ດ່ານສາກົນແຂວງສະຫວັນນະເຂດ ເປີດນຳໃຊ້ລະບົບແຈ້ງເຕືອນແຈ້ງພາສີປະຕູດຽວແຫ່ງຊາດ

ດ່ານສາກົນແຂວງສະຫວັນນະເຂດ ເປີດນຳໃຊ້ລະບົບແຈ້ງເຕືອນແຈ້ງພາສີປະຕູດຽວແຫ່ງຊາດ

ໂດຍຕິດພັນກັບວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ, ອີກຢ່າງໜຶ່ງ ກໍ່ເພື່ອເປັນການອຳນວຍຄວາມ ສະດວກ ໃຫ້ແກ່ຜູ້ດຳເນີນທຸລະກິດ ນຳເຂົ້າ-ສົ່ງອອກໃນການແຈ້ງ ພາສີ ໃຫ້ມີຄວາມໂປ່ງໃສ. ດັ່ງນັ້ນ ມາໃນວັນທີ 19 ກໍລະກົດ 2022 ຢູ່ທີ່ດ່ານສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ, ກົມພາ ສີກະຊວງການເງິນ, ໄດ້ຈັດພິທີ ເປີດນຳໃຊ້ລະບົບແຈ້ງພາສີປະ ຕູດຽວແຫ່ງຊາດຂຶ້ນຢ່າງເປັນ ທາງການ.ກ່ຽວກັບການນຳໃຊ້ລະ ບົບແຈ້ງພາສີປະຕູດຽວທີ່ດ່ານສາ ກົນແຂວງສະຫວັນນະເຂດຄື: ດ່ານສາກົນຂົວມິດຕະພາບ II, ດ່ານສາກົນແດນສະຫວັນ ແລະ ດ່ານສາກົນປະຈຳເຂດເສດຖະກິດພິເສດສະຫວັນນະເຂດ (ທ່າບົກ) ໃຫ້ພ້ອມກັນຈັດຕັ້ງປະຕິບັດດັ່ງນີ້:

1. ໃຫ້ຜູ້ປະກອບການນຳເຂົ້າ-ສົ່ງ ອອກທຸກໆປະເພດສິນຄ້າ ຊຳລະຄ່າພາສີ, ອາກອນ ແລະພັນທະອື່ນໆ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກຂອງທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ແລະທະນາຄານ ພັດທະນາລາວຈຳກັດ ເຊັ່ນ: ລະບົບ Smart tax, i-Banking, BCEL One Corportate Banking, ເງິນໂອນ ແລະເງິນແຊັກຕາມລະບຽບການທີ່ກ່ຽວຂ້ອງ,

2. ໃຫ້ບໍລິສັດຮ່ວມພັດທະນາບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າ ບໍລິການນຳໃຊ້ລະບົບດັ່ງກ່າວໃນ ອັດຕາ 120.000 ກີບ ຕໍ່ການແຈ້ງ ພາສີເປັນລາຍລະອຽດ 1 ຊຸດ, ຕາມທີ່ໄດ້ກຳນົດໄວ້ໃນສັນຍາສຳ ປະທານໂຄງການ ເຊິ່ງບໍ່ລວມເອົາ ຄ່າພາສີ, ອາກອນ, ຄ່າທຳນຽມ ແລະຄ່າບໍລິການຂອງຂະແໜງ ການທີ່ກຽວຂ້ອງ, ສຳລັບຜູ້ປະ ກອບການທີ່ຍັງບໍ່ທັນໄດ້ລົງທະບຽນ ແລະຝຶກອົບຮົມການນຳໃຊ້ ລະບົບແຈ້ງພາສີປະຕູດຽວແຫ່ງ ຊາດນັ້ນ ໃຫ້ຮີບຮ້ອນດຳເນີນຂັ້ນ ຕອນການລົງທະບຽນ, ອອກລະຫັດຜູ້ນຳໃຊ້ໂດຍດ່ວນກ່ອນວັນທີ 15 ກໍລະກົດ 2022, ເລີ່ມແຕ່ວັນທີ 19 ກໍລະກົດ 2022 ເປັນຕົ້ນໄປ,

3. ການນຳເຂົ້າ-ສົ່ງອອກ ທຸກປະເພດ ສິນຄ້າ ແລະທຸກບໍລິສັດ ( ລວມ ທັງສິນຄ້າຍົກເວັ້ນພາສີ ຫຼື ງົດເກັບ ພາສີ ) ທີ່ຜ່ານດ່ານສາກົນຂອງ ແຂວງສະຫວັນນະເຂດ ຕ້ອງດຳ ເນີນແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວ ແຫ່ງຊາດທັງໝົດ.

ຂໍ້ມູນ: ສະຫວັນພັດທະນາ ຂ່າວ

Comments