ຕາມຂ່າວຈາກ ຫວຽດນາມ(VOVWORLD),ວັນທີ 7ກໍລະກົດ, ທ່ານ ວີວຽນ ບາລາ ຄຣີສແນນ(Vivian Balakrishnan), ລັດຖະມົນຕີ ການຕ່າງປະເທດ ສິງກະໂປ ຊີ້ແຈ້ງວ່າ: ໃນຂອບເຂດ ອາຊຽນ, ບັນດາປະເທດ ພວມມານະ ພະຍາຍາມ ຊຸກຍູ້ ວິວັດທະນາການ ປະຕິບັດ ຂໍ້ຄວາມເຫັນດີ ເຫັນພ້ອມ 5 ປະການ ເຊິ່ງການນຳ ບັນດາ ປະເທດ ບັນລຸໄດ້ ເພື່ອແນໃສ່ ແກ້ໄຂ ວິກິດການຢູ່ ມຽນມາ ໂດຍຮຽກຮ້ອງ ໃຫ້ຢຸດຕິ ການໃຊ້ ຄວາມຮຸນແຮງ ໃນທັນທີ ແລະ ບັນດາຝ່າຍ ທັງໝົດ ຈົ່ງລະງັບໃຈ, ດຳເນີນການ ເຈລະຈາ ທີ່ມີລັກສະນະ ສ້າງສັນ ລະຫວ່າງ ບັນດາຝ່າຍ ທີ່ກ່ຽວຂ້ອງ ທັງໝົດ ເພື່ອແນໃສ່ ຊອກຫາ ມາດຕະການ ສັນຕິພາບ, ແຕ່ງຕັ້ງ ທູດພິເສດ ຂອງປະທານ ອາຊຽນ ເປັນກາງ ຊຸກຍູ້ ວິວັດທະນາການ ດຳເນີນການ ເຈລະຈາ ແລະ ຊ່ວຍເຫຼືອ ມະນຸດສະທຳ ໃຫ້ແກ່ ປະຊາຊົນ ມຽນມາ ຜ່ານສູນ ປະສານງານ ຊ່ວຍເຫຼືອ ມະນຸດສະທຳ ອາຊຽນ. ປັດຈຸບັນ, ອາຊຽນ ພວມນຳໜ້າ ຄວາມມານະ ພະຍາຍາມ ທາງການທູດ ກ່ຽວກັບ ບັນຫາ ມຽນມາ ນັບຕັ້ງແຕ່ ປະເທດນີ້ ຕົກເຂົ້າສູ່ ສະພາບ ຈົນຕາແຈ ດ້ານການເມືອງ ໃນວັນທີ 01 ກຸມພາ ທີ່ຜ່ານມາ.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ See Less