News

ເປີດຕົວ!!! ສາຍການບິນໃໝ່ລາຄາປະຢັດ ສະກູ໊ດ ບິນກົງຈາກລາວ-ສິງກະໂປ

ສະກູ໊ດ(Scoot) ແມ່ນສາຍການບິນລາຄາປະຢັດຂອງສາຍການບິນສິງກະໂປ (Singapore Airlines) ໄດ້ເປີດຖ້ຽວບິນປະຖົມມະເລີກເສັ້ນທາງຈາກລາວຫາສິງກະໂປແລ້ວໃນມື້ວານນີ້ ວັນທີ 1 ເມສາ 2019 ແລະ ໄດ້ຈັດພິທີການຖະແຫຼງຂ່າວເປີດຖ້ຽວບິນປະຖົມມະເລິກຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂດມິນິກໂກ, ເອກອັກຄະລັດຖະທູດປະເທດສິງກະໂປປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ,  ທ່ານ ວິນັອດຄານັນ, ປະທານເຈົ້າໜ້າທີ່ບໍລິຫານຝ່າຍການຄ້າຂອງສະກູ໊ດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ. ສາຍການບິນ ສະກູ໊ດ(Scoot) ແມ່ນມີການບໍລິການສາມຖ້ຽວບິນຕໍ່ອາທິດເສັ້ນທາງຈາກນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຫາສິງກະໂປ. ການບໍລິການນີ້ຖືກໂອນມາຈາກສາຍການບິນພັນທະມິດກໍ່ຄືສາຍການບິນຊິວຄ໌ແອຣ໌ (SilkAir) ເຊິ່ງໃນປັດຈຸບັນ, ສະກູ໊ດແມ່ນສາຍການບິນດຽວເທົ່ານັ້ນທີ່ໃຫ້ບໍລິການບິນກົງເສັ້ນທາງລາວ-ສິງກະໂປ. ສະກູ໊ດໄດ້ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນມິຖຸນາ 2012 ເປັນເວລາ 7 ປີມາແລ້ວ ແລະໄດ້ຮັບລາງວັນຊະນະເລີດຫຼາຍລາງວັນເຊັ່ນ: ລາງວັນສາຍການບິນລາຄາປະຢັດທີ່ດີທີ່ສຸດ (ພາກພື້ນອາຊີ-ປາຊີຟິກ) ໂດຍ AirlineRatings.com ຕັ້ງແຕ່ປີ 2015 ຫາ 2018 ແລະຕິດ 10 ອັນດັບທຳອິດຂອງສາຍການບິນລາຄາປະຢັດທີ່ດີທີ່ສຸດໃນໂລກໃນປີ 2015 ແລະ 2018 ໂດຍສະກາຍແທຼກ (Skytrax). ໃນມື້ວານນີ້ ເຮືອບິນລຸ້ນ A320 ທີ່ມີຊື່ວ່າເຢວໂລເທວ (Yellow Tail) ມາຮອດສະໜາມບິນຫຼວງພະບາງ ...

Read More »

ຍ້ອນເປັນມືໃໝ່ທີ່ຫາກໍເລີ່ມຕົ້ນເປັນເຈົ້າຂອງທຸລະກິດ ເຮັດໃຫ້ຜູ້ປະກອບການຫຼາຍຄົນຕ້ອງພົບກັບບັນຫາຈົນຕ້ອງສະຢຸດລະຫວ່າງທາງ! ມາເບິ່ງນໍາກັນວ່າ! ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໄດ້ຕ້ອງເຮັດແນວໃດແດ່?

ເລີ່ມຕົ້ນທຸລະກິດແນວໃດ? ໃຫ້ໄປຕໍ່ໄດ່້ ໃນການເລີ່ມຕົ້ນທຸລະກິດ ຜູ້ປະກອບການຫຼາຍຄົນມັກຈະສະດຸດ ແລະ ປະສົບບັນຫາໃນການດໍາເນີນທຸລະກິດໃນໄລຍະເລີ່ມຕົ້ນ ບໍ່ວ່າຈະເປັນເລື່ອງທຶນ, ການບໍ່ມີຄວາມຮູ້ທາງທຸລະກິດ, ການຕັດສິນໃຈທີ່ບໍ່ລະມັດລະວັງ ບໍ່ຮອບຄອບ. ເຊິ່ງບາງຄົນເມື່ອພົບບັນຫາແລ້ວ ສາມາດແກ້ໄຂບັນຫາໄດ້ຖືກຈຸດ ກໍເຮັດໃຫ້ທຸລະກິດສາມາດໄປຕໍ່ໄດ້ ຂະນະທີ່ບາງຄົນຕ້ອງສະດຸດຢຸດລະຫວ່າງທາງ… ມາເບິ່ງນໍາກັນວ່າ ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໃຫ້ໄດ້ຕ້ອງເຮັດແນວໃດ? ມີ Model ທຸລະກິດທີ່ຊັດເຈນ ງ່າຍໆເລີຍຄື ຈະສ້າງສິນຄ້າຫຍັງ, ກຸ່ມເປົ້າໝາຍຄືໃຜ, ຈະເຮັດການຕະຫຼາດທາງໃດ, ໂຄງສ້າງຕົ້ນທຶນມີຫຍັງແດ່, ຕ້ອງໃຊ້ຊັບພະຍາກອນຫຍັງແດ່ ແລະ ອື່ນໆ. ເຊິ່ງຜູ້ປະກອບການຕ້ອງຕອບຄໍາຖາມເຫຼົ່ານີ້ໃຫ້ໄດ້ກ່ອນ ເພາະນັ້ນໝາຍເຖິງທ່ານຮູ້ວ່າ ກໍາລັງເຮັດຫຍັງຢູ່ ເບິ່ງຄູ່ແຂ່ງວ່າມີໃຜແດ່ ວິເຄາະຄູ່ແຂ່ງວ່າຄ້າຍຄື ຫຼືແຕກຕ່າງຈາກເຮົາບ່ອນໃດ, ບາງຄົນອາດຈະເບິ່ງວ່າເປັນການໝົກໝຸ້ນຢູ່ກັບການແຂ່ງຂັນນັ້ນບໍ່ແມ່ນເລື່ອງທີ່ດີ, ແຕ່ການທີ່ບໍ່ສົນໃຈເລື່ອງນີ້ເລີຍຈະເປັນອີກປັດໃຈທີ່ເຮັດໃຫ້ທຸລະກິດໄປຕໍ່ບໍ່ໄດ້ ວາງແຜນແບບຄ່ອຍເປັນຄ່ອຍໄປ ການວາງແຜນທຸລະກິດຊ່ວຍໃຫ້ເບິ່ງເຫັນແນວທາງໃນການດໍາເນີນທຸລະກິດ ວ່າຈະຕ້ອງເຮັດຫຍັງແດ່ ແລະ ສາມາດຮັບມືກັບບັນກຫາທີ່ອາດຈະເກີດຂຶ້ນໄດ້ແນວໃດ? ນອກຈາກນີ້ ຖ້າວາງແຜນແບບຄ່ອຍໆກ້າວເທື່ອລະຂັ້ນ ກໍຈະຊ່ວຍຫຼຸດຄວາມສ່ຽງໃນການເຮັດທຸລະກິດໄດ້ ຢ່າຖອດໃຈງ່າຍ ສິ່ງນີ້ເປັນຄາຖາປະຈໍາຕົວຂອງຜູ້ປະກອບການປ້າຍແດງກໍເວົ້າໄດ້ ເພາະຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງພົບບັນຫາໃນການເຮັດທຸລະກິດ ເຊິ່ງບາງຄົນທໍ້ຖອຍ ແລະ ບໍ່ຍອມໄປຕໍ່ ເຮັດໃຫ້ທຸລະກິດທີ່ເຮັດມາຕ້ອງປິດສາກລົງ. ແນວໃດກໍຕາມ ຕາມການສໍາຫຼວດ ຜູ້ປະກອບໃໝ່ທີ່ຫາກໍເລີ່ມຕົ້ນທຸລະກິດນັ້ນ ຈະພົບບັນຫາ ແລະ ລົ້ມເຫຼວພາຍໃນ 8 ເດືອນທໍາອິດທີ່ເລີ່ມຕົ້ນ. ຖ້າຜ່ານໄລຍະນີ້ໄປໄດ້ທຸລະກິດກໍຈະຄ່ອຍໆດີຂຶ້ນ ເພາະຜູ້ປະກອບການຮູ້ຈັກວິທີຮັບມືກັບບັນຫາໃນສ່ວນໜຶ່ງແລ້ວ. ...

Read More »

ການແຂ່ງຂັນ carlsberg golf classic 2019 ຈົບລົງດ້ວຍຜົນສຳເລັດຢ່າງຍິ່ງໃຫຍ່….

ວັນທີ 30 ມີນາ 2019 ຜ່ານມາ, ມີການແຂ່ງຂັນກ໊ອຟລາຍການ ຄາລສະເບີກ ກ໊ອຟ ຄລາສສິກ 2019 ( Carlsberg Golf Classic 2019 ) ທີ່ ສປປ ລາວ ຢູ່ສະໜາມກ໊ອຟຊີເກມ ຫຼັກ 16 ເຊິ່ງເປັນສະໜາມທໍາອິດຂອງປີ ແລະ ປິດສາກການແຂ່ງຂັນລົງຢ່າງຈົບງາມ ໂດຍການຊະນະເລີດສາຍບໍ່ມີແຕ້ມຕໍ່ເປັນຂອງ ທ່ານ Choi Jong Sik, ສ່ວນສາຍມີແຕ້ມຕໍ່ຕົກເປັນຂອງ ທ່ານ ສຸລະເພັດ ແກ້ວວຽງຄໍາ. ພິທີປິດການແຂ່ງຂັນງານດັ່ງກ່າວ,  ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມິເກລ ໂອເລີມານ ຜູ້ອໍານວຍການດ້ານການຂາຍ ແລະ ການຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ວິດເຕີ ຊ໊ອງ ຜູ້ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ຈັນສະໝອນ ຜອງຈັນທາ ຜູ້ຈັດການການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ...

Read More »

ທຶນການສຶກສາ POSCO Asia Fellowship ທີ່ປະເທດ ເກົາຫລີໃຕ້ ! ຄົນລາວ ສະໝັກໄດ້ ທຶນ 100%

ເປີດຮັບສະໝັກແລ້ວ ! ທຶນການສຶກສາ POSCO Asia Fellowship ທີ່ປະເທດ ເກົາຫຼີໄຕ້ ! ຄົນລາວ ສະໝັກໄດ້ ທຶນ 100% ສາມາດເລືອກຮຽນ ສາຂາໃດກໍ່ໄດ້ ! ປິດຮັບສະໝັກ: 15/04/2019 ລາຍລະອຽດເພີ່ມຕື່ມທີ່: www.postf.org Call for Application forPOSCO Asia Fellowship Overseas Scholarship Program Scholarship covers * tuition fees and living expenses (approx 900USD/month) for masters or doctoral degree study for 2 years in S. Korea Korean School Enrollment Fall semester 2019 and Spring semester 2020 ...

Read More »

Mark zuckerberg ປະກາດ Face book ຈະເນັ້ນຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ

Mark zuckerberg ປະກາດວ່າ ເຟສບຸກຈະເນັ້ນຄວາມເປັນສ່ວນຕົວ ເພີ່ມທາງເລືອກໃຫ້ສາມາດໂພສຊົ່ວຄາວໄດ້ຕາມຕ້ອງການ ເພີ່ມການເຊື່ອມຕໍ່ກັນກັບແອັບອື່ນໆ ແລະ ສ້າງສູນຂໍ້ມູນເພີ່ມໃນປະເທດເປັນປະຊາທິປະໄຕ. Mark zuckerberg ໂພສໃນເຟສບຸກສ່ວນຕົວ ປະກາດເຖິງທິດທາງໃນອະນາຄົດຂອງເຟສບຸກວ່າ ຈະເນັ້ນ 4 ເລື່ອງຕໍ່ໄປນີ້:…. ເນັ້ນຄວາມເປັນສ່ວນຕົວ ແລະ ການເຂົ້າລະຫັດການແຊັດ ເພື່ອໃຫ້ຜູ້ໃຊ້ໝັ້ນໃຈວ່າ ຄົນອື່ນຈະບໍ່ສາມາດອ່ານຂໍ້ຄວາມຂອງທ່ານໄດ້ ບໍ່ວ່າຈະເປັນແຮັກເກີ້ ຫຼື ເຈົ້າໜ້າທີ່ລັດ ຫຼື ແມ້ແຕ່ຈາກທີມງານເຟສບຸກເອງ ເພີ່ມທາງເລືອກໃຫ້ໂພສຂໍ້ຄວາມ,​ ຮູບ ຫຼື ຄຼິບໄດ້ຊົ່ວຄາວໄດ້ຕາມຄວາມຕ້ອງການ ຈະເປັນປີ, ເປັນເດືອນ, ເປັນຊົ່ວໂມງ ຫຼື ເປັນນາທີໄດ້. ເພີ່ມການເຊື່ອມຕໍ່ກັນລະຫວ່າງ Facebook, Messenger, Instagram, ແລະ WhatsApp ໂດຍສະເພາະແຊັດສ່ວນຕົວ ສ້າງສູນຂໍ້ມູນເພີ່ມໃນປະເທດຕ່າງໆ ແຕ່ຈະບໍ່ສ້າງໃນປະເທດທີ່ຈຳກັດສິດທິມະນຸດ ເພາະສ່ຽງທີ່ຈະຖືກລັດຖະບານປະເທດນັ້ນໆ ແຊກແຊງ. ຫຼັງຈາກຜູ້ນຳປະກາດທິດທາງແບບນີ້ ຝ່າຍທີມວິສາວະກຳ, ນັກພັດທະນາ ກໍຕ້ອງໄປພັດທະນາຕໍ່ ສ່ວນຝ່າຍຜູ້ໃຊ້ງານຄືເຮົາເຈົ້າຂ້ອຍກໍລໍຖ້າເບິ່ງກັນໄປວ່າ ເຟສບຸກຈະເພີ່ມຟີເຈີ້ ຫື ລູກຫຼິ້ນໃຫມ່ໆມາໃຫ້ເຮົາໃຊ້ກັນແບບໃດ. ຂ່າວ:  facebook.com/notes/mark-zuckerberg/a-privacy-focused-vision-for-social-networking/10156700570096634 ພາບຈາກ: facebook.com/markzuckerberg

Read More »

ມູນຄ່າກໍ່ສ້າງເສັ້ນທາງສູງ ແຕ່ຄຸນນະພາບຕ່ຳ ບັນຫາທີ່ ຍທຂ ຈະສຸມໃສ່ແກ້ໄຂ

ຫາງສຽງຈົ່ມວ່າຂອງສັງຄົມຈາກກໍລະນີເສັ້ນທາງທີ່ມີມູນຄ່າສູງແຕ່ຄຸນນະພາບຂອງເສັ້ນທາງຕໍ່າ, ທາງເປ່ເພໄວກວ່າກຳນົດ, ເສັ້ນທາງສ້າງແລ້ວຊ້າກວ່າກຳນົດ ເປັນບັນຫາສຳຄັນທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຈະຕ້ອງໄດ້ປະເມີນຄົ້ນຄວ້າ ແລະ ຫາທາງແກ້ໄຂໂດຍໄວ. ແນວໃດກໍຕາມ, ສັນຍາລະ ຫວ່າງ ຍທຂ ກັບ ບໍລິສັດຮັບເໝົາກໍ່ສ້າງຍັງເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ມີການເຈລະຈາຄືນ. ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນລະຫວ່າງວັນທີ 28 – 29 ມີນາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຍທຂ ທົ່ວປະເທດເຂົ້າຮ່ວມ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂະແໜງ ຍທຂ ທົ່ວປະເທດ ປີ 2017 ແລະ 2018 ຜ່ານມາ ແລະ ຄົ້ນຄວ້າຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງ ປະຈຳປີ 2019 ...

Read More »

ຈີນ ລົງໂທດຈຳຄຸກ 14 ປີ ອາດີດເຈົ້າໜ້າທີລະດັບສູງ ຖານຮັບສິນບົນ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 27 ມີນາ 2019 ວ່າ ສານປະຊາຊົນຊັ້ນກາງນະຄອນຫນິງປົວ ປະກາດຄຳພິພາກສາ ທ່ານ ຫລູ່ ເຫວ່ຍ ອາດີດຮອງຫົວຫນ້າຝ່າຍການເຜີຍແຜ່ຂ່າວຂອງຄະນະກຳມະການພັກຄອມມິວນິສຈີນ (CPC) ຊື່ງຖືກລົງໂທດຈຳຄຸກ 14 ປີ ແລະ ປັບໃຫມເງິນ 3 ລ້ານຢວນ ຖານຮຽກຮັບສິນບົນ ຄຳພິພາກສາຂອງສານລະບຸວ່າເງິນ ແລະ ຊັບສິນທີ່ທ່ານ ຫລູ່ ໄດ້ຮັບມາໃນຮູບແບບສິນບົນ ລວມເຖິງຜົນປະໂຫຍດອື່ນໆ ທີ່ເກີດຈາກເງິນ ແລະຊັບສິນເຫຼົ່ານັ້ນ ຈະຖືກສືບສວນລາຍລະອຽດ ແລະ ຮຽກຄືນທັງໝົດກ່ອນສົ່ງຕໍ່ໄປຍັງໜ່ວຍງານຄັງເງິນແຫ່ງລັດ ອີກຢ່າງ ທ່ານ ຫລູ່ ກ່າວຍອມຮັບຄຳພິພາກສາຂອງສານ ແລະ ຈະບໍ່ຢືນອຸທອນຕໍ່ສານປະຊາຊົນຊັ້ນສູງສຸດ ສານລະບຸວ່າ: ທ່ານ ຫລູ່ ຖືກກວດພົບວ່າໃຊ້ປະໂຫຍດຈາກຕຳແໜ່ງໜ້າທີ່ຊ່ວຍເຫຼືອອົງກອນ ແລະ ບຸກຄະລາກອນຈຳນວນໜຶ່ງທີ່ເຮັດວຽກກ່ຽວກັບການຈັດການອິນເຕີເນັດ ລວມເຖິງຊ່ວຍສົ່ງເສີມການປະກອບທຸລະກິດ ການເລືອກຕຳແຫນ່ງ ແລະການໂຍກຍ້າຍວຽກລະຫວ່າງ 2002-2017 ດ້ວຍການກະທຳອັນທຸຈະລິດດັ່ງກ່າວ ທ່ານຫລູ່ ໄດ້ຮຽກຮ້ອງ ຫຼືຍອມຮັບເງີນ ແລະຊັບສິນ ມູນຄ່າລວມ 32 ລ້ານຢວນ  ຈາກກຸ່ມອົງກອນ ແລະບຸກຄະລາກອນຂ້າງຕົ້ນ ທັງທາງກົງ ຫຼືທາງອ້ອມໂດຍຜ່ານບຸກຄົນອື່ນ https://youtu.be/G4knHihn2NE

Read More »

ມືທຶນໃຫ້ໄປສຶກສາຕໍ່ຟຣີ 100% ທີ່ປະເທດຍີ່ປຸ່ນ ສະໝັກເລີຍ….

ທຶນການສຶກສາຂອງລັດຖະບານ ແຂວງ ໄອຈິ ປະເທດຍີ່ປຸ່ນ  ເປີດໃຫ້ທ່ານໄດ້ສະໝັກຮຽນແລ້ວ ! ຟຣີ ທຸກຢ່າງ ! ໄລຍະເວລາຮຽນ 2 ປີ ປິດຮັບສະໝັກ: 05/05/2019 ລາຍລະອຽດ ແລະ ວິທີການສະໝັກທີ່:  https://www.pref.aichi.jp/…/…/aichi-scholarship-program.html ທີ່ມາ: Lao Youth Radio FM 90.0 Mhz https://www.facebook.com/fm90laos/photos/a.816867768406485/2189813554445226/?type=3&theater

Read More »

ເພາະເຕັກໂນໂລຊີເຂົ້າມາປ່ຽນແປງຊີວິດຂອງຄົນໃນຍຸກປັດຈຸບັນ ເຮັດໃຫ້ວິທີການດໍາລົງຊີວິດຂອງຄົນຍຸກນີ້ແຕກຕ່າງໄປຈາກເກົ່າ!!! ມາເບິ່ງ 5 ສິ່ງສຸດຍອດ! ທີ່ຜູ້ບໍລິໂພກຍຸກນີ້ຕ້ອງການ…

5 ເລື່ອງສຸດຍອດ! ທີ່ຜູ້ບໍລິໂພກຍຸກໃໝ່ຕ້ອງການ…   ດ້ວຍຄວາມສະຫຼາດຂອງເຕັກໂນໂລຊີ ເຮັດໃຫ້ເກີດມີຜູ້ຊ່ວຍອັດສະລິຍະຂຶ້ນມາຢ່າງຫຼວງຫຼາຍ ເພື່ອມາເພີ່ມຄວາມສະດວກສະບາຍໃຫ້ກັບຄົນນັບມື້ນັບເພີ່ມຂຶ້ນ ແລະ ຍ້ອນມັກໃນຄວາມສະດວກສະບາຍຂອງຄົນຈຶ່ງເຮັດໃຫ້ເກີດຄວາມຕ້ອງການບໍ່ມີມື້ສິ້ນສຸຸດ. ໃນໂລກຂອງການພັດທະນາທາງດ້ານເຕັກໂນໂລຊີກໍມີການພັດທະນາບໍ່ມີມື້ສິ້ນສຸດເຊັ່ນກັນ, ແຕ່ໃນການພັດທະນານັ້ນຕ້ອງເບິ່ງວ່າ ແມ່ນຫຍັງທີ່ຈະຖືກໃຈ ແລະ ເປັນທີ່ຕ້ອງການຂອງຄົນຍຸກນີ້! ແມ່ນຫຍັງທີ່ຄົນຍຸກນີ້ສົນໃຈ ຖ້າຢາກຮູ້ນໍາມາເບິ່ງນໍາກັນ!!! ອະໄວຍະວະສັ່ງວຽກ ຜູ້ບໍລິໂພກຍຸກໃໝ່ຕ້ອງການໃຊ້ພາສາກາຍ, ສຽງ, ການສໍາພັດ ແລະ ທ່າທາງຕ່າງໆ ໃນການສັ່ງເຕັກໂນໂລຊີໃຫ້ຕອບສະໜອງຄວາມຕ້ອງການໄດ້ ເຊັ່ນດຽວກັນກັບຄົນເຮັດ ຫູຟັງມະຫັດສະຈັນ ຄົນຍຸກນີ້ຕ້ອງການຫູຟັງໄຮ້ສາຍ ທີ່ສາມາດໃສ່ໄດ້ຕະຫຼອດເວລາບໍ່ເວັ້ນແຕ່ເວລານອນ ມີຟັງຊັ່ນພິເສດເຊັ່ນ ສາມາດເລືອກໄດ້ວ່າຕ້ອງການຟັງສຽງໃຜແບບແຈ້ງໆ ແລະ ຕັດສຽງຄົນທີ່ບໍ່ຢາກໄດ້ຍິນ, ແປພາສາທຸກພາສາໄດ້ແບບທັນເວລາ ເພື່ອການສື່ສານທີ່ດີຂຶ້ນ ແລະ ປິດກັ້ນສຽງກົນຂອງຄົນໃນຄອບຄົວໄດ້ເພື່ອໃຫ້ນອນຫຼັບດີຂຶ້ນ ຫຸ່ນຍົນເຮັດວຽກແທນ ອີກເລື່ອງສຸດຍອດ ທີ່ຄົນຍຸກໃໝ່ຕ້ອງການຄື ການມີຫຸ່ນຍົນ ຫຼືເຕັກໂນໂລຊີເຂົ້າມາເຮັດວຽກແທນເພື່ອທີ່ຕົວເອງຈະໄດ້ມີເວລາພັກຜ່ອນຫຼາຍຂຶ້ນ ໃນຂະນະທີ່ຍັງຄົງມີລາຍໄດ້ເປັນປົກກະຕິເຊັ່ນ ເຕັກໂນໂລຊີຊ່ວຍໃຫ້ລົດຂັບໄດ້ເອງ ໂດຍທີ່ຄົນຂັບບໍ່ຕ້ອງຂັບເອງ ຫຼືການໃຊ້ຫຸ່ນຍົນມາເປັນຕົວແທນໃນການເຮັດວຽກໄດ້ ໂດຣນ ເດລິເວີຣີ່ ເພາະຫິວແລ້ວຖ້າບໍ່ໄດ້ ອີກນະວັດຕະກໍາສຸດຍອດທີ່ຄົນຍຸກໃໝ່ຢາກໃຫ້ເກີດຄື ການສົ່ງອາຫານເດລິເວີຣີ່ ດ້ວຍໂດຣນ ເປັນການຄາດເດົາວ່າຮ້ານຂາຍຍ່ອຍອອນລາຍຈະຫັນມາໃຊ້ວິທີນີ້ເພື່ອຊ່ວຍຫຼຸດເວລາໃນການສົ່ງສິນຄ້າໃຫ້ເຖິງມືຜູ້ບໍລິໂພກພາຍໃນ 5 ປີ ແບັດເຕີຣີ່ໄຮ້ກັງວົນ ເນື່ອງຈາກ Smart Phone ກາຍເປັນປັດໃຈສໍາຄັນໃນການໃຊ້ຊີວິດ ຜູ້ບໍລິໂພກຍຸກໃໝ່ຈຶ່ງຕ້ອງການແບັດເຕີຣີ່ທີ່ໃຊ້ໄດ້ຢ່າງຍາວນານ ໂດຍບໍ່ຕ້ອງກັງວົນເລື່ອງການຊາດອີກຕໍ່ໄປ ...

Read More »

ແອັບດັງ TikTok ຖືກໜ່ວຍງານ FTC ປັບໃໝ 5.7 ລ້ານໂດລາສະຫະລັດຍ້ອນ…..

ແອັບ TikTok ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກໝົດ ແລະ ຍັງອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13  ສະໝັກສ້າງໂປຣຟາຍ ແອັບທີ່ກຳລັງດັງໄປທົ່ວໂລກຄືແອັບ TikTok ຫາກໍຖືກໜ່ວຍງານ FTC  (Federal Trade Commission) ຂອງສະຫະລັດປັບໃໝ 5.7 ລ້ານໂດລາ ໃນຂໍ້ຫາ ລະເມີດກົດໝາຍຄຸ້ມຄອງຂາດການເບິ່ງແຍງຂໍ້ມູນສ່ວນຕົວຂອງເດັກນ້ອຍ ແລະ ບໍ່ມີການຂໍຄຳເຫັນດີຈາກຜູ້ປົກຄອງກ່ອນທີ່ຈະເກັບຂໍ້ມູນຂອງເດັກ. ເຮັດໃຫ້ລ່າສຸດ  TikTok ຕ້ອງໄດ້ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກ ແລະ ຍັງໄດ້ອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13 ສະໝັກສ້າງໂປຟາຍ,​ຫ້າມໂພສ, ຫ້າມສົ່ງຂໍ້ຄວາມ ແລະ ຫ້າມຄອມເມັ້ນໃດໆອີກຕໍ່ໄປ. ນອກຈາກນີ້,​ ຍັງມີການລົບໂປຣຟາຍຂອງເດັກກນ້ອຍຕໍ່າກວ່າ 13 ທີ່ມີນັ້ນໝົດ ໂດຍບໍ່ໄດ້ແຈ້ງເຕືອນກ່ອນ ເຖິງຢ່າງໃດກໍຕາມ ເດັກຕໍ່າກວ່າ 13 ຍັງສາມາດເປີດແອັບ TikTok ນີ້ມາເບິ່ງຄຼິບຂອງຄົນອື່ນໆໄດ້ທົ່ວໄປ. ທີ່ມາ:  theverge.com/2019/2/27/18243510/tiktok-age-young-user-videos-ftc-settlement-13-childrens-privacy-law

Read More »