Travel

ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ

ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ ຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ລົງຊີ້ນຳນຳພາພໍ່ແມ່ປະຊາຊົນ ບ້ານນາຂ້າງຊ້າງ ສ້າງຂະບວນອະນາໄມ ບໍລິເວນເດີ່ນຈອດລົດ, ຕະຫລາດບ່ອນວາງຂາຍຜະລິດຕະພັນຂອງຊາວບ້ານ, ທາສີຫ້ອງນໍ້າ ແລະ ອື່ນໆຢູ່ສະຖານທີ່ທ່ອງທ່ຽວ ຖໍ້າພຣະ ເພື່ອກະກຽມຄວາມພ້ອມທີ່ຈະເປີດບໍລິການໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ກາບໄຫວ້ສັກກາລະບູຊາ. ປັດຈຸບັນ, ແຂວງຄຳມ່ວນ ກຳລັງສຸມໃສ່ພັດທະນາວຽກງານທ່ອງທ່ຽວ, ໄດ້ວາງເປົ້າໝາຍ ເພື່ອພັດທະນາວຽກງານທ່ອງທ່ຽວເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍເລັ່ງໃສ່ການປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ, ການວາງແຜນ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການສ້າງກິດຈະກຳທີ່ມີຄວາມຫລາກຫລາຍ, ການປັບປຸງທາງດ້ານ ຂອດການບໍລິການທີ່ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ການສ້າງເຄືອຄ່າຍເຊື່ອມຕໍ່ ຫລື ວົງຈອນການທ່ອງທ່ຽວ ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວໄດ້ສຳຜັດ ກັບການ ທ່ອງທ່ຽວຫລາຍຮູບແບບ, ຫລາຍກິດຈະກຳ ແລະ ຫລາຍສະຖານທີ່ທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ ລວມເຖິງການປະຕິບັດມາດຕະການ ປ້ອງກັນ ການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ...

Read More »

ປະເທດສິງ​ກະ​ໂປ: ໄດ້ຖືກຈັດອັນດັບທີ 2 ຂອງໂລກໃນດ້ານການ​ດຶງ​ດູດ​ ແລະ ການ​ພັດ​ທະ​ນາ​ພອນ​ສະ​ຫວັນ​

ປະເທດສິງ​ກະ​ໂປ: ໄດ້ຖືກຈັດອັນດັບທີ 2 ຂອງໂລກໃນດ້ານການ​ດຶງ​ດູດ​ ແລະ ການ​ພັດ​ທະ​ນາ​ພອນ​ສະ​ຫວັນ​ສິງກະ​ໂປ​ໄດ້​ຂຶ້ນ​ເປັນ​ອັນ​ດັບ​ທີ 2 ​ໃນ​ການ​ຈັດ​ອັນ​ດັບ​ໂລກ​ຂອງ​ປະ​ເທດ​ທີ່ໜ້າ​ດຶງ​ດູດ ການພັດທະນາ, ການສະໜັບສະໜູນ ​ແລະ ການຮັກສາ​ຄວາມ​ສາມາດ​ໄດ້​ດີ, ຮອງ​ຈາກ​ສະ​ວິດ​ເຊີ​ແລນ ​ແຕ່​ນຳ​ໜ້າ​ສະຫະລັດອາເມລິກາ.ດັດ​ຊະ​ນີ​ການ​ແຂ່ງ​ຂັນ​ພອນ​ສະ​ຫວັນ​ທົ່ວ​ໂລກ​ປະ​ຈໍາ​ປີ​, ເຊິ່ງ​ກວມ​ເອົາ 134 ປະ​ເທດ​, ແມ່ນ​ຖືກເຜີຍແຜ່ໂດຍ​ໂຮງ​ຮຽນ​ທຸ​ລະ​ກິດ​ຝຣັ່ງ Insead ແລະ​ ອົງ​ການ​ຄົ້ນ​ຄ​້​ວາ​ບໍ່​ຫວັງ​ຜົນ​ກໍາ​ໄລ Portulans Institute​.ໃນຫລັກການດັດຊະນີດຽວກັນນີ້ສໍາລັບ ຕົວເມືອງ, ສິງກະໂປແມ່ນຢູ່ໃນອັນດັບທີ 7, ຫຼຸດລົງຈາກອັນດັບສາມຂອງປີກາຍແຕ່ຍັງເປັນເມືອງດຽວໃນອາຊີທີ່ຢູ່ໃນ 10 ອັນດັບຕົ້ນ. ເມືອງ ຊານຟານຊິດໂກ ເປັນອັນດັບຫນຶ່ງຂອງດັດຊະນີຕົວເມືອງ, ຕາມດ້ວຍ ເມືອງເຈນີວາ, ເມືອງບອສຕັນ ແລະ ເມືອງຊູຣິກ.ແລະ ສຳລັບ​ການຈັດ​ອັນ​ດັບ​ ປະ​ເທດ​ໂດຍລວມແລ້ວ, ສິງກະ​ໂປ​ໄດ້ຖືກ​ຈັດ​ອັນ​ດັບ 3 ​ໃນ 4 ​ໃນ​ຈຳນວນ 6 ມາດຖານ, ​ເຊິ່ງລວມມີ​ມາດຖານດັ່ງນີ້: ການ​ສ້າງ​ຄວາມ​ສາມາດ, ການດຶງ​ດູດ, ​ການເຕີບ​ໃຫຍ່ ​ແລະ ການຮັກສາ​ຄວາມ​ສາມາດ, ທັກ​ສະ​ວິຊາ​ຊີບ ​ແລະ ວິຊາ​ການ, ​ແລະ ຄວາມ​ຮູ້​ທົ່ວ​ໂລກ.#TargetMagazine ໄດ້ຖືກຈັດອັນດັບທີ 2 ຂອງໂລກ

Read More »

ມູນຄ່າຂອງ TESLA ລື່ນກາຍ 1 ພັນຕື້ໂດລາ ຫຼັງຈາກຄໍາສັ່ງ HERTZ

ເຫັນໄດ້ວ່າມູນຄ່າຂອງ TESLA ໄດ້ລື່ນກາຍມູນຄ່າຕະຫຼາດ 1 ພັນຕື້ໂດລາໃນວັນຈັນຜ່ານມາ, ຖືວ່າເປັນບໍລິສັດລຳດັບທີ 5 ທີ່ສາມາດບັນລຸໄດ້, ກ່ອນຫນ້ານີ້ມີພຽງແຕ່ Apple, Microsoft, Amazon ແລະ Google ເຈົ້າຂອງ Alphabet ທີ່ໄດ້ບັນລຸມູນຄ່າ 1ພັນຕື້ ໂດລາ.ຮຸ້ນຂອງຜູ້ຜະລິດລົດໄຟຟ້າດັ່ງກ່າວມາ ແມ່ນໄດ້ເພີ່ມຂຶ້ນ 12.6% ຫຼັງຈາກໄດ້ຕົກລົງທີ່ຈະຂາຍລົດ 100,000 ຄັນໃຫ້ບໍລິສັດເຊົ່າລົດ Hertz.ໃນບາງຊ່ວງເວລາ TESLA ເປັນຜູ້ຜະລິດລົດທີ່ມີຄ່າທີ່ສຸດໃນໂລກ, ແຕ່ກໍຍັງມີຫຼາຍບໍລິສັດ ເຊັ່ນ Ford ແລະ GM ທີ່ຍັງຖືວ່າເປັນຜູ້ຜະລິດລົດລາຍໃຫຍ່.ເປັນເວລາຫລາຍປີ, TESLA ພະຍາຍາມເລັ່ງການຜະລິດລົດຂອງຕົນ, ເຮັດໃຫ້ນັກລົງທຶນບາງຄົນຄາດຄະເນວ່າມັນຈະລົ້ມເຫລວ.ແຕ່ໃນປີກາຍນີ້, ບໍລິສັດ, ນໍາພາໂດຍມະຫາເສດຖີ Elon Musk, ໄດ້ປັບປຸງຍຸດທະສາດຂອງຕົນ ແລະ ໄດ້ຮັບກໍາໄລເປັນຄັ້ງທໍາອິດ, ທັນໃດນັ້ນ ລາວກໍຜັກດັນໃຫ້ຂາຮຸ້ນຂອງຕົນຖອນຕົວ.

Read More »

ມາຮູ້ຈັກກັບຄໍາວ່າ “New Normal” ດ້ານການທ່ອງທ່ຽວ ຫຼັງສະຖານະການໂຄວິດ-19…

ຫຼາຍຄົນອາດຈະບໍ່ຄຸ້ນເຄີຍກັບຄໍາວ່າ “New Normal” ກັນແມ່ນບໍ່? ເຊິ່ງຄວາມໝາຍຂອງຄໍານີ້ ຖ້າແປແຍກຄໍາອອກມາກໍຈະໄດ້ເປັນ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ໂຄວິດ ໃນຄັ້ງນີ້ ເຮັດໃຫ້ສັງຄົມປ່ຽນໄປຢ່າງຫຼວງຫຼາຍ ທ່າມກາງລະບົບເສດຖະກິດຫຼາຍຢ່າງກຳລັງລົ້ມລະລາຍນັ້ນ ເຮົາຍັງສາມາດເບິ່ງເຫັນບາງເລື່ອງທີ່ດີໆ ຂອງສັງຄົມທີ່ກຳລັງກໍ່ຕົວຂຶ້ນເຊັ່ນ ຄອບຄົວໄດ້ມີໂອກາດຢູ່ຮ່ວມກັນຫຼາຍຂຶ້ນ, ຄົນຫັນມາເບິ່ງແຍງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຫຼາຍຂຶ້ນ… ແລະ ຖ້າຫາກເບິ່ງໃນດ້ານຂອງທຸລະກິດການທ່ອງທ່ຽວ ເຮົາໄດ້ມີເວລາພັກຜ່ອນຫຼາຍ ທໍາມະຊາດຂອງບ້ານເຮົາກໍມີເວລາໄດ້ຟື້ນຕົວ ທີ່ສໍາຄັນທຸກຄວນໄດ້ຮຽນຮູ້ວ່າເຮົາບໍ່ຄວນ ປະໝາດ ໃນການໃຊ້ຊີວິດ ເພາະວ່າສິ່ງທີ່ບໍ່ຄາດຄິດອາດຈະເກີດຂຶ້ນໄດ້ຕະຫຼອດເວລາ ແລະ ຄວນຮັກກັນໃຫ້ຫຼາຍໆ ຕອນທີ່ເຮົາຍັງມີຊີວິດຢູ່. ຍ້ອນສະພາບການດັ່ງກ່າວເຮົາຈື່ງເກີດມີ New Normal ຫຼາຍຮູບແບບເກີດຂຶ້ນ. ສະນັ້ນ, ມາເລີ່ມຕົ້ນກັນທີ່ New Normal ດ້ານການທ່ອງທ່ຽວ ວ່າຈະເປັນແບບໃດ? New Normal ດ້ານການທ່ອງທ່ຽວ 1.1. ການເດີນທາງເປັນກຸ່ມນ້ອຍໆ ຫຼືຄົນດຽວຫຼາຍກວ່າ ກຸ່ມຜູ້ບໍລິໂພກໄວລຸ້ນ ແລະ ໄວເຮັດວຽກ ຈະເບິ່ງວ່າການເດີນທາງໃນລັກສະນະຂອງ ...

Read More »

ເປັນຫຍັງ?? ຕ້ອງບິນກັບສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ?

ການເດີນທາງມັກຈະເປັນສິ່ງທີ່ເຮັດໃຫ້ເຈັບຫົວທີ່ສຸດສຳລັບບາງຄົນ, ໂດຍສະເພາະຖ້າມັນເປັນຄັ້ງທຳອິດຂອງທ່ານ ຫຼື ບາງຄົນທີ່ເຄີຍເດີນທາງມາແລ້ວຫຼາຍຄັ້ງກໍຕາມ. ເຊື່ອວ່າຫຼາຍໆຄົນລ້ວນແຕ່ມີຄວາມກັງວົນກ່ຽວກັບປະສົບການໃນເລື່ອງການເດີນທາງດ້ວຍຍົນ ແລະ ຄຸນນະພາບຂອງສາຍການບິນ; ໂດຍຫວັງວ່າສາຍການບິນທີເຮົາເລືອກຈະເໝາະສົມກັບເຮົາ ແລະ ການຈອງບ່ອນນັ່ງກໍຍັງມີບ່ອນວ່າງສຳລັບເຮົາຢູ່?  ສ່ວນຫຼາຍເຮົາກໍມັກທີຈະເລືອກສາຍການບິນທີ່ມີລາຄາສົມເຫດສົມຜົນ ແລະ ຫວັງວ່າຈະໄດ້ຮັບການບໍລິການລະດັບ First-Class ໃນທ່ຽວບິນ, ແຕ່ນີ້ມັນບໍ່ແມ່ນກໍລະນີທີ່ມີສາຍການບິນຫຼາຍແຫ່ງແຂ່ງຂັນກັນທົ່ວໂລກ.     ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນເຈົ້າຂອງສາຍການບິນອັນດັບທີ 14 ໃນ SKYTRAX ຂອງທົ່ວໂລກ, ແລະເປັນອັນດັບທີ 1 ໃນປະເທດຈີນທີໄດ້ຮັບລາງວັນ ສາຍການບິນ First-Class ທີດີທີ່ສຸດ ແລະ ອີກຫຼາຍໆລາງວັນ, ເຮັດໃຫ້ ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນສາຍການບິນທີໃຫຍ່ທີສຸດ ແລະ ເປັນອັນດັບຕົ້ນໆຂອງສາຍການບິນລະດັບ 4 ດາວທົ່ວໂລກ. ດ້ວຍຄຸນນະພາບເຫຼົ່ານີ້ທ່ານສາມາດຄາດຫວັງໄດ້ວ່າຈະໄດ້ຮັບການບໍລິການທີດີ. ຈະບໍ່ມີຄວາມເປັນກັງວົນໃນການຈອງປີ້ຍົນ, ບ່ອນນັ່ງ, ຄວາມບັນເທິງ, ອາຫານ, ການບໍລິການ ຫຼື ການບິນທີປອດໄພ ແລະ ສິ່ງເຫຼົານີ້ຈະບໍ່ເປັນບັນຫາເມື່ອທ່ານຈອງປີ້ຍົນກັບ ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌; ນັບຕັ້ງແຕ່ ການເຊັກອິນ ແລະ ບໍລິການເທິງທ່ຽວບິນ ພວກເຮົາຮັບປະກັນໄດ້ວ່າທ່ານຈະໄປເຖິງຈຸດໝາຍໄດ້ຢ່າງປອດໄພ, ມີປະສິດທິຜົນ, ວ່ອງໄວ ແລະ ສະດວກສະບາຍ ...

Read More »