ກະຊວງການເງິນ ເຜີຍແຜ່-ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ໃນວັນທີ 25 ສິງຫາ 2021 ທີ່ ກະຊວງການເງິນ, ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງການເງິນ, ມີສະຫາຍ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ບັນດາສະຫາຍ ຄະນະບໍລິຫານງານ, ເລຂາ-ຮອງເລຂາ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ ຂັ້ນຫົວໜ້າພະແນກ-ຮອງຫົວໜ້າພະແນກ ເຂົ້າຮ່ວມ.

May be an image of 1 ຄົນ, ນັ່ງ ແລະ ຢືນ

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນວ່າ: ການຈັດຕັ້ງເຊື່ອມຊຶມເອກະ ສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແມ່ນສ້າງຄວາມເອກະພາບ, ສ້າງຄວາມຕັດສິນໃຈພາຍໃນຄະນະພັກ ໃນການດໍາເນີນວຽກງານຕົວຈິງ ໂດຍສະເພາະ ພະນັກງານນໍາພາຄຸ້ມຄອງ ໃນແຕ່ລະຂົງເຂດ, ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ແມ່ນຄວາມຮັບຜິຊອບຂອງໝົດທຸກຄົນຮ່ວມກັນແກ້ໄຂ, ຄົ້ນຄວ້າ, ລົງເລິກບັນຫາຄວາມຮັບຜິດຊອບທາງການເມືອງ ເນັ້ນໜັກໃສ່ການຄົ້ນຄວ້າເຊື່ອມຊຶມເນື້ອໃນຕົ້ນຕໍ ເພື່ອໃຫ້ຄະນະພັກກະຊວງ ຮີບຮ້ອນສ້າງແຜນງານ, ແຜນດໍາເນີນງານພາຍໃນອົງຄະນະພັກ ແລະ ບັນດາກົມ ເພື່ອດໍາເນີນການຈັດຕັ້ງປະຕິບັດ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່, people sitting ແລະ ໃນຮົ່ມ

ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ສໍາຄັນ ໃນເອກສານຄໍາສັ່ງຂອງກົມການເມືອງສູນກາງພັກ ເປັນຕົ້ນ ການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ຢ່າງທົ່ວເຖິງ, ເພື່ອໃຫ້ພະນັກງານສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບສູງ ຕໍ່ເນື້ອໃນຈິດໃຈຊີ້ນໍາ ແລະ ມີຄວາມຕັດສິນໃຈເດັດດ່ຽວ ໃນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ, ເນັ້ນໃຫ້ຄະນະພັກແຕ່ລະຂັ້ນ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ, ຮີບດ່ວນດໍາເນີນການແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງຫ]າຍໆດ້ານ ໃນການພັດທະນາເສດຖະກິດ-ສັງຄົມທີ່ມີລັກ ສະນະຊໍາເຮື້ອຜ່ານມາ, ຕິດພັນໂດຍກົງກັບການປັບປຸງພາຍໃນພັກ ຂອດຂັ້ນດ້ານການບໍລິຫານລັດ, ສຸມໃສ່ການແກ້ໄຂການຮົ່ວໄຫລ ການຈັດເກັບລາຍຮັບງົບປະມານ ແກ້ທັງກົນໄກ, ລະບຽບການທັງຂອດການຈັດຕັ້ງ ແລະ ບຸກຄະລາກອນ, ຄົ້ນຄວ້ານະໂຍບາຍຈໍານວນໜຶ່ງ ທີ່ມີຄວາມຈໍາເປັນ ແລະ ມີປະສິດທິຜົນທາງເສດຖະກິດອອກໃຫ້ໄວ, ເລັ່ງປະຕິຮູບລັດວິສາຫະກິດເປັນບຸລິມະສິດແຖວໜ້າ ຂອງການແກ້ໄຂບັນຫາຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ.ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມ 4 ເອກະສານສຳຄັນ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021, ເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮ່າງຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ແລະ ແນະນໍາກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນຂະແໜງການເງິນ, ຊຶ່ງເປັນບັນຫາທີ່ພັກ ກໍ່ຄື ລັດລັດຖະບານ ຕັດສິນໃຈສ້າງບາດລ້ຽວໃໝ່ໃນການບໍລິຫານລັດ, ການປຸກລະດົມທາງດ້ານກົນໄກ, ແບບແຜນເພື່ອບັນລຸໄດ້ຕາມຈຸດປະສົງ ທີ່ມະຕິກອງປະຊຸມໃຫຍ່ໄດ້ວາງອອກ.

Comments