ຕາມຂ່າວຈາກ VOVWORLD ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ 2021ໄດ້ດຳເນີນບັນດາ ກອງປະຊຸມ ປຶກສາຫາລື ຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື: ສ.ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບ ເອີຣົບ ແລະ ຣັດເຊຍ.

ສຳລັບ ການຮ່ວມມື ເສດຖະກິດ ອາຊຽນ-ສ.ອາເມລິກາ, ບັນດາລັດຖະມົນຕີ ໄດ້ຮັບຮູ້ຄວາມຄຶບໜ້າ ສຳຄັນ ໃນວິວັດການ ຜັນຂະຫຍາຍ ຂໍ້ຕົກລົງ ກ່ຽວກັບ ດ້ານການຄ້າ ແລະ ການລົງທຶນ ໄລຍະ 2019–2020 ລະຫວ່າງ ອາຊຽນ ແລະ ສ.ອາເມລິກາ (TIFA) ແລະ ແຜນການດຳເນີນງານ ປະຕິບັດ “ຂໍ້ລິເລີ່ມ ການຮ່ວມມື ດ້ານການຄ້າ ເປີດກວ້າງ” (E3) ໄລຍະ 2020- 2021 ພ້ອມທັງ ຮັບຮອງເອົາ ແຜນການຜັນຂະຫຍາຍ ຂໍ້ຕົກລົງ (TIFA) ແລະ ຂໍ້ລິເລີ່ມ(E3) ໃນໄລຍະ 2021- 2022, ສຸມໃສ່ເຂົ້າໃນ ບາງ ຂົງເຂດ.
ຂະນະທີ່ ການຮ່ວມມື ເສດຖະກິດ ອາຊຽນ -ອິນເດຍ, ບັນດາ ລັດຖະມົນຕີ ຊົມເຊີຍເລື່ອງ ທຸກປະເທດໄດ້ສຳເລັດການ ໃຫ້ສັດຕະຍາບັນ ສັນຍາການລົງທຶນ ອາຊຽນ -ອິນເດຍ ແລະ ຮັບຮູ້ຄວາມຄຶບ ໜ້າການປຶກສາຫາລື ກ່ຽວກັບ ຂອບເຂດ ກວດກາຄືນ ເພື່ອແນໃສ່ ຍົກລະດັບ ສັນຍາ ການຄ້າ ສິນຄ້າ ອາຊຽນ -ອິນເດຍ, ມຸ່ງໄປເຖິງ ເປົ້າໝາຍ ສ້າງຄວາມສະດວກ ດ້ານການຄ້າໃຫຍ່ກວ່າ ໃຫ້ແກ່ບັນດາວິສາຫະກິດ. ນອກຈາກນີ້ ການຮ່ວມມື ດ້ານເສດຖະກິດ ອາຊຽນ – ສະຫະພາບ ເອີຣົບ, ບັນດາ ລັດຖະ ມົນຕີ ຢືນຢັນ ຄວາມສຳຄັນ ຂອງການເພີ່ມທະວີ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ, ແບ່ງປັນ ຜົນປະໂຫຍດ, ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ການຮ່ວມມື. ກອງປະຊຸມ ກໍ່ຮັບຮອງເອົາ ໂຄງການການລົງທຶນ ແລະ ການຄ້າ ອາຊຽນ -ອີຢູ ໄລຍະ 2020 – 2021 ແລະ ຮັບຮູ້ວິວັດການ ສ້າງຮ່າງສັນຍາແມ່ ດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ອີຢູ ອີກດ້ວຍ