. ບົດບັນທຶກການຮ່ວມມືລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ອະນຸຮັກຊີວະນາໆພັນ. 5. ບົດບັນທຶກ ມອບ-ຮັບ ຖານຂໍ້ມູນຂ່າວສານພູມສັນຖານ ຮັບໃຊ້ການວາງແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢູ່ລາວ ລະຫວ່າງກະຊວງພາຍໃນລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ...
Read More »ຢາກໄດ້ທຶນໄປສຶກສາຕໍ່ທີ່ປະເທດເກົາຫລີ ພາຍໃຕ້ທຶນ (KOICA) ອ່ານດ່ວນ…
ແຈ້ງທຶນການສຶກສາລະດັບປະລິນຍາໂທ ປະຈໍາປີ 2019 ພາຍໃຕ້ທຶນຂອງອົງການຮ່ວມມືສາກົນເກົາຫລີ (KOICA) ທີ່ປະເທດ ສ. ເກົາຫລີ koica master’s degree program 2019?? ?? ?? ລາຍລະອຽດລຸ່ມນີ້:
Read More »
Target Magazine
