ໃນວັນທີ 8 ກໍລະກົດ 2021, ສະມາຄົມສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະ ຊຸມປຶກສາຫາລື ເພື່ອກະກຽມຈັດກິດຈະກຳສະເຫລີມສະຫລອງ ວັນສື່ມວນຊົນລາວ ຄົບຮອບ 71 ປີ (13/8/1950-13/8/2021) ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີຮອງປະທານ ພ້ອມດ້ວຍຄະນະສະມາຄົມນັກຂ່າວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຄະນະມາຄົມນັກຂ່າວ ແມ່ນໄດ້ແບ່ງຄວາມຮັບຜິດຊອບແຕ່ລະກິດຈະກຳ ໃຫ້ແຕ່ລະຄົນຮັບຜິດຊອບ, ເຊິ່ງການຈັດກິດຈະກຳສະເຫລີມສະຫລອງວັນສື່ມວນຊົນລາວ ໃນປີນີ້ ຈະໄດ້ຈັດສຳມະນາໃຫ້ແກ່ນັກສື່ມວນຊົນລາວຢູ່ສູນກາງ, ແຂ່ງຂັນຄຣິບວີດີໂອສັ້ນ ແລະ ແຂ່ງຂັນກິລາມິດຕະພາບ ໂດຍຮ່ວມກັບ ວິທະຍຸສາກົນແຫ່ງ ສປ ຈີນ (CRI) ປະຈຳ ສປປ ລາວ.

ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ກໍເພື່ອເປັນການລະນຶກເຖິງວັນສື່ມວນຊົນລາວ ຄົບຮອບ 71 ປີ ແລະ ທັງເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີນໍາອີກ. ພ້ອມກັນນີ້, ກໍເພື່ອເຮັດໃຫ້ສັງຄົມ ແລະ ຖັນແຖວສື່ມວນຊົນ ເຫັນໄດ້ໝາກຜົນແຫ່ງການເຄື່ອນໄຫວຂອງສື່ມວນຊົນລາວໃນໄລຍະ 1 ປີ ຜ່ານມາ, ທັງເປັນການພັດທະ ນາວົງການສື່ໃຫ້ມີຄວາມເຕີບໃຫຍ່ ແລະ ທັນສະໄໝເປັນກ້າວໆ ໂດຍສະເພາະໃຫ້ນັກຂ່າວ ໄດ້ສະແດງອອກເຖິງວິໃສທັດ ໃນການພັດທະນາຕົນເອງ ໃຫ້ສົມກັບຖານະບົດບາດເປັນກະບອກສຽງຂອງພັກ-ລັດ.ນອກຈາກນີ້, ກໍເພື່ອເປັນການສ້າງຄວາມສາມັກຄີ, ແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນລະ ຫວ່າງຜູ້ເຮັດວຽກງານສື່ມວນຊົນລາວ ແລະ ສື່ມວນຊົນຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ແຫຼ່ງທີ່ມາ: ຂປລ