ກອງປະຊຸມຜູ້ນໍາກາແດງ ແລະ ຊີກວົງເດືອນແດງອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 18 ແບບທາງໄກ ຈັດຂຶ້ນຕອນບ່າຍວັນທີ 16 ກັນຍາ 2021ນີ້ ທີ່ນະຄອນຫຼວງບາງກອກປະເທດໄທ ໂດຍການເປັນປະທານຂອງ ທ່ານ ເຕດ ບຸນນາກ ເລຂາທິການສະພາກາຊາດໄທ, ບັນດາທ່ານການນໍາຈາກກາແດງ ແລະ ຊີກວົງເດືອນແດງ ປະເທດສະມາຊິກອາຊຽນ, ຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ກອງເລຂາອາຊຽນ ແລະ ສູນປະສານງານອາຊຽນ ສໍາລັບການຊ່ວຍເຫຼືອດ້ານມະນຸດສະທໍາຕໍ່ໄພພິບັດ (AHA) ເຂົ້າຮ່ວມ.

ຄະນະຜູ້ແທນອົງການກາແດງລາວແມ່ນ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະເຂົ້າຮ່ວມ ກອງປະຊຸມໄດ້ຜັດປ່ຽນກັນເປັນເຈົ້າພາບຕາມລໍາດັບຕົວອັກສອນໃນແຕ່ລະປີ. ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດເປັນວົງກວ້າງຢູ່ ບັນດາປະເທດຕ່າງໆ, ສະນັ້ນ, ຈຶ່ງໄດ້ຈັດກອງປະຊຸມແບບທາງໄກ, ສໍາລັບປີນີ້ ກອງປະຊຸມມີຈຸດປະສົງສົນທະນານະໂຍບາຍ ແລະ ບັນຫາທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງກາແດງ ແລະ ຊີກວົງເດືອນແດງປະເທດສະມາຊິກອາຊຽນຮ່ວມກັບຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ຕົກລົງບາງບັນຫາທີ່ສໍາຄັນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ກາແດງແຫ່ງຊາດໃຫ້ມີຄວາມຍືນຍົງໃນການຕອບໂຕ້ໄພພິບັດ, ການສົ່ງເສີມສຸຂະພາບຊຸມຊົນ, ການຊອກຫາແຫຼ່ງທຶນ ແລະ ການສ້າງຊາວໜຸ່ມອາສາສະໝັກ, ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການປະ ກອບສ່ວນຮັບມືຕໍ່ການລະບາດຂອງພະຍາດໂຄວິດ-19.

ກອງປະຊຸມຄັ້ງນີ້ປະທານອົງການກາແດງລາວຍັງໄດ້ຖືກເຊື້ອເຊີນໃຫ້ເປັນປະທານກອງປະຊຸມໃນຫົວຂໍ້ການຍົກລະດັບການເຮັດວຽກຂອງເຄືອຂ່າຍຊຸມຊົນປອດໄພ ແລະ ມີຄວາມສະຫງົບເປັນຕົ້ນ ບົດບາດຍິງ-ຊາຍ, ປະຊາກອນເຄື່ອນຍ້າຍ ແລະ ພະຍາດເອສ ຂອງບັນດາປະເທດ.

ປີຜ່ານມາແມ່ນ ສສ ຫວຽດນາມ ເປັນເຈົ້າພາບຄັ້ງທີ 17, ສຳລັບຄັ້ງທີ 18 ແມ່ນປະເທດໄທເປັນເຈົ້າພາບ, ປີຕໍ່ໄປແມ່ນປະເທດບຣູໄນ ດາຣູຊາລາມ ເປັນເຈົ້າພາບ ເຊິ່ງກອງປະຊຸມຄັ້ງນີ້ຈະດໍາເນີນໄປເປັນເວລາສອງວັນ.
