ແຈ້ງການ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ເລກທີ 627 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ07. 5.2022
ເລື່ອງ: ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນ
່ ປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ການຕົກລົງ ແລະ ຊີ້ນໍາ ຂອງລັດຖະບານ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:
- ເຫັນດີໃຫ້ຜ່ອນຜັນມາດຕະການໃນການເຂົ້າ-ອອກ ສປປ ລາວ ດັ່ງນີ້:
1) ເປີດດ່ານສາກົນທຸກດ່ານ ສໍາລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.
2) ອະນຸຍາດໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ (VISA) ກັບ ສປປ ລາວ ແບບສອງຝ່າຍ
ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈໍາເປັນຕ້ອງຂໍVISA.
3) ສໍາລັບພົນລະເມືອງຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນ VISA ກັບ ສປປ ລາວ ແມ່ນ ສາມາດຂໍ VISA
ຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈໍາຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື
ຂໍ VISA ກັບດ່ານ ຢູ່ ດ່ານສາກົນ ທີ່ມີຫນ່ວຍງານ VISA ກັບດ່ານ.
4) ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 18 ປີ ຂຶ້ນໄປ ທີ່ບໍ່ທັນມີ
ໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATF) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະຫນາມບິນ ຫຼື ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອ ອີກ. ສ່ວນຜູ້ທີ່ມີ ໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ ຮຽກຮ້ອງໃຫ້ມີການກວດຫາເຊື້ອໂຄວິດ-10 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປລາວ,
5) ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງ
ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ, ຊຶ່ງສາມາດນໍາໃຊ້ການບໍລິການປິ່ນປົວ ຢູ່ໂຮງຫມໍລັດ, ໂຮງຫມໍເອກະຊົນ ຫຼື ປິ່ນປົວຕິດຕາມຕົນເອງ ຢູ່ສະຖານທີ່ພັກ (Home isolation) ຕາມທີ່ໄດ້ກໍານົດໃນຄໍາແນະນໍາຂອງກະຊວງສາທາລະນະສຸກ.
- ເຫັນດີອະນຸຍາດໃຫ້ນໍາໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດ ຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄໍາແນະນໍາ ກ່ຽວກັບການນໍາໃຊ້ພາຫະນະສ່ວນ ຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.
- ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດ ຜູ້ປະກອບການ ທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ການປັບປຸງ ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານບໍລິການ ແລະ ການທ່ອງທ່ຽວ ແມ່ນເປັນຄວາມຮັບຜິດຊອບລວມ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.
- ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ໃຫ້ເອົາໃຈໃສ່ປະຕິບັດຕາມມາດຕະການ ປ້ອງກັນໂຄວິດ19 ຢ່າງເຂັ້ມງວດ.
- ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສົມທົບ ກັບຂະແຫນງສາທາລະນະສຸກ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ສາຍພັນໃຫມ່ ເພື່ອ ຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດຫມາຍທີ່ວາງໄວ້.
- ມາດຕະການທີ່ໄດ້ລະບຸ ແຕ່ຂໍ້ທີ 1 ຫາ ຂໍ້ທີ 5 ຂ້າງເທິງ ແມ່ນໃຫ້ຈັດຕັ້ງປະຕິບັດ ເລີ່ມແຕ່ ວັນທີ 09 ພຶດສະພາ 2022 ເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ


