News

ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ.

ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ. ໃນວັນທີ 20 ເມສາ 2022 ນີ້, ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນຫາສຳຄັນຮີບດ່ວນ. ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ. ພ້ອມທັງຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ. ຂໍ້ມູນ: ປະເທດລາວ

Read More »

ເດືອນ 3 ປີ 2022ລາວ ນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸ1,100 ລ້ານໂດລາເກີນດຸນການຄ້າ 100 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2022 ບັນລຸໄດ້ປະມານ 1,100 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 600 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ຝຸ່ນ (ປຸຍ) ແລະ ນ້ຳຕານ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ...

Read More »

ກຳປູເຈຍ ຜະລິດຄຳໄດ້ຫລາຍກວ່າ 2ໂຕນ! ຂຸດບໍ່ແຫ່ງດຽວ ສ້າງລາຍຮັບແລະຄັງເງິນໄດ້ຫຼາຍ.

ກຳປູເຈຍ ຜະລິດຄຳໄດ້ຫລາຍກວ່າ 2ໂຕນ! ຂຸດບໍ່ແຫ່ງດຽວ ສ້າງລາຍຮັບແລະຄັງເງິນໄດ້ຫຼາຍ. ທ່ານ ຮຸນ​ແຊນ ນາຍົກລັດຖະມົນຕີ ກຳປູ​ເຈຍ ຖະ​ແຫລ​ງ​ວ່າ: ກຳປູ​ເຈຍ ສາມາດ ​ຜະລິດ ຄຳ​ແທ່ງ ບໍລິສຸດ 90%​ໄດ້ 2.275 ກິ​ໂລກຣາມ ຕັ້ງ​ແຕ່​ເລີ່​ມຂຸດ​ຄົ້ນ ​ແຮ່ຄຳ ​ໃນ​ເດືອນ​ມິຖຸນາ ​ປີ​ກາຍ ​ໂດຍ​ຄຳ​ທັງ​ໝົດ ມາ​ຈາກການ​ຂຸດຄົ້ນ​ໃນ​ບໍ່​ແຮ່​ຄຳ ພຽງ​​ໜຶ່ງແຫ່ງຈາກ​ຫລາຍ​ແຫ່ງ​ໃນ​ປະ​ເທດ ​ເທົ່າ​ນັ້ນ. ຂະນະ​ທີ່ ບໍລິສັດ Renaissance Minerals ( Cambodia ) ​ໃນ​ກຸ່ມ Emerald Resources NL ຈົດທະບຽນ​ ໃນ​ອົດ​ສະຕຣາລີ ​ເປັນ​ຜູ້​ພັດທະນາ​ ບໍ່​ແຮ່​ຄຳ ​ໃນ​ພື້ນ​ທີ່ Okawa ​ເຂດ Kaewsima ​ໂດຍບໍລິສັດ Renaissance Minerals ສາມາດ​ຜະລິດ​ ຄຳ​ບໍລິສຸດ ​ໄດ້​ປະມານ 3​ໂຕນ​ຕໍ່​ປີ ພາຍ​ໃນ​ໄລຍະ​ເວລາ 8ປີ​ທຳ​ອິດ ​ແລະ ມີ​ທ່າອຽງ ສ້າງ​ລາຍ​ໄດ້ ຈາກ​ໂຄງການ​ ບໍ່​ແຮ່​ຄຳ ​ແຫ່ງ​ນີ້ ...

Read More »

ສວນຊາ 400 ປີ ບ້ານກໍແມນ ຊາດີທີ່ສຸດໃນລາວ ທັງສ້າງລາຍຮັບໃຫ້ກັບປະຊາຊົນໄດ້ເປັນຢ່າງດີ.

ບ້ານກໍແມນ ເປັນບ້ານທີ່ຂຶ້ນກັບເມືອງຜົ້ງສາລີ ແຂວງຜົ້ງສາລີ ຈາກບ້ານໄປຫາເທດສະບານແຂວງມີຄວາມຍາວ 15 ກິໂລແມັດ, ເປັນບ້ານທີ່ມີປະຫວັດການປູກຊາລ້ຽງຊີບມາແຕ່ດຶກດໍາບັນ. ຕາມການບອກເລົ່າຂອງຜູ້ອາວຸໂສໃນສະໄໝກ່ອນ ບອກວ່າບ້ານກໍແມນ ມີຊື່ວ່າ (ບ້ານລຸງຈິງ) ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນໄດ້ 7 ຊົ່ວຄົນແລ້ວ ແລະ ໄດ້ປຽບທຽບອາຍຸຂອງຕົ້ນຊາທີ່ປູກພ້ອມກັບການສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກວ່າປີແລ້ວ. ສະນັ້ນ, ຊາວບ້ານຈຶ່ງເອີ້ນກັນວ່າ: ຕົ້ນຊາ 400 ປີ ຈົນມາເຖິງທຸກວັນນີ້ ເຊິ່ງເປັນຕົ້ນຊາທີ່ມີອາຍຸຍືນຍາວຈົນມາເຖິງທຸກມື້ນີ້. ປັດຈຸບັນ, ເນື້ອທີ່ປູກຕົ້ນຊາ 400 ປີ ມີທັງໝົດ 32 ກວ່າເຮັກຕາ ລວມມີ 48.373 ຕົ້ນ.ການປູກຊາ, ຂາຍຊາ ເປັນອາຊີບຕົ້ນຕໍທີ່ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານໄດ້ເປັນຢ່າງດີ. ຂໍ້ມູນ: ປະຊາຊົນ

Read More »

ຫ້ອງວິເຄາະ “ຈໍາປາສາຍໄໝ” ຢູ່ໂຮງໝໍແຂວງຈຳປາສັກກວດໂຄວິດແບບ Real-Time PCR ໄດ້ສູງ 3,000 ຕົວຢ່າງຕໍ່ມື້

ຫ້ອງວິເຄາະ “ຈໍາປາສາຍໃໝ” , ໂດຍມີ STD ເປັນຄູ່ຮ່ວມງານ ໃນໂຄງການ 11 ລ້ານ ໂດລາສະຫະລັດ.ຫ້ອງທົດລອງ ຈຳປາ LSEA ໄດ້ຖືກຕິດຕັ້ງດ້ວຍລະບົບກົນຈັກອັດຕະໂມມັດສອງລະດັບຂອງ MGI ຊ່ວຍໃຫ້ນັກວິຊາການຫ້ອງທົດລອງສາມາດກວດໄດ້ເຖິງ 3,000 ຕົວຢ່າງຕໍ່ມື້, ແລະສູງເຖິງ 30,000 ຕົວຢ່າງຕໍ່ມື້ ຖ້າຫາກວ່າຕົວຢ່າງ 10ອັນ ຖືກລວມຢູ່ໃນທໍ່ດຽວແລ້ວນຳໄປກວດເປັນຊຸດ. Dr. Khamsing Keothongku , ຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ ໃຫ້ຮູ້ວ່າ: ໂຄງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນການຮ່ວມມື ລະຫວ່າງ ໂຮງໝໍ ແຂວງ ຈໍາປາສັກ ແລະ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ. ຫ້ອງວິເຄາະຈຳປານີ້ ແມ່ນມີປະໂຫຍດທີ່ດີສຸດ ຕໍ່ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ.ປະກອບດ້ວຍເຄື່ອງຈັກກວດທີ່ທັນສະໄໝ ແລະ ເພື່ອເປັນພັດການພັດທະນາບຸກຄະລາກອນທາງການແພດ ຂອງໂຮງໝໍ ແຂວງຈໍາປາສັກອີກດ້ວຍ ເຮັດໃຫ້ມີຄວາມຊໍານິຊໍານານໃນການກວດຫາເຊື້ອພະຍາດດັ່ງກ່າວໄດ້ໄວ ແລະ ທັນການ. Mr. Xiang Li, ປະທານບໍລິສັດ ສີທັນດອນ ໃຫ້ຮູ້ວ່າ :ຈູດປະສົງຂອງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນເພື່ອເປັນການຮັບປະກັນ ...

Read More »

ລັດຖະບານ ຮຽກຮ້ອງມາຍັງບັນດາຜູ້ປະກອບການ ຈົ່ງຢ່າສວຍໂອກາດກັກຕຸນນໍ້າມັນເຊື້ອໄຟຫາກພົບເຫັນ ໂທແຈ້ງສາຍດ່ວນ 1510

ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ລັດຖະບານ: 1.ໄດ້ຫຼຸດອາກອນມູນຄ່າເພີ່ມ (ອມພ) ລົງເຫຼືອ 7% (ຈາກ 10 %). 2. ໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟ ທຸກຊະນິດລົງເປັນແຕ່ລະໄລຍະ ເຊີ່ງ ປັດຈຸບັນ ແມ່ນເຫຼືອ 0 ກີບ/ລິດ. 3. ໄດ້ສືບຕໍ່ຄົ້ນຄວ້າ ການເກັບເງິນກອງທຶນບູລະນະທາງຫຼວງ (ກທ ທາງ), ພາສີຂາເຂົ້າ, ອາກອນຊົມໃຊ້ (ອກຊ), ອາກອນມູນຄ່າເພີ່ມ (ອມພ), ອາກອນກໍາ ໄລ, ຂອດຂັ້ນ ແລະ ຄ່າໃຊ້ຈ່າຍເພີ່ມຂອງຜູ້ປະກອບການ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສູງເກີນໄປ. ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ຍານພາຫະນະ ຫຼື ຫັນໄປໃຊ້ຍານພາຫະນະທາງເລືອກ; ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ. ຫາກພົບເຫັນ ...

Read More »

ການຊື້ປີລົດໄຟ ຈະບໍ່ເປັນເລື່ອງຍາກອີກຕໍ່ໄປ

ອີກບໍ່ດົນ ການຊື້ປີລົດໄຟຈະບໍ່ເປັນເລື່ອງຍາກອີກຕໍ່ໄປ ນາຍໜ້າຂາຍປີ້ ອາດຈະໝົດໄປ, ລາຄາໂດຍສານອາດຈະຖືກລົງກວ່າເກົ່າປະຈຸບັນນີ້ທາງບໍລິສັດທາງລົດໄຟລາວ-ຈີນ ກໍມີມາດຕະການຫລາຍດ້ານເປັນຕົ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະໃຫ້ຄວາມສໍາຄັນຕໍ່ຜູ້ໂດຍສານ ຕໍ່ການຊື້ປີ້ລົດໄຟ: ໂດຍກໍານົດໃຫ້ມີບໍລິການຂາຍປີ້ເພີ່ມຢູ່ສູນການຄ້າວຽງຈັນເຊັນເຕີ, ເຊິ່ງປະຈຸບັນພວມປັບປຸງສະຖານທີ່ຍັງບໍ່ທັນສໍາເລັດ ແລະຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້.ພ້ອມທັງເພີ່ມຖ້ຽວ ລົດໄຟຂະບວນທໍາມະດາ ທີ່ສາມາດບັນຈຸຜູ້ໂດຍສານໄດ້ ຖ້ຽວລະ 1,000 ກວ່າຄົນ ກໍມາເຖິງນະຄອນຫລວງວງຈັນ ແລະຄາດວ່າ ຈະໃຫ້ບໍລິການໄດ້ໃນຕົ້ນເດືອນ ມິນາ 2022ນີ້, ຄາດວ່າບັນຫາທີ່ເກີດຂຶ້ນຈະຖືກແກ້ໄຂໄປພ້ອມກັນ. ທ່ານວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ຮູ້ອີກວ່າ: ຫາກພວກເຮົາສາມາດໃຫ້ບໍລິການລົດໄຟຂະບວນທໍາມະດາໄດ້ແລ້ວ:1. ການຊື້ປີ້ອາດບໍ່ມີບັນອີກຕໍ່ໄປ 2. ທັງລາຄາປີ້ກໍຖືກລົງກວ່າເກົ່າ, 3. ຜູ້ໂດຍສານທີ່ຕ້ອງການເດິນທາງ ກໍສາມາດໄປສະຖານີ ຊື້ປີ້ແລ້ວກໍອອກເດີນທາງໄດ້ເລີຍ 4. ທັງສາມາດເອົາສິ່ງຂອງຕິດຕົວໄປນໍາໄດ້ຫລາຍຂຶ້ນ 5. ເຊິ່ງປະຈຸບັນພວມກຽມຈະເປີດໃຫ້ບໍລິການສະຖານີກາສີ ແລະສະຖານີເມືອງງາ ຕື່ມອີກ 6. ເຊິ່ງຂະບວນລົດໄຟຈະແວ່ຈອດທຸກສະຖານີ ແຕ່ນະຄອນຫລວງວຽງຈັນ ເຖິງສະຖານີບໍ່ເຕັນ. ຂໍ້ມູນ Lao National Radio

Read More »

ຫວຽດນາມປະກາດ ເປີດປະເທດ ຢ່າງເຕັມຮູບແບບ ເລີ່ມ! 15 ມີນາ 2022 ນີ້

ສາຍທ່ອງທ່ຽວພ້ອມຫຼືຍັງ ຫວຽດນາມປະກາດ ເປີດປະເທດຢ່າງເຕັມຮູບແບບ ເລີ່ມ! 15 ມີນານີ້ລັດຖະບານຫວຽດນາມປະກາດ ເປີດປະເທດຕ້ອນຮັບນັກທ່ອງທ່ຽວຢ່າງເຕັມຮູບແບບ ເລີ່ມ! 15 ມີນານີ້ ໂດຍໄວກ່ວາກໍານົດເກົ່າ 3 ເດືອນ ເນື່ອງຈາກຕ້ອງການຟື້ນຟູເສດຖະກິດ ແລະ ການທ່ອງທ່ຽວ ສໍາລັບໃຜທີ່ບໍ່ໄດ້ໄປທ່ຽວດົນແລ້ວ ຫວຽດນາມກໍເປັນອີດທາງເລືອກທີ່ໜ້າສົນໃຈ ແລະ ກໍບໍ່ໄກຈາກບ້ານເຮົາຫຼາຍ!! ຈອງປີ້ ແລະ ຂຽນໃບລາພັກເລີຍດີບໍ່…. ເພື່ອຄວາມປອດໄພ ນັກທ່ອງທ່ຽວທຸກຄົນທີ່ເດີນທາງເຂົ້າໄປຕ້ອງມີຜົນກວດພະຍາດວ່າບໍ່ພົບເຊື້ອ ທັງກ່ອນ ແລະ ຫຼັງການເດີນທາງ ແລະ ຕ້ອງກັກໂຕໜຶ່ງວັນເພື່ອຖ້າຜົນກວດໂລກເມື່ອເດີນທາງມາຮອດ. ຂໍ້ມູນ Kuanjai Magazine

Read More »

ເດນມາກ ກາຍເປັນປະເທດທຳອິດຂອງ EU ທີ່ຍົກເລີກທຸກມາດຕະການຈຳກັດ Covid-19

ສຳນັກຂ່າວ Copenhagen, ເດນມາກ (CNN) ລາຍງານ ໃນວັນທີ 1 ກຸມພາ 2022 ນີ້ວ່າ: ເດນມາກ ໄດ້ຍົກເລີກບັນດາມາດຕະການກໍຄືຂໍ້ຈຳກັດ Covid-19 ທັງຫມົດພາຍໃນປະເທດ, ໃຫ້ພະຍາດ coronavirus ເປັນພະຍາດ “ທີ່ບໍ່ໄດ້ສ້າງຄວາມເຈັບປ່ວຍທີ່ຮ້າຍແຮງຕໍ່ສັງຄົມ,” ອີງຕາມລັດຖະບານ. ນີ້ຫມາຍຄວາມວ່າການບັງຄັບໃຊ້ ຄຳສັ່ງທີ່ໃຫ້ໃສ່ຫນ້າກາກພາຍໃນເຮືອນ, ການໃຊ້ “Covid pass” ເມື່ອເຂົ້າບາ, ຮ້ານອາຫານ ແລະ ສະຖານທີ່ພາຍໃນອື່ນໆ,“ບໍ່ມີໃຜສາມາດຮູ້ໄດ້ວ່າຈະເກີດຫຍັງຂຶ້ນໃນເດືອນທັນວາໜ້າທີ່ຈະມາຮອດ. ແຕ່ພວກເຮົາສັນຍາກັບພົນລະເມືອງຂອງເດນມາກວ່າພວກເຮົາຈະມີຂໍ້ຈໍາກັດອອກມາ ຖ້າຫາກວ່າພວກເຮົາມີຄວາມຈໍາເປັນແທ້ໆ ແລະພວກເຮົາກໍ່ຈະຍົກເລີກ ມັນໄວເທົ່າທີ່ຈະໄວໄດ້,” Magnus Heunicke ລັດຖະມົນຕີກະຊວງສາທາລະນະສຸກຂອງເດນມາກບອກ CNN. ວັນຈັນທີ່ຜ່ານມາ. “ນັ້ນແມ່ນສິ່ງທີ່ເກີດຂຶ້ນໃນປັດຈຸບັນ.” ອີງຕາມຂໍ້ມູນຂອງໂລກຂອງພວກເຮົາ, 81% ຂອງປະຊາກອນເດນມາກໄດ້ຮັບການສັກຢາປ້ອງກັນ Covid-19 ຄົບໂດສ. ນີ້ກໍ່ອາດແມ່ນເຫດຜົນທີ່ເຮັດໃຫ້ມີຜູ້ເຈັບປ່ວຍທີ່ຈຳເປັນຕ້ອງໄດ້ຮັກສາໂຕໃນໂຮງໝໍໜ້ອຍທີ່ສຸດ.ຂໍ້ມູນ CNN

Read More »

ລາຄານຳ້ມັນໃນອາຊີ ເພີ່ມຂື້ນສູງສຸດໃນຮອບ 7 ປີ

ຂ່າວສານ​ຫວຽດນາມ​ລາຍ​ງານ​ວ່າ: ລາຄາ​ນຳ້ມັນ​ໃນ​ອາຊີ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 1% ໃນ​ວັນ​ທີ 31 ມັງກອນ​ຖື​ເປັນ​ລະດັບ​ສູງ​ສຸດ​ໃນ​ຮອບ 7 ປີ​ທີ່​ຜ່ານ​ມາ ຈາກ​ຄວາມ​ວິຕົກ​ກັງວົນ​ດ້ານ​ການ​ສະໜອງ​ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການເມືອງ​ທີ່​ເພີ່ມ​ຂຶ້ນ​ຢູ່​ເອີ​ຣົບ​ຕາເວັນ​ອອກ ແລະ ຕາເວັນ​ອອກ​ກາງ. ໃນ​ຕະຫຼາດ​ໂຕ​ກຽວ, ລາ​ຄາ​ນໍ້າ​ມັນ​ດິບ​ເບຣນ (Brent) ເພີ່ມ​ຂຶ້ນ 1.28 ໂດ​ລາ (1.4%) ເປັນ 91.31 ໂດ​ລາ/ບາ​ເຣລ ຫຼັງ​ຈາກ​ເພີ່ມ​ຂຶ້ນ 69 ເຊັນ ໃນ​ວັນ​ສຸກ (28 ມັງກອນ).  ລາ​ຄາ​ນໍ້າ​ມັນ​ດິບ​ຂອງ​ອາ​ເມ​ຣິ​ກາ (WTI)  ຍັງ​ເພີ່ມ​ຂຶ້ນ 1.14 ໂດ​ລາ (1.3%) ເປັນ 87.96 ໂດ​ລາ/ບາ​ເຣລ, ເພີ່ມ​ຂຶ້ນ 21 ເຊັນ ໃນ​ວັນ​ສຸກ (28 ມັງກອນ). ຂໍ້ມູນ ປະຊາຊົນ

Read More »